ຈົ່ງເດີນຕາມເສັ້ນທາງຊີວິດທີ່ທ່ານຕ້ອງການ ແລະ ສານຄວາມຝັນຂອງຕົວເອງໄປພ້ອມໆກັບການເບິ່ງແຍງສຸຂະພາບຂອງຕົນເອງ. ກ່ອນຈະໄດ້ສິ່ງທີ່ມັກ, ຄົນເຮົາຈະຍອມທຸ້ມເທທັງກາຍ ແລະ ໃຈສະເໜີ. ຈົນບາງຄັ້ງເຮັດ ໃຫ້ຮ່າງກາຍ ຊຸດໂຊມ. ບາງທີ່ກະເຜີຕົວໄປແລ້ວ. ຈົນຮອດຍາມເຈັບ, ເຮົາຈິ່ງຮູ້ວ່າເຮົາໄດ້ທຸ້ມເທຫຼາຍປານໃດ. ຂ້າພະເຈົ້າຫວັງວ່າຕົວທ່ານເອງຈະບໍ່ໄດ້ເຮັດວຽກຢ່າງຫນັກແບບທີ່ຜ່ານມາ. ຫາກຕ້ອງເຈັບປວຍ ເພາະວຽກງານ, ທ່ານຕ້ອງໄດ້ພັກ ຮັກສາຕົວເປັນວັນໆ, ອາທິດ ຫຼື ອາດເປັນປີ.
ແນວໃດກະຍັງດີກວ່າ ການເສຍເວລາໄປກັບສິ່ງທີ່ບໍ່ເປັນປະໂຫຍດ. ເປັນຕົ້ນເສເພ ແລະ ຫຼີ້ນກິນຟູມເຟືອຍ. ຫຼາຍຄົນປວຍໂຊເພາະການເສບສິ່ງເສບຕິດ. ສ່ວນໃຫ່ຍສາລະພາບວ່າ: ຫາກເຂົາເຈົ້າມີໂອກາດອີກຄັ້ງ, ພວກເຂົາຄົງບໍ່ປ່ອຍ ເວລາໃນຍາມໜຸ່ມສາວ ມ່ວນກັບຫມູ່ໆຂອງພວກເຂົາ. ສິ່ງນີ້ເປັນປະຫັວດອັນໝາງໃຈ ຂອງຄົນໄວ ລຸ້ນຫຼາຍໆຄົນ. ທີ່ຍົກເອົາບັນຫານີ້ຂື້ນ, ບໍ່ແມ່ນເພື່ອເປັນການປະນາມ. ພຽງເປັນການສະແດງຮູບແບບ ການບໍ່ຮັກ ໃນຕົນເອງ. ໂດຍມີສິ່ງອາບາຍຍາມຸກມາຄອບງໍາຈິດໃຈ ແລະ ເສຍໂອກາດທາງດ້ານການສຶກສາ. ຫຼາຍຄົນກັບຕົວທັນ ແລະ ສ້າງສັນວຽກງານໄດ້ດີຫຼາຍອັນ ຫຼັງຈາກອອກໄພສັງຄົມ.
ບໍ່ສະເພາະເດັກຕິດໄພສັງຄົມ ທີ່ເສຍໂອກາດສານຝັນ, ຜູ້ຍິງກໍເວົ້າເຖິງຄວາມເສຍໃຈນີ້ເຊັ່ນດຽວກັນ. ພວກເຂົາຮູ້ສຶກວ່າບໍ່ເຄີຍໄດ້ຮັບຄຳຍົກຍ້ອງເທົ່າທີ່ຄວນຈາກສັງຄົມ. ໂດຍສະເພາະທີ່ຜູ້ຍິງຕ້ອງເບິ່ງແຍງລູກແລະເປັນແມ່ບ້ານ ເມື່ອເຖິງຊ່ວງເວລາທີ່ລູກເຕີບໃຫ່ຍຂຶ້ນພວກເຂົາຈະຈົມຢູ່ກັບອາດີດຮູ້ສຶກດຽວດາຍແລະພົບວ່າຊີວິດຂອງຕົນຫາຍໄປ ກັບການໃສ່ໃຈຄົນອື່ນ ທີ່ຕົນເອງຮູ້ວ່າເປັນຕົວເຮົາອີກຄົນ ແຕ່ຕອນນີ້ລູກຫຼານກໍ່ໄດ້ອອກໄປສ້າງຄອບຄົວແລ້ວ. ເຂົ້າໃຈດີວ່າ ສຳລັບແມ່ຍິງທີ່ເກີດໃນຄອບຄົວທຸກຍາກ, ມີວັດຖະນະທຳບໍ່ສົ່ງເສີມສິດທິຍິງ ແລະ ຢູ່ຫ່າງໃກຈາກ ຕົວເມື່ອງ, ທາງເລືອກໃນການເຮັດຕາມອຸດົມການຕົນເອງນັ້ນມີຈຳກັດຫຼາຍ.
