


ເຖິງໃຈຈະອ່ອນໄຫວ ແຕ່ຢ່າໃຫ້ຄວາມອ່ອນແອນັ້ນຢູ່ກັບເຮົາດົນ. ນ້ຳຕາທີ່ໄຫລເມື່ອນັ້ນເປັນການເລີ່ມຕົ້ນຂອງການຮຽນຮູ້. ອາດຈະເສຍໃຈໃນບາງຄັ້ງ. ແຕ່ເຮົາບໍ່ຄວນຈະໃຫ້ມັກລັ່ງລິນຢູ່ຫລາຍວັນ. ເຮົາຄວນຈະຮີບເຊັດນ້ຳຕາທີ່ໄຫລມາ ໂດຍການສ້າງກຳລັງໃຈທີ່ຈະສູ້ກັບຄວາມຜິດຫວັງທີ່ມີ ແລ້ວມື້ຫນຶ່ງຊີວິດຈະແຂງແກ່ນຂຶ້ນ. ເຮົາຈະຫັນກັບມາຍີ້ມໃຫ້ຄວາມທຸກ ທີ່ສອນໃຫ້ກ້າທີ່ຈະກ້າວຂ້າມມັນ.ເຫດການສູນເສຍ, ບໍ່ວ່າຈະເປັນຕອນທີ່ຄົນເຮົາຮັກພັດພາກໄປ, ເຮົາຈະຈົດຈຳຕິດຕາມຫລາຍທີ່ສຸດ. ຫນຶ່ງໃນຊີວິດກໍ່ຄືພາບຂອງຄົນທີ່ມີໃບຫນ້າ ອາບໄປດ້ວຍນ້ຳຕາເຊິ່ງຖືວ່າຈະເປັນສິ່ງທີ່ສະດຸດຄວາມຮູ້ສຶກ ທຸກຄັ້ງທີ່ເຫດການນນັ້ນຜ່ານເຂົ້າມາສະກິດໃຈ. ແຕ່ບັນຫາຂອງການຈົດຈຳພາບທີ່ມີໃບຫນ້າເປື້ອນນ້ຳຕາກໍຄື: ເຮົາມັກຈົດຈຳສະເພາະພາບທີ່ເປັນຄວາມທຸກຫລາຍກວ່າພາບຂອງຄວາມສຸກຂ້າມມາຢູ່ໃນໃຈຂອງເຮົາ.
ຈຶ່ງເປັນເຫດຜົນຫນຶ່ງທີ່ເຮັດໃຫ້ຕົວເຮົາ ແລະ ສັງຄົມມີຄວາມຮູ້ສຶກຮ່ວມກັນວ່ານ້ຳຕາທີ່ໄຫລອອກນັ້ນ ຄືສິ່ງທີ່ສະແດງເຖິງຄວາມຈິງໃຈທີ່ເຮົາມີຕໍ່ກັນ. ເພາະວ່າຫາກມີນ້ຳຕາມາເປັນສິ່ງທີ່ສະແດງຄວາມອາໄລ ເຮົາກໍມັກຈະເຂົ້າໃຈວ່ານັ້ນຄືການສະແດງຄວາມເປັນຫ່ວງຄວາມຫ່ວງໃຍທີ່ດີທີ່ສຸດ. ດ້ວຍເຫດນີ້ເຮົາຈະເບິ່ງຄືກັບວ່ານ້ຳຕາເປັນສິ່ງຜ່ອນທຸກລົງໄດ້ຈຶ່ງເຮັດໃຫ້ພາບຂອງຄົນທີ່ມີໃບຫນ້າອາບດ້ວຍຮອຍຍິ້ມ ເຊິ່ງເບິ່ງກັນວ່າກຳມີຄວາມສຸກສອບເສັງຕົກໃນທັນທີ. ແຕ່ຖ້າເບິ່ງໃນມູມອີກມູມ ຫນຶ່ງເຮົາຄວນຈະຮູ້ຈັກການຮຽນຮູ້ທີ່ຈະເຕີບໂຕຂຶ້ນຈາກສະຖານະການທີ່ຮ້າຍແຮງໃຫ້ໄດ້. ເພາະຈິດໃຈທີ່ຫນັກແຫນ້ນຈາກການກ້າວຂ້າມຄວາມອ່ອນໄຫວເປັນສິ່ງທີ່ເຮົາຕ້ອງສ້າງໃຫ້ມີໃນຕົວເຮົາຫລາຍ ກວ່າການຈົມຢູ່ກັບຄວາມທຸກທີ່ເຂົ້າມາ. ເພາະນ້ຳຕາທີ່ລັ່ງອອກມາອາບສອງແກ້ມບໍ່ໄດ້ຊ່ວຍຊີວິດຂອງເຮົາໃຫ້ດີຂຶ້ນ. ຊ້ຳຮ້າຍຄວາມອຶດອັດ ທີ່ຢູ່ໃນໃຈກັບເປັນການທຳຮ້າຍໃຜອີກຫລາຍຄົນທີ່ຢູ່ອ້ອມຂ້າງຕົວເຮົາໃຫ້ເຈັບຊ້ຳ. ເຮັດໃຫ້ຄວາມຫວັ່ນໄຫວມີຢູ່ເຂົ້າມາປົກຄຸມບັນຍາກາດຂອງຊີວິດໃຫ້ຮ້າຍແຮງກວ່າເກົ່າ.
ຖ້າຫາກວ່າເຮົາປ່ຽນຈາກໃບຫນ້າທີ່ມີນ້ຳຕາໃຫ້ມາເປັນນໍ້າຕາທີ່ມາຊ່ວຍກະຕຸ້ນການລຸກຂື້ນສູ້, ເຖິງວ່າຈະຢູ່ໃນອາການຄວາມເສົ້າໃນເບື້ອງຕົ້ນແຕ່ ສິ່ງທີ່ລໍຖ້າໃນການເຕີບໃຫ່ຍ ຍ່ອມມີໂອກາດສຳເລັດໃນຈັກວັນ. ມັນຈະຊ່ວຍກະຕຸ້ນໃຫ້ເຮົາເຂັ້ມແຂງທີ່ຈະຮັບມືໄດ້ກັບທຸກບັນຫາເຮັດໃຫ້ເຮົາສະຫລາດຂຶ້ນຈາກບົດຮຽນແຫ່ງຄວາມເສົ້າເລົ່ານັ້ນ ເພື່ອການເຕີບໂຕຂອງຄົນທີ່ກ້າຈະປະເຊີນກັບທຸກຄວາມເສຍໃຈຫລາຍກວ່າເກົ່າ.
ເມື່ອໄດ້ສຳຫລວດພາບແຫ່ງຊີວິດຂອງຜູ້ຄົນທີ່ປະສົບຊະຕາກຳຕ່າງໆ. ຈະມີຄວາມແຕກຕ່າງກັນລະຫວ່າງພາບແຫ່ງນ້ຳຕາທີ່ເກີດຈາກຄວາມເສຍໃຈ ແລະ ພາບທີ່ມີນ້ຳຕາທີ່ເຕັມໄປດ້ວຍຮອຍຍິ້ມທີ່ມີຄວາມສຸກເຮົາ ຈະມີຄວາມຮູ້ສຶກຕໍ່ພາບທັງສອງແຕກຕ່າງກັນໃນທັນທີ.
