


ທາງທີ່ດີທີ່ສຸດທີ່ຈະຮຽນຮູ້ບັນຫາກໍ່ຄືຕ້ອງໄດ້ເປີດໃຈຮັບເອົາບັນຫາວ່າມີຈິງ, ຮັບຮູ້ຄວາມເຈັບປວດ, ແລະ ຄວາມຮູ້ສຶກຕ່າງໆ. ເຊັ່ນ: ຄວາມທຸກທໍລະມານ, ຄວາມລັງເລໃຈ ແລະ ຄວາມສັບສົນ.
ທ່ານບໍ່ຄວນໜີຈາກບັນຫາ ແລະ ໃຫ້ຮັບເອົາເຂົ້າມາເປັນສ່ວນໜຶ່ງຂອງການມີຊີວິດ. ແລ້ວປ່ອຍໃຫ້ບັນຫານັ້ນກາຍເປັນອາຈານສອນຊີວິດ. ຖ້າເຮັດໄດ້ແນວນັ້ນ, ທ່ານຈະເຫັນວ່າຕົນເອງຕ້ອງໄດ້ຮຽນຮູ້ ແລະ ຈະເຫັນແສງສີທີ່ຊ່ອງທ່າງ ແລະ ຄວາມໝາຍຂອງການມີຊີວິດ ແລະ ມີປັນຫາ. ແລ້ວຈະເຫັນໄດ້ວ່າ ຄວາມຜິດຫວັງ, ຄວາມນ້ອຍໃຈ ແລະ ສິ່ງທີ່ບໍ່ຄາດຫວັງຕ່າງໆນັ້ນບໍ່ມີອິດທິພົນຄວບຄຸມຊີວິດ. ເນື່ອງຈາກວ່າ ເຮົາຮັບຮູ້ຄວາມເປັນຈິງ ແລະ ທຸກໆຄວາມຮູ້ສຶກທີ່ເຮົາປະສົບພົບພໍ້ຢູ່ ເຮົາຈະໄປຢູ່ໃນມິຕິຂອງການຄົ້ນຄິດ ແລະ ເຫັນຄວາມເບີກບານ.
ສິ່ງໃດທີ່ເຮັດໃຫ້ທ່ານ ມີຄວາມຮູ້ສຶກວ່າມີຊີວິດຊີວາທີ່ສຸດ ລະຫວ່າງການເບິ່ງໂທລະທັດ ເລື່ອງທີ່ຕົນເອງມັກ, ຫຼື ຮ້ອງເພັງກັບໜູ່ເພື່ອໃນວັນຢຸດທີ່ມີອາຫານ ແລະ ຂອງແກ້ມຢ່າງຫຼວງຫຼາຍ. ບາງເທື່ອອາດຈະບໍ່ແມ່ນທັງສອງກໍ່ໄດ້.
ຄັນຊັ້ນ, ສິ່ງໃດທີ່ເຮັດໃຫ້ທ່ານມີຊີວິດຊີວາທີ່ສຸດ ແລະ ຍ້ອນຫຍັງ? ອາດຈະແມ່ນການເຕາະບານ, ແລ່ນ ຫຼື ພົບໜູ່ເພື່ອນ. ບໍ່ວ່າຈະເປັນກິດຈະກຳໃດກໍ່ຕາມທີ່ທ່ານເຮັດ, ກິດຈະກຳດັ່ງກ່າວນັ້ນ ຕ້ອງແມ່ນສິ່ງທີ່ທ່ານຢາກເຮັດ. ທ່ານຕ້ອງເຂົ້າໄປມີສ່ວນຮ່ວມກັບກິດຈະກຳຕ່າງໆທີ່ຕົນເອງກຳລັງປະເຊີນຢູ່ຢ່າງເຕັມທີ່ ແລະ ມີສະຕິ.
ການເຮັດແນວນັ້ນ ຈະເຮັດໃຫ້ທ່ານຢູ່ໃນປະຈຸບັນ ຈົນເຮັດໃຫ້ບໍ່ມີອາດີດ ແລະ ອານາຄົດເຂົ້າມາໃນຄວາມຄິດ. ແລະ ຈະເປັນແນວໃດຖ້າຫາກທ່ານມີຄວາມຮູ້ສຶກແນວນັ້ນຕະຫຼວດວັນ. ນັ້ນໝາຍວ່າ ທ່ານຈະມີຊີວິດ ກັບປະສົບການທີ່ກຳລັງປະເຊີນຢູ່ຢ່າງເຕັມທີ່ ໂດຍບໍ່ໄດ້ກັງວົນກັບອາດີດ ຫຼື ສິ່ງທີ່ຈະເກີດຂື້ນໃນວັນຂ້າງໜ້າ. ຄວາມຢ້ານຈະເລື່ອນລາງໄປ.