ໃນຄວາມຜິດພາດລ້ວນມີຄວາມງາມໃຫ້ຄົ້ນຫາ. ຊີວິດທີ່ຫນ້າສຶກສາບໍ່ແມ່ນຊີວິດທີ່ສົມບູນພ້ອມພຽງ. ແຕ່ການຮູ້ຈັກຢູ່ກັບຄວາມບົກພ່ອງທີ່ມີ ແລະ ຮູ້ຈັກໃຊ້ສະຕິປັນຍາແກ້ໄຂ ຢ່າງມີສີລະປະຕ່າງຫາກ ທີ່ສ້າງໃຫ້ຊີວິດຫນ້າສົນໃຈ. ບໍ່ມີໃຜຈ້າງປີ້ເຂົ້າໄປເບິ່ງໜັງທີ່ບໍ່ມີປັນຫາ. ໃຜລະຈະຢາກເບິ່ງຊີວິດສຸກສະບາຍ? ຊີວິດແນວນັ້ນ, ບໍ່ໄດ້ສ້າງພະເອກ, ນາງເອກ ໃຫ້ກາຍເປັນຄົນໜ້າສົນໃຈ.
ຈະເປັນແນວໃດ, ຫາກທ່ານເຫັນ ພາບຂອງຍິງສາວພິການຂາ ຄົນຫນຶ່ງເຊິ່ງໃນມືຖືດອກບົວຢ່າງອ້ອມພະດ້ວຍສະຕິ, ມີກິລິຍາ ຮຽບຮ້ອຍ. ປຽບກັບວ່າ ກຳລັງເບິ່ງບາງຢ່າງໃຫ້ຊຶມເຂົ້າໄປໃນຊີວິດຕົວລາວເອງ. ເປັນພາບທີ່ງົດງາມໃນສາຍຕາຂອງໃຜຫລາຍຄົນທີ່ເຫັນເຂົາຍ່າງໄປມາ. ຊຶ່ງເປັນຄວາມງາມໃນຄວາມບົກພ່ອງ. ເພາະລາວມີຂາພຽງຂ້າງດຽວແລະ ມີໄມ້ຄ້ຳຄອຍປະຄອງການຍ່າງໃຫ້ກ້າວໄປ. ເຊິ່ງອາດມີຄົນເບິ່ງທີ່ເກີດຂຶ້ນວ່າລາວເປັນພຽງຍິງສາວຄົນຫນຶ່ງທີ່ເບິ່ງແລ້ວອາພັບອັບໂຊກ ແລະ ພະຍາຍາມສ້າງກຳລັງໃຈເພື່ອໃຫ້ຕົວເອງຢູ່ໄດ້. ຂ້າພະເຈົ້າຄິດວ່າ “ທ່າມກາງຊີວິດທີ່ບົກພ່ອງ ເຮົາສາມາດຄົ້ນຫາຄວາມງາມໄດ້ ແລະ ໃນຄວາມບົກພ່ອງນັ້ນກໍມີຄວາມດີໃຫ້ເຮົາໄດ້ຄົ້ນຫາສະເຫມີ”
ເຊັ່ນດຽວກັບຍິງສາວທີ່ມີມືຮອງຮັບດອກບົວ ເພື່ອສະແດງຄວາມເຄົາລົບບາງຢ່າງທີ່ຊ້ອນຢູ່ໃນໃຈຂອງລາວ ເປັນຄວາມງາມທີ່ບາງຄັ້ງຄົນທີ່ຮ່າງກາຍຄົບຖ້ວນບໍລິບູນ ບໍ່ສາມາດທີ່ຈະສ້າງໃຫ້ເກີດມີໄດ້ໃນຊີວິດຂອງຕົນ. ເພາະຫາກຈະປຽບກັບຊີວິດຂອງໃຜຫລາຍຄົນ ບາງຄົນມັກຈະຈົມຢູ່ກັບຄວາມທໍ້ແທ້ສິ້ນຫວັງນ້ອຍໃຈໃນໂຊກຊະຕາຂອງຕົນເອງ. ບໍ່ກ້າທີ່ຈະລຸກຂຶ້ນສູ້ກັບບັນຫາທີ່ເກີດຂຶ້ນ. ແທນທີ່ຈະຄິດວ່ານັ້ນຄືບົດທົດສອບວ່າ ຕົວເຮົາມີຄວາມເຂັ້ມແຂງພຽງໃດ?
