ກາເຟມີເປັນໜຶ່ງສິນຄ້າຍຸດທະສາດຂອງປະເທດ ໂຄລົມເບຽ. ເຖິງປະຈຸບັນ, ກາເຟບໍ່ແມ່ນສິນຄ້າສ້າງລາຍຮັບຫຼັກໃຫ້ແກ່ປະເທດ, ແຕ່ມີປະຊາຊົນເປັນຈຳນວນຫຼວງຫຼາຍ ຕາມເຂດພູສູງ, ຫ່າງໄກຊອກຫຼີກ ທີ່ເຮັດການຜະລິດກາເຟ.
ຫົນທາງໃນການສ້າງລາຍຮັບ ແລະ ຫຼຸດຜ່ອນຄວາມທຸກຈົນ ຈິ່ງເຮັດໃຫ້ພາກລັດເອົາໃຈໃສ່ໃນການສ້າງຄວາມຍືນຍົງ ໃຫ້ແກ່ຂະແໜງກາເຟຕົນເອງ.
ສະຫະພັນຜູ້ປູກກາເຟ ປະເທດ ໂຄລົມເບຽ ເປັນອົງກອນທີ່ສ້າງຕັ້ງຂື້ນ ຈາກຂະແໜງກາເຟ ໃນປີ 1927 ໂດຍມີການຄັດເລືອກຜູ້ບໍລິຫານຫຼາຍລະດັບເຂົ້າມາເຮັດວຽກບໍລິຫານຂະແໜງກາເຟ. ເປັນອົງກອນທີ່ເຂັ້ມແຂງ ແລະ ມີຂະບວນການເລືອກຕັ້ງທີ່ໂປ່ງໃສ. ບັນດາສະມາຊິກອອກໄປລົງຄະແນນສຽງຕິດອັນດັບຕົ້ນໆຂອງການເລືອກຕັ້ງລະດັບປະເທດ ແລະ ໃນລະດັບໂລກເມື່ອທຽບການເລືອກຕັ້ງການເມືອງຈາກປະເທດໃຫຍ່. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ: ປະຊາຊົນທີ່ເຮັດທຸລະກິດຂະແໜງກາເຟຕ່າງກໍ່ໃຫ້ຄວາມສຳຄັນ ແລະ ຢາກໄດ້ຄົນທີ່ເປັນຕົວແທນໃຫ້ແກ່ຂະແໜງຕົນເອງຢ່າງແທ້ຈິງ.
ຄະນະບໍລິຫານທີ່ເຮັດວຽກ ຕ້ອງໄດ້ສະແດງທັດສະນະໃນວຽກງານການພັດທະນາເພື່ອຂະແໜງການ, ບໍ່ດັ່ງນັ້ນກໍ່ຈະບໍ່ໄດ້ຮັບຄວາມໄວ້ວາງໃຈ ແລະ ອາດບໍ່ສາມາດດຳລົງຕຳແໜງອີກຕໍ່ໄປ. ເນື່ອງຈາກສະມາຄົມ ເກີດມາຈາກກຸ່ມປະຊາຊົນ ແລະ ຄວາມຕ້ອງການຂອງເຂົາເຈົ້າ. ດັ່ງນັ້ນ, ຫຼາຍໆວຽກງານພັດທະນາກາເຟແມ່ນບັນຈຸໃນຄວາມຮັບຜິດຊອບຂອງສະມາຄົມເປັນຫຼັກ. ເຮັດໃຫ້ທຸກໆວຽກງານການພັດທະນາກາເຟນັບແຕ່ການຜະລິດ ຮອດການສົ່ງອອກ ນອນໃນສະມາຄົມ. ສິ່ງດັ່ງກ່າວແຕກຕ່າງຈາກປະເທດອື່ນ ເພາະຫຼາຍໆໜ້າວຽກສ້າງຂື້ນໃນອົງກອນທີ່ບໍ່ນອນໃນສະມາຄົມ. ຈິ່ງເຮັດໃຫ້ການລວມສູນຍາກຂື້ນ. ທີມງານການນຳອາດຖືກປົດຫາກບໍ່ສາມາດແກ້ໄຂບັນຫາກາເຟທີ່ມີການປ່ຽນແປງ ຫຼື ຫາກບໍ່ສາມາດຮັກສາສັນຍາກ່ອນການເລືອກຕັ້ງ.
