


ເວລາທີ່ພັດພາກສິ່ງຕ່າງໆເຂົ້າມາໃນຊີວິດ ບໍ່ແມ່ນສິ່ງທີ່ເຮົາຕ້ອງກັງວົນ. ເວລາແຫ່ງຄວາມສຸກໃຈ ທີ່ສາມາດຮັບຮູ້ທຸກລາຍລະອຽດຂອງສິ່ງທີ່ຜ່ານເຂົ້າມາ ເຖິງວ່າສິ່ງທີ່ເກີດຂຶ້ນຈະຮ້າຍແຮງບາງຄັ້ງ ແຕ່ນັ້ນກໍ່ເປັນອີກຊ່ວງເວລາຫນຶ່ງຂອງເວລາທີ່ເຂົ້າມາທົດສອບເພື່ອເຮັດໃຫ້ເຮົາ ຫນັກແຫນ້ນຫລາຍກວ່າເກົ່າ.
ໃນຂະນະຊີວິດຂອງຄົນເຮົາທີ່ກຳລັງກ້າວໄປຕາມການເວລາ, ມັນຊ່າງເປັນຄວາມທ້າທາຍເຫລືອເກີນວ່າ ຈະມີຈຸດຈົບເປັນແບບໃດ? ເປັນຄວາມທ້າທາຍທາມກາງຄວາມສ່ຽງ ແລະ ເຊິ່ງບໍ່ສາມາດຄວບຄຸມຫຍັງກັບມາຈາກເວລາທີ່ເສຍໄປ.
ການເຄື່ອນໄຫວຂອງການເວລາຈຶ່ງເຮັດໃຫ້ເຫັນສິ່ງທີ່ປ່ຽນໄປ ແລະ ເຫັນເຖິງຄວາມແຕກຕ່າງຕະຫລອດເວລາ. ພ້ອມກັບສ້າງບົດຮຽນໃຫ້ຊີວິດໄດ້ເຮັດການສຶກສາຢູ່ກັບຕົວຂອງມັນເອງ. ບາງຄົນກໍ່ໃຊ້ເວລາໃຫ້ດຳເນີນໄປພ້ອມກັບຄຸນຄ່າຂອງຊີວິດທີ່ຫລາຍຂຶ້ນເປັນເງົາຕາມຕົວ. ແຕ່ບາງຄົນກໍໃຫ້ເວລາຫມູນຊີວິດໄປຢ່າງບໍ່ມີເຂັມທິດນຳທາງ. ຄຸນຄ່າຂອງເວລາທີ່ຄວນຈະເຮັດໃຫ້ຕົວເຮົາເຂົ້າໃຈສິ່ງທີ່ດີກວ່າຈຶ່ງຈືດຈາງໄປພ້ອມກັບນຳພາຊີວິດໄປສູ່ຄວາມບໍ່ມີຄຸນຄ່າຢ່າງຫນ້າເສຍດາຍ.
ໂມງຄືສິ່ງທີ່ໃຊ້ບອກເວລາ ເພື່ອສະທ້ອນໃຫ້ເຮົາໄດ້ເບິ່ງເຫັນຄວາມປ່ຽນໄປ ແລະ ຊີ້ວັດວ່າມີຫຍັງແນ່ທີ່ກໍ່ໃຫ້ເກີດປະໂຫຍດໃນຊີວິດຂອງເຮົາ? ເຖິງວ່າເຂັມເວລາຈະຢຸດເດີນ ເພາະຖືກໃຊ້ງານຫນັກກໍ່ຍັງສະທ້ອນໃຫ້ເຫັນຄຸນຄ່າຕັ້ງຫລາຍຢ່າງ. ຢ່າງຫນ້ອຍກໍສະແດງເຖິງຄວາມມີຄຸນຄ່າ ບາງຄັ້ງຄາວເພື່ອໃຫ້ຄົນເຮົາໄດ້ເຫັນວ່າໃນສິ່ງທີ່ເຫັນອາດບໍ່ມີຄ່າ ກໍ່ມີຄວາມສຳຄັນທີ່ລີ້ຢູ່ໃນນັ້ນ. ເພາະເມື່ອເຂັມເວລາທີ່ຊີ້ບອກເວລາໃນຄັ້ງທຳອິດຕອນ 6ໂມງເຊົ້າ, ຖັດມາເຂັມເວລາທີ່ຢຸດໂມງເຮັດວຽກ ກໍ່ຍັງບອກໃຫ້ເຮົາຮູ້ວ່າ ເຮົາໄດ້ໃຊ້ເວລານັ້ນເພື່ອກິດຈະກຳໃດໜຶ່ງຫຼືບໍ່?
