ວັນອອກພັນສາ, ເປັນນິມິດໝາຍໃຫ້ຫຼາຍໆກິດຈະກຳທາງບຸນກຸສົນ. ເຫດການສຳຄັນທີ່ຫຼາຍໆຄົນຢາກໃຫ້ເກີດກໍ່ຄືງານແຕ່ງດອງ. ໃຜໆທີ່ຄົບກັນມາຫຼາຍປີແລ້ວກໍ່ຄົງຈະບໍ່ຢາກປະໃຫ້ອອກພັນສາສົກປີ 2017-2018 ກາຍເປັນປີຮ້າງດອງອີກຕໍ່ໄປ.
ເບິ່ງຢ່າງໜຶ່ງ, ຊີວິດຮັກເປັນເລື່ອງສ່ວນຕົວ. ແຕ່ມັນກໍ່ບໍ່ແມ່ນແນວນັ້ນ. ເວລາຜົວເມຍຜິດກັນ, ຫຼື ຜົວຕີເມຍ, ແມ່ຕີລູກ ແລ້ວມັກຈະອ້າງສິດຕໍ່ກັບຄົນໃນຄອບຄົວໃນການແກ້ໄຂພຽງຜູ້ດຽວ. ຕົວຈິງ, ຊີວິດຄູ່ ກໍ່ມີສ່ວນທີ່ສັງຄົມກ່ຽວຂ້ອງຄືກັນ. ນັບແຕ່ການແຕ່ງດອງ, ກໍ່ຕ້ອງມີໃບທະບຽນຄັກແນ່. ທາງກົດໝາຍໄດ້ລະບຸຫຼາຍລາຍລະອຽດ ຈົນເປັນກົດໝາຍຄອບຄົວ. ທັງນີ້, ບໍ່ໄດ້ໝາຍວ່າ ລັດຖະບານຢາກມາຫຸຍ້ງກ່ຽວເລື່ອງສ່ວນຕົວຂອງທ່ານ, ຫາກລອງຄິດເບິ່ງວ່າ: ຖ້າໃຜໆກໍ່ແຕ່ງງານກັນໄດ້ ແລ້ວເກີດລູກອອກມາແບບບໍ່ມີຄົນຮັບຜິດຊອບຈະເຮັດແນວໃດ? ແນ່ນອນກໍ່ຈະເປັນໄພສັງຄົມ. ນອກນັ້ນ, ບັນຫາສັບສິນ ມັກຈະເປັນບັນຫາທີ່ບໍ່ຕົກແຕກ, ຫາກສອງຄົນແຕ່ງງານ. ສັບສິນຂອງຄອບຄົວ ແລະ ສິນສົມສ້າງ ອາດມີສ່ວນກ່ຽວພັນ ຈົນອາດເກີດບັນຫາໃນການຈັດສັນ.
ໃນດ້ານໜື່ງ, ຄູ່ຮັກມີສ່ວນສ້າງສັງຄົມຫຼາຍ. ການຜະລິດສັບພະຍາກອນດີໆແມ່ນການໃສ່ໃຈຂອງພໍ່ແມ່. ເຂົາເຈົ້າເອງຊ່ວຍສ້າງແຮງງານໃຫ້ແກ່ປະເທດ. ພໍ່ແມ່ຕ້ອງໄດ້ເຮັດວຽກໜັກໃນການຊອກຫາປັດໃຈທາງກາຍມາລ້ຽງລູກ. ຈົນເຮັດໃຫ້ພໍ່ແມ່ບາງຄົນ ບໍ່ສາມາດໃກ້ຊິດທາງຈິດໃຈ ແລະ ຂາດຄວາມອົບອຸ່ນໃນທີ່ສຸດ. ສຳລັບປະເທດພັດທະນາ, ໄດ້ມີນະໂຍບາຍທາງດ້ານການເງິນ ແລະ ສະຫວັດດີການຊ່ວຍຄອບຄົວທີ່ມີລູກ ແລະ ບາງປະເທດຄັນມີລູກຫຼາຍແຮງຈະໄດ້ຮັບສະຫວັດດີການຫຼາຍ. ກົງກັນ ຂ້າມ, ນະໂຍບາຍການກຳນົດປະລິມານເດັກກໍ່ເກີດມີຂື້ນມາ. ເຊັ່ນ ທີ່ ປະເທດຈີນ. ເຄີຍກຳນົດໃຫ້ມີລູກໄດ້ແຕ່ໜຶ່ງຄົນ. ຫາກມີຫຼາຍຕ້ອງຮັບຜິດຊອບທັງໝົດ. ຈົນເຮັດໃຫ້ຫຼາຍຄອບຄົວຍອມປະຕິບັດນະໂຍ ບາຍເພາະເປັນຫວງວ່າລູກເກີດມາແລ້ວ ຈະມີຄວາມຈຳກັດທາງດ້ານສັບພະຍາກອນ, ການເຂົ້າໂຮງຮຽນ ແລະ ສະຫວັດດີການອື່ນໆກໍ່ຈະຖືກຈຳກັດລົງ.
