
ສຳລັບທ່ານທີ່ຢູ່ທາງໄກ, ທ່ານກໍ່ສາມາດໄດ້ຮັບການບໍລິການອອນໄລໄດ້. ການບໍລິການລວມເອົາ:
- ວິໄຈ ຊ່ອງໂຄສະນາ ສື່ສັງຄົມອອນໄລ Profile Analysis
- ໃຫ້ຄຳແນະນຳ (ການເພີ່ມຍອດຄົນຕິດຕາມ, ການບໍລິຫານສື່ສັງຄົມອອນໄລ, ການບໍລິຫານເວັບໄຊ, ການສ້າງຍີ່ຫໍ້, ການຕະຫຼາດ, ການບໍລິຫານ, ແລະ ການສ້າງເນື້ອໃນ)
- ການສ້າງແຜນ ແລະ ດຳເນີນແຜນການ ໃນວຽກງານສື່ສັງຄົມອອນໄລ
- ທ່ານສາມາດ ຕັ້ງຄຳຖາມອື່ນໆ ຕິດພັນກັບ ວຽກງານສື່ສັງຄົມອອນໄລ
ເພື່ອຄົ້ນຫາເຕັກນິກໃໝ່ໆ, ທ່ານສາມາດນັດໝາຍການພົບປະໄດ້ ແລະ ສອບຖາມປະສົບການເຮັດ ວຽກຕົວຈິງ ເພື່ອສາມາດນຳໃຊ້ເຂົ້າ ໃນວຽກງານສື່ສັງຄົມອອນໄລ.
ຖ້າທ່ານບໍ່ໄດ້ຢູ່ໃນນະຄອນຫຼວງວຽງຈັນ, ການສົນທະນາສາມາດເຮັດຜ່ານທາງອອນໄລຜ່ານທາງ ວີດີໂອ໊. ຊ່ວຍແຈ້ງການພົບປະທີ່ ອີເມວ, book@norkhame.com. ຊ່ວຍສົ່ງຄຳຖາມ ຫຼື ຫົວຂໍ້ການສົນທະນາ ຜ່ານທາງລະບົບເກັບເງິນທາງ BCEL One QR Code, ຜ່ານທະນາຄານ, ແລະ Paypal.com.
ການສົນທະນາຕົວຕໍ່ຕົວ ແລະ ທາງອອນໄລ ຈະຖືກເກັບເປັນຄວາມລັບສະເພາະ. ນອກຈາກສື່ສັງຄົມ ອອກ, ສິ່ງທີ່ທ່ານສາມາດສອບຖາມລວມມີ: ການເພີ່ມຍອດຄົນຕິດຕາມ, ການບໍລິຫານສື່ສັງຄົມອອນ ໄລ, ການບໍລິຫານເວັບໄຊ, ການສ້າງຍີ່ຫໍ້, ການຕະຫຼາດ, ການບໍລິຫານ, ການສ້າງພາບພົດທີ່ ດີຜ່ານ ເນື້ອໃນ, ການເຮັດທຸລະກິດໃນລາວ ເປັນຕົ້ນ.
ຄ່າບໍລິການຄິດໄລເປັນເວລາ ໃນການຕອບຄຳຖາມ. ຫາກຄຳຖາມຫຼາຍ, ທ່ານອາດໄດ້ຄຳຕອບລວມໆ.
- 15 ນາທີ – 1,000,000 ກີບ (1-2 ຄຳຖາມ)
- 30 ນາທີ – 2,000,000 ກີບ (3-4 ຄຳຖາມ)
- 45 ນາທີ – 3,000,000 ກີບ (5-6 ຄຳຖາມ)
- 60 ນາທີ – 5,000,000 ກີບ (7-8 ຄຳຖາມ)
ຫຼັງການສົນທະນາ, ພາຍໃນ ໜຶ່ງອາທິດ ທ່ານສາມາດສອບຖາມເພີ່ມເຕີມ ໃນຫົວຂໍ້ທີ່ສົນທະນາ ທາງອີເມວ.
ຖ້າທ່ານມີຄຳຖາມ ຫຼື ຕ້ອງການສອບຖາມຂໍ້ມູນການບໍລິການອື່ນໆ, ສົ່ງຄຳຖາມມາທີ່ hello@norkhame.com