ໃນທຳມະຊາດຂອງຄົນເຮົາທີ່ບໍ່ຮັກຕົວເອງ ບໍ່ຮູ້ຈັກຄຸນຄ່າຂອງຊີວິດ ມັກຈະເບິ່ງເຫັນແຕ່ຄວາມຄັບແຄບໃນຊີວິດຂອງຕົນ. ເບິ່ງເຫັນແຕ່ບັນຫາທີ່ນຳພາຊີວິດໃຫ້ຕົກຕ່ຳ ຈົນຕ້ອງຢ່ຳຢູ່ກັບທີ່ ເພາະບໍ່ກ້າທີ່ຈະກ້າວຂ້າມບັນຫານັ້ນໄປ. ກົງກັນຂ້າມກັບຍິງສາວທີ່ມີຈິດໃຈພິການ ທີ່ເບິ່ງເຫັນຊີວິດທີ່ຂາດຫາຍໄປຂອງລາວ ເຖິງບໍ່ສາມາດຮູ້ໄດ້ວ່າໃນໃຈຂອງລາວຈະຂົມຂື່ນພຽງໃດ ທີ່ຕ້ອງຕໍ່ສູ້ກັບໂຊກຊະຕາທີ່ຕ້ອງປະສົບທົນກັບສາຍຕາທີ່ຈ້ອງເບິ່ງມາແລ້ວ ມີຄຳຖາມວ່າ “ເປັນຫຍັງຊີວິດຂອງລາວຈຶ່ງເປັນແບບນີ້?”
ຖ້າຫາກເບິ່ງໃນແງ່ລົບ ຄວາມໂຊກຮ້າຍໃນຊີວິດຂອງລາວຊ່າງຫລາຍເກີນຈະກ່າວ ແຕ່ລາວຜູ້ບໍ່ສາມາດປ່ຽນຄວາມພິການຂອງຮ່າງກາຍໃຫ້ກັບຟື້ນຄືນມາດັ່ງຄົນທົ່ວໄປໄດ້, ກັບຮູ້ຈັກທີ່ຈະປັບ “ຄວາມດ້ອຍ” ໃຫ້ກາຍເປັນ “ຄວາມເດັ່ນ”ໂດຍມີ “ຄວາມດີ” ເພື່ອປັບລະດັບຊີວິດຈິດໃຈຂອງລາວໃຫ້ງົດງາມ.
ຄວາມງາມໃນຄວາມພ່ອງ ຈຶ່ງເປັນບັນຫາຊີວິດເຮົາ ທີ່ຕ້ອງເຮັດຄວາມເຂົ້າໃຈ ໃຫ້ເລິກຊຶ້ງ. ເພາະຄວາມຈິງມັກສອນເຮົາໄວ້ສະເຫມີວ່າ “ບໍ່ມີຊີວິດໃດທີ່ຈະສົມບູນແບບໃນຕົວເອງ” ເພາະໃນການສະແຫວງຫາສິ່ງທີ່ມາເຕີມເຕັມໃຫ້ກັບຊີວິດເຮົາທຸກໆຄົນ ລ້ວນຕັ້ງຢູ່ທ່າມກາງຄວາມບົກພ່ອງດ້ວຍກັນທັ້ງນັ້ນ. ບໍ່ວ່າຈະເປັນທາງກາຍທີ່ບໍ່ສາມາດສະຫນອງໃຫ້ເຕັມອື່ມ ຫລື ທາງໃຈທີ່ບໍ່ສາມາດປະຖີ້ມຄວາມເສົ້າທີ່ຝັງຢູ່ຂ້າງໃນເລິກໆໃຫ້ຫາຍໄປ ໃນຊ່ວງເວລາສັ້ນໆ.
