ການກັກຕົວກັນລະບາດໄວຣັດໂຄວິດ ທີ່ໃຫຍ່ທີ່ສຸດໃນໂລກຊ່ວຍຊີວິດ ຄົນອິນເດຍ, ແຕ່ກໍ່ເຮັດໃຫ້ທຸລະກິດຂອງພວກເຮົາເຈັບປວດໜັກຫຼາຍ. ຍ້ອນວ່າຄົນຕິດໂຄວິດ, ເພີ່ມຂື້ນໃນປະເທດອິນເດຍ ແລະ ການປິດປະເທດຖືກຂະຫຍາຍອອກໄປຫຼາຍອາທິດ, ເຮັດໃຫ້ຫຼາຍຄົສົງໃສວ່າ ແມ່ນຫຍັງຈະເກີດຂື້ນກັບທຸລະກິດ?ໃນຮ້ານອາຫານຈີນທີ່ມີຄົນໜາແໜ້ນທີ່ສຸດແຫ່ງໜຶ່ງ ຕັ້ງຢູ່ໃນບໍລິເວນໃກ້ຄຽງຂອງເມືອງ ມຸມບາຍ, ນະຄອນຫຼວງທາງການເງິນຂອງອິນເດຍ. ແຕ່ວ່າໃນໄລຍະສາມອາທິດທີ່ຜ່ານມາ ຕ້ອງໄດ້ປິດຮ້ານ ເຮັດໃຫ້ຂາດລາຍຮັບ. ໃນປະເທດທີ່ມີປະຊາກອນ 1,3 ພັນລ້ານຄົນ, ການປິດລ້ອມຂອງອິນເດຍ, ທຸລະກິດທີ່ບໍ່ຈຳເປັນທັງໝົດກຳລັງ ພິສູດຄວາມເຂັ້ມແຂງທົນທານວ່າຈະສາມາດກັບມາດຳເນີນທຸລະກິດໄດ້ດີຫຼາຍປານໃດ? ລັດຖະບານໄດ້ຂະຫຍາຍການຊ່ວຍເຫຼືອທາງດ້ານການເງິນ ໃຫ້ແກ່ຫຼາຍຄົນທີ່ທຸກຍາກທີ່ສຸດ ແລະ ຜ່ອນຄາຍກົດລະບຽບດ້ານການເງິນບາງຢ່າງເພື່ອຊ່ວຍໃຫ້ບັນດາບໍລິສັດ ແລະ ທະນາຄານຂະໜາດໃຫຍ່ຂອງປະເທດ. ທຸລະກິດຂະໜາດນ້ອຍ ແລະ ກາງ ເຊັ່ນ: ຮ້ານອາຫານ ຕົກຢູ່ໃນເຄືອຂ່າຍ ການໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ.
ຮ້ານອາຫານທັງໝົດຖືກປິດບໍລິການ. ເຈົ້າຂອງຮ້ານ ພະຍາຍາມຄິດຫາສູດໃໝ່ໆຊ່ວງປິດຮ້ານ ແລະ ກຳລັງພະຍາຍາມໃຊ້ເວລາໃນການທົດລອງກ່ຽວກັບສູດອາຫານໃໝ່ ແລະ ເຮັດໃຫ້ຮ້ານອາຫານມີຄວາມສະອາດຂື້ນ. ນັ້ນແມ່ນສິ່ງທີ່ ເຈົ້າຂອງຮ້ານເຮັດໄດ້. ສຳລັບຮ້ານອາຫານແມ່ນຜູ້ໂຊກດີ ເພາະນອນໃນຂົງເຂດການຊ່ວຍເຫຼືອຂອງລັດຖະບານ. ການປິດລ້ອມ, ຕັ້ງແຕ່ 25 ເດືອນມີນາແລະ ຫວ່າງອາທິດແລ້ວນີ້ ໄດ້ຂະຫຍາຍໄປຈົນເຖິງວັນທີ 3 ເດືອນພຶດສະພາ, ເຮັດໃຫ້ຄວາມຕ້ອງການຢຸດສະງັກລົງຢ່າງກະທັນຫັນ ແລະການຂາດລາຍໄດ້ໃນຊ່ວງນີ້, ທາງຮ້ານຍັງຕ້ອງໄດ້ສືບຕໍ່ຈ່າຍຄ່າເຊົ່າ, ຄ່າແຮງງານ ແລະ ການຈ່າຍດອກເບ້ຍ. ນັກວິເຄາະກ່າວວ່າຄວາມເຈັບປວດສຳລັບເຈົ້າຂອງທຸລະກິດເບິ່ງຄືວ່າຈະສືບຕໍ່ໄປ.
ອຸດສາຫະກຳການບິນ ແລະ ການທ່ອງທ່ຽວຂອງປະເທດອິນເດຍເຊິ່ງກວມເອົາ 12 ເປີເຊັນຂອງ ລາຍຮັບແຫ່ງຊາດ, ພະນັກງານ ກຳລັງຕົກຢູ່ໃນສະຖານະການສູນເສຍວຽກເຮັດງານທຳທັງໝົດ 38 ລ້ານ ຫລື 70 ເປີເຊັນຂອງກຳລັງແຮງງານທັງໝົດ. ແຕ່ວ່າວິສາຫະກິດຂະໜາດກາງ ແລະ ນ້ອຍ (SMEs) ຂອງອິນເດຍ ອາດຈະໄດ້ຮັບຜົນກະທົບ ໜັກກວ່າອັດຕາສ່ວນອື່ນໆ. ພວກເຂົາກວມເອົາປະມານ 30 ເປີເຊັນຂອງກິດຈະກຳທາງເສດຖະກິດຂອງປະເທດແລະ ສ້າງວຽງານ 111 ລ້ານຄົນ. ຄວາມກັງວົນກຳລັງເພີ່ມຂື້ນ ພາຍໃຕ້ຄວາມກົດດັນຂອງການປິດປະເທດ. ໃນຂະນະທີ່ຫຼາຍປະເທດໄດ້ສະເໜີການສະໜັບສະໜູນທາງດ້ານການເງິນ ເພື່ອຊ່ວຍໃນການຕ້ານທານກັບການຕົກງານ, ລວມທັງການຊ່ວຍເຫຼືອໃນການຈ່າຍຄ່າແຮງງານ, ລັດຖະບານກາງອິນເດຍຍັງບໍ່ທັນໄດ້ໃຫ້ການສະໜັບສະ ໜູນ ໂດຍກົງແກ່ບໍລິສັດ.
ການຫ້າມການເດີນທາງທີ່ຖືກບັງຄັບໃຊ້ຢ່າງວ່ອງໄວ ແລະ ຫຼັງຈາກນັ້ນການປິດລ້ອມແມ່ນບາດກ້າວໃນທິດທາງທີ່ຖືກຕ້ອງເພື່ອປ້ອງກັນການລະບາດຂອງພະຍາດດັ່ງກ່າວ. ແຕ່ວ່າເສດຖະກິດບໍ່ໄດ້ເປັນບັນຫາສົນທະນາຫຼັກໆໃນ ຈຸດໆນີ້. ເວລາຈະເປັນເຄື່ອງທົດສອບ. ມາດຕະການຈໍາກັດຂອບເຂດຂອງອິນເດຍ ໄດ້ຖືກຈັດອັນດັບເປັນຫນຶ່ງໃນ ທົ່ວໂລກ, ອີງຕາມການຈັດຂອງມະຫາວິທະຍາໄລ ອ໋ອກສຟອດ. ໃນຂະນະທີ່ມັນອາດຈະຊ່ວຍຊີວິດ ມັນກໍ່ຍັງໄດ້ສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດທີ່ເລີ່ມຊຸດໂຊມແລ້ວ.
ປະມານເກືອບເຄິ່ງໜຶ່ງຂອງບັນດາເມືອງ ໃນປະເທດ ໄດ້ລາຍງານກໍລະນີຕິດເຊື້ອໄວຣັດ, ແຕ່ວ່າການເກືອດຫ້າມທີ່ບໍ່ ຈຳແນກໃນເຂດທີ່ບໍ່ຕິດເຊື້ອ ໝາຍຄວາມວ່າປະເທດນີ້ ກຳລັງສູນເສຍປະມານ 4,6 ຕື້ໂດລາຕໍ່ມື້. ມັນແມ່ນລາຄາທີ່ແພງຫຼາຍ. ເຖິງແມ່ນວ່າການປິດລ້ອມຖືກ ນຳໃຊ້ຢ່າງຈິງຈັງ ແລະ ບາງພາກສ່ວນຂອງເສດຖະກິດກໍ່ເລີ່ມປະຕິບັດ ໜ້າທີ່ອີກເທື່ອໜຶ່ງ. ຄວາມຕ້ອງການຂອງຫຼາຍຂະແໜງການຈະຟື້ນຕົວຊ້າຫຼາຍ. ທ່ອງທ່ຽວຄາດຫວັງວ່າຈະມີການລົບກວນຢ່າງຮ້າຍແຮງເປັນເວລາຢ່າງໜ້ອຍ 6 ເດືອນ. ໃນຂະນະທີ່ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງອາດກະທົບຫຼາຍທີ່ສຸດໃນໄລຍະສັ້ນ.
ການຢຸດສະຫງັກ ຂອງໂຄງການກໍ່ສ້າງສາທາລະນະຂະໜາດໃຫຍ່ມີການຂະຫຍາຍຕົວຊ້າລົງ. ຈະສົ່ງຜົນສະທ້ອນຕໍ່ຂົງເຂດອື່ນໆເຊັ່ນການຜະລິດຊີມັງ ແລະ ເຫຼັກ, ເຊິ່ງຈະເຮັດໃຫ້ມີການສູນເສຍວຽກເຮັດງານທຳຫຼາຍຢ່າງ. ຫົວໜ້າບໍລິສັດ ຫຼາຍກ່ວາເຄິ່ງໜຶ່ງ ຄາດວ່າຈະມີການສູນເສຍວຽກຫຼັງຈາກການຖືກປົດຕຳແໜ່ງ. ມາຮອດປັດຈຸບັນນີ້ ທາງການອິນເດຍ ສ້າງເປົ້າໝາຍໃນການຈ່າຍເງິນສະຫວັດດີການ ສຳລັບກຸ່ມທີ່ມີລາຍໄດ້ຕໍ່າ. ລັດຖະບານຍັງໄດ້ຜ່ອນເບົາມາດຕະການຄຸ້ມຄອງສຳລັບບໍລິສັດຂະໜາດໃຫຍ່, ເຊັ່ນ ວ່າໃຫ້ບໍລິສັດທີ່ປະເຊີນກັບຂັ້ນຕອນການລົ້ມລະລາຍຫຼາຍ.
