Norkhame
ຮຽນຮູ້ຈາກຄັ້ງທຳອິດ ຮຽນຮູ້ຈາກຄັ້ງທຳອິດ
“ຍັງບໍ່ລືມປະສົບການເຮັດວຽກຄັ້ງທຳອິດ, ໄດ້ຮຽນຮູ້ຫຼາຍໆອັນ. ສິ່ງທີ່ນຳໃຊ້ໃນປະຈຸບັນ ຍັງມີອິດທິພົນຈາກການຖອດ ຖອນບົດຮຽນ ໃນຄັ້ງນັ້ນ” ເມື່ອຫວນກັບ ໃນອະດີດ, ວຽກຄັ້ງນັ້ນຈັ່ງແມ່ນມີຄຸນຄ່າຈົນຮອດປະຈຸບັນ. ບໍ່ສຳຄັນດອກວ່າວຽກ ງານທີ່ເຮັດນັ້ນ ຈະຊົງ ກຽດຫຼາຍປານໃດ, ສິ່ງສຳຄັນແມ່ນການເຫັນຕົນເອງວ່າມີສິ່ງດີໆຂ້າງໃນ ທີ່ພ້ອມຈະປະຕິບັດໜ້າ ທີ່ໃຫ້ສຳເລັດຜົນໃນໜ້າ ວຽກນັ້ນ, ຢູ່ທີ່ນັ້ນ, ແລະ ນະເວລານັ້ນ. ບໍ່ວ່າຈະເຮັດວຽກຢູ່ໃສ, ທີ່ນັ້ນຈະເປັນແຫຼ່ງຄວາມຮູ້ ແລະ ຈະມີປະສົບການດີໆໃຫ້... ຮຽນຮູ້ຈາກຄັ້ງທຳອິດ

“ຍັງບໍ່ລືມປະສົບການເຮັດວຽກຄັ້ງທຳອິດ, ໄດ້ຮຽນຮູ້ຫຼາຍໆອັນ. ສິ່ງທີ່ນຳໃຊ້ໃນປະຈຸບັນ ຍັງມີອິດທິພົນຈາກການຖອດ ຖອນບົດຮຽນ ໃນຄັ້ງນັ້ນ”

ເມື່ອຫວນກັບ ໃນອະດີດ, ວຽກຄັ້ງນັ້ນຈັ່ງແມ່ນມີຄຸນຄ່າຈົນຮອດປະຈຸບັນ. ບໍ່ສຳຄັນດອກວ່າວຽກ ງານທີ່ເຮັດນັ້ນ ຈະຊົງ ກຽດຫຼາຍປານໃດ, ສິ່ງສຳຄັນແມ່ນການເຫັນຕົນເອງວ່າມີສິ່ງດີໆຂ້າງໃນ ທີ່ພ້ອມຈະປະຕິບັດໜ້າ ທີ່ໃຫ້ສຳເລັດຜົນໃນໜ້າ ວຽກນັ້ນ, ຢູ່ທີ່ນັ້ນ, ແລະ ນະເວລານັ້ນ. ບໍ່ວ່າຈະເຮັດວຽກຢູ່ໃສ, ທີ່ນັ້ນຈະເປັນແຫຼ່ງຄວາມຮູ້ ແລະ ຈະມີປະສົບການດີໆໃຫ້ ຕົນເອງໄດ້ຄົ້ນຫາ. ການອຸດທິຕົນເພື່ອວຽກງານ ແລະ ທີມງານ ເປັນການໃຫ້ທີ່ ສ້າງຄວາມສຸກທີ່ ບໍ່ຈຳກັດ.