ດ້ວຍເຫດນີ້ສິ່ງທີ່ເຮົາຄວນຖາມຕົວເອງຫລາຍຂຶ້ນກໍ່ຄື ມື້ນີ້ເຮົາໃຊ້ເວລາຂອງຊີວິດເປັນໄປແບບໃດ? ເຮົາດຳລົງຊີວິດຢ່າງມີກຳໄລຫລືພຽງແຕ່ນຳໃຊ້ ໃນຮູບແບບຄົນທີ່ບໍ່ຮູ້ຈັກຄຸນຄ່າຂອງເວລາທີ່ໄດ້ມາ. ພະພຸດໄດ້ຊີ້ນຳຊີວິດຂອງຄົນເຮົາໃຫ້ຮູ້ຈັກທີ່ຈະມີຄວາມສຸກທຸກເວລາຂອງການປ່ຽນແປງດ້ວຍການ ສ້າງຄວາມເຂົ້າໃຈຢ່າງຮູ້ເທົ່າທັນດ້ວຍສະຕິປັນຍາ.
ເລີ່ມຕັ້ງແຕ່ການຮູ້ຈັກການຕັ້ງຄຳຖາມກັບຕົວເອງ. ຈົນກະທັ້ງຮູ້ຈັກສ້າງຄວາມເຂົ້າໃຈວ່າ ຈະໃຫ້ຊີວິດນີ້ເປັນໄປແບບໃດ? ກຳໄລທີ່ມີຄຸນຄ່າຈຶ່ງຈະເກີດມີແລະພ້ອມຈະຍອມຮັບສິ່ງທີ່ເຂົ້າມາພັດພາກສິ່ງຕ່າງໆໃນຊີວິດຈາກໄປ. ເພາະເວລາຂອງຄວາມສຸກທີ່ເກີດຂື້ນໃນຊີວິດຂອງເຮົາ ບໍ່ແມ່ນການຮຽກຮ້ອງຂໍວ່າຈະໄດ້ອັນໃດມາຄອງແຕ່ທຸກຄະນະຂອງເວລາທີ່ປ່ຽນໄປເຮົາມີຄຳຖາມວ່າ ເຮົາຄວນເຂົ້າໃຈໃນຊີວິດຫລາຍຫລືຫນ້ອຍພຽງໃດນັ້ນຈຶ່ງເອີ້ນວ່າ ເປັນການຫມູນເວລາໃຫ້ເດີນທາງຢ່າງຄົນທີ່ຮູ້ຈັກຄຸນຄ່າຊີວິດແທ້ໆ.
ການຮູ້ຈັກເຮັດໃຫ້ຊີວິດມີຄວາມສຸກທຸກໃນວິນາທີ, ໃນຊ່ວງການເວລາຜ່ານຜ່າຄວາມຫຍຸ້ງຍາກ ຈະຕ້ອງໃຊ້ຄວາມອົດທົນເປັນຢ່າງສູງເພື່ອເດີນຂ້າມຄວາມຮູ້ສຶກບໍ່ດີທີ່ມີມາ. ເຮັດແນວໃດຈິ່ງຮູ້ສຶກເປັນສຸກໃຫ້ໄດ້ໃນທຸກໆຂະນະ. ການມີສະຕິ, ຮັບຮູ້ອາຣົມຈິດ, ຮູ້ວ່າຕົນເອງກຳລັງເດີນໄປທີ່ຈຸດໝາຍໃດໆ, ເຮົາກຳລັງສ້າງຄຸນຄ່າຫຍັງກັບການ ເດີນທາງຊີວິດ ໃນເວລາທີ່ເສຍໄປ, ຄົນທີ່ເຂົ້າໃຈຄຸນຄ່າຂອງຊີວິດແລ້ວຄຳວ່າ ບາດລະກ້າວ ນັ້ນຫມາຍເຖິງການ ເປັນສຸກກ້າວທຸກກ້າວຢ່າງທີ່ກຳລັງກ້າວໄປ.
