ທ່ານຈັກບໍ່ຄວາມຄິດຮອດບ້ານເກີດນັ້ນ ຈັ່ງແມ່ນຫົດຫູ່. ຂ້າພະເຈົ້າມີຄວາມຮູ້ສຶກດັ່ງກ່າວ ຄັ້ງທຳອິດ ຕອນເດີນທາງໄປສຶກສາທີ່ປະເທດ ໂປແລນ. ຈັ່ງແມ່ນຫວ່າງເວ່. ເຖິງຈະໄປກັບເພື່ອນທີ່ດີໆ ອີກ ສິບກວ່າຊີວິດ ແຕ່ຄວາມຮູກສຶກໂດດດ່ຽວປ່ຽວພອຍ ເຮັດໃຫ້ກັ້ນນຳ້ຕາໄວ້ບໍ່ໄດ້ ວັນທີ່ສອງ ໃນເມື່ອ ຕ້ອງຮູ້ວ່າຈະໄດ້ ມາຢູ່ນີ້ຕັ້ງ 6 ປີ.
ຖ້າຫາກຈະຈັດ 8 ສິ່ງມະຫັດສະຈັນ ຫຼື ສິ່ງທີ່ຂ້າພະເຈົ້າ ຄິດຮອດຫຼາຍ ທີ່ສຸດ ໜ້າຈະແມ່ນອາຫານລາວ ແລະ ຍັງມີສິ່ງອື່ນໆອີກ ທີ່ຈະບໍ່ ມີໃນປະເທດອື່ນ:
- ວັດວາອາຮາມທີ່ສວຍງາມ
ວັດຊຽງທອງ, ວັດຫໍພະແກ້ວ ແລະ ມີຫຼາຍວັດ ເປັນຈຸດສຸມວິຍານຂອງປະຊາຊົນໃນທ້ອງຖີ່ນ ຫຼື ທົ່ວທັງປະເທດ. ຈື່ໄດ້ວ່າ: ເວລາຍັງນ້ອຍ ມັກເຂົ້າວັດ ເພື່ອໄປເບິ່ງຮູບພາບ ແລະ ການແກະສະ ຫຼັກຮູບປັ້ນພະພຸດທະເຈົ້າ ໃນວັດໃກ້ໆບ້ານ. ຄວາມຮູ້ສຶກໜຶ່ງທີ່ເຂົ້າວັດ ກໍ່ຄືຄວາມ ສະຫງົບ, ມີລະບຽບ ແລະ ຄູບາທີ່ໃຫ້ການສິດສອນແຕ່ຄຸນນະທຳ. ເພີ່ນມັກຈະໃຫ້ພອນແຕ່ແນວດີໆ ເຊັ່ນ: ເປັນຄົນຮູ້ເດີ, ຮຽນໃຫ້ເກັ່ງເດີ ແລະ ຕ່າງໆນາໆ. ສິ່ງນີ້ຫາຍາກຫຼາຍຈາກສະຖານທີ່ອື່ນໆ.
- ວັດຖະນະທຳ
ການນຸ່ງຖືແມ່ຍິງ, ບຸນປີໃໝ່ລາວ, ບາສີສູ່ຂວັນ ແລະ ອື່ນໆ, ນີ້ເປັນລັກສະນະຂອງຊາດແທ້ໆ. ແມ່ຍິງເປັນເຄື່ອງໝາຍຂອງວັດຖະນະທຳລາວ. ໂດຍສະເພາະການນຸ່ງຖືຂອງແມ່ຍິງລາວ ຂອງຫຼາຍໆຊົນຊາດ ທີ່ເປັນເອກະລັກ. ໃນການເຂົ້າຮ່ວມກອງປະຊຸມຫຼາຍໆງານ ຮູ້ສຶກປະທັບໃຈທີ່ ເຫັນແມ່ຍິງລາວ ນຸ່ງສີ້ນເຂົ້າງານສຳຄັນໆ. ສີ້ນລາວ ເວົ້າລວມແລ້ວກໍ່ມີການປະຍຸກ ແລະ ສາມາດ ເຂົ້າງານສາກົນໄດ້ສະບາຍ. ການນຸ່ງສີ້ນ ບໍ່ໄດ້ສະແດງວ່າການດ້ອຍພັດທະນາ ແຕ່ເປັນການສະແດງການມີວັດຖະນະທຳ ທີ່ສາມາດກົມກືນກັບ ວັດທະນະທຳອື່ນໄດ້ດີ. ນອກນັ້ນ, ບຸນປີໃໝ່ ລາວ ທີ່ມີການຫົດນຳ້ກັນນັ້ນ ເຖິງຈະບໍ່ມີແຕ່ໃນລາວ ແຕ່ກໍ່ເປັນສີ່ງທີ່ຂ້າພະເຈົ້າ ຖືເປັນເທດສະການທີ່ມ່ວນຊື່ນແທ້. ເປັນມື້ທີ່ ຄົນທັງປະເທດ ຫົດສົງກັນ ຕາມທົ່ວທຸກໆແຫ່ງ ເຖິງຈະບໍ່ເຄີຍ ກັນມາກ່ອນ. ນອກນັ້ນ ປະເພນີຊົນຊາດຊົນເຜົ່າ ເປັນສິ່ງທີ່ຂ້າພະ ເຈົ້າປະທັບ ໃຈທີ່ສຸດ ການນຸ່ງ ຖືຂອງແຕ່ລະເຂດນັ້ນ ເປັນການສະແດງເອກະລັກ ແລະ ຮີດຄອງນັບເປັນພັນໆປີ.
