ເຮົາອາດບໍ່ມີຍົນ ຫຼື ເຄື່ອງທັນສະໃໝເປັນສິນຄ້າສົ່ງອອກຄືປະເທດອື່ນ. ສິ່ງທີ່ຄົນລາວຄວນພາກພູມໃຈແມ່ນສິ່ງທີ່ໄດ້ມາຈາກປະຊາຊົນ ເຮັດການປູກກາເຟ. ເຂົາເຈົ້າກຳລັງແຂ່ງຂັນການຜະລິກາເຟຄຸນນະພາບໃນລະດັບໂລກ. ນີ້ເປັນສິ່ງສ້າງຄວາມເອກອ້າງທະນົງໃຈໃຫ້ຄົນລາວ.
ເມັດກາເຟມີລາຄາແພງຫຼາຍ. ບາງປະເທດຂາຍກາເຟຄຸນນະພາບຊຳກັບຂາຍຄຳ. ກາເຟຈາກປະເທດອິນ ໂດເນເຊຍ ເປັນໜຶ່ງກາເຟ ທີ່ ແພງ ທີ່ສຸດໃນໂລກ. ເຄິງກິໂລ ມີມູນຄ່າຂາຍ ນັບແຕ່ 800,000 ຫາ 4,000,000 ກີບ. ໃນສອງສາມປີຂ້າງໜ້າ, ເປັນໄປບໍ່ໄດ້ທີ່ຄົນລາວຈະປະດິດເຄື່ອງໄຟຟ້າທັນສະໃໝ, ມືຖື ຫຼື ລົດຍີ່ຫໍ້ດັ່ງ. ສິ່ງທີ່ປະເທດລາວອາດມີນຳໜູ່ຄື “ກາເຟລາວ”ທີ່ມີຊື່ສຽງກ້ອງໂລກ.
ກາເຟລາວໂດຍລວມແລ້ວກໍ່ມີຣົດຊາດດີ ແລະ ເປັນທີ່ຕ້ອງການຂອງຕະຫຼາດສາກົນ. ປະຈຸບັນຍີ່ປຸ່ນ ເປັນປະເທດທີ່ນຳເຂົ້າກາເຟລາວ ເຊິ່ງເຂົາເຈົ້າຄັດສັນກາເຟທີ່ມີຄຸນນະພາບ, ປົກປັກຮັກສາສະພາບແວດລ້ອມ ແລະ ພັດທະນາສັງຄົມ. ນອກນັ້ນປະເທດທີ່ຊື້ກາເຟຈາກລາວກໍ່ມີ ເຍຽຍລະມັນ, ຫວຽດນາມ, ໄທ, ແລະ ໂປໂລຍ. ທັງໝົດສະເລ່ຍປີໜຶ່ງສາມາດສ້າງລາຍຮັບໄດ້ຫຼາຍຕື້ກີບ.
ຫຼາຍກວ່າ 300,000 ຄົນເຮັດການຜະລິດກາເຟ. ດັ່ງນັ້ນ, ຄວາມໜັ້ນຄົງຂອງກາເຟຈິ່ງເປັນຄວາມໜັ້ນຄົງ ຂອງຊີວິດນັບພັນໆ. ໃນການສຳພັດກັບກັບປະຊາຊົນທີ່ເຮັດການປູກກາເຟຄັ້ງທຳອິດ ໄດ້ເຂົ້າໃຈສະພາບ ຄວາມຫຍຸ້ງຍາກ ແລະ ຄວາມສ່ຽງໃນການປູກກາເຟຄືກັນກັບການເຮັດອາຊີບອື່ນ. ໃນບາງປີ ລາຄາກໍ່ບໍ່ໄດ້ດີ ເຊິ່ງໝາຍວ່າມີລາຍຮັບໜ້ອຍລົງ ແລະ ແນ່ນອນກໍ່ໝາຍວ່າມີກຳລັງການເງິນໜ້ອຍລົງໃນການສະໜັບຄອບຄົວອັນເປັນທີ່ຮັກ. ເຂົາເຈົ້າເວົ້າວ່າ “ບາງປີລາຄາກາເຟຕົກຫຼາຍບໍ່ພໍຮອດຊື້ເຂົ້າກິນ. ບາງເທື່ອກໍ່ຢາກຫັນໄປເປັນການປູກພືດຊະນິດອື່ນ ຫຼື ເຂົ້າກິນ ແຕ່ສະພາບທີ່ດິນບໍ່ອຳນວຍ. ຕ້ອງປູກພືດທີ່ເໜາະກັບອາກາດອັນໝາວເຢັນ”