ພາບຂອງເດັກນ້ອຍທີ່ລົ້ມນັ່ງຮ້ອງໃຫ້ແລ້ວມີແຕ່ຄົນມາອອຍ, ມາເອົາໄປກອດໄປໂອຍເພື່ອໃຫ້ເຂົາຢຸດຮ້ອງໃຫ້ ບໍ່ຍອມໃຫ້ເດັກຮຽນຮູ້ທີ່ຈະລຸກຂຶ້ນ. ການລົ້ມດ້ວຍຕົວເອງສຸດທ້າຍເຂົາກໍເປັນພຽງເດັກທີ່ບໍ່ຮູ້ຈັກໃຫ່ຍ ເພາະພາບທີ່ເດັກນ້ອຍ ແລະ ພາບທີ່ເດັກນ້ອຍທີ່ກຳລັງຮ້ອງໃຫ້ໂດຍມີຜູ້ໃຫ່ຍຄອຍໃຫ້ການປອບໃຈ. ແຕ່ບໍ່ແມ່ນວ່າການທີ່ເອົາໃຈເຮັດໃຫ້ເຂົາໄດ້ຮຽນຮູ້ວິທີຈະເຊົາຮ້ອງໃຫ້ໄດ້ ແລະ ລຸກຂຶ້ນມາດ້ວຍຕົວເອງແຕ່ໃນເບື້ອງຕົ້ນຈະເບິ່ງຄືວ່າຜູ້ໃຫ່ຍໃຈຮ້າຍ. ແຕ່ສຸດທ້າຍໃນຄະນະປາຍທາງແຫ່ງຄວາມເຂົ້າໃຈໃນການກະທຳຄືກັນ ຍ່ອມເຮັດໃຫ້ເດັກນ້ອຍເຕີບໃຫ່ຍພ້ອມກັນກ້າທີ່ຈະປະເຊີນຫນ້າກັບຄວາມຜິດຫວັງໃນທຸກກໍລະນີ
ພາບໃດທີ່ຫນ້າຊື່ນຊົມຫລາຍກວ່າກັນ?
- ພາບຂອງເຫລົ່າເຍົາວະຊົນທີ່ຕ້ອງການເຮັດສິ່ງດີດີ ແຕ່ກັບຖືກຜູ້ໃຫ່ຍຫ້າມໄວ້ເພາະຍັງເດັກເກີນໄປທີ່ຈະຕັດສິນໃຈຄິດຫລືເຮັດອັນໃດກໍຕາມດ້ວຍຕົນເອງ? ເຮັດໃຫ້ພວກເຂົາໂສກເສົ້າທາງສະຕິປັນຍາ ເພາະຕ້ອງຄອຍຮັບແຕ່ຄຳສັ່ງຝ່າຍດຽວ
- ແລະພາບຂອງເຍົາວະຊົນທີ່ກ້າຄິດກ້າທຳໃນສິ່ງດີມີປະໂຫຍດເຊິ່ງອາດຈະພາດໃນເບື້ອງຕົ້ນແຕ່ບົດຮຽນທີ່ໄດ້ຮັບກໍເຮັດໃຫ້ເຂົາໄດ້ຮຽນຮູ້ວ່າບັນຫາກໍ່ໃຫ້ເກີດປັນຍາໄດ້ແບບໃດໂດຍມີຜູ້ໃຫ່ຍຄອຍໃຫ້ກຳລັງໃຈເຊິ່ງບໍ່ແມ່ນການຫ້າມເພື່ອໃຫ້ຢຸດລົງມືທຳ ເຊິ່ງເຮັດໃຫ້ພວກເຂົາເຕີບໃຫ່ຍຢ່າງມີຄຸນຄ່າໃນເວລາຕໍ່ມາ.
ພາບໃດທີ່ຫນ້າຊື່ນຊົມຫລາຍກວ່າກັນ?
- ພາບຫນຸ່ມສາວທີ່ຕ້ອງການຮຽນຮູ້ເລື່ອງຂອງຄວາມຮັກ ແຕ່ຕອນຕົ້ນມັກເປັນຄວາມຫລົງໄຫລໃນສີ່ງທີ່ຫວັງ ຈຶ່ງລົງທ້າຍດ້ວຍຄວາມໂສກເສົ້າເພາະຮັກບໍ່ເປັນໄປຕາມທີ່ຕ້ອງການພ້ອມກັບຖືກຫ້າມ.
- ໃນພາບຕາມຈິນຕະນາການຂອງຫນຸ່ມສາວທີ່ຕ້ອງການຮຽນຮູ້ເລື່ອງຂອງຄວາມຮັກ ແຕ່ທຳອິດມັກເປັນຄວາມຫລົງໄຫລໃນສິ່ງທີ່ຫວັງຈຶ່ງລົງທ້າຍດ້ວຍຄວາມໂສກເສົ້າ ເພາະຮັກບໍ່ເປັນຕາມຕ້ອງການພ້ອມກັບຖືກສັ່ງຫ້າມບໍ່ໃຫ້ມີຄວາມຮັກແບບຊູ້ສາວທີ່ຜູ້ໃຫ່ຍຫວັງດີແຕ່ບໍ່ເຂົ້າໃຈ.