- ອາຫານລາວ: ຕຳໜາກຫຸ່ງ, ແຈ່ວປາແດກ
ປີ້ງປາດຸກ, ຕຳໜາກຮຸ່ງ, ແຈ່ວປາແດກ, ລາບ ແລະ ຍັງມີອາຫານລາວຫຼາຍຢ່າງ ທີ່ຢູ່ນຳພື້ນບ້ານ ມີຣົດຊາດໜ້າລອງ ແລະ ຢາກລອງກິນອີກ. ສິ່ງດັ່ງກ່າວຫາໄດ້ຍາກຫຼາຍທີ່ຕ່າງປະເທດ. ເຖິງຈະມີຄ້າຍຄືກັນ ແຕ່ການປຸ່ງແຕ່ງຣົດຊາດນັ້ນ ບໍ່ຄືກັບຄົນລາວແນ່ນອນ. ເວລາທີ່ກິນອາຫານ ທີ່ຕ່າງປະເທດ ກໍ່ມັກຈະລອງອາຫານແບບໃໝ່ໆ ແຕ່ທຸກໆຄັ້ງແລ້ວຮູ້ສຶກ ຮູ້ບຸນຄຸນເຂົ້າໜຽວ ແລະ ຫຼາຍຣົດຊາດທີ່ລ້ຽງເກືອມາຈົນໃຫຍ່.
- ນຳໃຈຄົນລາວ: ຄົນລາວມີນຳ້ໃຈ, ເພື່ອແຜ່, ຮັກແພງ, ອົດທົນ, ດຸໜັ່ນ ແລະ ເສຍສະຫຼະ.
ບາງຄັ້ງທີ່ເດີນທາງໄປຕ່າງແຂວງ ຄົນທ້ອງຖີ່ນທີ່ກຳລັງກິນອາຫານມັກຈະເຊີນ ເຂົ້າຮ່ວມພາ ເພື່ອກິນປາຮ່ວມຕອນ. ແຕ່ຫຼາຍຄັ້ງ ຂ້າພະເຈົ້າ ເຫັນວ່າອາຫານທີ່ເພີ່ນມີນັ້ນ ໜ້ອຍຫຼາຍ ທຽບກັບສະມາຊິກໃນຄອບຄົວ ບາງຄັ້ງມີແຕ່ແຈ່ວ ແລະ ລວກຜັກປ່າສອງສາມຢ່າງ. ແຕ່ກໍ່ປື້ມໃຈ ຫຼາຍທີ່ເຫັນນຳ້ໃຈ ຈາກຄົນທີ່ບໍ່ແມ່ນພີ່ນ້ອງ ຮ່ວມສາຍເລືອດດຽວກັນ ຍັງມີຄວາມກະລຸນາ. ສິ່ງນີ້ຫາໄດ້ຍາກຫຼາຍຈາກປະເທດອື່ນ.
- ສັບພະຍາກອນທຳມະຊາດ: ຕົ້ນໄມ້, ນຳ້ຕົກ, ແຫຼ່ງທ່ອງທ່ຽວ
ປະເທດລາວເປັນປະເທດທີ່ຮັ່ງມີສັບພະຍາກອນທຳມະຊາດ. ເຊັ່ນ: ຕົ້ນໄມ້ມີຄ່າ, ນຳ້ຕົກ ແລະ ແຫຼ່ງທ່ອງທ່ຽວທີ່ສ່ວຍງາມ. ຈື່ໄດ້ວ່າ ຕອນຍັງນ້ອຍ ຈະມີວິຊາບົດທ່ອງຂື້ນໃຈ ຄຳສັບກ່ຽວ ກັບປະເພດຕົ້ນໄມ້, ສາຂາແມ່ນຳ້ຂອງ ແລະ ແຮ່ທາດທີ່ລາວມີນັ້ນ ເປັນສິ່ງທີ່ຈື່ຍາກທີ່ສຸດ ເພາະຂ້າພະເຈົ້າ ບໍ່ເຄີຍເຫັນຈັກເທື່ອວ່າເປັນແນວໃດ. ແຕ່ເມື່ອໃຫຍ່ມາ ຈິ່ງຮູ້ວ່າ ສິ່ງທີ່ຕົນເອງ ອ່ານນັ້ນ ເປັນສິ່ງທີ່ ລາວຄວນເອກອ້າງ, ເສີມຂະຫຍາຍ ແລະ ປົກປັກຮັກສາ.
