


ການຮູ້ຈັກຕົ້ນເອງ ຄື ຮູ້ຈັກວິທີ່ທີ່ຈະຮັກ ແລະ ເຂົ້າໃຈຕົວເອງ, ຮູ້ຂໍ້ດີ, ຂໍ້ດ້ອຍ, ຈຸດຢືນ ແລະ ຄຸນຄ່າຂອງຕົວເອງ. ລັກສະນະດັ່ງກ່າວ, ບໍ່ໄດ້ເຮັດໃຫ້ຄົນເຮົາກາຍເປັນຄົນທະນົງຕົວ ເມື່ອໃດເຫັນຈຸດດີຂອງຕົນເອງເໜືອຄົນອື່ນໆ. ຮູບແບບການເຂົ້າໃຈຕົນເອງ ເປັນທິດທາງໃຫ້ເຮົາໄດ້ ຮູ້ຈັກເລືອກຄົບຄົນ, ໃຫ້ເວລາ ແລະ ສ້າງສາຍພົວພັນນຳກັນ.
ເມື່ອໃດທ່ານເຂົ້າໃຈຕົນເອງ, ທ່ານຈະຮູ້ຈັກຮັກໃນສິ່ງທີ່ທ່ານມີ ແລະ ຮູ້ສິ່ງທີ່ຕົວເອງຕ້ອງໄດ້ປັບປຸງ. ບໍ່ມີຫຍັງທີ່ສຳຄັນກວ່າການເບິ່ງເຫັນຄຸນຄ່າໃນຕົວເອງເພາະມັນມີປະໂຫຍດຫລາຍດັ່ງຕໍ່ໄປນີ້:
- ຊີວິດຈະກາຍເປັນເລື່ອງງ່າຍຂຶ້ນເມື່ອທ່ານຮັກຕົວເອງ. ທ່ານຈະບໍ່ຕຳນິຕົວເອງຕ່າງໆນາໆ, ຮູ້ສຶກມີຄວາມພູມໃຈ ແລະ ບໍ່ຮູ້ສຶກຊັງຕົວເອງໃນຈຸດດ້ອຍ ທັງພ້ອມທີ່ຈະພັດທະນາໃຫ້ດີຂື້ນ. ທ່ານຈະຮູ້ສິ່ງຂາດເຫຼືອອັນເປັນເຫດຜົນໃຫ້ທ່ານໄປບໍ່ເຖິງເປົ້າຫມາຍ ແລະ ຈະເປັນການ ວາງແຜນກິດຈະກຳປະຈຳວັນ ໄດ້ຈັດຕັ້ງປະຕິບັດ ໃນວັນຂ້າງຫນ້າ.
- ທ່ານຈະຮູ້ສຶກຫມັ້ນຄົງພາຍໃນໃຈຫລາຍຂຶ້ນ ເມື່ອທ່ານມັກຕົວເອງຫລາຍຂຶ້ນ ຈະບໍ່ກັງວົນກັບຄວາມຄິດເຫັນຈາກຄົນອື່ນທີ່ມີຕໍ່ທ່ານ ໃນທາງທີ່ບໍ່ເໜາະສົມ. ແລ້ວທ່ານຈະມີຄວາມສາມາດ ຄວບຄຸມອາລົມໄດ້ດີຂຶ້ນ. ເວົ້າແນວນີ້ ບໍ່ໄດ້ໝາຍວ່າ ທ່ານຈະບໍ່ຮັບຄວາມຄິດຄົນອື່ນ ເພື່ອໃຫ້ທ່ານປ່ຽນນິດໃສ. ໃນບາງກໍລະນີ, ຄຳນິນທາຂອງຄົນອື່ນ ອາດເຮັດໃຫ້ເຮົາບໍ່ສະບາຍໃຈກະເປັນໄດ.
