ຄົນລາວເຮົາສາມາດເຂົ້າໄດ້ທຸກໆວັດຖະນະທຳ ແລະ ສົນໃຈການປະຕິບັດສາດສະໜາຂອງຫຼາຍໆປະເທດ ຕາບໃດທີ່ບໍ່ມີການບຽດບຽນ. ໃນເທດສະການ “ຄີດສມາດສ” ເປັນການສະຫຼອງຂອງ ຄົນທີ່ຖືສາດສະໜາຄີດສ, ແລະ ແນ່ນອນ ເດັກນ້ອຍລາວກໍ່ມ່ວນກັບເທດສະການດັ່ງກ່າວຫຼາຍ ເພາະເຂົາເຈົ້າຈະໄດ້ຂອງຂັວນ ແລະ ພັກຜ່ອນ.
ຫຼາຍຄົນອາດຄິດວ່າ ໄລຍະດັ່ງກ່າວເປັນຊ່ວງເວລາທີ່ມີຄວາມສຸກທີ່ສຸດຂອງເດັກນ້ອຍຫຼາຍໆຄົນ. ທີ່ຕ່າງປະເທດກໍ່ບໍ່ແມ່ນຈະເປັນເທດສະການແຫ່ງຄວາມສຸກໝົດສະເໜີໄປ. ເດັກນ້ອຍກຳພ້າ, ແລະ ທຸກຈົນກໍ່ມີຫຼາຍ ດັ່ງນັ້ນ ເທດສະການດັ່ງກ່າວເປັນໄລຍະທີ່ຫົດຫູ່ຫຼາຍ ເພາະວ່າພໍ່ແມ່ອາດຈະບໍ່ມີຂອງຂັວນຫຍັງໃຫ້ແກ່ເຂົາເຈົ້າເລີຍ. ແຕ່ກໍ່ມີມູນລະນິທິ ຈາກໂບດ ທີ່ໄດ້ເຮັດໜ້າທີ່ເປັນ ຜູ້ໃຫ້ແທ່ນ. ເຂົາເຈົ້າໄດ້ເອົາເຂົ້າໝົມ ແລະ ຂອງຂັວນທີ່ໄດ້ຮັບບໍລິຈາກ ຈາກຄົນອື່ນເພື່ອໄປແຈກຕາມບ້ານຕ່າງໆ. ໂດຍລວມແລ້ວເຮັດໜ້າທີ່ແທ່ນ “ຊານຕ້າ ຄອດສ”.
ສິ່ງທີ່ເດັກນ້ອຍມັກຫຼາຍທີ່ສຸດແມ່ນ ການປະກົດຕົວໃນຮູບແບບກະຕູນ ທີ່ມີຊື່ວ່າ: ຊານຕ້າ ຄອດສ ຫຼື ມີຊື່ເປັນອັງກິດວ່າ Santa Claus . ທີ່ຈິ່ງແລ້ວ “ຊານຕ້າ ຄອດສ” ເປັນເລື່ອງເລົ່າກັນວ່າ ລາວເກີດເມື່ອ ສັດຕະວັດທີ່ສາມ ທີ່ຂົງເຂດໃນປະຈຸບັນນີ້ເປັນປະເທດ ກີດສ ແລະສ່ວນໜຶ່ງກໍ່ເປັນຂອງປະເທດ ຕຸລະກີ. ລາວເກີດໃນຄອບຄົວທີ່ຮັ່ງມີ ທີ່ໄດ້ຮັບການສິດສອນໃຫ້ກາຍເປັນ ຊາວຄີດສຜູ້ທີ່ມີຄວາມກາລຸນາ ແຕ່ພໍ່ແມ່ຂອງລາວເສຍຊີວິດແຕ່ຕອນຍັງນ້ອຍໆດ້ວຍພະຍາດ. “ຊານຕ້າ ຄອດສ” ເປັນຜູ້ທີ່ເຊື່ອໃນ ພະເຍຊູ ເຊິ່ງສອນໃຫ້ປະກອບອາຊີບດ້ວຍການຂາຍໃນສິ່ງທີ່ຕົນເອງມີ ແລະ ເອົາເງິນຊ່ວຍເຫຼືອຄົນທຸກຈົນ. ນອກນັ້ນ ຍັງໄດ້ຊ່ວຍເຫຼືອຄົນທີ່ຂາດເຂີນດ້ານວັດຖຸ, ຄົນເຈັບປ່ວຍ ແລະ ຄົນທີ່ຕົກທຸກ. ລາວໃຊ້ເວລາທັງຊີວິດເພື່ອຮັບໃຊ້ ພະຜູ້ເປັນເຈົ້າ ແລະ ເປັນຜູ້ຖືສິນ. ຫຼາຍໆຄົນຮັບຮູ້ຄວາມດີອັນໜຶ່ງຂອງລາວທີ່ວ່າ ຈະເປັນຄົນເພື່ອແຜ່ ແກ່ຄົນທີ່ຂາດເຂີນ, ຮັກເດັກ ແລະ ປົກປັກຮັກສາຄົນເດີນເຮືອ ແລະ ຕ້ານໄພອັນຕະລາຍຕ່າງໆທີ່ອາດເກີດຂື້ນໃນການເດີນເຮືອ. ໃນທຸກໆວັນທີ່ 24 ເດືອນ 12 ຂອງແຕ່ລະປີ ລາວຈະເດີນທາງເອົາຂອງຂັວນໄປມອບໃຫ້ແກ່ເດັກນ້ອຍ ກ່ອນວັນຄີດສມາດ ໃນວັນທີ 25 ເດືອນ 12 ຂອງທຸກໆປີ.
ມີເພື່ອນຫຼາຍໆຄົນ ໄດ້ຮັບຂອງຂັວນໃນວັນດັ່ງກ່າວ ຈາກໜູ່ເພື່ອນກັນເອງ. ບາງຄັ້ງກໍ່ບໍ່ແມ່ນແນວແພງຫຼາຍ ແຕ່ເປັນການສະແດງນໍ້າໃຈ ເຊິ່ງກັນ ແລະ ກັນ. ມີຫຼາຍຄັ້ງ ໃນເວລາທີ່ຮຽນໃນຕ່າງປະເທດ, ຈະມັກມີເດັກນ້ອຍ ມາເຄາະປະຕູ ແລະ ຮ້ອງເພັງອ່ວຍພອນໃຫ້. ຄັ້ງໜື່ງ ມີເດັກນ້ອຍຊາຍມາເຄາະປະຕູ ແລະ ລາວກໍ່ຕົກໃຈເມື່ອເປີດປະຕູມາແລ້ວເຫັນຂ້າພະເຈົ້າບໍ່ແມ່ນຄົນຫົວແດງ. ແຕ່ບາດແລ້ວກໍ່ຕັ້ງໃຈຮ້ອງເພັງອວຍພອນ. ຕອນທຳອິດກໍ່ບໍ່ເຂົ້າໃຈພາສາແດ່ ຕົນເອງຕັ້ງໃຈຢືນຝັງ, ຝັງເພັງສອງເພັງ ແລ້ວກໍ່ບໍ່ຈັກຈະເຮັດ ຈົນເດັກນ້ອຍໜ້າແດງ-ອາຍ ແລ້ວກໍ່ແລ່ນໜີ ໄປເຄາະປະຕູໄໝ່ ແລະ ກໍ່ຮ້ອງເພັງ. ຕົນເອງກໍ່ຍັງງົງ ແລະ ກໍ່ຢືນເບິ່ງ ເຫັນສາວຄົນນັ້ນເອົາເຂົ້າໝົມໃຫ້ລາວ ແລະ ກໍ່ອວຍພອນ ກັບເງິນໜ້ອຍໜຶ່ງ. ເຫັນແລ້ວກໍ່ແລ່ນນຳ ເພື່ອມີສິ່ງໃດໜຶ່ງແດ່ໃຫ້ເດັກນ້ອຍຜູ້ນັ້ນ. ສິ່ງທີ່ໃຫ້ກໍ່ມີແຕ່ເຂົ້າໝົມ ຫຼື ກໍ່ສິ່ງເລັກໆນ້ອຍ. ເຂົາເຈົ້າກໍ່ບໍ່ຕ້ອງການຫຍັງຫຼາຍ ນອກຈາກການໃຫ້ຄຳອວຍພອນດີໆ. ເດັກນ້ອຍດັ່ງກ່າວສ່ວນໃຫຍ່ແມ່ນມາຈາກໂບດ ແລະ ກໍ່ຖືກສອນຮ້ອງເພັງຄັກແນ່.
