ຄວາມຄິດຢ້ານ, ກັງວົນ, ແລະ ການຈິນຕະນາການສິ່ງທີ່ຍັງບໍ່ທັນເກີດນັ້ນ ຈະມີໃນທຸກໆໄວຄົນ. ນັກຮຽນມັກຈະກັງວົນກັບການເສັງ. ພະນັກງານຢາກໄດ້ຕຳແໜ່ງ. ເຈົ້ານາຍຕ້ອງການຜົນກຳໄລ ແລະ ການຂະຫຍາຍຕົວຂອງທຸລະກິດ. ນອກນັ້ນມີຄວາມຢ້ານຕາຍ, ອຸບັດຕິເຫດ ແລະ ເສຍຂອງຮັກເປັນຕົ້ນ ຫຼື ການເກີດຂື້ນສິ່ງທີ່ບໍ່ເປັນມົງຄົນ.
ສິ່ງທີ່ກ່າວມານັ້ນ ຈະສ້າງຄວາມກົດດັນຫຼາຍ ເພາະເປັນການຄິດທີ່ນອນໃນລັກສະນະດ້ານລົບ ຈະເຮັດໃຫ້ຕົນເອງນັ້ນບໍ່ເປັນສຸກ. ສຳລັບຕົນເອງແລ້ວ ກໍ່ບໍ່ຕ່າງຫຍັງຈາກຄົນອື່ນ. ກໍ່ຈະມີຄວາມຢ້ານສະເໜີ. ຂ້າພະເຈົ້າໄດ້ໃຊ້ເວລາຫຼາຍປີ ໃນການຂຽນ ແຕ່ກໍ່ມີຄວາມຢ້ານຫຼາຍໆຢ່າງ ເຊັ່ນ: ຢ້ານດີບໍ່ພໍ, ຢ້ານບໍ່ມີຄົນອ່ານ, ຢ້ານຄົນຫົວຂັວນ ແລະ ຕ່າງໆນ່າໆ. ຄວາມຢ້ານດັ່ງກ່າວເຮັດໃຫ້ຂ້າພະເຈົ້າ ບໍ່ກ້າເອົາບົດຂຽນ ແລະ ການຄົ້ນຄິດອອກມາສູ່ສາຍຕາສັງຄົມ. ຕອນທຳອິດທີ່ເອົາບົດອອກໃຫ້ຄົນອ່ານທາງສື່ອອນໄລ ເກີດຄວາມປະຫຼາດໃຈຫຼາຍເພາະໄດ້ຮູ້ວ່າຄົນລາວບໍ່ມັກອ່ານ. ສິ່ງນີ້ແຕກຕ່າງຈາກຄຳເວົ້າຂອງຄົນອື່ນທີ່ເວົ້າວ່າ: ຄົນລາວບໍ່ຮັກການອ່ານ. ໃນຕໍ່ໆມາ, ກໍ່ຍິ່ງມີຄົນອ່ານຫຼາຍຂື້ນອີກ. ຈົນເຮັດໃຫ້ເຫັນໄດ້ວ່າ ສິ່ງທີ່ເຮົາເຄີຍຢ້ານນັ້ນບໍ່ເປັນຄວາມຈິງເລີຍ. ມັນເປັນແຕ່ແນວຄວາມຄິດ.
ລະບົບການຄິດມີອິດທິພົນໃນການດຳລົງຊີວິດຂອງຄົນເຮົາ. ເຊິ່ງເປັນຈຸດເລີ່ມຕົ້ນໃນການສ້າງປະສົບການໃນຊີວິດປະຈຳວັນ. ຈາກຄວາມຄິດ ເປັນການພັກດັນໃຫ້ມີການກະທຳ ແລະ ສ້າງຈິດສຳນຶກໃນການຈັດຕັ້ງປະຕິບັດ ແລະ ທີ່ແນ່ນອນແມ່ນການສ້າງມູມມອງການເບິ່ງໂລກຂອງເຮົາ.
ຄົນເຮົາມັກຈະຄິດຫາອາດີດ ຫຼື ໃສ່ອານາຄົດ ຈົນເຮັດໃຫ້ລືມໄປວ່າຕົນເອງກຳລັງເຮັດຫຍັງຢູ່ໃນປະຈຸບັນ ແລະ ແນ່ນອນຕົນເອງຈະບໍ່ພົບກັບຄວາມສຸກ ແຕ່ຈະເປັນການຊອກຫາໂອກາດທີ່ຈະມີໃນຂ້າງໜ້າ ຫຼື ທີ່ມີມາແລ້ວໃນອາດີດ. ດັ່ງນັ້ນ ການທີ່ຄົນເຮົາຄິດດີ ຫຼື ຮ້າຍກໍ່ຈະສົ່ງຜົນສະທ້ອນກັບຮູບແບບການດຳລົງຊີວິດຂອງຄົນເຮົາເຊັ່ນດຽວກັນ. ຈາກຄວາມຄິດກໍ່ມັກຈະພາໃຫ້ເກີດມີການກະທຳ ຫຼື ມີພະລັງສົ່ງໃຫ້ເຮົາຕົກໃນສະພາບແວດລ້ອມຄືທີ່ເຮົາຈິນຕະນາການ.
“ຄົບຄົນດີມີສີແກ່ຕົວ, ຄົບຄົນຊົ່ວພາຕົມມົ່ນໝອງ” ຫຼື “ຄົບຄົນຊົ່ວ, ຄົນຊົ່ວພາໄປຫາຜິດ; ຄົບບັນດິດ, ບັນດິດພາໄປຫາຜົນ” ຄົນຊົ່ວກໍ່ຈະມັກປະພຶດບໍ່ດີ. ເຂົາເຈົ້າກໍ່ມັກຈະຄິດແຕ່ເອົາປຽບ, ລັກໂລບຄົນອື່ນ. ໃນທາງກົງກັນຂ້າມ ຫາກເຮົາຄົບກັບຄົນທີ່ ມີຈັກຍາບັນ, ສິນທຳ, ແລະ ບໍ່ເອົາປຽບໜູ່ຄູ່ແລ້ວ, ເຂົາເຈົ້າກໍ່ຈະພາສ້າງສາ ສິ່ງທີ່ດີໆ ແລະ ເປັນປະໂຫຍດ. ຄວາມຄິດຂອງຄົນເຮົາກໍ່ເຊັ່ນດຽວກັນ. ຄວາມຄິດອະກຸສົນຈະກໍ່ໃຫ້ເກີດມີຄວາມທໍ້ແທ້ ແລະ ບໍ່ມີຄວາມສະຫງົບ.