ນອກຈາກສາຍສຳພັນຮັກແລ້ວ, ສາຍສຳພັນມິດສະຫາຍ ເປັນສິ່ງອີກການພົວພັນພິເສດຂອງມະນຸດ. ເນື່ອງຈາກຄົນເຮົາມັກຈະມີໜ້າທີ່ໃນແຕ່ລະວັນ. ການມີສ່ວນຮ່ວມພົວພັນກັບເພື່ອນ ມິດທີ່ມີອຸດົມ ການຄ້າຍໆກັນ, ຈະຊ່ວຍພາໃຫ້ທີມງານບັນລຸຜົນ.
ຫັກຫຼັງ ຫຼື ຕົ້ມຄົນຮ່ວມງານ ຫຼື ຈັດສັນຜົນປະໂຫຍດບໍ່ເທົ່າທຽມກັນດັ່ງທີ່ໄດ້ຕົກລົງ ກັນໄວ້ແລ້ວ, ເປັນ ການສ້າງຄວາມອາຄາດບາດໝາງໃຫ້ແກ່ເພື່ອນຮ່ວມງານ. ນອກຈາກຈະຂາດຄວາມໄວ້ວາງໃຈ ແລ້ວ ຍັງເຮັດໃຫ້ສາຍພົວພັນແບບເພື່ອນມິດສະຫາຍມີນ້ອຍລົງ. ອັນຈະສົ່ງຜົນໃຫ້ແກ່ແຮງບັນດານ ໃຈໃນການ ເຮັດວຽກຄັ້ງໜ້ານ້ອຍລົງ. ໃນເວລາສຳເລັດໝາກຜົນ, ຢ່າລື່ມວ່າໃນນັ້ນມີຫຼາຍຄົນທີ່ທ່ານອາດຂໍໃຫ້ເຂົາເຈົ້າມາຊ່ວຍ. ເຖິງວ່າຈະເກັ່ງປານໃດກໍ່ຕາມ, ການມີສ່ວນຮ່ວມຂອງຄົນອື່ນນັ້ນ ຂາດບໍ່ໄດ້ທີ່ຈະຕ້ອງໄດ້ສັນເສີນ ແລະ ຕອບແທນເຂົາເຈົ້າດ້ວຍວັດຖຸ ຫຼື ຈິດໃຈ. ຫາກທ່ານເມີນເສີຍ, ກໍ່ເທົ່າກັບເປັນຄົນເນລະຄຸນແຮງງານ ແລະ ຄັ້ງໜ້າທ່ານອາດຈະບໍ່ໄດ້ສິ່ງດີໆຈາກເພື່ອນອີກ.
ບໍ່ວ່າຈະເປັນພາກລັດ ຫຼື ເອກະຊົນ, ການສ້າງສາຍສຳພັນເພື່ອນມິດເປັນທັກສະໜຶ່ງຂອງການນຳ. ເໜືອກວ່ານັ້ນ, ແມ່ນການສ້າງທີມງານ ໃຫ້ແຕ່ລະຄົນ ມີຄວາມສະນິດສະໜົມ ແລະ ເປັນໜຶ່ງດຽວກັນ. ຄັນບໍ່ດັ່ງນັ້ນ, ກໍ່ຈະເຮັດໃຫ້ປະສິດທິຜົນການ ເຮັດວຽກຂອງທີມງານຫຼຸດລົງ. ຫາກເປັນບໍລິສັດເອກະຊົນ, ກໍ່ອາດຈະຫາກຳໄລໄດ້ໜ້ອຍລົງ ຫຼື ຫາກແມ່ນອົງກອນຂອງລັດ ກໍ່ຈະເຮັດໃຫ້ວຽກງານບໍລິຫານສັງຄົມ ຊັກຊ້າ ແລະ ບໍ່ມີປະສິດທິຜົນ. ສິ່ງທີ່ໜ້າຈະສ້າງໃຫ້ເກີດມີຄວາມເປັນນໍ້າໜຶ່ງໃນດຽວກັນໄດ້ ກໍ່ຄືການສ້າງສາຍສຳພັນໃກ້ຊິດຕິດແທດ, ມີທິດຊີ້ນຳທີ່ຊັດເຈນ, ມີການປະມີນຜົນ ແລະ ກ້າຕໍານິເພື່ອພ້ອມກັນກ້າວໜ້າ. ລັກສະນະການສ້າງທີມງານດັ່ງກ່າວ, ເປັນການກ້າວໄປສູ່ການເປັນເພື່ອນຮ່ວມງານທີ່ດີ.