ຕອນໄດ້ທຶນໄປຮຽນຕໍ່ທີ່ປະເທດໂປໂລຍ, ກໍ່ຄິດວ່າຈະຊອກວຽກເຮັດໃນ ເວລາພັກແລ້ງ ເພື່ອຫາລາຍ ໄດ້ເພີ້ມ ໄວ້ໃຊ້ຈ່າຍໃນຍາມທີ່ຈຳເປັນ. ແນ່ນອນ ກໍ່ຢາກໃຊ້ພາສາ ໂປໂລຍຫຼາຍໆ ເພື່ອເຝິກແອບການ ເວົ້າໃຫ້ຫຼາຍຂື້ນ. ອາດຈະແມ່ນທີ່ຮ້ານອາຫານ, ຮ້ານກາເຟ ຫຼື ບ່ອນທີ່ໃຫ້ໃກ້ໆ ໃນເມືອງ. ແນ່ນອນແມ່ນ ຢາກຮຽນວັດຖະນະ ທຳການດຳລົງຊີວິດ ແລະ ການເຮັດວຽກຂອງຄົນໂປໂລຍ ເພື່ອວ່າຈະສາມາດນຳ ໃຊ້ໃນເວລາກັບ ມາ. ຄວາມຈິງບໍ່ຄືໃນສິ່ງທີ່ຄິດ. ວຽກທຳອິດຂອງຂ້າພະເຈົ້າ ແມ່ນເຮັດວຽກທຳຄວາມ ສະອາດຄອກໝູ ແລະ ງົວພັນນົມ ໃນຍາມເຊົ້າອັນແສນ ຈະໜາວເນັດທີ່ທາງພາກເໜືອຂອງປະເທດ ໂປໂລຍ ທີ່ບາງມື້ຕິດລົບ 20 ອົງສາ. ບໍ່ເຄີຍມີໃນລາວແນ່ນອນ.

ຈະເລົ່າສະພາບໃຫ້ຝັງ ເພື່ອໃຫ້ທ່ານສາມາດ ມີມະໂນພາບວ່າເປັນແນວໃດ. ແຕ່ລະມື້ຕ້ອງໄດ້ຕື່ນນອນແຕ່ ສີ່ໂມງ, ກິນເຂົ້າເຊົ້າ ຕອນ ເກົ້າໂມງ ໂດຍມີເວລາພຽງແຕ່ 15 ນາທີ່ພັກ ແລ້ວກໍ່ເຮັດຕໍ່. ຕອນສ່ວຍກໍ່ພັກ ຍາວແດ່ ປະມານ ໜຶ່ງຊົວໂມງ. ແລ້ວກໍ່ເຮັດຕໍ່ ຈົນຮອດ ສາມໂມງແລງ. ວຽກ ຫຼັກໆແມ່ນອານາໄມຄອກ ໝູ-ງົວພັນນົມ ໃຫ້ແລ້ວໃນຕອນເຊົ້າ ສ່ວນຕອນສວຍແມ່ນ ອາດຈະໄປນຳຫຍ້າເຝືອງ ຫຼື ເກັບຫຍ້າຂຽວ ເພື່ອມາ ປ້ອນ ໃສ່ຄອກສັດ. ເປັນວຽກທີ່ໜັກ ແລະ ກໍ່ເປື້ອນທີ່ສຸດ. ກີ່ນຂີ້ໝູນັ້ນແຮງກວ່າ ຂີ້ງົວຫຼາຍ ແລະ ແຕ່ລະມື້ຕ້ອງໄດ້ ໃຊ້ຊ້ວນ ຕັກກອງຂີ້ອອກ ແລ້ວໃຊ້ນຳ້ ລ້າງ. ສ່ວນເວລາພັກເຂົ້າເຊົ້າກໍ່ມີເວລາພໍແຕ່ລ້າງມື ເພາະເພີ່ນໃຫ້ພັກແຕ່ 15 ນາທີ, ສ່ວນຕີນນັ້ນ ກໍ່ມັກຈະມີສິ່ງຂີ້ເປື້ອນເປິຕິດມາເປັນທຳມະດາ. ຕອນທຳອິດກິນເຂົ້າບໍ່ລົງເພາະ ມັນເໜັນຫຼາຍ. ແຖມອາຫານທີ່ກິນກໍ່ບໍ່ແມ່ນເຂົ້າໜຽວ ປີ້ງໄກ ຕຳໜາກຮຸ່ງໃດ, ແຕ່ພັດແມ່ນ ເຂົ້າໝົມປັງທາເນີຍ ທຳມະຊາດ. ທັງກິ່ນຂີ້ສັດ ແລະ ອາຫານທີ່ບໍ່ສົມປາດຖະໜາເຮັດໃຫ້ ທິດທຳອິດປັບຕົວຍາກຫຼາຍ. ເປັນອາທິດທີ່ຍາກທີ່ສຸດ ເພາະທັງເມື່ອຍ, ກິນບໍ່ ໄດ້ ແລະ ກໍ່ນອນແປກບ່ອນກໍບໍ່ຄ່ອຍລັບ.

ສິ່ງທີ່ຂ້າພະເຈົ້າຮຽນຮູ້ຫຼາຍໆປັດສະຍາຂອງການເຮັດວຽກ ໃນຄັ້ງນັ້ນ. ມັນເປັນສິ່ງທີ່ບໍ່ຄາດຝັນ. ເຖິງຈະໄດ້ເງິນຕອບແທນບໍ່ສູງ ແຕ່ມັນຈັ່ງແມ່ນ ມີຄຸນຄ່າ ຈົນມາຮອດທຸກໆວັນນີ້ຂ້າພະເຈົ້າຍັງຈົດຈຳປະສົບການ ແລະ ຖອດຖອນບົດຮຽນໄດ້ດັ່ງນີ້:

  1. ຄວາມອົດທົນ

ນີ້ເປັນສິ່ງທົດສອບຂ້າພະເຈົ້າໃນການເຮັດວຽກ. ບໍ່ມີຄົນເຊື່ອວ່າຂ້າພະເຈົ້າເຄີຍເຮັດວຽກແນວນັ້ນມາກ່ອນແລ້ວ ແລະ ຫຼາຍໆຄົນກໍ່ບໍ່ຢາກລອງ ຫຼື ມັກຖາມວ່າ ຊອກແນວເຮັດແນວອື່ນບໍ່ໄດ້ແລ້ວບໍ່? ເຖິງວ່າກີ່ນຈະເໜັນ, ອາຫານບໍ່ແຊບ, ບໍ່ມີຄວາມສາມາດມາກ່ອນ ແຕ່ກໍ່ພະຍາຍາມສູ້ຊົນຈົນ ໄດ້ຮອດສາມເດືອນ.

  1. ຄວາມເພື່ອແພ່ ແລະ ທີມງານ

ສາເຫດຫຼັກໆທີ່ເຮັດໃຫ້ຂ້າພະເຈົ້າອົດທົນໄດ້ອາດແມ່ນ ຍ້ອນຄວາມເພື່ອແພ່ ຂອງທີມງານທີ່ຂ້າພະເຈົ້າໄດ້ໄປເຮັດນຳ. ບາງຄັ້ງເວລາທີ່ເຮັດວຽກ ຫຼ້າຊ້າ (ບໍ່ໄດ້ອູ້ງານ) ຍ້ອນບໍ່ເຄີຍເຮັດວຽກໜັກຄືຄົນອື່ນໆທີ່ມີປະສົບການນັບເປັນສິບໆປີ. ຫຼາຍໆຄັງມີຄົນມາຊ່ວຍ ເພື່ອເຮັດໃຫ້ວຽກແລ້ວທັນກັບ ຕອນເຊົ້າ ທັ່ງໆທີ່ບໍ່ແມ່ນຄວາມຮັບຜິດຊອບຂອງພວກເພີ່ນເລີຍ. ແລະສິ່ງນີ້ແຫຼ້ເຮັດໃຫ້ຕົນເອງກໍ່ຮູ້ສຶກວ່າເປັນໜຶ່ງໃນທີມ ແລະ ກໍ່ພ້ອມທີ່ຈະຊ່ວຍ ທຸກໆຄົນ ໃນຍາມຕົນເອງມີໂອກາດ.

  1. ເຮັດວຽກຢ່າງມີແຜນການ

ເຖິງວ່າຈະຕື່ນເຊົ້າຫຼາຍປານໃດກໍ່ຕາມ, ຕ້ອງໄດ້ຈັດສັນເວລາ ໃຫ້ແກ່ຄອກໝູ ແລະ ງົວ. ຕ້ອງຄິດວ່າຈະເຮັດແນວໃດ ໃຫ້ທັນໃນຕອນເຊົ້າ ເພື່ອວ່າ ຕອນສວຍຈະໄດ້ເລີ່ມໃຫ້ບັນດາງົວ ແລະ ໜູ ໄດ້ຢູ່ສະອາດ ພ້ອມທີ່ຈະກິນອາຫານ ແລະ ພັດຜ່ອນ. ຕື່ນເຊົ້າບໍ່ມີຄວາມໝາຍ. ການຈັດສັນເວລາ ໃຫ້ທັນກັບສະພາບແຕ່ລະວັນນັ້ນສຳຄັນຫຼາຍ. ຕ້ອງໄດ້ເບິ່ງຫຼາຍອົງປະກອບວ່າເຮັດແນວໃດຈະໃຫ້ວຽກສຳເລັດທັນກັບເວລາທີ່ກຳນົດ. ບາງມື້ ຝົນຕົກ ແລະ ຫິມະມາແຮງ ອາດເຮັດໃຫ້ປະສິດທິພາບການເຮັດວຽກຊ້າກວ່າປົກກະຕິ. ໃນຕອນນັ້ນ ຕ້ອງໄດ້ມີການເລັ່ງມື ແລະ ຕັ້ງໃຈໃຫ້ເປັນ ພິເສດ. ທຸກໆຢ່າງຕ້ອງໄປຕາມແຜນທີ່ວາງໄວ້ ແລະ ມັກຈະຊອກຫາ ທາງສຳຮອງເພື່ອເຮັດໃຫ້ສຳເລັດໜ້າທີ.

