ຜູ້ບໍລິຫານລະດັບສູງຂອງອົງກອນ ຫຼື ບໍລິສັດ ມີບົດບາດສຳຄັນຫຼາຍກັບຄວາມສຳເລັດ. ເນື່ອງຈາກອຳນາດຕັດສິນແມ່ນຂື້ນກັບເຂົາເຈົ້າ. ເປັນຕົ້ນ ການຄັດສັນພະນັກງານ, ການຈັດງົບ, ຮັບຮອງແຜນປະຕິດບັດ ແລະ ການດຳເນີນວິໃສທັດ ໃຫ້ກາຍເປັນຈິງ.
ຄວາມລົ້ມເຫຼວທີ່ເຮົາມັກພົບເຫັນຈາກການດຳເນີນທຸລະກິດ ຫຼື ອົງກອນໃດໜຶ່ງ, ໃນສ່ວນຂອງຜູ້ນຳອົງກອນ ແມ່ນມາຈາກການບໍ່ສາມາດ ຮັບມືແກ້ໄຂຈຸດອ່ອນຂໍ້ຄົງຄ້າງທີ່ມີ ທັງໃນຕົນເອງ ແລະ ໃນທີມງານ. ສິ່ງທີ່ທໍາລາຍຄວາມເປັນຜູ້ບໍລິຫານ ຫຼື ຜູ້ນໍາກໍ່ຄື ຜູ້ບໍລິຫານ ຫຼື ຜູ້ນໍານັ້ນບໍ່ຍ່ອມບໍ່ສົມບູນແບບສະເໝີໄປ. ການຮັບຮູ້ຈຸດບົກຜ່ອງ ເປັນການເປີດໂອກາດໃຫ້ທ່ານ ນຳໃຊ້ພະນັກງານທີ່ມີຄວາມເປັນມືອາຊີບເຂົ້າມາ ເຂົ້າມາເຮັດວຽກຢ່າງຈິງຈັງ ເພື່ອໃຫ້ອົງກອນບັນລຸເປົ້າໝາຍ.
ບໍ່ວ່າຈະເປັນຊີອີໂອ ຫຼື ຜູ້ບໍລິຫານລະດັບສູງ ທ່ານຈະຕ້ອງຄຸ້ນເຄີຍກັບຄວາມກົດດັນທີ່ເກີດ ລະຫວ່າງຜົນໄດ້ແລະຄວາມຄາດຫວັງທີ່ບໍ່ສອດຄ່ອງກັບຄວາມເປັນຈິງ. ມັນມັກຈະເກີດຂຶ້ນຢູ່ສະເໝີ. ໂດຍທີ່ສ່ວນໜຶ່ງອາດຈະເກີດຈາກຕົວທ່ານເອງ ແລະບາງເທື່ອອາດຈະມາຈາກແຫຼ່ງອື່ນ ເຊັ່ນ ສື່ ຄູ່ແຂ່ງ ລູກຄ້າ ຄະນະກໍາມະການບໍລິສັດ ລວມທັງຈາກພະນັກງານ ໃນອະດີດ. ບໍ່ວ່າຈຸດອ່ອນ ຈະເກີດຈາກ ຜູ້ບໍລິຫານ ຫຼື ໃນທີມງານ, ການປົກປິດ ຈຸດອ່ອນຂອງຕົນເອົາໄວ້ຢ່າງໜຽວ ແໜ້ນ ອາດແຜ່ລາມກາຍເປັນບັນຫາໃຫຍ່ທີ່ແກ້ໄຂໄດ້ຍາກ.
ການຍອມຮັບຈຸດອ່ອນ ກະບໍ່ໝາຍວ່າຈະນຳເອົາໄປປ່າວປະກາດໃຫ້ສັງຄົມຮູ້ຈັກ. ມັນເປັນການເປີດຕົວເອງ ໃຫ້ໄດ້ເລີ່ມແກ້ໄຂບັນຫາທີ່ຍັງຄົງຄ້າງ. ເຊັ່ນດຽວກັນ, ການສ້າງພາບຕົບຕາ, ບິດເບືອນສັງຄົມ ຕໍ່ກັບຄວາມເປັນຈິງທີ່ເກີດຂື້ນ ຈະເຮັດໃຫ້ມະຫາຊົນເຊື່ອໜັ້ນໃນໄລຍະສັ້ນ ແຕ່ໃນໄລຍະຍາວ ອາດຂາດຄວາມໄວ້ວາງໃຈ ເມື່ອຄວາມຈິງຈຸດອ່ອນນັ້ນປາກົດຂື້ນ. ຕົວຢ່າງ ການປົກປິກເຕັກນິກການຜະລິດລົດ ທີ່ມີບັນຫາໃນລະບົບເບກ, ຈົນເຮັດໃຫ້ລູກຄ້າເສຍຊີວິດ ຫຼາຍລາຍ ຈາກຄວາມຜິດດ້ານເຕັກນິກການຜະລິດ.
