ການແຕ່ງງານມັກມີຫຼາຍປັດໃຈເຂົ້າມາກ່ຽວຂ້ອງ. ມັນຫຼາຍກ່ວາການມີສຳພັນທາງກາຍ ແລະ ຈິດໃຈຂອງສອງບ່າວສາວ. ປັດໃຈທາງສັງຄົມເປັນຕົ້ນຄອບຄົວທີ່ມີຖານະ ມັກຈະມີຜູ້ໃຫຍ່ເຂົ້າມາມີສ່ວນຮ່ວມໃນການຕັດສິນໃຈຊີວິດຄູ່.
ເຊື້ອສາຍກະສັດ, ມັກເປັນທີ່ຈັບຕາ. ການຕັດສິນໃຈແຕ່ງງານກັບຄົນນອກເປົ້າໝາຍ ຫຼື ວົງຕະກູນ ອາດໝາຍເຖິງການສີ້ນສຸດ ພັນທະທາງເຊື້ອສາຍກະສັດ. ຫຼາຍຄົນຍອມຢູ່ນອກກົດເກນຂອງພະຣາດຊະວັງ ແລະ ມາຢູ່ກັບຄົນທີ່ຕົນເອງເລືອກ, ຫຼາຍກວ່າຄົນອື່ນເລືອກໃຫ້. ດັ່ງທີ່ໄດ້ຍິນຂ່າວ ຂອງເຈົ້າຍິງຍີ່ປຸ່ນ, ທີ່ຍອມສະລະການເປັນເຊື້ອພະວົງ, ເພາະເລືອກແຕ່ງກັບຄົນ ນອກເຊື້ອສາຍກະສັດ. ເບິ່ງຢ່າງໜື່ງກໍ່ຄືວ່າພໍ່ແມ່ ແລະ ພີ່ນ້ອງເລືອດເຢັນ, ບັງຄັບໃຫ້ລູກແຕ່ງກັບຜູ້ທີ່ເຂົາເຈົ້າບໍ່ມັກ. ໃນຫົວອົກ ຂອງພໍ່ແມ່, ໜ້າຕາທາງສັງຄົມ, ອິດທິພົນ, ຜົນປະ ໂຫຍດຂອງການເຊື່ອມ ສາຍສຳພັນກັບຄອບຄົວຄົນອື່ນນັ້ນກໍ່ຖືກນຳມາພິຈາລະນາ. ທີ່ສຳຄັນ, ການມີຊີວິດຄູ່, ກໍ່ແມ່ນໝາຍເຖິງການແບ່ງສັບສິນ ແລະ ອຳນາດໃນຕົວ. ຫຼາຍຄົນທີ່ເປັນນາຍ, ມັກຈັດສັນໃຫ້ລູກໆແຕ່ງກັບເຊື້ອສາຍ ແລະ ຊົນຊັ້ນດຽວກັນ ເພື່ອຈະໄດ້ຄໍ້າຊູກັນ ຫຼື ແບ່ງຜົນປະໂຫຍດໃຫ້ແກ່ກັນແລະກັນງ່າຍຂື້ນ.
ບໍ່ສະເພາະແຕ່ເງິນທອງ ແລະ ໜ້າຕາທາງສັງຄົມເທົ່ານັ້ນ, ການເມື່ອງກໍ່ຖືເປັນບັນຫາໃຫຍ່ຫຼາຍ. ລູກຫຼານເຊື້ອສາຍ ນັກການເມືອງ, ການແຕ່ງງານກັບຄົນທີ່ມີລະບອບການເມືອງແຕກຕ່າງກັນ ຫຼື ເປັນຕ່າງຊາດແລ້ວ ຫຼາຍຄອບຄົວພໍ່ແມ່ຮັບບໍ່ໄດ້. ເມື່ອເວົ້າຄວາມລັບຂອງຊາດຍິ່ງເປັນການສ່ຽງ. ໃນປະເທດທີ່ມີຫຼາຍພັກການເມື່ອງ, ຫາກພໍ່ແມ່ຢູ່ໃນຄົນລະພັກການເມື່ອງຕ່າງຈາກຄົນຮັກຂອງລູກ ອາດເຮັດໃຫ້ ທັງສອງຄອບຄົວບໍ່ສາມາດແຕ່ງງານກັນໄດ້ ຫຼື ມັກມີປາກສຽງກັນຍ້ອນແນວທາງການເມືອງແຕກຕ່າງກັນ. ຜົວເມຍເປັນຄູ່ໃກ້ຊິດກັນທີ່ສຸດ, ມີຫຍັງກໍ່ມັກຈະເວົ້າໃຫ້ກັນຟັງ. ດັ່ງນັ້ນ, ຫາກແຕ່ງງານກັບຄົນຕ່າງປະເທດທີ່ມີລະບອບການເມືອງແຕກຕ່າງກັນ, ກໍ່ອາດເຮັດໃຫ້ເປັນການເສຍໂອກາດທາງການເມືອງ ຫຼື ອາດເປັນການເສຍຄວາມສັບທາງການເມືອງໃນຕົວ.