  1. ຄວາມສຳຄັນຂອງວຽກງານ

ການອານາໄມຄອກສັດໃຫ້ມີຄວາມສະອາດນັ້ນ ສຳຄັນຫຼາຍ ເພາະຖ້າຫາກມັນຢູ່ເປື້ອນເປິ ອັນໜຶ່ງຈະເຮັດໃຫ້ ສຸກກະພາບອາດບໍ່ແຂງແຮງ ແລະ ສ່ຽງຕໍ່ການຕິດໂລກ. ອັນສອງ ງົວອາດບໍ່ ໃຫ້ນຳ້ນົມໄດ້ເຕັມທີ່. ດັ່ງນັ້ນ, ຖ້າຫາກພະນັກງານບໍ່ໃສ່ໃຈວຽກນີ້, ກໍ່ອາດສົ່ງຜົນໃຫ້ປະລິມານການຜະ ລິດຕົກຕໍ່າ.

  1. ການໃຊ້ພາສາ

ເນື່ອງຈາກຕ້ອງໃຊ້ພາສາໂປໂລຍເປັນຫຼັກ, ຂ້າພະເຈົ້າເຫັນວ່າ ມັນຍາກຫຼາຍຖ້າຫາກບໍ່ເຂົ້າໃຈກັນ. ໃນແຕ່ລະວັນພາຍຫຼັງເຮັດວຽກ, ຈະພະຍາ ຍາມລົມພະນັກງານ-ກຳມະກອນ ແລະ ອ່ານນຳປື້ມ. ມີຫຼາຍໆຄັ້ງ ທີ່ບໍ່ເຂົ້າໃຈ ແລະ ຄິດວ່າຕົນເອງເຂົ້າໃຈຖືກ ແລ້ວກໍ່ເຮັດໄປ, ຈາກນັ້ນຜິດພາດ ໃນໜ້າທີ່. ສະນັ້ນຈະມັກຖາມຄືນ ແລະ ໃຊ້ວິທີທົດສອບຫຼາຍໆຢ່າງເພື່ອໃຫ້ແນ່ໃຈວ່າເຂົ້າໃຈ. ຫຼາຍໆຄັ້ງຕ້ອງໄດ້ໃຊ້ພາສາກາຍເພື່ອອະທິບາຍ. ແບບທີ່ວ່າ: ເວົ້າພາສາຈົນເມື່ອມື. ທັງນີ້ ບໍ່ແມ່ນແຕ່ພາສາຕ່າງປະເທດ, ພາສາລາວຍັງມີຫຼາຍໆອັນບໍ່ຈະແຈ້ງ ຕ້ອງໄດ້ມີການກວດສອບ ວ່າສິ່ງ ທີ່ຂຽນ ແລະ ເວົ້າແມ່ນແນວທີ່ຄິດຫຼືບໍ່.