ຊີວິດຄູ່ໜ້າຈະເຕັມໄປດ້ວຍຄວາມສຸກແບບໃໝ່ໆແລະເພີ່ມຄວາມທຸກທີ່ທ່ານອາດຍັງບໍ່ເຄີຍພົບພໍ້ມາໃນຊີວິດໂສດ. ຄວາມວ່າເປັນອິດສະຫຼະ ຈະຕ້ອງຫັນມາຄິດຫາຄອບຄົວຫຼາຍຂື້ນ. ແທ່ນທີ່ຈະຄິດຫາຕົນເອງ ກັບຕ້ອງໄດ້ຄິດຫາຄຳວ່າ “ພວກເຮົາ” ຫຼາຍຂື້ນ. ຫົວໜ້າຄອບຄົວ ແລະ ເມຍໜ້າຈະສາມາດຜ່ານຜ່າທຸກໆອຸປະສັກ ທີ່ຜ່ານເຂົ້າມາຊີວິດຄູ່, ຫາກທັງສອງພ້ອມທີ່ຈະສະຫຼະຄວາມເປັນຕົນເອງ ແລະ ຫັນມາໃສ່ໃຈຄອບຄົວ. ຄວາມຮັກຕໍ່ລູກເຕົ້າອາດເຮັດໃຫ້ຄົນທີ່ກາຍເປັນພໍ່ເປັນແມ່ກັງວົນກັບການຊອກຫາສັບສິນລ້ຽງດູບຸດຕົນເອງໃຫ້ດີທີ່ສຸດ, ຈົນອາດກາຍເປັນຄົນເຫັນແກ່ຕົວ. ແນ່ນອນທຸກໆຄົນບໍ່ຢາກໃຫ້ລູກອົດຫິວ, ຢາກໃຫ້ມີອານາຄົດທີ່ດີ, ມີການງານ ແລະ ໄດ້ພົບຄົນດີໆແຕ່ງງານ. ສິ່ງດັ່ງກ່າວນັ້ນ, ພໍ່ແມ່ຄົນອື່ນໆກໍ່ເປັນຄືກັນ.
ການມີບຸດແມ່ນສອນໃຫ້ຄົນຮູ້ຈັກຄວາມຕ້ອງການຂອງພໍ່ແມ່ຄົນອື່ນທີ່ພະຍາຍາມສ້າງລູກຕົນເອງໃຫ້ມີຄຸນນະພາບຄືກັນ. ສະນັ້ນ, ຢ່າລືມການເພື່ອແຜ່. ຫາກທ່ານເຮັດໄດ້ແນວນັ້ນ, ຄູ່ຜົວເມຍຂອງທ່ານ ນອກຈາກຈະສ້າງລູກຜູ້ມີຄຸນນະພາບແລ້ວ, ທ່ານຍັງຈະສ້າງໃຫ້ສັງຄົມໄດ້ດີຂື້ນອີກ.