Norkhame
ເຮັດວຽກຢ່າງກະຕືລືລົ້ນ ຫຼັງຈາກພັກຍາວ ເຮັດວຽກຢ່າງກະຕືລືລົ້ນ ຫຼັງຈາກພັກຍາວ
“ການບໍ່ຈົດຈໍ່ກັບເປົ້າໝາຍ ຈະເຮັດໃຫ້ຄົນຂາດແຮງບັນດານໃຈ ໃນການສ້າງສັນວຽກງານດີໆປະຈຳວັນ. ການພັກໄລຍະຍາວ ເປັນໂອກາດເຮັດໃຫ້ຄົນລືມເປົ້າໝາຍການເຮັດວຽກ,​ເປົ້າໝາຍທຸລະກິດ ຫຼື ແຮງບັນດານໃຈ. ຈະເຮັດແນວໃດໃຫ້ ມີຄວາມກະຕືລືລົ້ນເຮັດວຽກ ພາຍຫຼັງການພັກຍາວ” ສົງການປີໄໝ່ຫາກໍ່ຜ່ານໄປ ປີໄໝ່ປີນີ້ມີການພັກຍາວເປັນພິເສດ. ການພັກດົນໆ ເຮັດໃຫ້ຄົນ ລືມສະພາບການ ເຄັງ ຕືງຈາກການເຮັດວຽກໄປຊ່ວງໃດໜຶ່ງ ແລະ ໃນບາງຄັ້ງເຮັດໃຫ້ຮູ້ສຶກກາຍເປັນຄົນແປກໜ້າ ເວລາກັບເຂົ້າ ມາ ໃນຫ້ອງການ. ຫຼາຍຄັ້ງ ມັນເຮັດໃຫ້ຫຼາຍໆຄົນຍັງຮູ້ສຶກວ່າ... ເຮັດວຽກຢ່າງກະຕືລືລົ້ນ ຫຼັງຈາກພັກຍາວ

“ການບໍ່ຈົດຈໍ່ກັບເປົ້າໝາຍ ຈະເຮັດໃຫ້ຄົນຂາດແຮງບັນດານໃຈ ໃນການສ້າງສັນວຽກງານດີໆປະຈຳວັນ. ການພັກໄລຍະຍາວ ເປັນໂອກາດເຮັດໃຫ້ຄົນລືມເປົ້າໝາຍການເຮັດວຽກ,​ເປົ້າໝາຍທຸລະກິດ ຫຼື ແຮງບັນດານໃຈ. ຈະເຮັດແນວໃດໃຫ້ ມີຄວາມກະຕືລືລົ້ນເຮັດວຽກ ພາຍຫຼັງການພັກຍາວ”

ສົງການປີໄໝ່ຫາກໍ່ຜ່ານໄປ ປີໄໝ່ປີນີ້ມີການພັກຍາວເປັນພິເສດ. ການພັກດົນໆ ເຮັດໃຫ້ຄົນ ລືມສະພາບການ ເຄັງ ຕືງຈາກການເຮັດວຽກໄປຊ່ວງໃດໜຶ່ງ ແລະ ໃນບາງຄັ້ງເຮັດໃຫ້ຮູ້ສຶກກາຍເປັນຄົນແປກໜ້າ ເວລາກັບເຂົ້າ ມາ ໃນຫ້ອງການ. ຫຼາຍຄັ້ງ ມັນເຮັດໃຫ້ຫຼາຍໆຄົນຍັງຮູ້ສຶກວ່າ ບໍ່ຢາກເຮັດວຽກແບບກະຕືລືລົ້ນຄືເກົ່າ ເພາະຄວາມ ມ່ວນ ຊື່ນ ແລະ ສະຖານທີ່ທີ່ໄດ້ເຂົ້າໄປຊົມເຮັດໃຫ້ທ່ານຍັງມີມະໂນພາບອັນດີ ແລະ ກໍ່ຍັງມີຄວາມຊົງຈຳ ແລະ ການ ດຳລົງຊີວິດທີ່ບໍ່ຕ້ອງກັງວົນກັບ ເວລາເຂົ້າການ ຫຼື ວຽກທີ່ຈະຕ້ອງໄດ້ສົ່ງໃຫ້ທັນກັບເວລາ.

ບັນຫາໜຶ່ງທີ່ຄົນຍັງມີຄວາມຄິດຕິດພັນໃນຊ່ວງເວລາຂອງການພັກແລ້ງກໍ່ຄື ຫຼາຍຄົນອາດຈະເລີ່ມມີຄວາມລື້ງ ເຄີຍກັບເວລາທ້ອງຖີ່ນ ໃນກໍລະນີທີ່ເດີນທາງໄປປະເທດທີ່ມີຄວາມແຕກຕ່າງ ທາງດ້ານເວລາຈົນເຮັດ ໃຫ້ເວລາ ກັບມາປະເທດຂອງຕົນເອງແລ້ວ ອາດຈະນອນບໍ່ຫຼັບ ແລະ ເຮັດໃຫ້ມີຄວາມເມື່ອລ້າ ໃນເວລາໄປ ເຮັດວຽກ. ບາງ ຄົນເດີນທາງໄປຕ່າງແຂວງ ພໍ່ແມ່ໃນຍາມສົງການ ຫຼື ເພື່ອນຝູງຈົນເຮັດໃຫ້ຍັງມີຄວາມຄິດ ຮອດຄິດເຖິງເວລາທີ່ ຈາກ.​ ການທີ່ຈະກັບມາມີຄວາມກະຕືລືລົ້ນຄືເກົ່າ ພາຍຫຼັງການພັກສົງການ ເປັນເວລາອັນດົນອາດຈະບໍ່ ງ່າຍ ເທົ່າທີ່ຄິດ. ນີ້ເປັນສິ່ງທີ່ຂ້າພະເຈົ້າເຄີຍປະຕິບັດໃນການພັກຍາວທີ່ມີມາກ່ອນ ເຊັ່ນ: ພັກປະຈຳປີ.

ພັກຜ່ອນໃຫ້ພຽງພໍ

ບາງເທື່ອ ສາເຫດສຳຄັນທີ່ເຮັດໃຫ້ບໍ່ມີແຮງບັນດານໃຈໃນການເຮັດວຽກພາຍຫຼັງການພັກແລ້ງ ແມ່ນເນື່ອງ ຈາກວ່າຍັງມີຄວາມເມື່ອລ້າຢູ່. ມັນກໍ່ແລ້ວແຕ່ຮູບແບບການໄປພັກຜ່ອນ ຫຼື ສະຖານທີ່, ແຕ່ມີຫຼາຍໆຄັ້ງທີ່ບໍ່ຢູ່ລ້າໆ, ຫຼາຍຄົນຕ່າງກໍເດີນທາງ ຫຼື ຫຼີ້ນກິລາ ທຸກໆມື້ ຫຼື ປີນພູ, ເດີນຊົມເມືອງ, ຍາງເລາະຫາດຊາຍ, ໂດຍລວມແລ້ວ ຈະມີກິດຈະກຳເຮັດຫຼາຍ ກວ່າມື້ເຮັດວຽກທຳມະດາ. ດັ່ງນັ້ນ ຈິ່ງເປັນສາເຫດໃຫ້ຄົນມີຄວາມເມື່ອຍ ແລະ ແນ່ ນອນເວລາກັບມາບ້ານອາດ ເຮັດໃຫ້ຮ່າງກາຍຍັງບໍ່ພ້ອມທີ່ຈະເຮັດວຽກໄດ້ເຕັມທີ່.

ດັ່ງນັ້ນ ຄຳແນະນຳກໍ່ຄື: ພັກຜ່ອນໃຫ້ຫຼາຍເທົ່າທີ່ຈະເປັນໄປໄດ້ ຈັກສອງສາມມື້ເປັນຢ່າງໜ້ອຍ ຫຼື ອາດເປັນ ອາທິດ. ໃຫ້ນອນພັກທ່ຽງ, ນອນໃຫ້ພຽງພໍ, ແລະ ພະຍາຍາມປັບຕົວເທື່ອລະໜ້ອຍ. ນັ້ນບໍ່ໄດ້ໝາຍວ່າບໍ່ໄດ້ ເຮັດຫຍັງ, ແຕ່ການພັກຜ່ອນຄວນເປັນສິ່ງຕົ້ນຕໍພາຍຫຼັງການກັບມາຈາກພັກແລ້ງເປັນໄລຍະເວລາດົນໆ.

ຊອກເປົ້າໝາຍ

ຖ້າຫາກວ່າທ່ານບໍ່ມີແຮງບັນດານໃຈ ສ່ວນໃຫຍ່ແລ້ວມັນມາຈາກວ່າ ທ່ານອາດລື່ມເປົ້າໝາຍ ທີ່ເຮັດຕ້ອງ ໄດ້ ເຮັດ ອັນໃດໜຶ່ງຂື້ນມາໃນຫ້ອງການ. ມັນເປັນເຫດຜົນບໍ່ມີການພັກດັນ ໃຫ້ມີສິ່ງໃດໜຶ່ງ.