  1. ຊື່ນຊົມໃນສິ່ງທີ່ເຮັດ

ເຖິງວ່າຈະບໍ່ໄດ້ເຮັດວຽກໃນຮ້ານອາຫານ ຫຼື ກາເຟ, ແຕ່ຄວາມເປັນຈິງກໍ່ຄືວ່າ: ຂ້າພະເຈົ້າໄດ້ເຮັດວຽກເພີ່ມ, ເປັນວຽກຄັ້ງທຳອິດ, ໄດ້ໃຊ້ພາສາ, ໄດ້ພົບຄົນທີ່ເພື່ອແພ່, ພົບທຳມະຊາດ ທີ່ສ່ວຍງາມຈາກບ້ານ ນອກ ເຊິ່ງດຽວນີ້ອາດບໍ່ມີແລ້ວ. ບໍ່ມີວັນໃດໃນສາມເດືອນທີ່ຈະເຮັດໃຫ້ຜິດຫວັງ ເພາະວ່າຂ້າພະເຈົ້າຖືວ່າ ເຖິງຈະບໍ່ໄດ້ເຮັດໃນວຽກທີ່ຫວັງ ແຕ່ກໍ່ໄດ້ຮັບຈາກຫຼາຍໆຢ່າງທີ່ຫວັງຈາກ ການເຮັດວຽກຄັ້ງທຳອິດ. ຫຼາຍຄົນມັກຖາມ ຂ້າພະເຈົ້າວ່າ: ເປັນຫຍັງຈິ່ງໄປເຮັດວຽກແນວນັ້ນ, ແນວອື່ນບໍ່ມີເຮັດແລ້ວຫວ່າ? ມັນເລືອກບໍ່ໄດ້. ໃນຕອນທີ່ໄປຮຽນນັ້ນ, ໂປໂລຍຍັງມີໄພຫວ່າງ ງານສູງຫຼາຍ ແລະ ການແຂ່ງຂັນໃນຕະຫຼາດແຮງງານ ເຊັ່ນອາຊີບເດັກເສີບ ຫຼື ອານາໄມຕາມຫ້ອງການໃນເມືອງ ແມ່ນຫາຍາກຫຼາຍ ກໍ່ເລີຍ ເຮັດໃຫ້ຂ້າພະເຈົ້າຊອກຫາປະສົບການຈາກວຽກແນວໃດກໍ່ໄດ້. ບໍ່ສຳຄັນດອກວ່າຄົນໆນັ້ນເຮັດວຽກຫຍັງ, ສິ່ງສຳຄັນ ແມ່ນການອຸດທິຕົນ ໃນເວລາ ທີ່ປະຕິບັດໃຫ້ດີທີ່ສຸດ.

  1. ການແຕ່ງກາຍ

ການແຕ່ງເຄື່ອງແບບຄືກັບຄົນອານາໄມ ຊ່ວຍປ້ອງກັນອຸບັດຕິເຫດ ແລະ ສິ່ງເປື້ອນເປິ. ທຳອິດກໍ່ຄິດວ່າບໍ່ເປັນຫຍັງດອກ, ນຸ່ງໂສ້ງຍິນ, ເສື້ອຍືດ, ຖືຊ້ວນ ແລ້ວຄືສິໄດ້. ຍ້ອນແນວນັ້ນ ຈິ່ງເຮັດໃຫ້ກິນສັດເຂົ້າມາໃນຕົວງ່າຍ ແລະ ອາດເປັນຕະລາຍຖ້າສູດດົມ ສິ່ງດັ່ງກ່າວເຂົ້າໄປເປັນເວລາຍາວ ນານ. ບໍ່ໃສ່ຖົງມື ກໍ່ເຮັດໃຫ້ມືແຕກງ່າຍ. ບໍ່ໃສ່ເກີບໂບກ ກໍ່ເຮັດໃຫ້ພະລາດງາຍ, ບໍ່ໃສ່ໝວກ ກໍ່ອາດມີສິ່ງເປື້ອນເປິຕົກລົງໃສ່ຫົວ. ທຳອິດເຫັນກຳມະ ກອນນຸ່ງເຄື່ອງຄົບຊຸດ ເພື່ອປ້ອງກັນ, ຕົນເອງກໍ່ຄິດວ່າຄືສິມາຢ້ານແທ້. ບໍ່ນຸ່ງແນວນັ້ນກໍ່ຄົງບໍ່ເປັນຫຍັງດອກເພາະຕົນເອງແຂງແຮງ. ບາດແລ້ວ ທັງເໜັນ ທັງເຈັບມື ແລະ ມີຫຼາຍໆຄັ້ງລົ້ມລົງກອງຂີ້ໝູ ແລະ ເສຍເວລາໄປລ້າງບໍ່ແມ່ນງ່າຍ.