ບາງເຂດກໍ່ກັບມາເຮັດທຸລະກິດໄດ້ແລ້ວ. ໃນຂະນະທີ່ການກັກບໍລິເວນຍັງຄົງຢູ່, ລັດຖະບານກຳລັງອະນຸຍາດໃຫ້ບາງເຂດທີ່ໄດ້ຮັບຜົນກະທົບໜ້ອຍ ເພື່ອຜ່ອນຄາຍຂໍ້ຈຳກັດພາຍຫຼັງວັນທີ 20 ເດືອນເມສາ ຖ້າເຈົ້າໜ້າທີ່ທ້ອງຖິ່ນສາມາດສະແດງໃຫ້ເຫັນວ່າ ບໍ່ມີການແຜ່ຂະຫຍາຍ. ທ່ານນາຍົກລັດຖະມົນຕີ ກ່າວຜ່ານໂທລະພາບເມື່ອບໍ່ດົນມານີ້ວ່າ: ສິ່ງນີ້ຄວນຊ່ວຍໃຫ້ກິດຈະກຳການຄ້າເລີ່ມຕົ້ນໃໝ່, ໂດຍສະເພາະໃນເຂດຊົນນະບົດ ແລະ ບັນເທົາບັນຫາຜູ້ທີ່ມີລາຍໄດ້ຄ່າແຮງງານປະຈຳວັນ. ພວກເຂົາສາມາດເລີ່ມຕົ້ນ ການຜະລິດສິນຄ້າຂັ້ນພື້ນຖານ.
ແຕ່ສິ່ງທີ່ຮ້າຍແຮງທີ່ສຸດອາດຈະຍັງບໍ່ທັນມາສຳລັບເສດຖະກິດຂອງອິນເດຍ. ການອົບພະຍົກຄົນ ຈາກເມືອງກັບຄືນສູ່ບ້ານເກີດບ້ານເກີດໃນອາທິດທີ່ຜ່ານມາສາມາດຂັດຂວາງການກັບຄືນສູ່ສະພາບປົກກະຕິໂດຍໄວ, ໂດຍສະເພາະແມ່ນຂະແໜງການທີ່ໃຊ້ແຮງງານເຊັ່ນ: ການກໍ່ສ້າງ, ໃນຂະນະທີ່ອາດຈະແຜ່ລາມໄວຣັດຕື່ມອີກ. ທາງການກຳລັງເຮັດວຽກຮ່ວມກັບລັດຖະບານຂອງແຕ່ລະລັດ ເພື່ອຮັບປະກັນວ່າພວກເຂົາສາມາດຈັດການຂົນສົ່ງຄົນງານ, ໃຊ້ໜ້າກາກ ແລະ ຮັບປະກັນສະຖານທີ່ເຮັດວຽກທັງໝົດ ໄດ້ຖືກອະນາໄມ. ນີ້ຈະເປັນກຸນແຈສຳລັບການຟື້ນຕົວທີ່ປອດໄພ.
ພຽງແຕ່ການເປີດໂຮງງານ ແລະ ທຸລະກິດຢ່າງດຽວ, ຈະບໍ່ພຽງພໍໃນການແກ້ໄຂບັນຫາທີ່ຫຍຸ້ງຍາກຂອງເສດຖະກິດ. ພວກເຂົາຍັງຈະຕ້ອງໄດ້ຄິດກ່ຽວກັບ ການກະຕຸ້ນຄວາມຕ້ອງການຂອງຜະລິດຕະພັນ ເຊິ່ງປະຈຸບັນນີ້ຍັງຈະຕໍ່າ ຍ້ອນວ່າປະຊາຊົນຫຼາຍຄົນໄດ້ສູນເສຍຊີວິດການເປັນຢູ່ແບບເກົ່າ ລວມທັງລາຍຮັບປະຈຳ. ທຸກໆປະເທດ ພະຍາຍາມ ຮັກສາຈັງຫວະການເໜັງຕີງຂອງເສດຖະກິດ ໄປພ້ອມໆກັບການມີຊີວິດຂອງປະຊາຊົນ. ບໍ່ມີໃຜຢາກສູນເສຍ ສິ່ງດີໆນີ້ໄດ້, ແຕ່ການໃຊ້ມາດຕະການໃດໄດ້ຜົນ ບົນທ່າແຮງທີ່ມີ ເປັນວຽກງານໃຫ້ເຮົາໄດ້ຄົ້ນຄິດ.