“ເມື່ອໃດຊີວິດຕົກໃນຍາມມືດມິດ, ນັ້ນເປັນການເຝິກໃຫ້ທ່ານຊອກຮຽນຮູ້ຫົນທາງອອກສູ່ແສງສະຫວ່າງ. ຈົ່ງຢ່າປະປ່ອຍການຮຽນຮູ້ນັ້ນ”
ທຸກໆຢ່າງເກີດຂື້ນ, ມັນຈະມີເຫດຜົນສະເໜີ. ບໍ່ໃຫ້ຖືວ່າເປັນໂຊກຮ້າຍມາທັບຖົມ, ຫຼື ເກີດມາໃຊ້ກຳ, ຫຼື ໂທດໂຊກສະຕາ. ບາງຄັ້ງເຮົາກະບໍ່ຮູ້ວ່າເປັນຫຍັງຈິ່ງເກີດເລື່ອງແນວນີ້, ໜ້າທີ່ຂອງພວກເຮົາກໍ່ຄືຫາທາງ ອອກຈາກບັນຫາ.
ທ່ານອາດປ່ອຍໃຫ້ຄວາມຜິດຫວັງສືບຕໍ່ທໍາລາຍຊີວິດ, ປ່ອຍໄປວັນຕາມວັນ, ຫຼື ພວກເຮົາຈະຊອກຫົນທາງແກ້ໄຂ ດ້ວຍສິນທຳ, ດ້ວຍສະຕິສຳປະຊັນຍະ ແລະ ນຳໃຊ້ປັນຍາ (ຄວາມຮູ້) ໃນການແກ້ໄຂ. ຄຳສຸພາສິດຈີນໜຶ່ງເວົ້າວ່າ: ຍິ່ງມານພະຈົນ, ບາລະມີຍິ່ງສູງສົ່ງ. ເບິ່ງຄືແມ່ນ. ຄົນປະສົບຜົນສຳເລັດທາງທຸລະກິດ, ການເມື່ອງ, ການທະຫານ, ການກິລາ ບໍ່ໄດ້ມີໂຊກລາບ ຫຼື ໂອກາດດີທີ່ເຮົາເຄີຍຄິດ. ສັງຄົມອາດບໍ່ຮູ້ເຂົາເຈົ້າຜ່ານຜ່າຫຍັງມາແດ່ ເພື່ອໃຫ້ໄດ້ໂອກາດສ້າງຜົນງານສຳເລັດ.
ເມື່ອໃດທ່ານຜ່ານຜ່າຄວາມຫຍຸ້ງຍາກໄດ້, ມັນກໍ່ຈະກາຍເປັນພູມຕ້ານທານ ແລະ ກາຍເປັນຕົວຢ່າງໃນການແກ້ໄຂບັນຫາ ທີ່ຫຼາຍໆຄົນອາດພົບຄືກັບທ່ານ. ການເວລາບໍ່ໄດ້ຊ່ວຍແກ້ໄຂບັນຫາ. ທ່ານຕ້ອງຕື່ນຂື້ນມາ ພ້ອມກັບແຜນການໃນການຈັດການແກ້ໄຂ. ຫາກມີຄວາມເຊື່ອສາດສະໜາ, ກະບໍ່ໃຫ້ເພັ້ງພາວະນາຂໍພອນຈາກຟ້າຢ່າງດຽວ. ໃຫ້ນຳໃຊ້ແນວຄິດສັດທາທາງສາດສະໜາ ມາພັກດັນການເຮັດວຽກຕົວຈິງ. ຮຽນຮູ້ປະເມີນຜົນ, ແລະ ດັດປັບຕາມໄລຍະ.
ເຖິງຈະມີອຳນາດຫຼາຍປານໃດ, ຊີວິດກໍ່ຍັງມີຫຼາຍອັນເຂົາເຈົ້າບໍ່ສາມາດຄຸ້ມຄອງໄດ້. ການຄວບຄຸມແນວຄິດ ແລະ ການປະພຶດແກ້ໄຂບັນຫາ ແມ່ນສິ່ງທີ່ທ່ານຈະສ້າງ ວິກິດໃຫ້ກາຍເປັນໂອກາດໃໝ່ໆ. ຜ່ານການເຮັດວຽກຢ່າງຈິງຈັງ, ມີເປົ້າໝາຍ ໃນແຕ່ລະໄລຍະ.
ໃນຕົ້ນປີ 2020, ເຊື້ອຫວັດ ໂຄໂຣນ໋າ ຈາກປະເທດຈີນ ໄດ້ແຜ່ກະຈາຍໄປຫຼາຍມູມໂລກ. ທາງການຈີນ ແລະ ສາກົນ ໄດ້ພະຍາຍາມທຸກວິຖີທາງ ໃນການຄວບຄຸມ. ເປັນຕົ້ນການອອກມາດຕະການປິດເມື່ອງ, ຈຳກັດການເຄື່ອນທີ່ປະຊາກອນ, ການຄົ້ນຄ້ວາວັກຊີນຕປົວ, ສ້າງໂຮງໝໍພິເສດແກ່ຄົນເຈັບ ແລະ ປະຊາສຳພັນໃຫ້ສັງຄົມຮັບຮູ້ວິທີປ້ອງກັນ. ເຮົາບໍ່ຮູ້ວ່າເຊຶື້ອຫວັດນີ້ເກີດມາຈາກຫຍັງກັນແທ້. ມັນມີລາຄາແພງຫຼາຍ. ເພາະຂ້າຄົນໄປແລ້ວຫຼາຍ 100. ຕິດເຊື້ອນັບ ໜື່ນໆ.
ສະພາບຫຍຸ້ງຍາກດັ່ງກ່າວ ເປີດໂອກາດໃຫ້ນັກວິທະຍາສາດການແພດ ຮ່ວມມືກັນຄົ້ນຄ້ວາຢາຮັກສາໃຫ້ໄວເທົ່າທີ່ ຈະເປັນໄປໄດ້. ຈະໄວຫຼືຊ້າ, ຍັງບໍ່ທັນຮູ້ແນ່ນອນ. ສິ່ງທີ່ແນ່ນອນກໍ່ຄືເຫດການຄັ້ງນີ້ ອາດປ່ຽນວິຖີການ ດຳລົງຊີວິດຂອງຄົນຖືກຫຼັກອານາໄມ ແລະ ການຮັບມືກັບພະຍາດຕິດແປດໃນສັງຄົມ.
ແລ້ວທ່ານກຳລັງຕົກໃນສະຖານະການໃດ? ຢ່າປ່ອຍໃຫ້ວາດສະໜາພາທ່ານໄປ.