ສະເພາະສາດສະໜາກໍ່ຍິ່ງເປັນສິ່ງຕ້ອງຫ້າມໃນຫຼາຍໆສາດສະໜາ. ບາງສາດສະໜາ ຕ້ອງໄດ້ປ່ຽນສາດສະໜາໃຫ້ຄືກັນກ່ອນ ຈິ່ງແຕ່ງງານນຳກັນໄດ້. ການປະຕິບັດສາດສະໜາ ເປັນກິດຈະວັດຂອງຄົນເຮົາ, ຫາກມີຄວາມເຊື່ອຕ່າງກັນ, ກໍ່ເຮັດໃຫ້ທັງສອງ ມີການປະຕິບັດປະເພນີທາງສາດສະໜາທີ່ແຕກ ຕ່າງກັນອອກໄປ. ທັງຍັງມັກເຮັດໃຫ້ຜິດຖຽງ ກັນຫາກຕ່າງຄົນຕ່າງເປັນຄົນ ຖືສາດສະໜາຢ່າງຈິງຈັ່ງ. ພໍ່ແມ່ຫຼາຍຄູ່ກໍ່ເບິ່ງເລື່ອງນີ້ຄືກັນ ແລະ ມັກມີການພັກດັນໃຫ້ຄູ່ຮັກຂອງລູກປ່ຽນສາດສະໜາ ຫຼື ຢຸດຮັກກັນ. ບາງສາດສະໜາ, ບໍ່ກິນໜູ. ຫາກຄົນໃດໄດ້ຜົວຫຼືເມຍທີ່ຖືສາດສະໜານັ້ນ, ກໍ່ຈຳເປັນຕ້ອງງົດໝູໝົດທັງບ້ານ. ແນ່ນອນ, ເຂີຍທີ່ມາອາໃສ ກໍ່ຈະສ້າງຄວາມທຸກໃຫ້ແກ່ຄົນໃນຄອບຄົວ ຫຼື ເຂີຍຕ້ອງທົນທຸກຫາກເຫັນ ຄົນຄອບຄົວເມຍກິນໝູ.
ບໍ່ສະເພາະແຕ່ຄົນຮັ່ງມີທີ່ຖືກຕະກູນຊ່ວຍຕັດສິນວ່າສາມາດແຕ່ງກັບໃຜໄດ້ແດ່. ຄົນທຸກກໍ່ກາຍເປັນສ່ວນໜຶ່ງຂອງສະພາບນີ້. ອາດຖືກເອີ້ນວ່າເປັນການຄ້າມະນຸດ, ຫາກຈະເຮັດແນວໃດ ຖ້າຝ່າຍຊາຍຍິນຍອມຈ່າຍພັນທະທາງຄອບຄົວ, ແລະ ຈົດທະບຽນ ແຕ່ງງານຕາມກົດໝາຍ. ແມ່ຍິງເຂດບ້ານນອກໃນປະເທດດ້ອຍພັດທະນາຫຼາຍປະເທດ, ຍອມຕົກເປັນຈຳເລີຍຖືກຕ້ອງຕາມ ກົດໝາຍ. ບາງຄົນກໍ່ເປັນຄົນທີ່ແກ່ຫຼາຍ, ແລະ ຕ້ອງການໃຜຈັກຄົນຊ່ວຍເບິ່ງແຍ່ງ. ຈິ່ງໄດ້ເດີນທາງມາທີ່ປະເທດດ້ອຍພັດທະ ນາ ເພື່ອຊອກຫາໂອກາດດັ່ງກ່າວ. ສັງເກດເຫັນຍິງຫຼາຍຄົນກໍ່ຖືວ່າເປັນການໃຫ້ການຊ່ວຍເຫຼືອທາງກາຍ ແລະ ຢູ່ນຳກັນໄດ້. ເພາະຄົນທີ່ມາຂໍຢູ່ນຳກໍ່ມີພື້ນຖານການເງິນດີພໍຢູ່ໃນປະເທດຕົນເອງໄດ້. ແຕ່ຈະໃຫ້ມີຄວາມຮັກແທ້ໆນັ້ນເປັນໄປບໍ່ໄດ້.
ເຖິງຈະມີຫຼາຍຄູ່ຢູ່ນຳກັນແບບບໍ່ໄດ້ມີຄວາມຮັກແມ່ນແຕ່ນ້ອຍດຽວ, ແຕ່ຄູ່ທີ່ວ່າຕົນເອງເລືອກເອງ, ຊອກເອງ, ຫາເງິນແຕ່ງເອງ, ຂໍໃຫ້ພໍ່ແມ່ຊ່ວຍແຕ່ງໃຫ້ ຫຼື ເຄີຍຕີກັນຍາດສາວເມຍມາຄອງ ຫຼື ອາດເບິ່ງເຂົາເຈົ້າເປັນເທບພະບຸດມາເກີດເພື່ອປົກປ້ອງນາງຟ້າ ນ້ອຍຜູ້ດຽວດາຍກັບກາຍເປັນມານພາຍໃນພິບຕາ. ບາງຄົນບໍ່ຮອດປີແລ້ວປະກັນ ຫຼັງຈາກງານດອງອັນມະໂຫລານເພື່ອສະຫຼອງ ຄວາມຮັກອັນວ່າຍິ່ງໃຫຍ່. ຄວາມຮັກທີ່ວ່າມີບໍ່ສຸດສີ້ນກັບຫາຍໄປໄວກວ່າແສງ.