- ພາສາລາວ
ການຂຽນທີ່ເປັນເອກະລັກນັ້ນ ເປັນສິ່ງທີ່ຫຼາຍໆປະເທດເອກະລາດບໍ່ມີ. ເຊັ່ນ: ຫຼາຍໆປະເທດ ຕ້ອງໄດ້ຍືມພາສາອື່ນມາໃຊ້ແທ່ນ ຫຼື ພາສາທ້ອງ ຖີ່ນ ຖືກລົບລ້າງ. ເວລາເຈີ້ຄົນ ຕ່າງປະເທດ, ຄົນຕ່າງປະເທດມັກຮ້ອງຂໍໃຫ້ ຂຽນຊື່ພວກເພີ່ນເປັນພາສາລາວ. ຫຼາຍຄົນຮູ້ສຶກດີ ແລະ ມັກອັກສອນລາວຫຼາຍ ແລະ ປະທັບໃຈທີ່ເຫັນຊື່ຂອງພວກເພີ່ນ ສະແດງອອກໃນເຄື່ອງໝາຍທີ່ແຕກຕ່າງ.
- ຊົນຊາດ ຊົນເຜົ່າ
ມີພາສາຫຼາຍພາສາເວົ້າກັນໃນລາວ ແລະ ມີຫຼາຍຮີດຄອງປະຕິບັດກັນມາ. ຂ້າພະເຈົ້າເຫັນແລ້ວ ປະທັບໃຈໃນການປະສົບກົມກືນ ຂອງຄວາມ ແຕກຕ່າງ ທາງດ້ານວັດຖະນະທຳ, ຮີດຄອງປະ ເພນີ ແລະ ສາດສະໜາ ເຂົ້າເປັນອັນດຽວກັນ. ທັງໝົດນີ້ເຮັດໃຫ້ກາຍເປັນປະເທດ “ລາວ”. ຈາກຫຼາຍໆປະເທດທີ່ໄດ້ເດີນທາງ, ເຫັນວ່າຕາມທ້ອງຖະໜົນ ຄືກັນໝົດ, ເຊັ່ນ: ລອນດອນ ປະເທດ ອັງກິດ: ຜູ້ຊາຍຈະນຸ່ງສູດໝົດ, ແມ່ຍິງ ກໍ່ຄ້າຍກັນ. ແຕ່ລາວພັດອີກແບບ. ໄປທາງເໝືອ ກໍ່ແບບໜຶ່ງ, ທາງກາງ ແລະ ທາງໃຕ້ກໍ່ແບບໜຶ່ງ. ສົມພໍນັກທ່ອງທ່ຽວຈິ່ງມັກມາລາວ ເພາະສາ ມາດເຫັນຫຼາຍຢ່າງໃນເວລາ ໜຶ່ງອາທິດ.
- ພັກ ແລະ ລັດຖະບານ
ຈະມີຈັກປະເທດທີ່ເອກອ້າງເປັນປະເທດ ໄດ້ຄືກັບລາວ. ທ່ານຈັກບໍ່ວ່າ ຍັງມີຫຼາຍໆປະເທດ ບໍ່ມີເອກະລາດ ແລະ ຍັງເປັນເສິກກັນບໍ່ທັນແລ້ວ ຫຼື ບໍ່ກໍ່ມີສົງຄາມກາງເມືອງລົບກວນການ ພັດທະນາປະເທດຢູ່. ຍ້ອນການນຳພາຂອງພັກ ແລະ ລັດ ໃນແຕ່ກ່ອນຈົນຮອດປະຈຸບັນ, ປະເທດລາວ ຈິ່ງມີຜື່ນແຜນດິນທຸກໆມື້ນີ້. ວຽກງານການນຳພາບໍ່ແມ່ນເລື່ອງງ່າຍ ປະເທດມະຫາອຳນາດ ເຊັ່ນ: ອາເມລິກາ, ຈີນ ຫຼື ຍີ່ປຸ່ນ ເຊິ່ງເປັນປະເທດ ທີ່ມີນັກວິທະຍາສາດຫຼາຍທີ່ສຸດ ແລະ ມີທີມງານວິຊາການທີ່ເກັ່ງລະດັບໂລກ ແຕ່ກໍ່ພົບປັນຫາຫຼາຍໆຢ່າງທ້າທາຍ ການນຳ. ຍາມໃດກໍ່ໄວ້ ເນື້ອເຊື່ອໃຈກັບການນຳພາອັນສະຫຼາດສ່ອງໃສ ໃນທຸກໆໜ້າທີ່ວຽກງານ.
ທ່ານເດ່ມີຫຍັງແດ່ປະທັບໃຈ ແລະ ຢາກຈົດຈຳ ຫຼື ເລົ່າໃຫ້ຕ່າງປະເທດຮູ້ກ່ຽວກັບ ປະເທດລາວ?