ສັງຄົມ “ໄຮໂຊ” ຫຼື ສັງຄົມຊັ້ນສູງ ມາຈາກຊື່ເຕັມພາສາອັງກິດ “High Society” ເປັນຮູບແບບການຈັດລະດັບຊົນຊັ້ນ ອີງຕາມບົດດບາດທາງສັງຄົມ ແລະ ການເງິນ. ຮູບແບບການມີໄດ້ມາແນວໃດນັ້ນ ບໍ່ເປັນທີ່ກ່າວເຖິງ.
ໃນຄວາມໝາຍຂອງພາສາອັງກິດ ຈາກພົດຈະນານຸກົມຫຼາຍໆສະບັບ ໄດ້ຕີຄວາມໝາຍຂອງ ຄຳວ່າ “High Society” ເປັນກຸ່ມຄົນທີ່ມີເງິນ ແລະ ມາຈາກຄອບຄົວທີ່ມີອິດທິພົນທາງສັງຄົມ. ການຊົມໃຊ້ຂອງຄົນຮັ່ງມີເປັນທີ່ຈັບຕາ. ທຸກໆການພົບປະສັງສັນງານຂອງຄົນຮັ່ງມີ, ມັກຈະມີການໃຊ້ຈ່າຍທີ່ເລີດຣູ. ຄ້າຍໆກັບວ່າ ຈອກເຫຼົ້າໜຶ່ງຈອກສາມາດລ້ຽງຄົນທຸກຍາກໄດ້ເປັນທັງບ້ານກໍ່ມີ. ແຕ່ສຳລັບຄົນມີລາຍຮັບສູງ, ການໃຊ້ຈ່າຍສິນຄ້າລາຄາສູງ ກາຍເປັນກິດຈະວັດປະຈຳວັນ ເຊິ່ງບໍ່ກະທົບຫຍັງກັບການໃຊ້ຈ່າຍດຳລົງຊີວິດ.
ໃນສາຍຕາຂອງຄົນໃນສັງຄົມ, ເຫັນຮູບແບບການສັງສັນທີ່ຝູມເຟືອຍ, ໃຊ້ຈ່າຍແບບບໍ່ຄິດ, ແລະ ສ້າງພັກ ພວກ. ໃນດ້ານໜຶ່ງ, ຄວາມສາມາດໃນການໃຊ້ຈ່າຍຫຼາຍ ມີຜົນມາຈາກການເຮັດວຽກຢ່າງໜັກເພື່ອແລກກັບເງິນ. ຈິ່ງຢາກຫາສິ່ງບຳເລີໃຈ ແລະ ສັງສັນກັບເພື່ອນຮ່ວມງານໃຫ້ເຕັມທີ່. ຄ້າຍໆກັບວ່າເຂົາເຈົ້າບໍ່ເຫັນຄ່າຂອງເງິນທີ່ຫາມາໄດ້ ເພາະຕ້ອງສູນເສຍກັບສິ່ງບໍ່ເປັນປະໂຫຍດແກ່ການດຳລົງຊີວິດປາກທ້ອງຄືຄົນທຸກຍາກ. ຫາກການກິນດື່ມ ແລະ ເງິນທີ່ນຳມາໃຊ້ຈ່າຍ ຫາມາໄດ້ດ້ວຍນໍ້າເຫື່ອແຮງຂອງຕົນເອງ ການຕັດສິນໃຈຈ່າຍເງິນ ກໍ່ໜ້າຈະເປັນສິດຂອງເຂົາເຈົ້າ ແລະ ບົນພື້ນຖານວ່າການບໍລິໂພກເຄື່ອງແພງໆບໍ່ໄດ້ສ້າງຄວາມເດືອດຮ້ອນໃຫ້ແກ່ໃຜ.
