ຫາກທ່ານຕົກເປັນໜຶ່ງໃນຄົນທຸກ, ຄົງຈະໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາສາກົນ. ສຳລັບ ສ ປ ປ ລາວ, ຄາດວວ່າມີປະມານ 23% ຂອງປະຊາກອນຖືກຈັດເປັນກຸ່ມຄົນທຸກ.
ຫາກທ່ານຖືກຈັດອັນດັບໃນກຸ່ມມະຫາເສດຖີ, ຄົງຈະສ້າງຄວາມຮູ້ສຶກວ່າເປັນໜ້າເປັນຕາແກ່ຕະກູນ ແລະ ມີຊື່ສຽງ. ອັນດັບມະຫາເສດຖືແມ່ນຕ້ອງເວົ້າເລື່ອງການຜະລິດ ແລະ ການໃຫ້ບໍລິການ. ເຂົາເຈົ້າຈະມີໝາກຜົນການຜະລິດຮັບໃຊ້ສັງຄົມແບບມີຜົນປະໂຫຍດ. ບາງຄົນແມ່ນຕະກູນຮັ່ງມີມາແຕ່ກ່ອນ ແລະ ໄດ້ຊັບສົມບັດ. ສ່ວນໃນຍຸກປະຈຸບັນ, ເກີດມີມະຫາເສດຖີຈາກຫຼາກຫຼາຍອາຊີບ. ໃນປະເທດພັດທະນາ, ກໍ່ມັກມີຄວາມແຕກໂຕນດ້ານລາຍຮັບເຊັ່ນດຽວກັນ. ຄາດວ່າ ຄົນຮັ່ງມີ ກວມເອົາປະຊາກອນ ພຽງແຕ່ 1% ຂອງປະຊາ ກອນທັງໝົດ. ກຸ່ມຄົນດັ່ງກ່າວ, ມີອຳນາດທາງດ້ານການເງິນ, ການເມື່ອງ ແລະ ສິດໃຊ້ສອຍເຄື່ອງບໍລິໂພກຫຼາຍກວ່າຄົນໃນປະເທດດຽວກັນ, ນັບເປັນ 100 ເປັນ 1000 ເທົ່າ. ຄວາມແຕກໂຕນທາງສັງຄົມອັນມາຈາກລາຍຮັບເປັນສິ່ງທີ່ທາງການນຳລັດຖະບານຫຼາຍປະເທດແກ້ໄດ້ຍາກຫຼາຍ. ການສ້າງກົດໝາຍເປີດກວ້າງ, ນະໂຍບາຍເກັບພາສີຈາກຄົນຮັ່ງ, ແລະ ການສ້າງແຜນງານສະຫວັດດີການແກ່ຄົນແຕ່ລະຊັ້ນຄົນບໍ່ແມ່ນສິ່ງງ່າຍດ່າຍ.
ສຳລັບ ສ ປ ປ ລາວ, ຄາດວ່າ ຄົນ ປະມານ 1/4 ຈັດເປັນຄົນທຸກ. ກຸ່ມຄົນດັ່ງກ່າວມີກຳລັງການຈ່າຍປະມານ $1,95 ດອນລາ/ວັນ ຫຼື ປະມານ 16,000 ກີບ. ຄວາມສາມາດໃນການໃຊ້ເງິນ ປະລິມານນ້ອຍໆດັ່ງກ່າວ, ເຮັດໃຫ້ມີຄວາມຈຳກັດໃນການຊົມໃຊ້ເຄື່ອງອຸປະໂພກ, ບໍລິໂພກ, ຄ່າໃຊ້ຈ່າຍໃນການປີ່ນປົວ ແລະ ການສຶກສາຂອງລູກໆ ເປັນຕົ້ນ. ສ່ວນໃຫຍ່ດຳລົງຊີວິດໃນເຂດຫ່າງໄກຊອກຫຼີກ. ເຂົາເຈົ້າຫາກີນແບບກຸ້ມຕົນເອງ, ເພີ່ງທຳມະຊາດ ແລະ ບໍ່ໄດ້ໃຊ້ເງິນແລກປ່ຽນສິນຄ້າ.
ໃນຈຳນວນທີ່ຖືກຈັດເປັນຄົນທຸກ, ເຂົາເຈົ້າຫຼາຍຄົນບໍ່ຈັກວ່າຄວາມທຸກແມ່ນຫຍັງ? ລູກຫຼານບໍ່ໄດ້ເຂົ້າໂຮງຮຽນກໍ່ບໍ່ແມ່ນບັນຫາໃຫຍ່ ເພາະເຂົາເຈົ້າກໍ່ໃຫຍ່ມາກັບປ່າ ແລະ ທຳມະຊາດ. ໂຮງໝໍກໍ່ບໍ່ເຄີຍເຂົ້າ ຫາກແມ່ນເພີ່ງຢາພື້ນເມື່ອງ ແລະ ທັກສະໃນການເອົາຕົວລອດທີ່ພໍ່ແມ່ສອນມາໃຫ້. ໃນກອບຂອງອົງການພັດທະນາສາກົນ, ວຽກງານສາທາລະນະສຸກ, ການສຶກສາ ແລະ ເສດຖະກິດ ໄດ້ຖືກນຳມາເປັນເຄື່ອງວັດແທກການພັດທະນາຂອງປະເທດ ແລະ ອາດວັດເຖິງຄວາມສາມາດຂອງການນຳຕິດພັນກັບການພັດທະນາ. ໄດ້ມີການລົງນາມສົນທິສັນຍາທີ່ຮັບຮອງເອົາການພັດທະນາ ອັນທີ່ເອີ້ນຫຍໍ້ວ່າ: SDGs ຫຼື ເປົ້າໝາຍການພັດທະນາແບບຍືນຍົງ. ເກືອບວ່າທຸກໆປະເທດໃນທົ່ວໂລກ ຮັບຮອງເອົາສົນທິສັນຍາ, ລວມທັງລັດຖະບານ ສ ປ ປ ລາວ.
