ມີການຕູ່ ແລະ ກ່າວຫາກັນ ລະຫວ່າງປະເທດມະຫາອຳນາດ, ໂດຍສະເພາະແມ່ນ ຈີນ ແລະ ອາເມລິກາ. ຍັງເປັນການກ່າວຫາທີ່ຍັງບໍ່ມີຫຼັກຖານວ່າ ມີຄົນສ້າງໄວຣັດນີ້ຂື້ນແທ້ບໍ່? ແລ້ວປ່ອຍໃສ່ທຳຮ້າຍກັນ? ຫຼື ມັນມາຈາກການກິນສັດປ່າ?
ຖ້າການລະບາດເກີດຂື້ນແບບບໍ່ຕັ້ງໃຈ, ປະເທດໃດທີ່ມີເຊື້ອນີ້ຈະຕ້ອງຮັບຜິດຊອບບໍ? ແລ່ວແມ່ນຫັຍງພິສູດວ່າ ມັນບໍ່ໄດ້ເກີດໃນທີ່ອື່ນ ແລະ ມາແຜ່ໃຫ້ຄົນທີ່ ຈີນ. ທຸກໆຢ່າງເປັນໄປໄດ້ສູງ. ຖ້າເປັນແນວນັ້ນ, ໃຜຈະຮັບຜິດ ຊອບໂຣກຕິດຕໍ່ອື່ນໆ, ເຊັ່ນ ໂຣກເອດສ, ອະຫິວາ, ຫຼື ອີໂບລ້າ. ມາດຕະການສະກັດກັ້ນແຜ່ລະບາດຄວນຖືກ ຍົກມາໃນການສົນທະນາລະຫວ່າງນັກການເມື່ອງ ແທນການກ່າວຫາ ຫຼື ຊອກຄົນຮັບຜິດຊອບ.
ຈີນ ແລະ ອາເມລິກາ, ໃນຊ່ວງ 2-3 ປີຫຼັງ ມີຫຼາຍອັນບໍ່ຊັດເຈນ. ຂື້ນໆລົງໆ. ນັບແຕ່ມີການກັກຕົວສະມາຊິກ ຄອບຄົວ ບໍລິສັດຈີນ, ສົງຄາມການຄ້າ ແລະ ຂໍ້ບໍ່ລົງລອຍເລື່ອງບັນຫາ ທະເລຈີນໃຕ້ ໃນອາຊຽນ. ເຖິງຈະ ມີການຜ່ອນ ຜັນເລື່ອງສົງຄາມການຄ້າມາກ່ອນໜ້ານີ້ໜ້ອຍໜຶ່ງ, ກໍ່ເບິ່ງຄືວ່າການລະບາດ ໂຄວິດ19 ທັງສອງ ກັບມາຖົກ ຖຽງວ່າໃຜເປັນຄົນສ້າງ. ທັງສອງປະເທດມະຫາອຳນາດ, ຕ່າງມີບົດບາດໃນເສດຖະກິດໂລກ, ຄວາມໜັ້ນຄົງ ແລະ ການແກ້ໄຂບັນຫາໃຫຍ່ໆໃນເວທີສາກົນ. ທັງສອງເປັນຄູ່ຄ້ານຳກັນມາດົນ. ຈີນເປັນແຫຼ່ງ ແຮງງານໃຫ້ແກ່ນັກລົງທຶນອາເມລິກາ ແລະ ພັນທະມິດ. ປະເທດໃດໜຶ່ງກະທົບ, ມັນກໍ່ຈະກະທົບໄປໝົດ.
ບໍ່ວ່າປະເທດໃດຈະກໍ່, ບັນດາລັດຖະບານທົ່ວໂລກຕ່າງພະຍາຍາມຊອກມາຕະການຮັບມື. ເປັນຕົ້ນ ລັດຖະບານຂອງປະເທດເດັນມາກປະກາດປະມານ 14.6 ພັນລ້ານ ເພື່ອສະໜັບສະໜູນທຸລະກິດທີ່ກຳລັງປະສົບກັບຄວາມຫຍຸ້ງຍາກໃນລະຫວ່າງການປິດລ້ອມ. ລັດຖະບານກ່າວວ່າ ມາດຕະການດັ່ງກ່າວລວມມີການຊ່ວຍເຫຼືອທາງດ້ານເສດຖະກິດໂດຍກົງໃຫ້ແກ່ທຸລະກິດ, ເງິນກູ້ທີ່ຮັບປະກັນຈາກລັດ ແລະ ກຳນົດເວລາໃນການຈ່າຍອາກອນ. ທັງຊ່ວຍສະພາບຄ່ອງຕົວທາງເສດຖະກິດ ແມ່ນອັນດັບໜຶ່ງ.
