
ສ້າງຍີ່ຫໍ້ຜ່ານທາງ ອອນໄລ
ປະຈຸບັນ, ທ່ານສາມາດເຮັດການໂຄສະນາ ໄດ້ງ່າຍດາຍທາງອອນໄລ. ສື່ສັງຄົມອອນໄລ ມີຄົນນຳໃຊ້ ນັບມືນັບຫຼາຍຂື້ນ. ການສ້າງພາບພົດທີ່ດີ ແກ່ສິນຄ້າຂອງທ່ານ ຈະເປັນການສ້າງຄວາມໜັ້ນໃຈ ໃນຕົວສິນຄ້າຂອງທ່ານ. ເຮັດໃຫ້ເຂົາເຈົ້າຮູ້ຄຸນຄ່າ ການນຳໃຊ້ ແລະ ການບໍລິການ. ມັນເປັນຮູບແບບການສ້າງຄ່ານິຍົມ ໃນຕົວສິນຄ້າຂອງທ່ານ. ຈະສ້າງແນວໃດໃຫ້ເປັນທີ່ສົນໃຈກວ່າຄູ່ແຂ່ງ, ທ່ານຕ້ອງໄດ້ໃສ່ໃຈ ໃນການນຳສະເໜີຄຸນຄ່າສິນຄ້າ ແລະ ການບໍລິການ. ເຕັກນິກການໂຄສະນາຜ່ານທາງສືອອນໄລ ແລະ ໃນໂລກດິຈິຕໍ ເປັນສິ່ງທີ່ທ່ານບໍ່ຄວນພາດໂອກາດ. ຜົນປະໂຫຍດໃນການສ້າງຮູບແບບການໂຄສະນາທາງສື່ສັງຄົມອອນໄລ ແລະ ເວັບໄຊ໊:
1. ຄົນສາມາດເຂົ້າຄົ້ນຫາທ່ານໄດ້ຢ່າງງ່າຍດາຍດ້ວຍມືຖື ຫຼື ຄອມພິວເຕີ້,
2. ທ່ານສາມາດກະຈາຍຂໍ້ຄວາມໄດ້ໄວ ແລະ ເປັນກະບອກສຽງໃຫ້ທ່ານໄດ້ 24 ຊົວໂມງ, ທຸກໆວັນ
3. ສ້າງເອກະລັກສະເພາະຕົວໃນອອນໄລ ໃຫ້ແຕກຕ່າງຈາກຄູ່ແຂ່ງຄົນອື່ນໆ,
4. ສາມາດເຂົ້າຫາກຸ່ມຄົນໄດ້ເປັນຈຳນວນຫຼາຍ ແລະ ສາມາດກວດສອບຕົວເລກນັ້ນໄດ້.
5. ສາມາດລົງຂໍ້ຄວາມໃໝ່ໆ ໄດ້ຕາມຄວາມຕ້ອງກາານ ໃຫ້ທັນກັບເວລາ.

ຂັ້ນຕອນທີ່ຈະຊ່ວຍທ່ານ:
ບາດກ້າວ 1 – ເກັບກຳຂໍ້ມູນ ສ້າງຍຸດທະສາດ ແລະ ຈຸດຢືນຂອງຍີ່ຫໍ້ທ່ານ
ຈະໄດ້ເຮັດວຽກລະອຽດກັບທ່ານ ໃນການກຳນົດແນວທາງການໂຄສະນາ. ທີມງານພວກເຮົາຈະສ້າງແຜນການໂຄສະນາ ທີ່ແທດເໜາະກັບຍີ່ຫໍ້ສິນຄ້າ ແລະ ການບໍລິການ. ໃນຂັ້ນຕອນນີ້, ພວກເຮົາຈຳເປັນຕ້ອງໄດ້ສຶກສາລາຍລະອຽດ ແລະ ນຳສະເໜີຮ່າງແຜນຍຸດທະສາດແກ່ທ່ານ. ທ່ານສາມາດດັດແກ້ໄດ້ຕາມຄວາມຕ້ອງການ ເພື່ອໃຫ້ວຽກງານການສ້າງຍີ່ຫໍ້ເປັນທີ່ເພີ່ງພໍໃຈ.
ບາດກ້າວ 2 ສ້າງແຜນແມ່ບົດ ແລະ ຄຸນລັກສະນະຍີ່ຫໍ້
ພາຍຫຼັງໄດ້ຂໍ້ມູນ, ພວກເຮົາຈະໄດ້ວິໄຈຂໍ້ມູນຢ່າງຖີ່ຖ້ວນ ເພື່ອໃຫ້ເຂົ້າໃຈ ຕົວສິນຄ້າ ແລະ ກຸ່ມລູກຄ້າເປົ້າໝາຍ ທີ່ທ່ານຕ້ອງການຈະເຈາະ ແລະ ສ້າງຄວາມແຕກຕ່າງແກ່ສິນຄ້າທຽບໃສ່ຄູ່ແຂ່ງຄົນອື່ນໆ. ໃນຈຸດນີ້, ພວກເຮົາຈະປັບ ຫຼື ນຳສະເໜີ ພາບພົດເຄື່ອງໝາຍສິນຄ້າຂອງທ່ານ, ຄຳຂວັນ, ວິໃສທັດ,ແລະ ອື່ນໆ ທີ່ຕິດພັນ ກັບຍີ່ຫໍ້. ທ່ານສາມາດໃຫ້ຄຳເຫັນ ໃນການປັບປຸງ.