ແນ່ນອນ, ຄົນທີ່ບໍ່ໄດ້ອ່ານຫົວຂໍ້ນີ້ທີ່ເວັບໄຊ໊ www.norkhame.com ກໍ່ຈະບໍ່ໄດ້ມີໂອກາດທົບທວນວ່າ ຄວນຫັນ ມາໃຫ້ຄວາມສຳຄັນແກ່ແນວຄິດຈິດໃຈ, ຮ່າງກາຍ ແລະ ຄວາມຕ້ອງການຕົນເອງຫຼາຍປານໃດ? ຂໍແນະນຳໃຫ້ທ່ານພິຈາລະນາເງື່ອນໄຂທີ່ມີໃນຊີວິດຕົວທ່ານເອງ. ສຳລັບຂ້າພະເຈົ້າກໍ່ເປັນ. ກ່ອນຈະຮູ້ວ່າຕົນເອງສຳຄັນ, ເຮົາກະເສຍເວລາໄປເຮັດໃຫ້ຄົນອື່ນພໍໃຈ ດົນສົມຄວນ. ໃນທີ່ສຸດ ເຂົາກະຍັງບໍ່ພໍໃຈ. ມັນສະຫຼັບຊັບຊ້ອນທີ່ຈະອະທິບາຍ ແລະ ຊີ້ທາງໃຫ້ທ່ານ ເຮັດໄດ້ພາຍໃນມື້ນີ້ ຫຼື ໃນຊ່ວງເວລາສັ້ນໆ. ຂ້າພະເຈົ້າຫວັງວ່າ ຫົວຂໍ້ໃນທີ່ນີ້ ຈະເປັນແນວຄິດແກ່ທ່ານໄດ້ທົບທວນ ເພື່ອທຸກຄັ້ງກ່ອນຕັດສິນໃຈ, ທ່ານຕ້ອງເລືອກສິ່ງຕ່າງໆໃນຊີວິດ ຈົ່ງໃສ່ໃຈກັບຄວາມຮູ້ສຶກຕົວເອງຢ່າງຈິງຈັງໂດຍບໍ່ຄຳນຶງເຖິງເງິນຫລືລາຍໄດ້ໃນການຕັດສິນໃຈ.
ຍາມໃດທີ່ທ່ານໄປໃສ່ໃຈ ຈິດໃຈຄົນອື່ນ, ຮ່າງກາຍຄົນອື່ນ ແລະ ພະຍາຍາມສະໜອງຄວາມຕ້ອງການຂອງເຂົາເຈົ້າ, ກະໝາຍວ່າເຮົາສູນເສຍເວລາໃສ່ໃຈຈິດໃຈ, ຮ່າງກາຍ ແລະ ສະພາບແວດລ້ອມທີ່ເຮົາອາໃສຢູ່. ກະດີ, ຫາກຝ່າຍທີ່ເຮົາໃຫ້ຄວາມສຳຄັນ ເຫັນຄຸນຄ່າກັບເວລາທີ່ເຮົາເສຍໄປ. ການສູນເສຍເວລາໄປກັບຄົນມີຄ່າດັ່ງກ່າວ ອາດເຮັດໃຫ້ສຸກກະພາບຈິດ ແລະ ກາຍຂອງທ່ານດີເຊັ່ນດຽວກັນກັບເວລາທີ່ເຮົາໃຫ້ໄປ. ເປັນຕົ້ນ ພໍ່ແມ່ ເບິ່ງແຍງ ລູກໆ. ເພີ່ນຈະທັງເມື່ອຍແລະເປັນສຸກທີ່ໄດ້ໃຫ້ການເບິ່ງແຍງສະເໜີ.