ບໍ່ແມ່ນປະເທດອື່ນໆໃນຢູໂຫຼບຈະສະຫງົບ ແຕ່ກໍ່ມີທ່າດີໃນການຄວບຄຸມ. ນາຍົກລັດຖະມົນຕີຂອງສະເປນ ຂໍການຕໍ່ອາຍຸການປິດລ້ອມວັນທີ 9 ພຶດສະພາ. ເປັນການປິດລ້ອມຕື່ມອີກຄັ້ງທີສາມ. ປະຊາຊົນສ່ວນໃຫຍ່ຍັງຖືກກັກຕົວຢູ່ໃນເຮືອນຂອງພວກເຂົາ ຍົກເວັ້ນການອອກເຮືອນທີ່ຈຳເປັນ ລວມທັງການໄປຊື້ອາຫານ. ສ່ວນປະເທດໂມລັອກໂກ ຂະຫຍາຍການປິດລ້ອມ ຈົນຮອດວັນທີ 20 ເດືອນພຶດສະພາ. ໃນປະເທດ ແມກຊີໂກ໊, ລັດຖະບານ ຈະຂະ ຫຍາຍມາດຕະການປິດລ້ອມເພື່ອຄວບຄຸມການແຜ່ລະບາດຂອງເຊື້ອພະຍາດນີ້ໃນອີກ 1 ເດືອນຈົນຮອດວັນທີ 20 ເດືອນພຶດສະພາ. ຈຳນວນກໍລະນີຕິດພະຍາດ ໄດ້ເພີ່ມຂຶ້ນເປັນ 2670, ໃນນັ້ນມີຜູ້ເສຍຊີວິດ 137 ຄົນ ແລະ 298 ຄົນໄດ້ຮັບການຟື້ນຟູໃນຕອນເຊົ້າວັນເສົາ. ສະພາບການຖືກກັກຂັງ ໝາຍຄວາມວ່າປະຊາຊົນພຽງແຕ່ໄດ້ຮັບອະນຸຍາດໃຫ້ອອກໄປຊື້ອາຫານ ຫລື ຢາ ແລະ ໃຫ້ພະນັກງານບາງຕຳແໜ່ງທີ່ສຳຄັນ ໄດ້ເຄື່ອນໃຫວ. ໂຮງຮຽນ, ວັດວາອາຮາມ, ຮ້ານຄ້າທີ່ບໍ່ຈຳເປັນ ແລະ ສະຖານທີ່ບັນເທີງທັງໝົດໄດ້ຖືກປິດແລ້ວ.
ການເພີ່ມຂື້ນຂອງ 3,783 ກໍລະນີໃນ 24 ຊົ່ວໂມງທີ່ຜ່ານມາ ເຮັດໃຫ້ປະເທດ ເທີກີ ແຊງໜ້າປະເທດ ອີຣານ ກາຍເປັນປະເທດທີ່ມີຄົນຕິດເຊື້ອຫຼາຍທີ່ສຸດໃນ ຕາເວັນອອກກາງ. ມີປະຊາຊົນອີກ 121 ຄົນໄດ້ເສຍຊີວິດ, ເຮັດໃຫ້ ຈຳ ນວນຜູ້ເສຍຊີວິດເຖິງ 1,890 ຄົນ. ທາງການ ອັງກິດ, ກະພະຍາຍາມສູ້ກັບໂຄວິດ ດ້ວຍການສະໜອງເຄື່ອງການແພດແກ່ພະນັກງານສາທາລະນະສຸກ.