  1. ຮຽນຮູ້ສິ່ງໄໝ່ໆໄດ້

ເວົ້າແນວນີ້ບໍ່ໄດ້ວ່າຕົນເອງເກັ່ງໃດ. ແຕ່ສິ່ງທີ່ຢາກເວົ້າຄືວ່າ: ຄົນອື່ນເຮັດໄດ້, ຕົນເອງຕ້ອງເຮັດໄດ້. ແນ່ນອນທິດທຳອິດ, ເດືອນທຳອິດມັນຍາກຫຼາຍ. ຂ້າພະເຈົ້າຖືກນາຍຕິວ່າເຮັດຊ້າ ກ່ອນພະນັກງານ ປົກກະຕິຕັ້ງສາມຊົວໂມງ. ຈາກຄຳຕິເຮັດໃຫ້ກັບມາເບິ່ງຕົນເອງ ວ່າມີຫຍັງແດ່ທີ່ຕ້ອງໄດ້ປັບ, ເປັນຫຍັງຈິ່ງຊ້າ, ຈະເຮັດໃຫ້ໄວໄດ້ແນວໃດ. ໃຜຊ່ວຍບອກວິທີໄດ້ແນ່? ແລະ ສາເຫດຫຼັກມັນ ແມ່ນຍ້ອນຫຍັງ? ອຸປະກອນບໍ່? ໃນຕອນກາງ ແລະ ທ້າຍ ກໍ່ເຮັດໄດ້ໄວຄືກັບພະນັກງານທີ່ເຮັດວຽກມາໄດ້ສິບໆປີ. ຄືຄອກໝູ ແລະ ງົວທັນໄດ້ກິນອາຫານທັນເວລາ ໃນຄອກທີ່ສະອາດ. ນອກນັ້ນ, ເວລາທີ່ເຫຼືອກໍ່ໃຊ້ໃນການສົນທະນາ ແລະ ຮຽນຮູ້ວຽກໄໝ່ໆ.

9. ມີຄວາມຫວັງ

ແນ່ນອນ ບໍ່ໄດ້ຢາກເປັນຄົນອານາໄມຄອກໝູຕະຫຼອດໄປ. ແຕ່ທີ່ແນ່ນອນບໍ່ໄດ້ຜິດຫວັງຈັກໜ້ອຍ ທີ່ເຮັດວຽກສຸດຈະລິດແນວນັ້ນ.  ມັນເປັນຈຸດຜ່ານ ຂອງຂ້າພະເຈົ້າຫາວຽກງານອັນໄໝ່ ແລະ ມີຫຼາຍປະສົບການທີ່ຈະເຂົ້າມາໃນຊີວິດ. ຂ້າພະເຈົ້າຄົ້ນພົບວ່າ: ການທຸ້ມເທການງານໃຫ້ສຳເລັດ ເປັນສິ່ງຕັດສິນຄຸນຄ່າຂອງຄົນ ບໍ່ວ່າຄົນໆນັ້ນຈະເຮັດໜ້າທີ່ໃດ. ເຖິງວ່າຕົນເອງຍັງບໍ່ທັນໄດ້ເຮັດວຽກໃນຝັນ ແຕ່ກໍ່ບໍ່ໃຫ້ລືມວ່າ ເປົ້າໝາຍດຳລົງ ຊີວິດນັ້ນແມ່ນຫຍັງ – ນັ້ນກໍ່ຄືການເປັນມະນຸດ ທີ່ມີຈິດວິນຍານ ແລະ ຍາມໃດກໍ່ຊອກຫາປະສົບການ ແລະ ການຮຽນຮູ້.