ແລະພາບທີ່ຜູ້ໃຫ່ຍໃຫ້ໂອກາດແກ່ພວກເຂົາທີ່ຈະໄດ້ຮຽນຮູ້ກ່ຽວກັບເລື່ອງຄວາມຮັກ ແຕ່ບໍ່ປ່ອຍໃຫ້ພາດສາຍຕາ ຕອນເລີ່ມຕົ້ນອາດຈະຕ້ອງເສຍໃຈແລະບໍ່ສົມຫວັງໃນຮັກທີ່ປາຖະຫນາ ແຕ່ເມື່ອທັງສອງຮູ້ຈັກຈະປູກຕົ້ນຮັກໃຫ້ເຕີບໂຕຢ່າງທີ່ຕັ້ງໃຈ ຜົນຂອງຄວາມຮັກທີ່ເຕີບໃຫ່ຍຍ່ອມເປັນຄວາມງາມແລະຄວາມດີທີ່ຫນ້າຊື່ນຊົມ.
ພາບໃດທີ່ຫນ້າຊື່ນຊົມຫລາຍກວ່າກັນ?
- ພາບຂອງສາມີພັນລະຍາໄດ້ຄອງຄູ່ທ່າມກາງບັນຫາໜັກເຂົ້າຕະຫຼອດ. ເພື່ອທົດສອບພະລັງແຫ່ງຮັກທີ່ມີຕໍ່ກັນໃນຂໍ້ຕົກລົງທີ່ເຕັມໄປດ້ວຍບັນຫານານາປະການ. ເຮັດໃຫ້ທັງຕ້ອງເລີກລາ ແລະ ແຍກທາງເພາະຕ່າງຝ່າຍຕ່າງບໍ່ຍອມທີ່ຈະຊ່ວຍແກ້ໄຂບັນຫາຊີວິດຮ່ວມກັນ.
- ແລະພາບທີ່ທັງຄູ່ຕ້ອງທົນລຳບາກເພື່ອຜ່ານບັນຫາໄປພ້ອມກັນມີນ້ຳຕາເປັນສື່ປັບຄວາມເຂົ້າໃຈໃຫ້ດີຂຶ້ນຈຶ່ງສາມາດຜ່ານເລື່ອງຮ້າຍແຮງໄປໄດ້ໂດຍມີກັນແລະກັນຄອຍປະຄອງເມື່ອຄົນຫນຶ່ງລົ້ມລົງເຮັດໃຫ້ທັງຄູ່ຍິ້ມໄດ້ເມື່ອຜ່ານບັນຫາເລົ່ານັ້ນມາ.
ພາບໃດທີ່ຫນ້າຊື່ນຊົມຫລາຍກວ່າກັນ?
- ພາບທີ່ຄົນສູນເສຍຄວາມຮັກ ແລະ ມີຄົນອ້ອມຂ້າງຮ້ອງໃຫ້ນຳກັນເພາະຄິດວ່າການໃຫ້ເປັນການສະແດງອອກເຖິງຄວາມຮັກທີ່ເຮົາມີຕໍ່ອີກຝ່າຍ ຈຶ່ງເຮັດໃຫ້ຜູ້ສູນເສຍຮັບຮູ້ເຖິງຄວາມຫ່ວງໃຍ ແລະ ຫາຍດີຈາກຄວາມອ່ອນແອໄດ້.