ຫາກທ່ານເຂົ້າໃຊ້ບໍລິການ ຫຼື ຜະລິດຕະພັນຂອງບໍລິສັດໃດໜຶ່ງກໍ່ຕາມ, ລອງເບິ່ງຕົວຢ່າງບໍລິສັດ ຫຼື ພະນັກງານອົງການນັ້ນໆມີຄວາມສຸກດີບໍ່? ເຂົາເຈົ້າປະສານງານກັນເປັນແບບໃດ? ເບິ່ງເຂົາເຈົ້າເປັນຄືເພື່ອນຮ່ວມງານຂອງກັນແລະກັນບໍ່ຫຼືຂີ້ຂ້າຮັບໃຊ້ອົງກອນ? ຄັນຫາກຊີວິດການເປັນຢູ່ຂອງເຂົາເຈົ້າດີ, ທ່ານຈະເຮັດໂລດວ່າ ຮູບຮ່າງຂອງຜະລິດຕະພັນ ຫຼື ວິທີເວົ້ານຳລູກຄ້າກໍ່ຈະດີໄປນຳ (ຍົກເວັ້ນພະນັກງານຫຼ້າຫຼັງທີ່ບໍ່ຍອມພັດທະນາຕົນເອງ). ຫາກສ່ວນລວມໆຂອງພະນັກງານອອກມາດີ, ໝາຍວ່າເຂົາເຈົ້າມີສາຍພົວພັນວຽກງານນຳກັນທີ່ດີ. ສິ່ງນີ້ເອງທີ່ເຮັດໃຫ້ລູກຄ້າ ແລະ ຄົນມາໃຊ້ຜະລິດຕະພັນກໍ່ຈະເປັນສຸກຫຼາຍຂື້ນ.
ຜູ້ຊາຍ ກັບເພື່ອນສຳຄັນຫຼາຍ. ເຂົາເຈົ້າເຮັດວຽກເພື່ອຄວາມກ້າວໜ້າ. ຫາກເພື່ອນທີ່ຄົບມີອຸດົມການດີໆຄືກັນ, ກໍ່ຈະຊ່ວຍພັກດັນໃຫ້ກ້າວ ໜ້າ. ແນ່ນອນ, ທ່ານກໍ່ຕ້ອງມີແນວດີໆຊ່ວຍເຂົາເຈົ້າ, ບໍ່ວ່າຈະແມ່ນທາງໃດກໍ່ທາງໜຶ່ງ. ແນວໃດກໍ່ຕາມ, ເພື່ອນ ແລະ ຄອບຄົວ ເປັນສອງສິ່ງດີໆທີ່ແຕກຕ່າງກັນ. ເມື່ອໃດທ່ານໄດ້ຜົນປະໂຫຍດຈາກເພື່ອນແລ້ວ, ໝາຍວ່າທ່ານສາມາດສ້າງຜົນປະໂຫຍດໃຫ້ແກ່ຄອບຄົວເຊັ່ນດຽວກັນ. ສິ່ງໜື່ງທີ່ມັກເຮັດໃຫ້ສາຍສຳພັນເພື່ອນຫາຍໄປ ແມ່ນຕອນໄດ້ຜົນປະໂຫຍດນຳກັນແລ້ວ, ທັງສອງຕ່າງຄິດຫາຄອບຄົວຫຼາຍກວ່າ, ຈິ່ງບໍ່ປະຕິບັດຕາມທີ່ໄດ້ຕົກລົງ ຫຼື ຍາດເອົາຜົນງານຂອງເພື່ອນມາເປັນຂອງຕົນເອງ. ເຮັດແນວນັ້ນ, ເປັນການສ້າງມິດໃຫ້ກາຍເປັນສັດຕູ. ຫາກທ່ານຊະນະໃນການຍາດແຍ່ງຄັ້ງນີ້, ຂ່າວການກະທຳຂອງທ່ານກໍ່ຈະກະຈາຍອອກໄປ ແລະ ເປັນການສ້າງຄວາມບໍ່ເຊື່ອໜັ້ນໃຫ້ແກ່ເພື່ອນຄົນອື່ນໆອີກ. ກົງກັນຂ້າມ ໃນກໍລະນີໜຶ່ງ, ຜູ້ຊາຍພັດຖື ເພື່ອນເປັນໃຫຍ່, ໃຊ້ເວລາກັບເພື່ອນຊຸມແຊວເກີນເຫດ. ເງີນທີ່ໄດ້ມາ ແທ່ນທີ່ຈະຈຸນເຈືອລູກນ້ອຍ ແລະ ໃຊ້ໃນຍາມຈຳເປັນ, ກັບໄປເສຍນຳສິ່ງບໍ່ເປັນປະໂຫຍດ. ສາຍສຳພັນເພື່ອນໃນຂົງເຂດນີ້, ກັບກາຍເປັນຕົວທຳລາຍຊີວິດຄອບ ຄົວຂອງທ່ານເອງ.