ເນື່ອງຈາກຄົນທີ່ຢູ່ຫ່າງໄກຊອກຫຼີກມີກຳລັງຊື້ທີ່ນ້ອຍ. ຂາດງົບປະມານຈາກຊຸມຊົນໃນການລົງທຶນພັດທະນາພື້ນຖານໂຄ່ງລາວດ້ວຍຕົນເອງ. ການມີສ່ວນຮ່ວມຈາກພາກລັດ ແລະ ອົງການພັດທະນາສາມກົນຈະມີບົດບາດຫຼາຍ. ນອກນັ້ນ, ການສ້າງກອງທຶນໃນຮູບແບບການບໍລິຈາກສ່ວນບຸກຄົນໃນວຽກງານພັດທະນາຊຸມຊົນກໍ່ມີຄວາມເປັນໄປໄດ້. ການປ່ອຍເງິນກູ້ຂະໜາດນ້ອຍ, ສ້າງແຫຼ່ງນໍ້າ ແລະ ສິ່ງອຳນວຍຄວາມສະດວກຈາກສາກົນ ແລະ ອົງການລັດຖະບານກໍ່ໄດ້ເອົາໃຈໃສ່. ມີຫຼາຍໂຄງການສຳເລັດຜົນດັ່ງທີ່ວາງໄວ້.
ເນື່ອງຈາກປະຊາຊົນຫຼາຍກຸ່ມຄົນ, ຍັງບໍ່ຮູ້ວ່າຕົນເອງທຸກ. ການສ້າງສິ່ງອຳນວຍຄວາມສະດວກຈາກພາຍນອກ, ອາດບໍ່ສາມາດ ແກ້ໄຂຄວາມທຸກໃນໄລຍະຍາວໄດ້. ເພາະຄວາມເປັນເຈົ້າຂອງຕ້ອງເກີດມາຈາກຄົນພາຍໃນຊຸມຊົນທີ່ຢາກພັດທະນາ. ອີກຢ່າງໜຶ່ງ, ສິ່ງອຳນວຍຄວາມສະດວກແກ່ຊຸມຊົນ ເປັນຕົ້ນໂຮງໝໍ, ໂຮງຮຽນ ຕ້ອງການງົບປະມານໃນການບົວລະບັດຮັກສາ. ຫາກບໍ່ມີງົບປະມານທ້ອງຖີ່ນທີ່ເກັບມາຈາກຊຸມຊົນແລ້ວ ເມື່ອໝົດໂຄງການກໍ່ຈະເຮັດໃຫ້ໝົດງົບປະມານໃນການດຳເນີນງານ.
ບໍ່ແມ່ນແຕ່ຈະໃຫ້ຄົນອື່ນມາຊ່ວຍຫຼຸດພົ້ນຄວາມທຸກຈົນ, ຄົນທີ່ຕົກໃນກຸ່ມດັ່ງກ່າວ, ຕ້ອງໄດ້ອອກແຮງແຂ່ງຂັນກັນສ້າງໃຫ້ຕົນເອງມີການຜະລິດ, ມີລາຍຮັບກຸ້ມຕົນເອງ ແລະ ສົ່ງເສີມການພັດທະນາຊີວິດການເປັນຢູ່ທີ່ດີຂື້ນ. ການສ້າງຄວາມຮັບຮູ້ແກ່ຄອບຄົວທີ່ບໍ່ເຄີຍມີການສຶກສາມາກ່ອນ ຫຼື ມີພາສາພື້ນເມື່ອງທີ່ແຕກຕ່າງກັນແມ່ນເປັນສິ່ງທ້າທາຍແກ່ອົງກອນຊ່ວຍຫຼຸດຜ່ອນຄວາມທຸກຈົນ. ສິ່ງທີ່ຈະເຮັດໃຫ້ຄວາມຄິດຂອງຄົນມີການປ່ຽນແປງ, ໜ້າຈະແມ່ນການສຶກສາ ຫຼື ອົບຮົມພິເສດ ເພື່ອໃຫ້ຄົນເຫຼົ່ານັ້ນໄດ້ມີການຄົ້ນຄິດ ແລະ ເລີ່ມມີຮູບແບບການດຳລົງຊີວິດພັດທະນາຈາກສິ່ງທີ່ມີໃນວັນນີ້ ໃຫ້ຍືນຍົງ.
ໄດ້ພົບເຫັນປະຫວັດຄົນທຸກກາຍເປັນຄົນຮັ່ງດ້ວຍການອອກເຫື່ອເທແຮງ. ບຸກຄົນດັ່ງກ່າວ, ໄດ້ອອກແຮງຜະລິດ ແລະ ໃຫ້ບໍລິການ. ຈະເປັນການດີຫາກມີຄົນຮັ່ງມີທີ່ຄິດເຫັນການຊ່ວຍເຫຼືອສັງຄົມ. ເໜືອສິ່ງອື່ນໃດນັ້ນ, ແມ່ນການຕັດສິນໃຈຂອງຕົນເອງໃຫ້ມີຊີວິດທີ່ດີຂື້ນ, ສາມາດສົ່ງເສີມການສຶກສາຂອງລູກ-ຫຼານ, ແລະ ມີຄວາມສາມາດໃນການບໍລິໂພກ ແລະ ອຸປະໂພກ ສິ່ງຈຳເປັນແກ່ຊີວິດ.