ຄວາມຮັກນັ້ນມີຄ່າແຕ່ສິ່ງທີ່ມີຄ່າຫລາຍກວ່າຄວາມຮັກນັ້ນມີຢູ່. ເຖິງໂລກຈະປ່ຽນໄປແຕ່ຄວາມສຸກໃຈຢ່າໃຫ້ລົດລົງ ເປັນເພາະພຽງວ່າທ່ານຂາດຄົນຮັກ. ເມື່ອໃດເຮົານິຍາມຄຳວ່າ “ຮັກ” ຫຼາຍກວ່າ ສາຍສຳພັນລະຫວ່າງຊູ້-ສາວ, ເມື່ອນັ້ນ ທ່ານຈະເຫັນຫຼາຍໆສິ່ງ ທີ່ຊີວິດທ່ານສາມາດນຳມາໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນ.
ໃນສັງຄົມຕ່າງໃຫ້ຄວາມສຳຄັນລະຫວ່າງການພົວພັນຄົນກັບຄົນ. ເມື່ອໃດເຮົາຄິດວ່າ ຄວາມຮັກເປັນສິງດີງາມຢາກ ມອບ ໃຫ້ແກ່ຜູ້ໃດໜຶ່ງ, ທ່ານລອງປ່ຽນຄົນຮັກ ທີ່ທ່ານຢາກມອບຄວາມຮັກໃຫ້ກາຍເປັນ ໜ້າທີ່ທີ່ທ່ານຕ້ອງໄດ້ປະ ຕິບັດ, ເພື່ອນມິດທີ່ທ່ານ ກຳລັງພົວພັນ ແລະ ອື່ນໆ. ວິທີຄົນຄິດຖືກປ້ອນຂໍ້ມູນ ທີ່ຜິດພາດທາງດ້ານສິນທຳ ຈິດໃຈທີ່ດີງາມຂອງຜູ້ຄົນກໍ່ເລີ່ມສັບສົນ ເພາະຄວາມດີນັ້ນລົດລົງ ໂລກທີ່ມີພຶ້ນທີ່ເທົ່າເດີມຈະກາຍເປັນພື້ນທີ່ແຫ່ງການແຍ່ງຊິງດີຊິງເດັ່ນ ເພື່ອໃຫ້ຕົນເອງຢູ່ລອດຝ່າຍດຽວ ແລະ ເພື່ອຈະໃຫ້ຕົນເອງໄປຢືນຢູ່ເຫນືອຄົນອື່ນ. ໃນຂະນະທີ່ຊີວິດຫມູນວົນຢູ່ໃນໂລກໃບນີ້ ມີສິ່ງຫນຶ່ງທີ່ພວກເຮົາຕາມຫາບໍ່ແຕກຕ່າງກັນຄື: ການມີຊີວິດຢູ່ຢ່າງມີຄວາມສຸກ ເປັນຄວາມຕ້ອງການທີ່ຄົນເຮົາສະແຫວງຫາເພາະມັນຄືສິ່ງທີ່ບຳລຸງລ້ຽງຊີວິດ.
ແທນທີ່ຈະຕັ້ງເປົ້າວ່າ ການມີຄົນຮັກເປັນຄວາມສຸກ ແຫ່ງຊີວິດ ເມື່ອເຮົາຫັນມາມີຄວາມຫວັງໃນການດຳເນີນ ວຽກງານ ກໍ່ເປັນອີກວິທີທາງແຫ່ງຄວາມສຸກ. ທຸກການເຄື່ອນໄຫວຂອງຄົນເຮົາຈຶ່ງມີການແຕກຕ່າງກັນໃຫ້ຄົນເຮົາໄດ້ເຫັນ ລະຫວ່າງການຕາມຫາສິ່ງທີ່ມາຊ່ວຍເຕີມຄວາມຮູ້ສຶກຂອງຕົວເອງໃຫ້ເຕັມ ເພື່ອລົບຮອຍຊ້ຳຂອງຊີວິດໃຫ້ມີຄວາມປົກກະຕິຫລາຍທີ່ສຸດເທົ່າທີ່ຊີວິດນີ້ຈະຫາໄດ້. ແຕ່ຊີວິດທີ່ກ້າວໄປບົນເສັ້ນທາງແຫ່ງຄວາມຕ້ອງການ ກໍ່ມີບົດທົດສອບໃຫ້ເຮົາໄດ້ຮຽນຮູ້ຢູ່ສະເຫມີເຊັ່ນກັນ. ເພາະຄວາມຢາກໄດ້ ກາຍມາເປັນແຮງບັນດານໃຈ ໃຫ້ສາມາດປີນ ຂ້າມກຳແພງຂວາງກັ້ນ ເພື່ອໃຫ້ແຕ່ລະຄົນໄດ້ຮຽນຮູ້ທີ່ຈະກະໂດດຂ້າມມັນ.