ໃນສັງຄົມລາວ, ເພື່ອນມິດທີ່ໝາຍເຖິງການຊ່ວຍເຫຼືອຄົນນອກສາຍເລືອດເປັນສິ່ງທີ່ຈຳເປັນຫຼາຍ. ຫາກມາເບິ່ງສະພາບການພັດທະນາໃນເຂດທ້ອງຖີ່ນ, ພວກເຮົາຕ້ອງໄດ້ຮ່ວມຕົວກັນເປັນກຸ່ມກ້ອນ ພັດທະນາໃຫ້ຫຼາຍເທົ່າທີ່ຈະເປັນໄປໄດ້. ສ້າງສາຍພົວພັນກັບຫຼາຍໆຂົງເຂດນອກເໜືອຈາກ ໜ້າທີ່ທ່ານຮັບຜິດຊອບ ແລ້ວນຳເອົາແຮງງານຈາກໜູ່ເພື່ອນຂອງທ່ານພັກດັນການພັດທະນາຕົນເອງ ແລະ ສັງຄົມ.
ເມື່ອມາເບິ່ງໃນຂົງເຂດພາກພື້ນ ແລະ ໂລກເຮົາແລ້ວ, ຄົນລາວຍິ່ງຕ້ອງໄດ້ສ້າງສາຍພົວພັນແບບເພື່ອນມິດ ເພື່ອພ້ອມກັນແກ້ໄຂບັນຫາພາຍໃນປະເທດ, ຂົງເຂດພາກພື້ນ ແລະ ສະພາບສາກົນ. ຮູບແບບການ ຮ່ວມມືກັນແນວນັ້ນ, ຈະເຮັດໃຫ້ສັງຄົມລາວມີການພັດທະນາຕິດພັນກັບຂົງເຂດ ແລະ ໂລກຫຼາຍຂື້ນ. ໃນຕໍ່ໜ້າ, ສ ປ ປ ລາວ ທັງພາກລັດ ແລະ ທຸລະກິດ ຈະມີການຮ່ວມມືກັນກັບປະເທດພາກພື້ນ ແລະ ສາກົນຫຼາຍຂື້ນ. ບໍ່ມີໃຜມັກເຮັດວຽກກັບຄົນທີ່ບໍ່ປະຕິບັດພັນທະ ຫຼື ສັນຍາທີ່ໄດ້ຕົກລົງກັນ. ກ່ອນການຮ່ວມມື, ຄວນສຶກສາໃຫ້ລະອຽດວ່າທ່ານມີພັນທະໃດແດ່ ຕ້ອງໄດ້ປະຕິບັດ, ຫາກບໍ່ຄັກແມ່ນໃຫ້ມີການເຈລະຈາຄືນໃໝ່. ທັງນີ້, ເພື່ອກັນການຫຼອກລວງ, ຄວາມເຂົ້າໃຈຜິດ ແລະ ການເອົາປຽບ. ອີກຢ່າງໜຶ່ງ, ກໍ່ເປັນການຮັບປະກັນວ່າຝ່າຍເຮົາບໍ່ໄດ້ຕົວະຕ່າງປະເທດ. ສາຍພົວພັນດີໆທາງທຸລະກິດ ແລະ ການເມື່ອງ, ຈະຊ່ວຍໃຫ້ເສີມຂະຫຍາຍໝາກຜົນດີໆໃຫ້ແກ່ທຸກໆຝ່າຍ. ທັງຍັງຈະເປັນການຂົນຂວາຍການຮ່ວມມື ແລະ ລົງທຶນໃນພາກທຸລະກິດຫຼາຍຂື້ນ. ຈົນນຳພາປະເທດສູ່ຄວາມສີວິໄລ.