- ແລະພາບທີ່ເຮົາມີນ້ຳຕາໃນການເລີ່ມຕົ້ນເພາະຄວາມຮັກບໍ່ຮູ້ເທົ່າທັນຈິດໃຈທີ່ຫວັ່ນໄຫວແລ້ວຊ່ວຍກັນປະຄອງຄວາມຮູ້ສຶກທີ່ຮ້າຍຮ້າຍໃຫ້ກັບກາຍເປັນການໃຫ້ກຳລັງໃຈແທນ ພ້ອມກັບຮູ້ຈັກຍອມຮັບທີ່ຈະຢູ່ກັບຊີວິດ ແບບຜູ້ມີສະຕິ ແລະ ມີຄວາມສຸກໄດ້ທ່າມກາງຄວາມທຸກທີ່ເຂົ້າມາທົດສອບຕົວເຮົາ.
ພາບໃດທີ່ຫນ້າຊື່ນຊົມຫລາຍກວ່າກັນ?
- ສິ່ງທີ່ເກີດຂຶ້ນເປັນທັງນ້ຳຕາ ແລະ ຄຳຕອບທີ່ເຮົາຕ້ອງຄົ້ນຫາເພື່ອພັດທະນາໂຕເຮົາ ແລະ ຄົນອ້ອມຂ້າງໃຫ້ດີຂຶ້ນບໍ່ແມ່ນການທີ່ຈະຍອມ ທີ່ຈະອ່ອນໄຫວຢ່າງຄົນບໍ່ມີບັນຫາຂາດສະຕິ. ຖ້າເປັບແບບນັ້ນເທົ່າກັບເພີ່ມເຊື້ອແຫ່ງຄວາມຮ້າຍທີ່ມີຢູ່ໃຫ້ລຸກລາມຢ່າງບໍ່ມີວັນຈົບ.
- ດັ່ງນັ້ນ, ເມື່ອໃດຈະມີນ້ຳຕາໄຫລອາບສອງແກ້ມກໍຄວນຈະເປັນນ້ຳຕາທີ່ໄຫລອອກມາ ເປັນສານເຄມີດີໆໄດ້ສ້າງຮ່ວມກັນມາ. ຄວນເປັນນ້ຳຕາທີ່ໄຫລອອກມາແລ້ວເຮັດໃຫ້ເຮົາ ແລະ ຄົນທີ່ເຮົາຮັກໄດ້ເຕີບໃຫ່ຍທ່າມກາງບົດຮຽນທີ່ເຮັດໃຫ້ທຸກຝ່າຍສະຫລາດຂຶ້ນ.
ບໍ່ແມ່ນເປັນນ້ຳຕາທີ່ສະທ້ອນເຖິງຄວາມອຶ່ນໄຫວຈົນເຮັດໃຫ້ເຮົາຈົມຢູ່ກັບຄວາມເສົ້າ ໂດຍທີ່ບໍ່ກ້າສູ້ກັບບັນຫາທີ່ຜ່ານເຂົ້າມາເຖິງວ່ານ້ຳຕາທີ່ໄຫລເລີ່ມຈາກການຮຽນຮູ້ອາດຈະຜິດຫວັງໃນຄວາມເສຍໃຈ ແຕ່ກໍບໍ່ຄວນໃຫ້ມັນໄຫລມາດົນຈົນເກີນໄປ.
ເຮົາຄວນຮີບສ້າງກຳລັງໃຈທີ່ຈະສູ້ກັບຄວາມຜິດຫວັງທີ່ມີແລ້ວ. ມື້ຫນຶ່ງຊີວິດທີ່ແຂງແກ່ນຂຶ້ນ ເຮົາຈະຫັນກັບມາຍິ້ມໃຫ້ກັບຄວາມທຸກທີ່ສອນໃຫ້ເຮົາກ້າທີ່ຈະກ້າວຂ້າມມັນ.
ເຖິງວ່າມື້ນັ້ນອາດຈະມີນ້ຳຕາໄຫລມາອາບສອງແກ້ມ ແຕ່ຄົງເປັນສອງແກ້ມທີ່ມີນ້ຳຕາທີ່ເປື້ອນຮອຍຍິ້ມ ແລະ ຮູ້ຈັກກ່າວຄຳຂອບໃຈບັນຫາທີ່ເຮັດໃຫ້ເຮົາກ້າທີ່ຈະເຕີບໃຫ່ຍ.