ຄົນທີ່ມີຈິດໃຈອ່ອນໄຫວກໍມັກຈະເຫັນວ່າ ກຳແພງທີ່ຕັ້ງຢູ່ທາງຫນ້າມັນເປັນບັນຫາທີ່ຍິ່ງໃຫ່ຍເຫລືອເກີນ ເຮັດໃຫ້ໃຈທີ່ທໍ້ຢູ່ແລ້ວບໍ່ກ້າພໍທີ່ຈະກ້າວຂ້າມໄປອີກຝັ່ງຫນຶ່ງ. ບາງເທື່ອເຖິງກັບກົ້ມຫນ້າຍອມແພ້ ຕັ້ງແຕ່ເລີ່ມຕົ້ນຂອງການເດີນທາງເພາະໃຈທີ່ມາກະຕຸ້ນຄວາມຮູ້ສຶກທີ່ຈະຕໍ່ສູ້ຖືກອາລົມທີ່ປຽບເປັນກຳແພງບັງຈົນຫມົດ ເຮັດໃຫ້ຮູ້ສຶກວ່າ ບໍ່ຮູ້ຈະຕໍ່ສູ້ໄປເພື່ອຫຍັງ. ກົງກັນຂ້າມ ບາງຄົນເບິ່ງເຫັນວ່າກຳແພງທີ່ຢູ່ທາງຫນ້ານັ້ນມີຄວາມທ້າທາຍທີ່ຊວນໃຫ້ຄົນຫາວິທີທີ່ຈະກ້າວຂ້າມ ຈຶ່ງຮຽນຮູ້ທີ່ຈະໃຫ້ໂຕເອງກ້າວຂ້າມໄປອີກຝັ່ງຫນຶ່ງຂອງກຳແພງ ເຊິ່ງເປັນໄຊຊະນະທີ່ຊີວິດໄດ້ຄວ້າມາຄອບຄອງເພາະເຮົາກ້າພໍທີ່ຈະສູ້ກັບມັນ. ທຸກຊີວິດມີຄວາມສະຫຼັບຊັບຊ້ອນຢູ່ໃນຕົວຂອງມັນເອງ. ເພາະບໍ່ວ່າຈະມີໄຊຊະນະຫລືໄດ້ຮັບຄວາມພ່າຍແພ້ ຖ້າບໍ່ມີວິທີໃຈ້ແຍກສິ່ງທີ່ເຈີ ສິ່ງທີ່ໄດ້ມາກໍ່ຈະສ້າງບັນຫາໃຫ່ມໄດ້ສະເຫມີ.
ຊ້ຳຮ້າຍໄຊຊະນະທີ່ຕ້ອງການນນັ້ນເປັນຕາຢ້ານກວ່າ ຄວາມລົ້ມເຫລວທີ່ເຄີຍຜ່ານມາ ເພາະເມື່ອຄວາມຢາກກະຕຸ້ນທີ່ຈະກ້າວຂ້າມຜ່ານກຳແພງແຫ່ງບັນຫາເພື່ອພາເຮົາເອງໄປອີກຟາກຝັ່ງຫນຶ່ງ ແນວຄິດຢາກຊະນະຈົນ ເກີນ ເຫດ ເປັນການສ້າງໃຫ້ບາງຄົນຈົດຈໍກັບການແຂ່ງຂັນ ແລະ ຜົນຂອງວຽກງານ ຈົນເຮັກໃຫ້ກາຍເປັນຄົນເຫັນແກ່ຕົວ, ຂາດອາຣົມການໃຊ້ຊີວິດແບບມີຄວາມສຸກ ແລະ ຄວາມຮັກໃນການຈັດຕັ້ງປະຕິບັດງານ. ເຮົາໜ້າຈະເອົາແນວຄິດ ວິທີທີ່ຈະກ້າວຂ້າມຜ່ານມັນໄປ ແທນການເຮັດໃຫ້ຊີວິດມີໂອກາດຕົກໄປສູ່ຫລຸມດຳແຫ່ງຄວາມຄິດທີ່ສ່ຽງຕໍ່ການລົ້ມລະລາຍໃນເວລາທີ່ວ່ອງໄວຈົນບາງເທື່ອກໍຍຶດຕິດໃນຫລຸມແຫ່ງຄວາມຄິດນັ້ນວ່າ: ຄືຄວາມຈິງທີ່ຖິ້ມບໍ່ໄດ້.
ແທນທີ່ຈະຈົດຈໍກັບ ສິ່ງທີ່ຄິດວ່າເປັນວິທີເຮັດໃຫ້ໄດ້ຮັບໄຊຊະນະ ແທນທີ່ຈະເປັນອາວຸດເຮັດໃຫ້ເຮົາສະຫລາດຂຶ້ນກັບເປັນສິ່ງທີ່ຫນ້າເສົ້າໃນຊີວິດນີ້ທີ່ໄດ້ຄອງ ເພາະແທນທີ່ໄຊຊະນະຈະເຮັດໃຫ້ເຮົາໄດ້ກ້າວໄປໃນວິຖີທີ່ດີກວ່ານີ້ ກັບວົນກັບມາເຮັດໃຫ້ເຮົາເຫັນແກ່ຕົວ ແລະ ຍິ່ງທະນົງໃນສິ່ງທີ່ໄດ້ມາ. ໂລກນີ້ຈະຫນ້າຢູ່ຂຶ້ນຖ້າເຮົາສາມາດຜ່ານບັນຫານີ້ໄປໄດ້. ໃຫ້ເຮົານຳໃຊ້ຄວາມກະຕືລືລົ້ນ ໃນການຈັດຕັ້ງປະຕິບັດວຽກງານທີ່ເຮົາມັກ ແທນການເປັນຄົນມີກິເຫຼດ ທີ່ຍອມເຮັດທຸກໆສິ່ງຢ່າງເຖິງຈະບໍ່ດີ ເພື່ອໃຫ້ໄດ້ສິ່ງນັ້ນໆມາ.