ການລະບາດຂອງໂຄວິດ19, ໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ, ຊີວິດຊຸມຊົນ, ແລະ ເສດຖະກິດ ໃນທົ່ວທຸກມູມໂລກ. ບັນດາອົງການຈັດຕັ້ງໃນທົ່ວໂລກ, ກຳລັງພ້ອມກັນຊອກຫາວິທີການ ເພື່ອຫຼຸດຜ່ອນຜົນກະທົບ ບໍ່ສະເພາະແຕ່ ຊີວິດມະນຸດ, ຫາກທັງຍັງລວມເອົາ ຜົນກະທົບຕໍ່ຕໍ່ເສດຖະກິດ.
ສຳລັບກຸ່ມປະເທດດ້ອຍພັດທະນາ, ມີປະມານ 900 ລ້ານຄົນໃນທົ່ວໂລກ. ເຊິ່ງໃນນັ້ນລວມມີ ສ ປ ປ ລາວເຮົາ ນຳ. ໄພຈາກເຊື້ອພະຍາໂຄວິດ19, ເປັນສິ່ງທ້າທາຍແກ່ບັນດາປະເທດເຫຼົ່ານີ້ຕ້ອງໄດ້ຜ່ານຜ່າ. ພື້ນຖານໂຄງຮ່າງ ການແພດ ໂດຍລວມ ໃນກຸ່ມປະເທດນີ້ ຍັງມີຂໍ້ຈຳກັດຫຼາຍອັນ. ໂດຍລວມ ອີງໃສ່ການຊ່ວຍເຫຼືອ ຂອງປະເທດ ເພື່ອນມິດ. ແນວໃດກໍ່ຕາມ, ທາງພພາກລັດ ແລະ ປະຊາຊົນ ກໍ່ຕື່ນຕົວຮ່ວມກັນຕ້ານພະຍາດເຕັມທີ່.
ແມ່ນແຕ່ ປະເທດມີນອນໃນກຸ່ມປະເທດຮັ່ງມີ, ແລະ ພັດທະນາໃນໂລກ ເຊັ່ນ ອິຕາລີ, ກໍ່ໄດ້ຍັງຈະຮັບມືບໍ່ໃຫວ. ມີຈຳນວນຜູ້ເສຍຊີວິດຢ່າງຕໍ່ເນື່ອງຈາກການລະບາດຂອງພະຍາດCOVID-19. ເຫດການດັ່ງກ່າວ, ມັນຍິງເພີ່ມຄວາມ ໜ້າເປັນຫ່ວງແກ່ບັນດາປະເທດດ້ອຍພັດທະນາ ໃນການຂ້າມຜ່ານສະຖານະການ.
ການປ້ອງກັນ, ບໍ່ໄດ້ໝາຍວ່າຕ້ອງມີເງິນຢ່າງດຽວ. ການຕື່ນຕົວ ແລະ ສະກັດກັ້ນເປັນມາດຕະການທີ່ໄດ້ຜົນ. ໃນກໍລະນີຂອງປະເທດເນປານ, ລັດຖະບານໄດ້ໃຊ້ມາດຕະການພິເສດ ແລະ ຈຳເປັນເພື່ອປ້ອງກັນການຕິດເຊື້ອໄວຣັດ ທີ່ອາດມາຈາກຊາຍແດນ. ໄດ້ປິດໂຮງຮຽນ, ຍົກເລີກເຫດການທາງສັງຄົມ, ປິດແຫຼ່ງທ່ອງທ່ຽວ ແລະ ຈຳ ກັດການທ່ອງທ່ຽວສາກົນ. ການກະທຳດັ່ງກ່າວ ເປັນການຕັດສິນໃຈໃຊ້ມາດຕະການ ທີ່ທັນການ ແລະ ມີປະສິດທິຜົນ ເຖິງຈະມີ ຜົນທາງດ້ານເສດຖະກິດທີ່ມະຫາສານ.
