


ລອງມາທົດສອບຄວາມຄິດການເບິ່ງໂລກນຳກັນເບິ່ງ. ຖ້າຫາກມີຂ່າວທີ່ແນ່ນອນແຈ້ງມາວ່າ ມື້ອື່ນຄືວັນສູນພັນມະນຸດໂລກ ເພາະຈະມີດາວຫາງມາຕຳ. ທ່ານຄິດວ່າ ຄົນເຮົາໃນທຸກໆມູມໂລກຈະເປັນແນວໃດ? ຫຼື ຄົນຈະມີປະກົດການແນວໃດກັບຂ່າວ ດັ່ງກ່າວ?
1. ເຮົາອາດວາດພາບການສົນລະວົນຂອງມວນມະນຸດ ເພື່ອເອົາຊີວິດ ຈົນເຮັດໃຫ້ສັງຄົມ ບໍ່ມີລະບຽບ ແລະ ວຸ້ນວາຍໄປໝົດ ເພາະທຸກໆຄົນຕ່າງກໍ່ຢາກມີຊີວິດ ຫຼື ປົກປັກຮັກສາຄົນເປັນທີ່ຮັກໃຫ້ຢູ່ຕໍ່ໄປ. ອາດມີການຍາດແຍ່ງອາຫານ ແລະ ສິ່ງໃຊ້ສອຍ. ນັ້ນເປັນສັງຄົມທີ່ໜ້າຈະສັບສົນຫຼາຍ.
2. ແຕ່ເປັນໄປໄດ້ບໍ່ທີ່ຈະຄິດວ່າ: ຫາກມື້ອື່ນຄືວັນສຸດທ້າຍຂອງໂລກເຮົາແລ້ວ, ຄົນຈະເຂົ້າມາຮ່ວມຊີວິດນຳກັນໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້. ອາດມີການຈັດງານສົນທະນາ, ພົບປະ ແລະ ຮັກກັນຫຼາຍຂື້ນກວ່າທີ່ເປັນໃນແຕ່ລະວັນ.
ສຳລັບຂ້າພະເຈົ້າແລ້ວ ຄິດວ່າຈະເລືອກຄວາມຄິດທີ່ສອງ ໂດຍການສະແດງຄວາມຮັກຫຼາຍຂື້ນ, ມວ່ນກັບສິ່ງທີ່ມີອ້ອມໆຕົວ ແລະ ເບິ່ງທິວທັດທຳມະຊາດທີ່ສ່ວຍງາມ. ຖ້າຫາກເຮົາຮູ້ວ່າເວລາຄົນ ເຮົາມີຈຳກັດແລ້ວ, ແຕ່ລະຄົນຈະມີຄວາມລະມັດລະວັງ ແລະ ຈັດສັນສິ່ງທີ່ດີໆທີ່ສຸດໃຫ້ແກ່ຊີວິດຕົນເອງ ແລະ ຄົນອ້ອມຂ້າງສະເໜີ.
ທ່ານເຄີຍພົບຄົນທີ່ມີໂທດປະຫານ ຫຼື ຄົນປວຍໂລດຮ້າຍບໍ່ວ່າ ເຂົາເຈົ້າມີມູມມອງແນວໃດສຳລັບການໃຊ້ຊີວິດປະຈຳວັນ. ຄົນເຫຼົ່ານັ້ນ ຈະບໍ່ຕ້ອງ ການຫຍັງຫຼາຍກັບຊີວິດ ນອກຈາກການມີຊີວິດກັບສິ່ງທີ່ຕົນເອງມີເວລາເຫຼືອໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້. ນັກໂທດປະຫານກໍ່ຈະກິນອາຫານທີ່ຕົນເອງຕ້ອງການຫຼາຍທີ່ສຸດ.
ການຮູ້ສຶກມີຊີວິດເປັນສິ່ງທີ່ເຮັດໃຫ້ເຮົາ ພ້ອມທີ່ຈະສ້າງຄວາມສຸກ. ຖ້າຫາກຖືວ່າຊີວິດຈົບວັນໃດບໍ່ຮູ້ແລ້ວ, ເຮົາກໍ່ບໍ່ຕ່າງຫຍັງກັບນັກໂທດປະຫານ ຫຼື ຜູ້ຕິດເຊື້ອພະຍາດຮ້າຍແຮງທີ່ອາດຕາຍໃນເວລາບໍ່ດົນ. ຖ້າຫາກຄົນເຮົາຖືວ່າວັນສຸດທ້າຍອາດແມ່ນໃນແຕ່ລະວັນແລ້ວ, ຄົນເຮົາຈະມີການກຽມຕົວຫຼາຍຂື້ນ ແລະ ມ່ວນກັບການມີຊີວິດ. ສິ່ງສຳຄັນຂອງການມີຊີວິດກໍ່ຄືການຫາປະສົບການຈາກການດຳລົງຊີວິດໃນແຕ່ລະວັນ.