


ຈຸດປະສົງຂອງພາກນີ້ຊ່ວຍໃຫ້ທ່ານສາມາດຂຽນ ບົດສັງລວມຫຍໍ້ກ່ຽວກັບແຜນທຸລະກິດຂອງທ່ານແບບສັ້ນໆເພື່ອມໃຫ້ຄົນອື່ນສາມາດເຂົ້າໃຈແຜນທຸລະກິດຂອງທ່ານ. ວິທີຂຽນບົດສັງລວມຫຍໍ້ຈະຊ່ວຍໃຫ້ ທ່ານສາມາດນຳສະເໜີແນວຄິດທຸລະກິດແກ່ຄົນອື່ນເຂົ້າໃຈ ໃນສິ່ງທີ່ທ່ານຢ່າງເຮັດ.
ພາຍຫຼັງການສຶກສາພາກນີ້, ທ່ານຈະສາມາດເຂົ້າໃຈຢ່າງຈະແຈ້ງວ່າ:
- ເປັນຫຍັງແຜນທຸລະກິດຈິ່ງເປັນສິ່ງຈຳເປັນ ແລະ ເປັນຫຍັງຕ້ອງຂຽນສັງລວມຫໍ້ກ່ຽວກັບທຸລະກິດ
- ສິ່ງທີ່ຕ້ອງບັນຈຸໃນບົດສັງລວມຫຍໍ້ມີຫຍັງແດ່?
ດັ່ງທີ່ໄດ້ຍົກຂື້ນໃນພາກສະເໜີ, ແຜນທຸລະກິດຂອງທ່ານ ສາມາດນຳໃຊ້ໄດ້ຫຼາຍວຽກງານ. ເປັນເອກະສານທຸລະກິດທີ່ສຳຄັນທີ່ສຸດເພື່ອນຳໃຊ້ໃນການລະດົມເງິນທຶນເພື່ອໃຫ້ເຂົາເຈົ້າເຂົ້າມາຮ່ວມທຶນນຳທ່ານ ຫຼື ເປັນແຜນທີ່ທ່ານຈະສາມາດສ້າງການດຳເນີນທຸລະກິດໄດ້ຢ່າງມີປະສິດທິຜົນ.
ແຜນທຸລະກິດມີຄວາມສຳຄັນບ່ອນວ່າ: ມັນປະກອບເອົາທຸກໆລາຍລະອຽດແຜນການກ້າວໄປສູ່ຄວາມສຳເລັດທາງຜົນກຳໄລ ແລະ ສ້າງໃຫ້ບໍລິສັດມີຄວາມເຂັ້ມແຂງ, ທັງເປັນຈຸດສຸມໃຫ້ແກ່ບັນດາທີມງານໄດ້ຮ່ວມກັນພັກດັນວຽກງານທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນເປັນຈິງ.
ແຜນທຸລະກິດສະບັບເຕັມຈະກວມເອົາທຸກໆລາຍລະອຽດ, ແນວຄວາມຄິດ ແລະ ສິ່ງທ້າທາຍຕ່າງໆໃນການດຳເນີນທຸລະກິດ. ທຸກໆຂໍ້ມູນເປັນການສະແດງເຖິງລາຍລະອຽດແລະແຜນງານທີ່ທ່ານຕ້ອງໄດ້ປະຕິບັດ. ບໍ່ວ່າແຜນວຽກຂອງທ່ານຈະດີປານໃດ, ວິເສດ ແລະ ເປັນສິ່ງທີ່ໜ້າສົນໃຈ, ຕົວຈິງອັນໜຶ່ງກໍ່ຄືວ່າ: ບໍ່ມີໃຜທີ່ຈະສາມາດອ່ານໄດ້ທຸກໆລາຍລະອຽດທີ່ທ່ານໄດ້ຂຽນລົງໄປ ເພື່ອໃຫ້ເຂົ້າໃຈວ່າທ່ານຈະດຳເນີນທຸລະກິດໃນແຕ່ລະວັນແບບໃດ, ຫຼື ເຂົ້າໃຈວ່າຄູ່ແຂງທຸລະກິດຂອງທ່ານແມ່ນໃຜ, ອັນໃດຄືສິ່ງທີ່ທ່ານກຳລັງຈະພັກດັນໃຫ້ທຸລະກິດມີການຂະຫຍາຍຕົວ.
ພາກສັງລວມຫຍໍ້ ເປັນການບັນຍາຍສັ້ນໆກ່ຽວກັບແຜນທຸລະກິດ, ຖ້າເປັນໄປໄດ້ແມ່ນບໍ່ໃຫ້ເກີນສອງໜ້າ. ຕ້ອງເປັນຂໍ້ຄວາມທີ່ລະອຽດ, ຊັດເຈນ ແລະ ມີການສັງລວມແບບຫຍໍ້ໆທີ່ສຸດກ່ຽວກັບແຜນການ ແລະ ກວມເອົາທຸກໆສາລະ ບານຂອງແຜນທຸລະກິດຕາມລຳດັບ. ໂດຍລວມເປັນການສ້າງຄວາມສົນໃຈໃຫ້ແກ່ຜູ້ອ່ານຢາກອ່ານຕໍ່ ໃນສະບັບສົມບູນ. ດັ່ງນັ້ນ, ເນື້ອໃນບົດສັງລວມຫຍໍ້ຕ້ອງເຮັດໃຫ້ເຂົ້າໃຈງ່າຍແລະ ປະກອບເອົາທຸກໆຂໍ້ມູນທີ່ສາມາດຊອກຫາເພີ່ມເຕີມໄດ້ໃນສະບັບເຕັມ.
ໂດຍລວມແລ້ວ, ພາກນີ້ຈະເປັນການສັງລວມໃນຕອນສຸດທ້າຍທີ່ບົດເຕັມໄດ້ສີ້ນສຸດລົງ. ໝາຍວ່າພາກນີ້ ຈະຖືກຂຽນພາຍຫຼັງແຕ່ລະພາກຂຽນຈົບລົງ.
ສິ່ງທີ່ຕ້ອງໄດ້ຂຽນລົງໃນບົດສັງລວມແຜນທຸລະກິດຫຍໍ້ຄວນມີ:
- ເວົ້າໂດຍຫຍໍ້ກ່ຽວກັບກິດຈະກຳຫຼັກຂອງທຸລະກິດ
- ການວິໃຈພາບລວມຂອງຕະຫຼາດ ແລະ ຄູ່ແຂ່ງ
- ການຄາດຄະເນການຂາຍ ແລະ ຄ່າໃຊ້ຈ່າຍໃນການດຳເນີນທຸລະກິດ