


ຫຼາຍໆຄົນເຮັດວຽກເພື່ອຢາກໄດ້ສິ່ງຕອບແທນ ຫຼື ຄອງຄອຍຫາສິ່ງໃດໜຶ່ງ ເຊັ່ນ: ວັນຢຸດພັກປະຈຳປີ, ຫຼື ວັນພັກເສົາທິດ. ການຄິດແນວນັ້ນຈະເຮັດໃຫ້ເຮົາຂາດສະຕິໃນການມີຊີວິດໃນປະຈຸບັນ.
ແນ່ນອນຫຼາຍໆຄົນຈະບໍ່ມັກ ແລະ ມ່ວນກັບສິ່ງທີ່ເຮັດຢູ່ ເພາະເຂົາເຈົ້າຈະຢາກພັກ ຫຼື ໃຫ້ຮອດເວລາພັກນັ້ນມາໄວໆ. ຂ້າພະເຈົ້າກໍ່ບໍ່ວ່າການພັກຜ່ອນ ຫຼື ສິ່ງບັນເທີງເປັນເລື່ອງຜິດ ແຕ່ການຄິດແນວນັ້ນ, ຈະເຮັດໃຫ້ຄົນເຮົາຂາດການຢູ່ກັບປະຈຸບັນ ຫຼື ຮູ້ສຶກເບື່ອນ່າຍກັບຊີວິດໃນປະຈຸບັນທີ່ເຮັດຢູ່. ສິ່ງບັນເທີງຈະມີເວລາຈຳກັດ ແລະ ເວລາຂາດສິ່ງນັ້ນໄປຄົນເຮົາກໍ່ຈະບໍ່ເປັນສຸກ. ສິ່ງນີ້ແທ້ບໍ່ທີ່ເຮັດໃຫ້ຄົນເຮົາເປັນສຸກ. ຖ້າແມ່ນກໍ່ຈະເປັນຊ່ວງເວລາທີ່ສັ້ນຫຼາຍ ແລະ ຮູບແບບການທີ່ຈະເຮັດໃຫ້ເຮົາໃຊ້ເວລາ 24 ຊົວໂມງ ຢ່າງເປັນສຸກມັນຈະມາຈາກໃສ.
ຫຼາຍໆຄົນຖືວ່າຄວາມສຸກຄືການປະສົບຜົນສຳເລັດໃນການເຮັດວຽກງານໃດໜຶ່ງ. ຫຼາຍໆຄົນເມື່ອໄປຮອດວັນນັ້ນ ເຂົາເຈົ້າຕອບວ່າ ຍັງຂາດສິ່ງໃດໜຶ່ງຢູ່ ແລະ ຄວາມດີໃຈນັ້ນ ມີບໍ່ຮອດໜື່ງນາທີ່. ເພື່ອນຫຼາຍໆຄົນເລື່ອນຕຳແໜ່ງຈາກຫ້ອງການທີ່ຕົນເອງເຮັດວຽກມາ ເປັນສິບໆປີ ແຕ່ວັນທີ່ຕົນເອງໄດ້ເລື່ອນຕຳແໜ່ງທີ່ຕ້ອງການ ເຂົາເຈົ້າມີຄວາມສຸກກັບເພື່ອນ ແລະ ງານສະຫຼອງບໍ່ເທົ່າໃດວັນ. ແລ້ວກໍ່ຕ້ອງເຮັດວຽກຢ່າງໜັກ ແລະ ມີເປົ້າ ໝາຍໃໝ ນັ້ນກໍ່ຄືການໄດ້ເລື່ອນຕຳແໜ່ງສູງຂື້ນອີກ.
ແນ່ນອນ ຄົນເຮົາຕ້ອງມີເປົ້າໝາຍໃນຊີວິດ ແຕ່ການທີ່ຈະມີຄວາມສຸກນັ້ນບໍ່ຄວນຕັ້ງເງື່ອນໄຂ. ຖ້າຫາກເຮົາຄິດວ່າ ຊີວິດຈະມີຄວາມສຸກ ຕ້ອງມີນັ້ນມີນີ້ແລ້ວ ເຮົາກໍ່ຈະບໍ່ເປັນສຸກໃນປະຈຸບັນ. ຄວນຫັນມາເບິ່ງວ່າປະຈຸບັນນີ້ເປັນແນວໃດ ແລະ ສ້າງການເຮັດວຽກເພື່ອໃຫ້ ໄດ້ຕາມແຜນງານວາງໄວ້. ແລ້ວມ່ວນກັບການເຮັດວຽໃນແຕ່ລະວັນ.
ສິ່ງດັ່ງກ່າວນັ້ນ ບໍ່ຄ່ອຍແທດເໜາະຫຼາຍປານໃດກັບການສ້າງໃຫ້ຕົນເອງເປັນສຸກ. ແນວໃດກໍ່ຕາມຂ້າພະເຈົ້າກໍ່ເຊື່ອວ່າ ຄວາມຄິດດັ່ງກ່າວນັ້ນ ບໍ່ເປັນສິ່ງທີ່ຜິດພາດ. ແຕ່ມີຄຳຖາມວ່າ: ເຮົາພົບຄວາມສຸກທີ່ແທ້ຈິງບໍ່ໃນເວລາທີ່ເຮົາ ຖືເອົາສິ່ງບັນເທີງມາເປັນຄວາມສຸກ. ເຫັນຫຼາຍຄົນແລ້ວ ເຂົາເຈົ້າມີຄວາມ ຮູ້ສຶກຂາດສິ່ງ ໃດໜຶ່ງໄປໃນເວລາບັນເທີງນັ້ນໝໄດໄປ. ເຂົາເຈົ້າລືມເບິ່ງສິ່ງໃດໜຶ່ງທີ່ນອນໃນຂ້າງໃນສ່ວນເລີກໆທີ່ເຮັດໃຫ້ເຮົາເປັນສຸກ ແລະ ໜັ້ນຄົງ.