ທ່ານອາດພົບອາຈານສອນຫຼາຍໆປະເພດ. ອາຈານທົ່ວໆໄປບອກເລົ່າ. ອາຈານດີອະທິບາຍ. ອາຈານເກັ່ງ ສະແດງ ວິທີ. ອາຈານດີເລີດກະຕຸ້ນໃຫ້ເຮັດຕາມ. ຂ້າພະເຈົ້າບໍ່ຄິດວ່າ ເດັກນ້ອຍໆກະສາມາດສອນບົດ ຮຽນ ຄວາມສຸກ ທີ່ຜູ້ ໃຫຍ່ກຳລັງເບິ່ງຂ້າມ. ລອງເບິ່ງທີ່ສາຍຕາເດັກ, ຫາກທ່ານມີລູກຫຼານ, ຫຼື ເດັກຕາມສະຖານທີ່ຕ່າງໆ. ລອງສັງເກດ ເບິ່ງ ຫາກທ່ານບໍ່ເຄີຍ ເຮັດມາກ່ອນ. ແລ້ວຈະພົບເຫັນບາງສິ່ງອັດສະຈັນ.
1. ເປັນຕາຮັກ ແລະ ຢາກເປັນທີ່ຮັກ
ໃນສາຍຕາເດັກທຸກໆຄົນ,ທ່ານຈະປະຕິເສດ ທີ່ຈະບໍ່ຫ້າມໃຈຮັກບໍ່ລົງ ເມື່ອເຫັນຕາກົມໆ, ດຳໆ, ໜ້າຂາວໆ, ຜີວ ນີ້ມເປັນຕາຍິກ ແລະ ຮອຍຍີ້ມ ທີ່ບໍລິສຸດ. ນັ້ນເປັນພຽງຄວາມໜ້າຮັກພາຍນອກ. ໃນຈິດໃຈ, ເດັກໆມີຄວາມ ນີ້ມນວນ, ບໍລິສຸດ ແລະ ຢາກຮູ້ຢາກເຫັນ ໄປທຸກໆເລື່ອງ. ເຂົາມັກຖາມ, ມັກສັງເກດ, ມັກຈັບ-ບາຍ. ບໍ່ຈັກຢ້ານ ຫຍັງ ເຖິງຜູ້ໃຫຍ່ຫຼາຍຄົນຮູ້ວ່ານັ້ນເປັນສິ່ງບໍ່ຖືກ. ອັນສຳຄັນ, ໃນຕົວເດັກອ່ອນ, ເຂົາຈະຮັກພໍ່-ແມ່ສະເໜີ. ຍາມໃດ ກໍ່ຈະຮ້ອງຫາ ແລະ ຢາກຢູ່ໃກ້ໆ. ຄວາມຮັກແບບບໍ່ຈຳກັດຂອງເດັກ ທີ່ພາສາອັງກິດ Unconditional Love, ປາກົດມີໃນຕົວເດັກທຸກໆຄົນ. ຫາກພໍ່ແມ່ໃດ ສາມາດສຳພັດຄວາມຮັກຂອງເດັກນັ້ນໆໄດ້, ພວກເຂົາຈະຮູ້ສຶກ ພິເສດແບບບໍ່ເຄີຍມີມາກ່ອນ.
2. ມ່ວນກັບຊີວິດ
ທຸກໆທີ່ຈະເປັນບ່ອນຫຼີ້ນສະເໜີ. ບໍ່ວ່າທີ່ໃດ, ໂຮງໝໍ, ງານສັງສັນຜູ້ໃຫຍ່, ກັບໝູ່ເດັກນຳກັນ ຫຼື ຜູ້ໃຫຍ່, ເຂົາຈະຊອກແນວມ່ວນໆມາຫຼີ້ນ. ເດັກຫຼາຍໆຄົນ ສາມາດມີທັກສະ ໃນດົນຕີ ຫຼື ຄວາມສາມາດພິເສດ ຫາກພໍ່ແມ່ເລີ່ມໃສ່ໃຈ ແລະ ສະໜັບສະໜູນ. ສິ່ງນີ້ຕ່າງຈາກຜູ້ໃຫຍ່ເຮົາຫຼາຍ. ພວກເຮົາມັກສ້າງເງື່ອນໄຂ ໃຫ້ຕົນເອງ. ສິ່ງນິ້ເຮັດໃຫ້ເຮົາຂາດໂອກາດ ໃນການຈະລອງ ແລະ ເຮັດໃນເງື່ອນທີ່ເຮົາມີ. ຢ່າງນ້ອຍໆ ແມ່ນມ່ວນກັບຊີວິດທີ່ມີໃນວັນໆນັ້ນ. ທ່ານຈະບໍ່ໄດ້ຍິນຄຳຈົມວ່າ ຂອງເດັກໆວ່າ: ເບື່ອໜ່າຍຊີວິດ. ບໍ່ວ່າເດັກທີ່ເກີດໃນຄອບຄົວຮັ່ງມີ ຫຼື ທຸກຈົນ, ພວກເຂົາຕ່າງປ່ຽນສະພາບທີ່ເຂົາຢູ່ ໃຫ້ກາຍເປັນຈຸດທີ່ຊີວິດສາມາດຫາຄວາມສຸກໄດ້.