ກັນໄວ້ດີກວ່າແກ້. ມາດຕະການ ສຳຄັນທີ່ຫຼາຍໆປະເທດກຳລັງໃຊ້ ແລະ ປະເທດດ້ອຍພັດທະນາຕ້ອງຮີບ ນຳໃຊ້ເພື່ອຮັກສາຊີວິດໄວ້ ເຊິ່ງເຮັດໄດ້ດີມາກ່ອນໃນ ໃຕ້ຫວັນ, ເກົາຫຼີໃຕ້, ສິງກະໂປ,ຍີ່ປຸ່ນ ໄດ້ນຳໃຊ້ມາແລ້ວ ປະກອບມີຄື:
ຈຳກັດການພົວພັນໃນສັງຄົມ – ສິ່ງນີ້ມີຄວາມຈຳເປັນແທ້ໆໃນການຫຼຸດຜ່ອນຄວາມສ່ຽງ. ເປັນຕົ້ນຢຸດໂຮງຮຽນ, ເຫດການທາງສັງຄົມ, ການປິດທຸລະກິດ, ເຮັດວຽກຈາກເຮືອນ, ຈຳກັດໃນການເດີນທາງ ແລະ ການຊຸມນຸມທາງສັງຄົມ. ມາດຕະການເຫຼົ່ານີ້ແມ່ນມີຄວາມຈຳເປັນ ແລະ ທັງຍັງເຮັດໃຫ້ການຊ່ວຍເຫຼືອຄົນບໍ່ໃຫ້ຕິດເຊື້ອ.
ປ້ອງກັນໃນລະດັບບຸກຄົນ – ມີອຸປະກອນປ້ອງກັນສ່ວນຕົວເປັນຕົ້ນຫຼີກລ່ຽງການໄປທີ່ຊຸມຊົນ ແລະ ປ້ອງກັນ ການຕິດເຊື້ອຕາມການແນະນຳຂອງຂະແໜງສຸກກະພາບ ເປັນຕົ້ນ ການລ້າງມື ໃຫ້ສະອາດ. ແນ່ນອນ, ມາດຕະການນີ້ ຈະເຮັດໃຫ້ ຕ່ອງໂສ້ການຄ້າ ແລະ ການສະໜອງສິນຄ້າສາກົນຫຼຸດຜ່ອນລົງ, ແຕ່ມັນກໍ່ເປັນສິ່ງທີ່ຕ້ອງໄດ້ເຮັດເພື່ອປ້ອງ ໃນລະດັບສ່ວນບຸກຄົນ.
ເສີມທັກສະການປີ່ນປົວໃນໂຮງໝໍຢູ່ທົ່ວທຸກແຫ່ງ – ການເປີດຮັບການສະໜັບສະໜູນທາງດ້ານການເງິນ, ອຸປະ ກອນການແພດ ແລະ ເຕັກນິກການແພດຢ່າງກ້ວາງຂວງຈາກປະເທດອື່ນ ຈະເຮັດໃຫ້ຫຼຸດຜ່ອນ ຄວາມສ່ຽງລົງ. ການແຜ່ລະບາດ, ມັນບໍ່ເລືອກຮ້ອນຫຼືໜາວ, ມັນສາມາດໄປໄດ້ທົ່ວສາລະທິດ ຕາບໃດທີ່ຄົນມີເຊື້ອຢູ່ໃກ້ກັບ ຄົນອື່ນໆ. ດັ່ງນັ້ນ, ສູນປິ່ນປົວຕາມເປົ້າໝາຍ, ຕ້ອງກຽມຕົວໃຫ້ພ້ອມ ໃນກໍລະນີຮ້າຍແຮງທີ່ສຸດ. ການເຝິກຊ້ອມ ຮັບມືໃນການນຳໃຊ້ເຄື່ອງ ແລະ ປີ່ນປົວ ເປັນສິ່ງທີ່ປະລະບໍ່ໄດ້.
ທຸກໆຊີວິດມີຄ່າ. ໂຄວິດໄດ້ພາກຊີວິດຄົນຮັກໃນຫຼາຍໆມູມໂລກມາແລ້ວ. ຄວາມຂາດເຂີນດ້ານເຕັກນິກ ແລະ ອຸປະກອນ, ເຮັດໃຫ້ຊີວິດ ເກືອບ 1 ພັນລ້ານ ຕົກໃນຄວາມສ່ຽງຕໍ່ການສູນເສຍ. ການຕໍ່ສູ້ໂຣກໂຄວິດ, ນອກຈາກ ຈະເປັນການສະແດງສະກາຍະພາບທາງການແພດໃນທົ່ວໂລກ, ມັນຍັງເປັນການສະແດງນໍ້າໃຈມະນຸດສະທຳ ໃນການຊ່ວຍເຫຼືອມະນຸດຜູ້ທຸກຍາກ ໄດ້ມີຊີວິດຍືນຍາວ. ທາງການ ສ ປ ປ ລາວ ກໍ່ມີໃຫວພິກສະດຸ້ງໄວ ໃນການແກ້ໃຂບັນຫາ, ຮ່ວມກັບສັງຄົມ ແລະ ສາກົນ ໃນການຜ່ານພົ້ນໄພພິບັດໂຄວິດຄັ້ງນີ້.