ບາດລະກ້າວຂອງຄວາມສຸກຈຶ່ງເປັນສິ່ງທີ່ເຮົາຄວນສ້າງໃຫ້ມີໃນຕົວເອງ. ເພາະຄວາມສຸກທີ່ມີປະລິມານຫລາຍໆກໍເລີ່ມຈາກຄວາມສຸກທີ່ນ້ອຍໆນັ້ນເອງ. ເປັນສິ່ງທີ່ເຮົາສາມາດສຳຜັດໄດ້ທຸກວິນາທີ ແລະ ເປັນບາດກ້າວແຫ່ງການເວລາທີ່ແສນສຸກທຸກຄະນະ. ຫາກຮູ້ຈັກວ່າຊີວິດນີ້ຄວນດຳເນີນໄປແບບໃດ? ເວລາທີ່ພັດພາສິ່ງຕ່າງໆເຂົ້າມາໃນຊີວິດຈຶ່ງບໍ່ແມ່ນສິ່ງທີ່ເຮັດໃຫ້ເຮົາຕ້ອງຢ້ານກົວ. ແຕ່ຄວນເປັນໂມງຍາມຂອງຄວາມສຸກໃຈທີ່ຮັບຮູ້ທຸກລາຍລະອຽດຂອງສິ່ງທີ່ຜ່ານເຂົ້າມາ. ເຖິງວ່າບາງຄັ້ງສິ່ງທີ່ເກີດຂຶ້ນຈະຮ້າຍແຮງກໍຕາມ. ແຕ່ນັ້ນກໍເປັນອີກໂມງຍາມຫນຶ່ງຂອງເວລາທີ່ເຂົ້າມາທົດສອບເພື່ອເຮັດໃຫ້ເຮົາແຂງແກ່ນຂຶ້ນກວ່າເກົ່າ. ຊີວິດທີ່ຫມູນໄປຕາມການເວລາຈຶ່ງເປັນສິ່ງທີ່ເຮົາຕ້ອງໃສ່ໃຈເປັນພິເສດ. ບໍ່ແມ່ນມີພຽງຈະລະທົມຂົມຂື່ນທົນຝືນ ກັບສິ່ງທີ່ເກີດຂື້ນ. ຄວນຮູ້ຈັກທະນຸທະຫນອມ ທຸກໆວິນາທີຢ່າງຜູ້ເຫັນຄຸນຄ່າທີ່ຄວນເບິ່ງແຍງ ເປັນການເຝົ້າຖະຫນອມເພື່ອໃຫ້ຊີວິດມີຄ່າທີ່ຫລາຍກວ່າເກົ່າ. ເພື່ອວ່າມື້ຫນຶ່ງທຸກຢ່າງຈະປ່ຽນໄປ. ເຮົາຈະໄດ້ຮັບຮູ້ວ່າໂມງຍາມຂອງເວລາທີ່ຫມູນໄປ ຄືສິ່ງທີ່ຊ່ວຍສ້າງຄວາມສຸກທາງໃຈໃຫ້ກັບເຮົາໄດ້ຕະຫລອດເພາະຊີວິດ ເປັນສິ່ງທີ່ອ່ອນໂຍນ ແລະ ກ່ຽວຂ້ອງກັບເວລາທີ່ເຮົາບໍ່ອາດຈະຢຸດຢັ້ງໄດ້ ເຮົາຈຶ່ງຄວນໃຊ້ເວລາທີ່ຫມູນໄປໃຫ້ປ່ຽນຄ່າເປັນໂມງຍາມຂອງຄວາມສຸກທຸກຂະນະ.