ການຕິດເຊື້ອໂຣກ ໃນຣັດເຊັຍເລີ້ມເພີ່ມຂື້ນຢ່າງໄວວາໃນເດືອນເມສາ ຫລັງຈາກມີລາຍງານວ່າມີຜູ້ຕິດເຊື້ອໜ້ອຍ ກ່ວາຫລາຍປະເທດຢູໂຣບຕາເວັນຕົກໃນໄລຍະຕົ້ນຂອງການລະບາດ. ຈຳນວນຄະດີທີ່ເປັນໂຣກ ຢ່າງເປັນທາງການຂອງຣັດເຊຍແມ່ນ 36,793, ເປັນສະຖິຕິການເພີ່ມຂື້ນໃນຄືນກາງຄືນກ່ອນນີ້ເຖິງ 4,785 ຄົນ, ແລະ ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນຈາກ 40 ເຖິງ 313 ຄົນ.
ປະເທດທີ່ເຄັງສາດສະໜາ ກໍ່ມີມາດຕະການບາງຢ່າງໃນການໂຮມຊຸມນຸມທາງສາດສະໜາ ເຊັ່ນ: ປາກິສຖານ. ທີ່ໄດ້ຍົກເລີກຂໍ້ຈຳກັດກ່ຽວກັບການອະທິຖານປະຈຳໂບດທີ່ວັດຕ່າງໆ ແຕ່ໄດ້ວາງເງື່ອນໄຂດ້ານຄວາມປອດໄພເພື່ອຫລີກລ້ຽງການແຜ່ລະບາດຂອງພະຍາດ. ປະເທດອາຊີໃຕ້ ເປັນປະເທດທີ່ມີປະຊາກອນນັບຖືສາສະໜາອິດສະລາມເປັນອັນດັບ 2 ຂອງໂລກ, ໄດ້ວາງຂໍ້ຈຳກັດດັ່ງກ່າວບໍ່ຮອດໜຶ່ງເດືອນທີ່ຜ່ານມາ, ເຊິ່ງສາມາດອະນຸຍາດໃຫ້ຊຸມນຸມໄດ້ ແຕ່ຕ້ອງ 3 ຫາ 5 ຄົນເທົ່ານັ້ນທີ່ໂບດ. ລັດຖະບານໄດ້ຕົກຢູ່ໃນຄວາມກົດດັນທີ່ຈະປະຕິເສດຂໍ້ຈຳກັດຂອງປະຊາຊົນ ແລະ ການປະທະກັນລະຫວ່າງຜູ້ເຂົ້າຮ່ວມໂບດ ແລະ ຕຳຫຼວດໄດ້ຖືກລາຍງານຢູ່ໃນເມື່ອງ ຄາຣາຈີ ທີ່ເປັນເມືອງໃຫຍ່ທີ່ສຸດຂອງປະເທດ.
ບໍ່ວ່າປະເທດນ້ອຍຫຼືໃຫຍ່, ປະຊາກອນໜ້ອຍຫຼືຫຼາຍ, ມາດຕະການສະກັດກັ້ນ ໂດຍການຈຳກັດໃຫ້ຄົນຢູ່ໃນທີ່ພັກ ກຳລັງຖືກນຳໃຊ້ໃນຫຼາຍໆຮູບແບບ. ເງື່ອນໄຂກໍ່ແຕກຕ່າງກັນ. ເບິ່ງຄືພະຍາດໂຄວິດ ພະຍາຍາມຕັດ ແຍກຄົນ ອອກຈາກກັນ. ຖ້າໃຜມີເຊື້ອແລ້ວເຂົ້າໃກ້ກັນ ແມ່ນຕິດແນ່ນອນ ຖ້າບໍ່ລ້າງມື ແລະ ປະຕິບັດມາດຕະການຮັກ ສາອານາໄມສ່ວນບຸກຄົນ. ໃຜໆກະຄອງຫາເວັກຊີນປ້ອງກັນ. ເມື່ອໃດຄົ້ນພົບ, ເມື່ອນັ້ນການເດີນທາງໄປ ຕ່າງປະເທດ ແລະ ຮູບແບບການພົວພັນເຊິ່ງກັນແລະກັນ ຈະກັບມາອີກຄັ້ງ. ບໍ່ມີໃຜເດົາເວລານັ້ນໄດ້ແນ່ນອນ. ໃນປະຈຸບັນ.