ເຮົາບໍ່ຄວນຈົມຢູ່ກັບຄວາມຮູ້ສຶກທີ່ວ່າ “ເຮົາບົກພ່ອງຫລາຍຈົນເກີນໄປ, ແຕ່ຄວນຮູ້ຈັກປັບວິທີສ້າງຄວາມເຂົ້າໃຈດ້ວຍການເບິ່ງມູມຊີວິດໃນໃນມູມທີ່ແຕກຕ່າງ, ໃຫ້ກ້າທີ່ຈະບອກນຳໃຜໆວ່າ “ເຮົາພ້ອມທີ່ຈະຢູ່ກັບຄວາມບົກພ່ອງທີ່ຈະມີນີ້ໄດ້ ແລະ ພ້ອມດຳເນີນຊີວິດໃນທາງທີ່ຖືກຕ້ອງ” ຫາກຄົ້ນຫາຄຳຕອບໄດ້ໃນຄວາມບົກພ່ອງໃຈ ທີ່ພ້ອມຈະຍອມຮັບ, ຄົນເຮົາຈະບໍ່ຮຽກຮ້ອງຫາສິ່ງໃດເພື່ອມາເຕີມເຕັມ. ໂດຍການເຮັດໃຫ້ໃຈທີ່ຮູ້ຈັກວາງຕໍ່ສິ່ງທີ່ມີ ແລະ ທຳ ຄວາມເຂົ້າໃຈໃນສິ່ງທີ່ເປັນ. ດ້ວຍໃຈທີ່ມີສະຕິຮູ້ເທົ່າທັນ ຄວາມຈິງຈະເຂົ້າໄປຄອຍກຳກັບວິທີວາງຊີວິດໃຫ້ຢູ່ໃນຕຳແຫນ່ງທີ່ເຫມາະສົມ. ບໍ່ວ່າເຮົາຈະມີຄວາມບົກພ່ອງພຽງໃດໃຈກໍພ້ອມຈະປັບໃຫ້ເກີດການຍອມຮັບ ແລະ ປ່ອຍວາງໄດ້ຢ່າງສົມດຸນ. ແຕ່ເມື່ອໃດທີ່ຊີວິດພ້ອມ ໃຈທີ່ມີສະຕິຮູ້ເທົ່າທັນກໍ່ຈະຮູ້ຈັກຕໍ່ຍອດສິ່ງດີດີ ໃຫ້ເກີດປະໂຫຍດທີ່ສູງສຸດ. ບໍ່ແມ່ນໄດ້ມາແລ້ວຖືກກັກເກັບໄວ້ດ້ວຍການອ້ອມກອດຂອງຄວາມເຫັນແກ່ຕົວ.
ດ້ວຍເຫດນີ້ເມື່ອເຮົາສຶກສາຊີວິດດ້ວຍຄວາມໃສ່ໃຈ ຈະເຫັນໄດ້ວ່າຄວາມງາມຂອງຊີວິດນັ້ນມີຢູ່ໃນຕົວຂອງເຮົາທຸກຄົນ. ເຖິງວ່າຈະບົກພ່ອງພຽງໃດ. ແຕ່ຖ້າໃຈທີ່ຮູ້ຈັກຍອມຮັບແລະພ້ອມທີ່ຈະຮຽນຮູ້ເພື່ອສູ້ໃຫ່ມ ສິ່ງຮ້າຍໆທີ່ເຄີຍເຮັດໃຫ້ເຮົາເຈັບປວດຍ່ອມປ່ຽນເປັນຄວາມເຂັ້ມແຂງໃຫ້ເຮົາສະເຫມີ.
ດັ່ງນັ້ນ, ຊີວິດທີ່ຫນ້າສຶກສາຈຶ່ງບໍ່ແມ່ນຊີວິດທີ່ສົມບູນພ້ອມພຽງຝ່າຍດຽວ. ແຕ່ການຮູ້ຈັກຢູ່ກັບຄວາມບົກພ່ອງທີ່ມີແລະ ຮູ້ຈັກໃຊ້ສອຍຢ່າງທີ່ມີສີລະປະຕ່າງຫາກທີ່ຫນ້າສົນໃຈກວ່າ. ເພາະມື້ຫນຶ່ງ, ເມື່ອຊີວິດມີບາງຢ່າງຂາດຫາຍໄປເຮົາກໍສາມາດທີ່ຈະບອກກັບຕົວເອງວ່າ “ໃນທີ່ສຸດເຮົາບໍ່ໄດ້ຄອບຄອງສິງໃດຖາວອນເທົ່ານັ້ນເອງ”