ຄວນໃຫ້ຊີວິດທີ່ຍັງເຫລືອໄດ້ມີໂອກາດຮຽນຮູ້ຢ່າງສະຫຼຽວສະຫລາດ. ໃຫ້ກາຍເປັນພື້ນຖານຂອງການສ້າງສະຕິປັນຍາໃຫ້ແກ່ຕົນ. ເພື່ອຈະໄດ້ສຳຜັດກັບທຸກບັນຍາກາດຂອງຊີວິດ ທີ່ເຮັດໃຫ້ເຮົາມີສິດທີ່ເລືອກສິ່ງດີດີເພື່ອຕົນແລະຄົນອ້ອມຂ້າງໄດ້. ເຮົາຄວນໃຫ້ຊີວິດໄດ້ຮັບຮູ້ຄວາມສຸກ ທຸກໆຂະນະ. ບໍ່ແມ່ນພຽງແຕ່ຄວາມສຸກທາງກາຍຊົວວູບ. ທີ່ຖືກວັດຈາກວັດຖຸພາຍນອກດ້ານດຽວ ແຕ່ຄວນໃຫ້ເວລາເປັນຄູສອນວິທີທີ່ຈະຢູ່ກັບຄວາມສຸກນັ້ນຕະຫລອດໄປ.
ບ້ານຄືຊີວິດທີ່ອອກແບບມາຈາກເຮົາ. ມັນຈະບໍ່ແຄບລົງ ຫລື ເປັນທີ່ກັກອາລົມໄວ້ໃນໃຈຫລາຍ ຈົນເກີນໄປແຕ່ຄວນຈະເປັນຊີວິດທີ່ມີຈິດໃຈທີ່ພ້ອມຈະຮັບຄວາມເຢັນ ແຫ່ງສາຍລົມ ແລະ ລະອອງຝົນເພື່ອເຮັດໃຫ້ຈິດໃຈຊຸ່ມເຢັນ.
ສະເນ່ ຂອງຊີວິດຄືຕອນ ທີ່ສາມາດນຳໄປປຽບກັບຫລາຍໆຢ່າງ ແລ້ວນຳມາສອນໃຫ້ຕົວເຮົາສະຫລາດຂຶ້ນ. ມັນໄດ້ສະເນ່ທີ່ເກີດຈາກການຮູ້ຈັກເບິ່ງຊີວິດເພື່ອໃຫ້ເຫັນວ່າມັນເປັນໄປຢ່າງໃດ? ເປັນຫຍັງຈຶ່ງມີລົດຊາດທີ່ຫລາກຫລາຍໃຫ້ຊວນລິ້ມລອງເມື່ອມີການປຽບທຽບ. ເຮົາກໍ່ມັກຈະນຳເລື່ອງຂອງຜ່ານມາປຽບທຽບນຳສະເຫນີ ເພາະບ້ານເປັນສິ່ງທີ່ສະແດງເຖິງຄວາມເປັນຢູ່ຂອງເຮົາ ຄວາມອົບອຸ່ນທີ່ໄດ້ສຳຜັດແລະມີເງື່ອນງຳຂອງບັນຫາໃຫ້ເກີດຄວາມວຸ້ນວາຍຢູ່ໃນຕົວ. ເມື່ອຄວາມຕ້ອງການສ້າງບ້ານໃຫ້ມີຄວາມຫນ້າຢູ່ຈັກຫລັງຫນຶ່ງ ເຮົາກໍ່ນິຍົມທີ່ຈະສ້າງປະຕູ ເພື່ອເປີດຮັບລົມເພື່ອໃຫ້ບ້ານມີຄວາມເຢັນສະບາຍຄາຍຮ້ອນ ແລະ ເພື່ອເປີດແສງສະຫວ່າງທີ່ສ່ອງເຂົ້າມາໄດ້ຊ່ວຍຂ້າເຊຶ້ອໂລກໃນຕອນກາງເວັນ. ໃນທາງກົງກັນຂ້າມ ບ້ານທີ່ມີປະຕູຈຳນວນຫລາຍ ອາດຈະເຮັດໃຫ້ຝຸ່ນພັດເຂົ້າມາເຮັດໃຫ້ສົກກະປົກງ່າຍ ແຕ່ໂດຍລວມຄົນທີ່ສ້າງບ້ານແບບກໍນິຍົມທີ່ຈະໃຫ້ບ້ານມີທາງລະບາຍອາກາດຢູ່ສະເໜີ. ໃນຊີວິດຄົນຄືກັນ. ເປີດຮັບ ແລະ ເຮົາຕ້ອງຮູ້ປ່ອຍວາງ. ໃຫ້ຊີວິດປຽບຄືການສ້າງບ້ານຫລັງຫນຶ່ງ. ເຮັດໃຫ້ຕົວເອງມີຕົວເຮົາເປັນຜູ້ຄິດຮູບແບບໃນການກໍ່ສ້າງບ້ານ. ວິທີກໍ່ສ້າງທີ່ດີບ້ານຄືຊີວິດຍ່ອມນຳກິ່ນອາຍແຫ່ງຄວາມອົບອຸ່ນຊູຈິດໃຈໃຫ້ຮູ້ສຶກດີ.
ຫາກບໍ່ໃສ່ໃຈບ້ານອັນເປັນທີ່ສຸດຂອງທີ່ສຸດ, ແລ້ວປ່ອຍໃຫ້ການສ້າງດຳເນີນໄປຕາມກຳ. ບ້ານສ້າງທີ່ຄິດວ່າຈະໃຫ້ຄວາມອົບອຸ່ນທາງໃຈ ກໍ່ຈະກາຍເປັນຄວາມອຸດອັ້ນໃຈ ແລະ ອຶດອັດ.
ເມື່ອໃດຝຸ່ນລະອອງພັດເຂົ້າມາ ເຮົາຜູ້ເປັນເຈົ້າຂອງບ້ານຄືເຈົ້າຂອງຊີວິດ ກໍຄວນທີ່ຈະຮູ້ຈັກປິດປະຕູໃຫ້ທັນ. ເພາະຫາກຮູ້ຈັກເປີດ ແລະ ປິດໃນຈັ່ງຫວະທີ່ເຫມາະສົມ ປະຕູຄືຈິດໃຈກໍ່ພ້ອມທີ່ປິດຕົວເອງປ້ອງກັນເພື່ອບໍ່ໃຫ້ບ້ານສົກກະປົກຈາກຝຸ່ນລະອອງຂອງອາລົມ ແລະ ພ້ອມຈະເປີດຮັບສິ່ງດີທີ່ຕ້ອງການຈະໃຫ້ຜ່ານເຂົ້າມາໃນຊີວິດ.
ບໍ່ວ່າເຮົາຈະມີການເບິ່ງແຍງຮັກສາເທົ່າໃດ ຊີວິດກໍ່ຍ່ອມມີບັນຫາເປັນທຳມະດາ. ບາງເທື່ອກໍ່ແມ່ນວັນທີ່ໃຈຂອງເຮົາປິດຕົວເອງບໍ່ທັນ. ສິ່ງທີ່ເຮົາຄວນຈະເຮັດຄວາມເຂົ້າໃຈໃຫ້ຫລາຍຂື້ນກໍຄື ການຮຽນຮູ້ທີ່ຈະສ້າງເທັກນິກທີ່ຈະເປີດ ປະຕູຮັບໃນເວລາໃດ? ແລະ ຮູ້ວ່າເວລາໃດທີ່ໃຈຄວນຈະປິດໄວ້ເພື່ອປ້ອງກັນໄພທີ່ຈະມາເຖິງ? ຖ້າເຂົ້າໃຈວິທີເປີດແລະ ວິທີປິດໄດ້ແລ້ວຍ່ອມເຮັດໃຫ້ເຮົາຮູ້ວ່າທຸກບັນຫາລ້ວນນຳພາບັນຫາມາໃຫ້ຮັບຮູ້ຢູ່ສະເຫມີ. ທຸກຄວາມອ້າງ ວ້າງທີ່ຜ່ານເຂົ້າມາໃນດວງຈິດ ກໍມັກຈະສອນໃຫ້ເຮົາຮັບຮູ້.