ບາດກ້າວ 3 ການສ້າງເນື້ອໃນຂໍ້ຄວາມ
ພາຍຫຼັງເປັນເອກະພາບດ້ານເນື້ອໃນລວມ, ພວກເຮົາຈະເລີ່ມການສ້າງເນື້ອໃນ ໂຄສະນາ ຜ່ານທາງເວັບໄຊ໊ ແລະ ສື່ສັງຄົມອອນໄລ. ທາງເວັບໄຊ໊, ພວກເຮົາຈະສ້າງ ເນື້ອໃນກ່ຽວກັບຂົງເຂດຍີ່ຫໍ້ຂອງທ່ານ, ການບໍລິການ ຫຼື ຜະລິດຕະພັນ, ປະຫວັດຄວາມເປັນມາ ແລະ ຂົງເຂດເນື້ອໃນທີ່ສຳຄັນ ຈະຕ້ອງໄດ້ນຳສະເໜີເປັນປະຈຳແກ່ລູກຄ້າ ໃຫ້ເກີດມີຄວາມເຂົ້າໃຈ ແລະ ເຊື່ອໜັ້ນໃນຕົວສິນຄ້າ.
ຫາກທ່ານຕ້ອງການການບໍລິການເພີ່ມ, ພວກເຮົາ ຈະອອກແບບເນື້ອໃນ ກ່ຽວກັບຍີ່ຫໍ້ຂອງທ່ານເປັນປະຈຳ. ທ່ານສາມາດສະເໜີຂໍການບໍລິການດັ່ງກ່າວໄດ້ເພີ່ມເຕີ່ມ.
ບາດກ້າວ 4 ການສ້າງພາບພົດ
ຕິດພັນກັບເນື້ອໃນການຂຽນ, ພວກເຮົາຈະຊ່ວຍທ່ານໃນການສ້າງພາບ, ເນື້ອໃນວີດີໂອ, ແລະ ສຽງ. ບາດກ້າວນີ້ສຳຄັນຫຼາຍ ເພື່ອໃຫ້ຄົນເຫັນຍີ່ຫໍ້ຂອງທ່ານ ແລ້ວເກີດມີຈິນຕະນາການ ຜ່ານສຽງ, ຮູບພາບ ແລະ ພາບເໜັງ. ພວກເຮົາຈະແນະນຳໃນການສ້າງສື່ດັ່ງກ່າວໃຫ້ຕອບສະໜອງກັບພາບພົດຕົວຈິງຂອງຍີ່ຫໍ້ທ່ານທີ່ສຸດ.
ບາດກ້າວ 5 ການອອກແບບ ແລະ ພັດທະນາເວັບໄຊ໊
ເວັບໄຊ໊ເປັນຈຸດໂຄສະນາຂອງບໍລິສັດ ແລະ ຕົວຕົນຍີ່ຫໍ້ສິນຄ້າຂອງທ່ານ. ພວກເຮົາຈະສ້າງເນື້ອໃນ ແລະ ນຳສະເໜີພາບພົດທີ່ເປັນຕົວຈິງຂອງບໍລິສັດ ໃຫ້ກຸ່ມເປົ້າໝາຍເກີດຄວາມສົນໃຈກັບທຸລະກິດຂອງທ່ານ. ການອອກແບບເວັບໄຊ໊, ເນື້ອໃນ ແລະ ເຄື່ອງໝາຍການຄ້າ ຈະຖືກນຳສະເໜີໃນນີ້ ໃຫ້ກາຍເປັນ້ເຄື່ອງມືສືສານທີ່ມີປະສິດທິຜົນ. ພວກເຮົາຈະຮ່າງແຜນຜັງເວັບໄຊ໊ທີ່ທ່ານສາມາດດັດປັບ. ທ່ານສາມາດໃຫ້ຄຳເຫັນດັດປັບ ເປັນແຕ່ລະຂົງເຂດ, ກ່ອນການດັດແປງຄັ້ງສຸດທ້າຍ.
ບາດກ້າວ 6 ນຳສະເໜີທາງເວັບໄຊ໊ ແລະ ສື່ຕ່າງໆ
ພວກເຮົາຈະນຳເອົາຂໍ້ມູນລົງເຜີຍແຜ່, ສົ່ງມອບເວັບໄຊ໊, ແນະນຳການບໍລິຫານເວັບໄຊ໊ ແລະ ການນຳໃຊ້ສື່ຕ່າງໆ. ພວກເຮົາຈະໃຫ້ຄຳແນະນຳຢ່າງໃກ້ຊິດຫຼັງຈາກການມອບໝາຍ 1 ເດືອນ. ບັນກາເຕັກນິກຕ່າງໆ ເຊັ່ນ: ການເອົາຂໍ້ມູນລົງເວັບໄຊ໊, ພາບ, ການສ້າງເນື້ອໃນ ແລະ ອື່ນໆຕິດພັນກັບ ບັນຫາການສ້າງຂໍ້ຄວາມຜ່ານທາງສື່ອອນໄລ.

ຂົງເຂດທຸລະກິດ
ຜ່ານການເຮັດວຽກ ໃນຫຼາຍປີຜ່ານ “ນໍຄຳ Norkhame”, ພວກເຮົາສາມາດດັດປັບເນື້ອໃນ ເຂົ້າໃນຫຼາກ ຫຼາຍຂະ ແໜງການ. ເຊິ່ງເປັນຂະແໜງທີ່ພວກເຮົາໄດ້ເຮັດວຽກ ກນສ້າງເນື້ອໃນໃນຫຼາຍໆປີຜ່ານມາ. ຖ້າ ທຸລະກິດຂອງທ່າານນອນໃນຂະແໜງການທີ່ກ່າວດັ່ງລຸ່ມນີ້, ຈົ່ງໃຫ້ພວກເຮົາສ້າງເນື້ອທີ່ປະທັບໃຈ ແກ່ລູກຄ້າ ຂອງທ່ານ.





