3. ພະຍາຍາມສະເໜີ
ເຫັນເດັກກຳລັງເລີ່ມຍາງແດ່ບໍ່? ຕອນເລີ່ມປາກຄືກັນ. ເຂົາເຈົ້າມີຄວາມພະຍາຍາມຮຽນສິ່ງໃໝ່ໆສະເໜີ. ຈາກເວົ້າ ຄຳ-ສອງຄໍາ ແຕ່ລະມື້ເຂົາເຈົ້າຈະຮຽນຫຼາຍໆສັບ ເພື່ອໃຫ້ສາມາດສື່ສານກັບພໍ່ແມ່ໄດ້. ຈຸດນ້ອຍໆເຫຼ່ົານີ້ ຜູ້ໃຫຍ່ ຫຼາຍຄົນລື່ມໄປ. ເດັກຮຽນຮູ້ຈາກທຸກໆສຽງ ທີ່ເຂົາເຈົ້າໄດ້ຍິນ. ກົງກັນຂ້າມກັບຜູ້ໃຫຍ່ເຮົາ. ການຮຽນຮູ້ມັກຖືກ ຈຳກັດໃນສະຖານທີ່ ແລະ ເງື່ອນໄຂ. ຊໍ້າບໍ່ໜໍາ, ພວກເຮົາພາກັນລື່ມຊອກຫາແນວຮຽນຮູ້ດ້ວຍຕົວເອງ. ນັກວິໄຈ ສັງຄົມສາດ ຄົ້ນພົບວ່າ: ເດັກມີວິວັດທະນາການຕັ້ງແຕ່ຕອນ ຍັງຢູ່ໃນທ້ອງແມ່. ການຮຽນ ຮູ້ເລີ່ມຕົ້ນຈາກການສຳ ພັດທຸກໆຄວາມຮູ້ສຶກ ໃນເວລາກ່ອນເກີດຊໍ້າ. ມາເບິ່ງຕອນກິນເຂົ້າ. ປາກເຂົາເຈົ້າຈະເປື້ອນເປິສະເໜີ, ຄຳໃດເຮຍ, ຄຳຕໍ່ໆໄປ ຈະພະຍາຍາມບໍ່ໃຫ້ເປັນແນວນັ້ນ.
4. ຢູ່ກັບປະຈຸບັນ
ນີ້ອາດເປັນບົດຮຽນທີ່ຍິ່ງໃຫຍ່ທີ່ສຸດໃນຕົວເດັກໆ. ຈະມີຈັກຄັ້ງເຂົາເຈົ້າຈົ່ມຄວາມກັງວົນ ຫຼື ສິ່ງທີ່ເຮັດໃຫ້ເຂົາເຈົ້າ ໂສກເສົ້າກັບອາດີດ. ໃຫ້ແລ້ວກະແລ້ວໄປ, ຕໍ່ມາກະຍີ້ມໄດ້. ບໍ່ມີຂອບເຂດຈຳກັດເລື່ອງເວລາ: ອາດີດ ຫຼື ອານາຄົດ. ນີ້ເປັນພຽງສກເຫດທີ່ເຮັດໃຫ້ເຂົາເຈົ້າຫາຍກັງວົນ ແລະ ຍີ້ມໄດ້ທຸກໆເວລາ. ອາດເປັນເພາະຄວາມຈຳຂອງສະໜອງ ນ້ອຍກວ່າຜູ້ໃຫຍ່. ດ້ວຍເຫດນີ້ເອງ ເຂົາຈິ່ງບໍ່ຈື່ຈຳອາດີດ.
ແນ່ນອນ, ພວກເຮົາຜູ້ໃຫຍ່ບໍ່ສາມາດປະພຶດຄືເດັກ. ບໍ່ແມ່ນຢາກໄດ້ຫຍັງແລ້ວຂັດເອົາຕາມໃຈ. ທີ່ຍົກຫົວຂໍ້ນີ້ຂື້ນມາ ກໍ່ເພື່ອເປີດໂອກາດໃຫ້ຜູ້ໃຫຍ່ໄດ້ຖືໂອກາດຮຽນຮູ້ນຳທຸກໆຄົນ ແລະ ທຸກໆໂອກາດ. ບໍ່ແມ່ນໃຫ້ເຮັດຄືເດັກ. ເມື່ອເຮົາເຮັດແນວນັ້ນໄດ້ຄືເດັກ ຄວາມຮູ້ທີ່ເຮົາມີຈະຍິ່ງເພີ່ມຂື້ນ.