ສຳລັບທາງແກ້ທີ່ຈະແນະນຳ: ໃຫ້ທ່ານຊອກຫາສິ່ງໃດສິ່ງໜຶ່ງເຮັດ, ສິ່ງໃດກໍ່ໄດ້ທີ່ຊ່ວຍຄົນອື່ນ. ທີ່ຈະເຮັດໃຫ້ ມີການປ່ຽນແປງຊີວິດຂອງພວກຄົນ ໃນທາງທີ່ມີຄວາມໝາຍຫຼາຍຂື້ນ. ໃຫ້ທ່ານຄົ້ນຄິດກັບສິ່ງທີ່ຈະກໍ່ໃຫ້ມີ ການປ່ຽນແປງ, ກ່ຽວກັບຄົນໆນັ້ນ.

ໃຜໆກໍ່ເປັນແນວດຽວກັນເກືອບໝົດ. ຫຼາຍຄົນຕ້ອງການຊ່ວຍຄົນອື່ນ, ເຖິງແມ່ນວ່າທ່ານຈະເປັນຄົນຂ້ອນຂ້າງ ເຫັນແກ່ຕົວຫຼາຍປານໃດກໍ່ຕາມ. ໃຫ້ທ່ານ ເຂົ້າໄປຢູ່ໃນສະຖານະການນັ້ນໆ ເພື່ອຊອກຫາເຫດຜົນການເຮັດວຽກ ເພື່ອໃຫ້ມັນ ມີຄວາມກ້າວໜ້າເລີຍໆ.

ສ້າງກິດຈະກຳ

ເວລາເຮັດວຽກມັກມີຫຼາຍບັນຫາເຂົ້າມາ ບາງອັນມີຄວາມສັບສົນຈົນເຮັດໃຫ້ບໍ່ຢາກເຮັດຕໍ່ໄປ ຫຼື ບໍ່ຢາກເລີ່ມ ຕົ້ນເລີຍ.

ດັ່ງນັ້ນຄຳແນະນຳຄື: ເຮັດໃນສິ່ງນ້ອຍໆກ່ອນ. ໃນທີ່ສຸດແລ້ວ ມັນຈະກໍ່ຕົວເປັນສິ່ງທີ່ທ່ານຕ້ອງການໃນທີ່ສຸດ. ທ່ານຕ້ອງໄດ້ເຮັດສິງໃດໜຶ່ງ. ສ້າງແຜນການເຮັດວຽກປະຈຳວັນ-ເຮັດແຕ່ນ້ອຍຫາ ໃຫຍ່-ເຮັດແຕ່ ແນວງ່າຍຫາຍາກ.

ເມື່ອເຮັດໃນສິ່ງນ້ອຍໆກ່ອນ ທ່ານຈະເຫັນວ່າມັນມີຄວາມງ່າຍດາຍ ແລະ ຈົນເຮັດໃຫ້ບໍ່ເຫັນເຫດຜົນວ່າເປັນຫຍັງ ທ່ານຈະບໍ່ ເຮັດມັນຂື້ນມາອີກ. ຈະເຫັນໄດ້ວ່າຈາກບັນຫາໃຫຍ່ມັນກັບກາຍມາເປັນບັນຫານ້ອຍ. ແລະ ໃນເວລາທີ່ ທ່ານເລີ່ມ ເຮັດມັນຂື້ນມາແລ້ວ, ທ່ານຈະຮູ້ສຶກມີແຮງບັນດານໃຈ. ຈົ່ງເຮັດແນວນັ້ນ ຕໍ່ໄປກັບວຽກອື່ນໆ. ທ່ານ ຈະເຫັນວ່າການ ເຮັດສິ່ງນ້ອຍໆ ມັນສາມາດເກີດຂື້ນເປັນອັນໃຫຍ່ໄດ້.

ເພີ່ມຄວາມຮັບຜິດຊອບ

ສຳລັບຂ້າພະເຈົ້າແລ້ວ, ບໍ່ມີຄວາມສັບສົນຫຍັງ ເພາະວ່າຈະບໍ່ມີໃຜມາບັງຄັບໃຫ້ເຮັດ. ການຄວບຄຸມການເຮັດ ວຽກຂອງຕົນເອງໃນເວລາທີ່ຕົນຕ້ອງການ ສຳລັບຂ້າພະເຈົ້າສາມາດໃຊ້ເວລາຂຽນ ໃນຍາມທີ່ຕ້ອງການ ຫຼື ອາດຈະຂຽນໝົດມື້ກໍ່ໄດ້. ແຕ່ໃນເມື່ອບໍ່ມີໃຜບັງຄັບ ນັ້ນແຫຼ້ເປັນສິ່ງທີ່ຍາກຫຼາຍ ໃນການເຮັດວຽກ ເພາະຖ້າຫາກ ທ່ານ ບໍ່ມີຄວາມຮັບຜິດຊອບແລ້ວ ກໍ່ຈະບໍ່ມີຫຍັງເກີດຂື້ນມາເລີຍ ຖ້າຫາກຂາດແຮງບັນດານໃຈ.