- ທ່ານຈະກາຍເປັນຄົນທີ່ຫນ້າສົນໃຈຫລາຍຂຶ້ນ. ທ່ານຈະບໍ່ຮູ້ສຶກວ່າຕົວເອງດ້ອຍໂອກາດແລະກາຍເປັນຜູ້ທີ່ຢາກໃຫ້ ຕົນເອງຈະມີປະສິດທິພາບຫລາຍຂຶ້ນ. ຄົນອື່ນຈະຮູ້ສຶກວ່າການໄດ້ຢູ່ກັບທ່ານເປັນເລື່ອງງ່າຍ ຮູ້ສຶກສະບາຍໃຈ. ບໍ່ວ່າໃນຄວາມສຳພັນໃດໆກັບຫມູ່, ໃນບ່ອນເຮັດວຽກ ຫລື ກັບຄົນແປກໜ້າ,
- ທ່ານຈະມີຄວາມຫມັ້ນໃຈ ໃນຕົວຂອງຕົນເອງຫຼາຍຂື້ນ. ເພາະສັດຕູທີ່ເປັນຕາຢ້ານທີ່ສຸດຄືຕົວເຮົາເອງ. ການທີ່ທ່ານຮັກແລະນັບຖືຕົນເອງ, ທ່ານຈະຮູ້ວ່າຕົນສົມຄວນຈະຮັບສິ່ງທີ່ດີໃນຊີວິດເພາະມີຄວາມສາມາດຫລາຍພໍທີ່ຈະເຮັດ ຫຍັງກໍໄດ້ ບົນພື້ນຖານວ່າ ທ່ານພະຍາຍາມຄົ້ນຄິດ ແລະ ຊອກຫາການຮຽນຮູ້ ໃນການເຮັດວຽກນັ້ນ.
- ທ່ານຈະມີຄວາມສຸກຫລາຍຂຶ້ນ ຮັກແລະນັບຖືຕົນເອງ. ຄວາມສຸກມັກເດີນໄປໃນທິດທາງດຽວກັນ ເຮັດໃຫ້ທ່ານມີຄວາມພາກພູມໃຈໃນຕົວເອງແລະແລະທ່ານຈະພະຍາຍາມຮັກຢ່າງຕໍ່ເນື່ອງທຸກມື້ເພາະມັນເຮັດໃຫ້ຊີວິດມີຄວາມສຸກ,
- ທ່ານຈະຍອມຮັບມືກັບຄວາມຜິດພາດແລະຄວາມລົ້ມເຫລວໄດ້ດີຂຶ້ນ. ໃນເວລາ ທ່ານພະຍາຍາມທີ່ຈະໄປສູ່ເປົ້າຫມາຍ, ຖ້າທ່ານພາດແລ້ວລົ້ມລົງ ທ່ານຈະບໍ່ຕົກໃຈ ແລະ ຕຳນິຕົວເອງ. ເພາະທ່ານຮູ້ຄວາມຈິງທີ່ວ່າໃຜໆກໍລົ້ມ ເຫລວໄດ້. ໂດຍສະເພາະຄົນທີ່ພະຍາຍາມເຮັດຫຍັງຫລາກຫລາຍຢ່າງມັນເປັນເລື່ອງປົກກະຕິທີ່ຈະຕ້ອງພາດບາງເປົ້າ ໝາຍ. ຕອນນີ້ທ່ານຮູ້ແລ້ວວ່າຈະໄດ້ປະໂຫຍດແນວໃດຈາກການຮັກຕົວເອງ, ແລ້ວທ່ານຈະເລີ່ມໄດ້ແນວໃດ? ເລີ່ມຈາກການສັງເກດຄວາມຄິດໃສ່ໃຈ ຄວາມຮູ້ສຶກ ແລະ ຄ່ອຍໆຮັກຕົວເອງ ທັງພ້ອມປ່ຽນແປງປົດປ່ອຍແນວຄິດບໍ່ຮັກຕົນເອງໃນທຸກວັນ.
ຖ້າທ່ານຕ້ອງການທີ່ຈະກ້າວໜ້າສູ່ຄວາມສຳເລັດໃນຊີວິດ, ທ່ານຕ້ອງຮຽນຮູ້ທີ່ຈະເລີ່ມຮັກຕົວເອງກ່ອນ. ເມື່ອທ່ານຮູ້ຈັກຮັກຕົວເອງ ທ່ານຈະຮູ້ວ່າທ່ານຕ້ອງການສິ່ງໃດ ເມື່ອຮູ້ວ່າຕ້ອງການຫຍັງແລ້ວ ທ່ານຈະຫາວິທີທີ່ຈະເຮັດໃຫ້ສຳເລັດຈົນໄດ້ ແລະ ເມື່ອທ່ານເຮັດສິ່ງນັ້ນສຳເລັດທ່ານຈະມີຄວາມຫມັ້ນໃຈຫຼາຍຂື້ນກວ່າທີ່ເປັນ.