ງົບປະມານການໃຊ້ຈ່າຍ ກໍ່ແມ່ນການບໍລິຫານຈາກສະມາຄົມ ແຕ່ກໍ່ແມ່ນໜ້າທີ່ຂອງຄະນະບໍລິຫານ ທີ່ຕ້ອງໄດ້ສ້າງແຜນພັດທະນາແຕ່ລະໄລຍະເພື່ອນຳສະເໜີງົບປະມານຈາກລັດຖະບານ. ຫຼາຍຄົນເຂົ້າໃຈວ່າ: ສະຫະພັນຜູ້ປູກກາເຟປະເທດໂຄລົມເບຽ ເປັນອິດສະຫຼະທາງການເງິນ. ຕົວຈິງເຂົາເຈົ້າເປັນຮູບແບບ ອົງການເພື່ອສັງຄົມ ແລະ ສ້າງຜົນກຳໄລໃຫ້ແກ່ປະຊາຊົນ. ເມື່ອປະຊາຊົນມີລາຍຮັບຈາກການຂາຍກາເຟ, ກໍ່ແມ່ນໜ້າທີ່ຂອງພາກລັດຕ້ອງໄດ້ເກັບອາກອນເຂົ້າງົບປະມານ. ເງິນອາກອນດັ່ງກ່າວຈະຖືກກັບມາໃຊ້ໃນວຽກງານພັດທະນາກາເຟ ຜ່ານຄະນະບໍລິຫານງານ. ສະຫະພັນກາເຟໂຄລົມເບຍ ເຮັດວຽກຮ່ວມກັບລັດຖະບານເພື່ອສ້າງຄວາມຍືນຍົງແກ່ກາເຟ, ສ້າງລາຍຮັບ ແລະ ຄວາມຮັ່ງມີໃຫ້ແກ່ປະຊາຊົນ, ແຕ່ບໍ່ແມ່ນອົງການຢູ່ພາຍໃຕ້ລັດຖະບານ. ເຊັ່ນ: ໃນວຽກງານການເມືອງຕ່າງໆ, ນັກການເມືອງບໍ່ມີສິດຫາຜົນປະໂຫຍດຈາກສະຫະກອນໃນການສະໜັບສະໜູນນັກການເມືອງ. ບັນຫາການເມືອງແມ່ນປະຊາຊົນມີສິດລົງຄະແນນສຽງຕາມຄວາມຕ້ອງການ ໂດຍທາງຄະນະບໍລິຫານງານສະຫະພັນກາເຟບໍ່ໄດ້ຮ່ວມກິດຈະກຳຫາສຽງ ທາງດ້ານການເມືອງໃຫ້ແກ່ພັກການເມືອງໃດໆ.
ໜ້າທີ່ຂອງຝ່າຍການຜະລິດກໍ່ຕົກໃນກຳມືຂອງຜູ້ປູກ ແລະ ຜູ້ປະກອບການ. ພາກລັດໃນຫຼາຍໆປະເທດໄດ້ຄົ້ນຄ້ວາສ້າງມາດຕະການຕຸ້ນການຜະລິດກາເຟແລະຄ້າຂາຍກາເຟທີ່ມີຄວາມຍືນຍົງ. ການຮຽນແບບອົງການຈັດຕັ້ງທີ່ມີປະສິດທິພາບດັ່ງກ່າວ ຈາກປະເທດໂຄລົມເບຽແມ່ນຍາກຫຼາຍ. ຂະໜາດປະເທດທີ່ນອນໃນແຖບດຽວກັນ ຍັງບໍ່ສາມາດເຮັດໄດ້. ສິ່ງໜຶ່ງທີ່ຫຼາຍປະເທດຖອດຖອນໄດ້ ກໍ່ຄືການນຳໃຊ້ມາດຕະການຊ່ວຍທຸກໆພາກສ່ວນໃນຂະແໜງກາເຟ, ໂດຍເຮັດແນວໃດໃຫ້ປະຊາຊົນມີລາຍຮັບທີ່ແນ່ນອນ.