ຊີວິດຂອງສັງຄົມຊັ້ນສູງ, ບໍ່ແມ່ນມີແຕ່ໃຊ້ຂອງແພງໆ. ເບື້ອງຫຼັງເຂົາເຈົ້າມີການຜະລິດ ແລະ ໃຫ້ການບໍລິການທີ່ສ້າງຜົນກຳໄລແກ່ສັງຄົມ. ແລ້ວຄົນທີ່ເປັນລູກຫຼານພໍ່ແມ່ຜູ້ທີ່ຮັ່ງມີ ແລະ ມີຜົນງານເດ? ຫາກພໍ່ແມ່ຮັກລູກຫຼານຫຼາຍ, ຈົນລ້ຽງລູກດ້ວຍວັດຖຸ ແລະ ການຕາມໃຈໃນທຸກໆຢ່າງທີ່ເຂົາເຈົ້າຕ້ອງການ, ອາດກາຍເປັນບຸກຄົນໃນຄອບຄົວຊັ້ນສູງ ຫຼື ມີໜ້າຕາທາງສັງຄົມ ແຕ່ບໍ່ໄດ້ສ້າງຜົນປະໂຫຍດໃຫ້ແກ່ສັງຄົມດ້ວຍຕົນເອງ. ລູກເສດຖີ ຫຼື ຄົນມີຖານະທາງສັງຄົມ ຫຼາຍໆຄອບຄົວ ກໍ່ສອນລູກໄດ້ດີຄືກັນ. ສາມາດແທນພໍ່ແມ່ໃນວຽກງານທຸລະກິດ ແລະ ພັດທະນາສັງຄົມ.
ກໍ່ມີມະຫາເສດຖີຫຼາຍຄົນ ທີ່ບໍ່ຍອມໃຊ້ຂອງແພງ ແຕ່ກັບໃຊ້ເງິນທີ່ຫາມາໄດ້ຊ່ວຍພັດທະນາສັງຄົມ ແລະ ບັນດາປະເທດທຸກຍາກ. ຫຼາຍຄົນໄດ້ສ້າງມູນລະນິທິພັດທະນາສັງຄົມ. ພັດທະນາໃຫ້ພົ້ນຈາກພະຍາດຕິດແປດ, ພະຍາດໂປລີໂອ ແລະ ສ້າງໃຫ້ມີການພັດທະ ນາແບບຍືນຍົງ. ບໍ່ສະເພາະແຕ່ຄົນຮັ່ງມີດ້ານການເງິນທີ່ໃສ່ໃຈການພັດທະນາ, ອົງການລັດກໍ່ມີບົດບາດຫຼາຍໃນການຊ່ວຍພັກດັນການພັດທະນາສັງຄົມ ເພາະການອອກກົດໝາຍແລະກົດເກນທາງສັງຄົມມາຈາກພາກລັດ. ນັກການເມືອງຫຼາຍໆຄົນ ກໍ່ໄດ້ເອົາໃຈໃສ່ໃນການພັດທະນາສັງຄົມໃຫ້ຢູ່ດີກີນດີ ແລະ ຮົ່ມເຢັນເປັນສຸກ. ການນຳຂອງພັກ-ລັດເຮົາກໍ່ແມ່ນກຸ່ມການນຳໜຶ່ງເຊິ່ງຍາມໃດກໍ່ພັກດັນວຽກງານການພັດທະນາສັງຄົມ.
ມາເບິ່ງຄວາມໝາຍຂອງສັງຄົມຊັ້ນສູງ. ສາມາດປຽບທຽບໃສ່ໝູ່ເທບເທວະດາ ທີ່ຊ່ວຍມ່ວນມະນຸດໃຫ້ຢູ່ເຢັນ. ກຸ່ມດັ່ງກ່າວໄດ້ພະຍາຍາມສ້າງຜົນປະໂຫຍດແກ່ສັງຄົມ. ແທ່ນທີ່ຈະເບິ່ງແຕ່ຮູບແບບການດຳລົງຊີວິດຂອງຄົນສັງຄົມຊັ້ນສູງ, ເຮົາຄວນຫັນມາເບິ່ງຮູບແບບການສະໜອງຜົນປະໂຫຍດແກ່ສັງຄົມໄດ້ຫຼາຍເທົ່າໃດ. ຫາກເບິ່ງຕາມທິດສະດີແນວຄິດດັ່ງກ່າວ, ປະຊາຊົນທຳມະດາ, ພະນັກງານຊັ້ນຜູ້ນ້ອຍ, ແລະ ຄົນທີ່ເຂດຫ່າງໄກຊອກຫຼີກ ກໍ່ສາມາດເອີ້ນວ່າ ກຸ່ມຄົນສັງຄົມຊັ້ນສູງໄດ້. ເພາະສິ່ງທີ່ເຂົາເຈົ້າພະຍາຍາມເຮັດ ຫຼື ສະໜອງແກ່ສັງຄົມ ເປັນການເພີ່ມພູນຄູນສ້າງສິ່ງທີ່ມີໃຫ້ດີຂື້ນ.