ດັ່ງນັ້ນ ຄຳແນະນຳຂອງຂ້າພະເຈົ້າຄື: ຮ້ອງຂໍໃຫ້ໃຜຜູ້ໃດໜຶ່ງ ສ້າງໃຫ້ທ່ານເກີດມີຄວາມຮັບຜິດຊອບໃນໜ້າທີ່ ວຽກງານ. ເຊັ່ນ ຮ້ອງຂໍໃຫ້ຄົນໃກ້ຊິດ ຕິດຕາມການເຮັດວຽກປະຈຳວັນຂອງທ່ານ ເປັນປະຈຳ ຫຼື ສ້າງຕາຕະລາງ ສົ່ງວຽກປະຈຳອາທິດ ເຊິ່ງທ່ານອາດຈະເລືອກວັນສຸກເປັນວັນລາຍງານປະຈຳອາທິດ. ແລະ ໃຫ້ເຮັດແນວນັ້ນ ເປັນປະຈຳ.

ການເຮັດແນວນັ້ນມັນໄດ້ຜົນສຳລັບຂ້າພະເຈົ້າ. ສາເຫດໜຶ່ງ ທີ່ສິ່ງນີ້ມັນໄດ້ຜົນກໍ່ເນື່ອງຈາກວ່າ ຂ້າພະເຈົ້າບໍ່ຢາກ ເຮັດໃຫ້ໃຜຜິດຫວັງໃນການເຮັດວຽກຂອງຂ້າພະເຈົ້າ.

ສະຫຼຸບ

ມີຫຼາຍໆຄັ້ງທີ່ຄົນບໍ່ມີຄວາມກະຕືລືລົ້ນ ໃນຊ່ວງຊີວິດການເປັນມະນຸດ ບໍ່ແມ່ນແຕ່ສະເພາະ ໃນຍາມພັກແລ້ງ ເປັນ ໄລຍະເວລາອັນດົນໆ. ການນຳໃຊ້ເຕັກນິກເຫຼົ່ານັ້ນ ກໍ່ສາມາດເຮັດໄດ້ດີຄືກັນໃນຫຼາຍໆສະຖານະການ ຂອງການ ຂາດແຮງບັນດານໃຈ.

ຖ້າຫາກທ່ານຕົກໃນສະຖານະການທີ່ຂາດແຮງບັນດານໃຈ ໃນຊ່ວງເວລາໃດໜຶ່ງ, ຈົງລອງພະຍາຍາມ ໃຊ້ເຕັກ ນິກທີ່ຂ້າພະເຈົ້າໄດ້ຍົກມານີ້ເບິ່ງ ຫຼື ພະຍາຍາມປະສົມປະສານກັບ ເຕັກນິກອື່ນໆ ແລະ ລອງສັງເກດ ເບິ່ງວ່າມັນ ຈະໄດ້ ຜົນຫຼືບໍ່:

  1. ພັກຜ່ອນໃຫ້ພຽງພໍ
  2. ຄົ້ນຫາເປົ້າໝາຍ, ໂດຍການພະຍາຍາມຊ່ວຍເຫຼືອຜູ້ອື່ນ
  3. ເຮັດໃນສິ່ງເລັກໆນ້ອຍໆ
  4. ຮ້ອງຂໍໃຫ້ໃຜຜູ້ໃດໜຶ່ງກວດສອບຄວາມຮັບຜິດຊອງການເຮັດວຽກຂອງທ່ານ

ຖ້າຫາກທ່ານກັບເຂົ້າຄືນໄປຢູ່ໃນສະຖານະການ ທີ່ເຄີຍມີຄວາມກະຕືລືລົ້ນຄືເກົ່າແລ້ວ ທ່ານຈະ ມີຄວາມຮູ້ສຶກດີໆ ຕາມມາ. ມັນຈະເຮັດໃຫ້ມີຄວາມຄືບໜ້າໄປເລີຍໆ ແລະ ແນ່ນອນຈະເຮັດໃຫ້ທ່ານມີຄວາມ ສຸກຍິ່ງໆຂື້ນ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.