ໃນສະພາບອີກອັນໜຶ່ງ, ຄວາມຮັກກໍ່ມີການປ່ຽນແປງ. ຄູ່ທີ່ວ່າເຄີຍຮັກກັນເອົາແທ້ເອົາວ່າ ແຕ່ພໍລູກໃຫຍ່ແລ້ວ ຄວາມຮັກກັບກາຍ ເປັນສາຍສຳພັນເພື່ອນມິດ, ຢຸດການຄິດສະເໜ່ຫາ, ຢຸດການຫວງ ແຫນ, ແຕ່ຍັງຄົງໄວ້ຄວາມອາທອນ ທີ່ຈະຄ່ອຍເບິ່ງແຍງກັນ ໃນຍາມເຈັບໄຂ້ ແລະ ຊ່ວຍກັນລ້ຽງລູກໃຫ້ໃຫຍ່. ບາງຄູ່ກັບອອກສຽງວ່າ ຄວາມຮັກທີ່ເຄີຍມີຈັກຫາຍໄປໃສໝົດ. ຈາກທີ່ເຄີຍ ຄິດສະເໜ່ຫາ, ແຕ່ກັບເປັນຄວາມຮູ້ສຶກຫວ່າງເປົ່າ. ຫາກໃຜບໍ່ມີຫຼັກໜັ້ນ, ນີ້ອາດເປັນສາເຫດ ເຮັດໃຫ້ຕົນເອງ ຕົກຮັກ ຫຼື ສົນໃຈກັບຄົນໜ້າຕາໃໝ່ໆເຂົ້າມາໃນຊີວິດ ຫາກເມື່ອສາຍສຳພັນເຫຼົ່ານັ້ນໝົດໄປ.
ຄົນທີ່ເລືອກແຕ່ງກັບຄົນທີ່ຮັກ, ກໍ່ບໍ່ໄດ້ໝາຍວ່າຊີວິດແຕ່ງງານຈະຍືນຍາວກ່ວາຄົນທີ່ຖືກໜັ້ນໝາຍໃຫ້ແຕ່ງ. ຊີວິດຫຼັງການແຕ່ງ, ຫາກສອງຝ່າຍເຮັດເພື່ອຄຳວ່າ “ພວກເຮົາ” ແລ້ວ ທັງສອງໜ້າຈະຢູ່ນຳກັນແບບຍືນຍາວໄດ້. ສະເພາະຄູ່ທີ່ບໍ່ມີພື້ນຖານຄວາມຮັກມາກ່ອນ, ຈຳເປັນຕ້ອງໄດ້ສ້າງແຕ່ກໍ່ມີຄວາມສ່ຽງ ຫາກພົບວ່າໄປນຳກັນບໍ່ໄດ້ໃນທີ່ສຸດ. ຄົນຮັບເຄາະກໍ່ຄືລູກເຕົ້າ. ສ່ວນຕົວ, ບໍ່ວ່າຈະຖືກຈັດຄູ່ ຫຼື ເລືອກເອງ, ຄວາມສາມາດໃນການຄ່ອງເຮືອນສຳຄັນຫຼາຍ. ຫາກທັງສອງບໍ່ສາມາດປະຄັບປະຄອງຊີວິດຄູ່ ເພື່ອຮັກສາໜ້າຕາດັ່ງທີ່ທາງຝ່າຍຄອບຄົວທັງສອງຝ່າຍຕ້ອງການແລ້ວ, ແຮງຈະສ້າງຄວາມແຕກແຍກໃນຕໍ່ໜ້າ.
ອັນວ່າຊີວິດຈະເປັນແນວໃດ, ໃຜກໍ່ເດົາຍາກ. ຄູ່ທີ່ເຮົາວ່າດີກໍ່ກັບ່ຽນແປງໄປກໍ່ມີ. ເຖິງຈະເປັນແນວໃດກໍ່ຕາມ, ການຄັດສັນຄູ່ມີຜົນຕໍ່ໜ້າທີ່ວຽກງານ, ທຸລະກິດ, ແລະ ສຳຄັນສຸດແມ່ນຄວາມສຸກສ່ວນຕົວ. ສິ່ງດັ່ງກ່າວນັ້ນ, ທັງສອງໜ້າຈະເປັນຝ່າຍຊອກຫາເອົາເອງ. ເພື່ອວ່າຈະບໍ່ຕ້ອງໄດ້ຕຳນິໃຜໃນອານາຄົດ.