ທຸກຄວາມຮູ້ສຶກທີ່ມີຄວາມກຽດຊັງ ກໍເຮັດໃຫ້ເຮົາໄດ້ຮຽນຮູ້ວ່າຄວາມຄຽດແຄ້ນຊິງຊັງບໍ່ແມ່ນສິ່ງທີ່ຊີວິດຈະສະສົມແຕ່ຄວາມເມດຕາກາລຸນາ ຕ່າງຫາກທີ່ຊີວິດຄວນຈະນ້ອມຮັບເຂົ້າມາສູ່ຕົນ.
ທຸກຄວາມຮູ້ສຶກເປັນຄວາມຫລຸ່ມຫລົງກໍມັກສອນໃຫ້ເຮົາຮູ້ຈັກຈະດຶງຊີວິດໃຫ້ສູງຂຶ້ນເພື່ອຢູ່ເຫນືອບັນຫາຢ່າງຜູ້ຮູ້ເທົ່າທັນ ນັ້ນຄືຄວາມດີຂອງປະຕູຊີວິດທີ່ເກີດຈາກຄວາມຮູ້ຈັກເປີດແລະປິດດ້ວຍຈັງຫວະທີ່ລົງຕົວ.
ໃນວັນຫນຶ່ງເຮົາມີຄວາມພ້ອມທີ່ຈະເປີດປະຕູແຫ່ງໃຈ ແລະ ຮັບຮູ້ເລື່ອງທີ່ເກີດຂຶ້ນຢ່າງທັນທ່ວງທີ. ເຮົາຍ່ອມຮູ່ວ່າຈະເປີດປະຕູແຫ່ງຊີວິດໃນເວລາໃດ? ສິ່ງດີດີອັນປຽບຄືສາຍລົມ ແລະ ສາຍຝົນທີ່ເຢັນຈະພັດຜ່ານເຂົ້າມາໄດ້ ຫລືໃນມືຶີ້ຕ້ອງການປິດ ເພື່ອໃຫ້ມີເວລາສຳລັບເຝົ້າເບິ່ງແຍງຕົວເອງ. ເຮົາຍ່ອມຮູ້ຄ່າຂອງການປິດປະຕູໃຈນັ້ນໂດຍບໍ່ແມ່ນການປິດກັ້ນເພື່ອໃຫ້ບ້ານຄືຊີວິດອຸດອູ້ຄືຢ່າງອາດີດທີ່ຜ່ານມາ.
ຂະນະດຽວກັນ ກໍ່ບໍ່ຄວນເປັນບ້ານທີ່ມີພຽງປະຕູເປີດໃຫ້ແສງແດດກ້າ ອັນປຽນຄືຄວາມໂມໂຫມາເຜົາບ້ານ ຄືຊີວິດຈິດໃຈໃຫ້ແຫວແຫ້ງ ແລະ ບໍ່ຄວນເປີດກວ້າງເພື່ອໃຫ້ຝຸ່ນລະອອງນັ້ນເປັນອາລົມຮ້າຍເຂົ້າມາ. ເຈົ້າຂອງບ້ານຄວນທີຄວາມໃສ່ໃຈ ພ້ອມຈະເປີດຮັບເອົາແສງແດດອ່ອນໃນຍາມຕອນເຊົ້າ ອັນຫມາຍເຖິງໃຈທີ່ສົມດູນ ດ້ວຍຄວາມເຂົ້າໃຈ ໃນທຸກວິທີເຂົ້າມາເຮັດໃຫ້ຊີວິດມີຊີວາ ແລະ ຮູ້ຈັກປິດເມື່ອຕ້ອງການປົກປ້ອງຕົວເອງຈາກຝຸ່ນຜົງແຫ່ງອາລົມທີ່ເຂົ້າມາທຳຮ້າຍບ້ານຄືຊີວິດຂອງຕົນ.