ເທດສະການ ຄີດສມາດ ຍັງເປັນໂອກາດທ້າຍສຸດຂອງປີ ໃນການສ້າງລາຍຮັບກ່ອນສິນຄ້າໄໝ່ໆຈະເຂົ້າມາ ໃນປີໜ້າ. ມີຫຼາຍຮ້ານໄດ້ຫຼຸດລາຄາ, ລົດແລກ ແລະ ແຈກແຖມ ເປັນການໃຫຍ່. ແນ່ນອນ ໂອກາດດັ່ງກ່າວເຮັດໃຫ້ຄົນສາມາດຊື້ໄດ້ຫຼາຍຂື້ນຍ້ອນລາຄາຈະຖືກລົງຫຼາຍ. ຂ້າພະເຈົ້າກໍ່ເປັນຄົນໜຶ່ງມັກຈະຈັບຈ່າຍໃນເວລານີ້ເປັນພິເສດ ເພາະມີຫຼາຍໆອັນນັ້ນແພງຫຼາຍ ໃນຕອນຕົ້ນປີ ແລະ ຈະຖືກຫຼາຍໃນຍາມນີ້. ເກືອບວ່າເກັບເງີນມາເພື່ອຊື້ເຄື່ອງທ້າຍປີສະເພາະ.
ເທດສະການດັ່ງກ່າວ ຍັງເປັນການອະທິຖານແນວດີໆ ທີ່ຈະມີມາໃນປີຕໍ່ໜ້າ. ທັງຍັງເປັນການລົບລ້າງຄວາມມົ່ນໝອງ ໃຫ້ອອກໄປ ແລະ ມີແຕ່ສິ່ງດີໆເຂົ້າມາ. ເມື່ອມາເບິ່ງນິຍາຍຂອງ ຊານຕ໋າ ຄອດສ ແລ້ວ ເຮົາຈະເຫັນວ່າລາວເປັນຜູ້ໃຫ້. ສຳລັບຂ້າພະເຈົ້າ ແລ້ວຄິດວ່າ ເຮົາຄວນເຮັດທຸກວັນໃຫ້ເປັນຄືວັນ ຄີດສມາດ ຄືເຮັດເປັນວັນຂອງການໃຫ້. ເຮົາຄວນສ້າງໂອກາດການໃຫ້ໃນແຕ່ລະວັນເພາະຄົນເຮົານັ້ນບໍ່ຮູ້ວ່າອາຍຸທີ່ແທ້ຈິງຂອງການມີຊີວິດນັ້ນຄືມື້ໃດ. ຖ້າທ່ານມີແນວດີໆ ແລ້ວຈົ່ງຢ່າເກັບໄວ້, ທ່ານຈົ່ງເປັນຄົນຮູ້ຈັກໃຫ້. ໃຫ້ຕົນເອງ ແລະ ໃຫ້ຄົນອື່ນ. ສິ່ງທີ່ໃຫ້ໄດ້ແບບບໍ່ຕ້ອງເສຍເງິນກໍ່ຄືຄວາມເມດຕາ, ຮອຍຍີ້ມ, ຄຳເວົ້າດີໆ, ໃຫ້ອະໄພ ແລະ ບໍ່ຄິດບຽດບຽນ. ຫຼື ຖ້າທ່ານເປັນນັກທຸລະກິດ ທ່ານກໍ່ອາດຈະຫຼຸດລາຄາ ແລະ ໃຫ້ການບໍລິການພິເສດ ເພື່ອລູກຄ້າ.