ເມື່ອໃດທີ່ຜູ້ບໍລິຫານ ຍັງພະຍາຍາມທີ່ຈະເປັນ ຜູ້ບໍລິຫານຈອມສົມບູນແບບ ແລະ ຍັງຄາດຫວັງຄວາມສົມບູນແບບຢູ່, ຜູ້ນໍາເຫຼົ່ານີ້ກໍ່ຈະມີຄວາມສ່ຽງຕໍ່ພຶດຕິກໍາທໍາລາຍເຫຼົ່ານີ້ຫຼາຍຂຶ້ນ. ເພາະບັນາຄົງຄ້າງບໍ່ໄດ້ຖືກແກ້ໄຂ. ທັງຍັງຈະຍິ່ງມີຄວາມສ່ຽງຫຼາຍຂຶ້ນໄປອີກຫາກມີຄວາມຄຽດສູງຂຶ້ນ ເພາະຕ້ອງການຈະປັບປຸງຜົນງານໃຫ້ດີຂຶ້ນຕາມກະແສການແຂ່ງຂັນແຫ່ງນະວັດຕະກໍາກ່ຽວກັບອິນເທີເນັດແລະເທັກໂນໂລຊີທີ່ຈະປ່ຽນແປງວິທີການບໍລິຫານແບບເກົ່າໆ. ເຖິງວ່າຜູ້ນໍາທີ່ເຮົາໄດ້ຮູ້ຈັກຫຼາຍຄົນຕ່າງກໍ່ເຄີຍມີຈິນຕະນາການເຖິງຊ່ວງເວລາທີ່ “ທຸກສິ່ງທຸກຢ່າງຈະກັບຄືນສູ່ສະພາບປົກກະຕິ” ແຕ່ໃນສະພາບຕົວຈິງ, ການເວລາ ບໍ່ໄດ້ແກ້ໄຂຈຸດອ່ອນທີ່ຄົງຄ້າງ ໂດຍປາດສະຈາກມາດຕະການການຕັດສິນໃຈເດັດຂາດແກ້ໄຂຂອງຜູ້ບໍລິຫານໃນບັນຫານັ້ນໆ.
ເພື່ອເຮັດໃຫ້ການແກ້ໄຂ ມີປະສິດທິພາບ, ຂັ້ນທໍາອິດຈະຕ້ອງ ເອົາບັນມາມາເບິ່ງ ແລະ ເຊື່ອມໂຍງຄົນກ່ຽວຂ້ອງກັບບັນຫາດັ່ງກ່າວ. ໃຜມີຄວາມຮັບຜິດຊອບ. ຖ້າຈຸດອ່ອນເເກີດມາຈາກການເຮັດວຽກ, ກໍ່ຕ້ອງປັບປຸງວິທີໃໝ່. ຖ້າຈຸດອ່ອນເກີດຂື້ນເພາະມັນເປັນບັນຫາໃໝ່ທີ່ຍັງບໍ່ທັນມີຄົນຮັບຜິດຊອບ ກໍ່ຕ້ອງໄດ້ມີການມອບໝາຍໜ້າທີ່ຄືນໃໝ່.
ພວກເຮົາຕ້ອງຮັບຮູ້ນຳກັນວ່າ: ທຸກໆຄົນສາມາດຜິດພາດນຳກັນໄດ້. ຜູ້ບໍລິຫານທີ່ດີ-ເກັ່ງ ແມ່ນການຮັບຮູ້ຈຸດອ່ອນ ແລະ ຂໍ້ຜິດພາດ. ຮູບແບບການແກ້ໄຂ, ບໍ່ແມ່ນແຕ່ການຕຳນິ, ວິຈານ ຫາກແມ່ນການແກ້ໄຂຈຸດຄົງຄ້າງ ທີ່ອາດເກີດຂືນຈາກຕົວບຸກຄົນ ຫຼື ປັດໃຈຕ່າງໆປີ່ນອ້ອມໃນຂົງເຂດທ່ານ. ທັງນີ້ກໍ່ເພື່ອເຮັດໃຫ້ການເຮັດວຽກຍັບເຂົ້າໃກ້ເປົ້າໝາຍທີ່ວາງໄວ້. ສິ່ງທີ່ອົງກອນທັງຫຼາຍຄວນຈະໄດ້ຄິດເຖິງກໍ່ຄື ເຖິງວ່າເຮົາຈະຜິດພາດໄປແດ່ແຕ່ກໍ່ຍັງເປັນຜູ້ນໍາທີ່ດີໄດ້. ການຍອມຮັບໃນຂໍ້ນີ້ຈະເຮັດໃຫ້ທ່ານຄິດເຖິງພຶດຕິກໍາທໍາລາຍຫຼາຍຂຶ້ນ ແລະ ແທນທີ່ຈະປະຕິເສດຫຼືພະຍາຍາມທີ່ຈະກໍາຈັດມັນ ທ່ານຈະສາມາດຮຽນຮູ້ທີ່ຈະຈັດການກັບຂໍ້ເສຍເຫຼົ່ານີ້.
ຜູ້ບໍລິຫານສູງສຸດແລະຜູ້ນໍາລະດັບອາວຸໂສກໍ່ຈະບໍ່ຖືກຕໍານິເພາະຄວາມຜິດພາດທີ່ບໍ່ໜ້າຈະເກີດຂື້ນ ຫຼື ເພາະຄວາມຍິ່ງຍະ ໂສທີ່ເຮັດໃຫ້ພວກເຂົາບໍ່ຟັງສຽງໃຜຈົນເຮັດໃຫ້ຕົວເອງ ແລະ ອົງກອນຕົກຢູ່ໃນພາວະວິກິດ. ແຕ່ພວກເຂົາສາມາດທີ່ຈະໃຊ້ວິຈາລະນະຍານທີ່ດີຂອງຕົນເພື່ອເປັນພະລັງພັກດັນການນໍາພາຕົນເອງ ແລະ ອົງກອນໄປສູ່ຜົນດໍາເນີນການທີ່ດີກວ່າເກົ່າໄດ້.