 10.​ ສະພາບກາຍ ແລະ ໃຈ

“ໃຈເປັນນາຍ, ກາຍເປັນບ່າວ” ສິ່ງນີ້ສຳຄັນຫຼາຍ. ຖ້າຫາກເຈັບ ກໍ່ບໍ່ສາມາດເຮັດວຽກໄດ້ເຕັມທີ່. ນີ້ເປັນສາເຫດໜື່ງທີ່ເຮັດ ໃຫ້ຂ້າພະເຈົ້າຕ້ອງ ໄດ້ຮັກສາກາຍໃຫ້ແຂງແຮງເພື່ອພ້ອມສູ້ວຽກໄດ້ໃນສະພາບອາກາດໜາວ ລົບ 20 ໃນບາງວັນ. ສ່ວນຈິດໃຈນັ້ນສຳຄັນ ເພາະຕອນທຳອິດ ກໍ່ບໍ່ລື້ງ ເຄີຍກັບກີ່ນສັດ ແລະ ຄວາມເປື້ອນ ຈິ່ງເຮັດໃຫ້ບໍ່ກ້າທີ່ຈະເຮັດຢ່າງເຕັມທີ່. ໃນໃຈມັນລະວັງຄວາມເປື້ອນສະເໜີ ແລະ ເຮັດໃຫ້ຕົນເອງຫ່າງໄກຈາກ ບັນດາກອງຂີ້ໝູ ແລະງົວ ຈົນເຮັດໃຫ້ວຽກຊ້າ. ແຕ່ລະມື້ ຕື່ນມາແລ້ວຈະຄິດວ່ານີ້ຄືໜ້າທີ່ ບໍ່ວ່າຫຍັງຈະເກີດຂື້ນ ຕ້ອງສຳເລັດໃຫ້ໄດ້, ບໍ່ວ່າກີ່ນຈະ ເໜັນປານໃດ, ງົວຈະດຸດັນປານໃດກໍ່ຕ້ອງໃຫ້ທັນເວລາ. ຄິດແນວນີ້ແລ້ວສຳເລັດທຸກໆຄັ້ງ. ງົວບາງຕົວນັ້ນ ດຸຫຼາຍໂດຍສະເພາະໃນຍາມປະສົບພັນ, ເວລາໄປໃກ້ມັນ ອາດຖີກຕີນດີດ. ສະນັ້ນ ຄວາມຢ້ານນີ້ຕິດຕົວສະເໜີ ແລະ ທາງແກ້ຄື ພະຍາຍາມ ຕ້ອມໆມັນໄປຫາຕົວແມ່ກ່ອນ ແລະ ຈິ່ງອາ ນາໄມ.

ບໍ່ໄດ້ເຮັດວຽກຄືດັ່ງທີ່ວ່າງແຜນໄວ້, ແຕ່ເປົ້າໝາຍທີ່ຢາກໄດ້ຈາກການເຮັດວຽກນັ້ນມັນຈັ່ງແມ່ນ ເຫຼືອຫຼາຍ. ຈາກການເຮັດວຽກໃນສາມ ເດືອນ ມັນເຮັດໃຫ້ຂ້າພະເຈົ້າສາມາດສື່ສານພາສາໂປໂລຍ ໄດ້ດີຂື້ນ ຈົນສາມາດສືສານກັບນັກຮຽນໃນມະຫາວິທະຍາໄລ ທີ່ເວົ້າພາສາໂປໂລຍ ເປັນພາ ສາແມ່ ໄດ້ເປັນຢ່າງດີ. ເງິນທີ່ໄດ້ຈາກຄ່າແຮງງານ, ກໍ່ຊື້ພົດຈະນານຸກົມທີ່ທັນສະໄໝທີ່ສຸດໃນເວລານັ້ນ ເພື່ອສ້າງໃຫ້ມີຄວາມເຂົ້າ ໃຈພາສາ ໄດ້ໄວ. ເຖິງວ່າວຽກດັ່ງກ່າວ ບໍ່ສາມາດຂຽນໃນປະຫວັດໃບສະມັກງານ ໃນໄລຍະຕໍ່ມາ, ແຕ່ມັນເປັນວຽກທີ່ມີຄູນຄ່າສຳລັບ ຊີວິດຂອງຂ້າພະເຈົ້າໃນ ປະຈຸບັນ. ໃນເວລານັ້ນ ເຮັດໃຫ້ຕົນເອງຮູ້ຄຸນຄ່າຂອງວຽກງານ ເຊິ່ງມີຫຼາຍກວ່າໜ້າທີ່ວຽກງານ. ໄດ້ຮັບຮູ້ສະພາບຄວາມເປັນມະນຸດທີ່ມີຈິດ ວິນຍານ, ມີຄວາມຮູ້ສຶກ, ແລະ ການດຳລົງຊີວິດເພື່ອຫາປະສົບການ ແລະ ຈະບໍ່ປ່ອຍໂອກາດມາຫາໂດຍບໍ່ມີການຂວາຍຄວ້າ. ຕົນເອງໄດ້ຮັບຮູ້ວ່າ: ມີພະລັງ, ອິດສະຫຼະພາບ ແລະ ຄວາມສາມາດ ທີ່ຈະເຮັດວຽກໃຫ້ສຳເລັດ ຖ້າຫາກຮູ້ນຳໃຊ້ມັນ ບໍ່ວ່າຈະໜ້າວຽກໃດ.

ທ່ານເດ່ມີປະສົບການເຮັດວຽກຄັ້ງທຳອິດແນວໃດ, ຮຽນ ແລະ ຖອດຖອນຫຍັງໄດ້ແນ່, ຊ່ວຍບອກຄົນອື່ນໆແດ່ເດີ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.