ສະພາບການຂື້ນລົງລາຄາກາເຟມີຫຼາຍປັດໃຈອັນເລິກແລບ. ເຖິງຄວາມຕ້ອງການຂອງຕ່າງປະເທດຈະຫຼາຍຂື້ນ, ຫຼື ຄົນດື່ມກາເຟຫຼາຍຂື້ນແຕ່ກໍ່ບໍ່ສາມາດຫຼີກລ່ຽງຄວາມສ່ຽງໄດ້ຄືກັນກັບການປູກພືດກະສິກຳອື່ນໆ. ສິ່ງທ້າທາຍຫຼາຍປະເທດແມ່ນສະພາບອາກາດປ່ຽນແງໄວຫຼາຍ ຈົນເຮັດໃຫ້ຕົ້ົ້ນກາເຟຕາຍ. ປະເທດທີ່ເຮັດການຜະລິດກາເຟເປັນປະເທດກຳລັງພັດທະນາ ແລະ ດ້ອຍພັດທະນາ. ສ່ວນຄົມຊົມ ໃຊ້ແມ່ນກຸ່ມປະເທດ ຢູ່ໂຣບ, ອາເມລິກາ ແລະ ຍີ່ປຸ່ນ. ຫຼາຍປະເທດຮຽກຮ້ອງ ໃຫ້ມີການຜະລິດທີ່ສະອາດ ແລະ ປອດໄພ. ທຸກໆເມັດກາເຟທີ່ມີການຜະລິດຖືກຕ້ອງຕາມມາດຕະຖານແລະ ຄຸນນະພາບ ຈະເປັນທີ່ຕ້ອງການສູງຫຼາຍ. ແຕ່ຈະໄດ້ເມັດກາເຟທີ່ມີຄຸນນະພາບ ຜູ້ປູກກໍ່ຕ້ອງໄດ້ເອົາໃຈໃສ່ ແລະ ມີວິທີການຜະລິດທີ່ມີມາດຕະຖານ.
ເນື້ອທີ່ການປູກກາເຟຂອງ ສ ປ ປ ລາວ ສາມາດປູກກາເຟ ແລະ ພັດທະນາກາຍເປັນກາເຟທີ່ມີຊື່ສຽງລະດັບໂລກໄດ້ຄືກັນໃນອານາຄົດ. ສິ່ງທີ່ຕ້ອງໄດ້ເອົາໃຈໃສ່ກໍ່ຄື ການປັບປຸງຂັ້ນຕອນການຜະລິດໃຫ້ມີຄຸນນະພາບ ແລະ ການໂຄສະນາ ຄຸ່ນຄ່າຂອງກາເຟລາວອອກສູ່ສາຍຕາສາກົນ.
ຄວາມທຸກຈົນຈະບໍ່ຈາງຫາຍຈາກສັງຄົມຫາກຄົນບໍ່ຈັກເຮັດການຜະລິດເປັນສິນຄ້າ. ປະຊາຊົນລາວມີມູນເຊື້ອດຸໜັ່ນຢູ່ແລ້ວ, ສະນັ້ນການສືບຕໍ່ພັດທະນາ ແລະ ສະໜັບສະໜູນໜໍ່ແໜ່ງທີ່ມີ ຈາກການປູກກາເຟນີ້ ຈະເປັນບາດກ້າວສຳຄັນໃນການສ້າງຄວາມຮັ່ງມີໃຫ້ປະຊາຊົນ ແລະ ສ້າງຊື່ສຽງໃຫ້ຄົນລາວ. ເມື່ອມີຄົນດື່ມກາເຟຫຼາຍຂື້ນ ເຂົາເຈົ້າກໍ່ຈະຮູ້ຈັກວັດຖະທະທຳຂອງຫຼາຍໆຊົນຊາດທີ່ເຮັດການປູກກາເຟ. ຮູ້ຈັກສະຖານທີ່ຂອງບ່ອນປູກ ແລະ ແນ່ນອນອາດເຮັດໃຫ້ເຂົາເຈົ້າຢາກເຂົ້າມາສຳພັດຣົດຊາດກາເຟໃນປະເທດລາວ ເຊິ່ງນັ້ນຈະເປັນຫົນທາງໃນການດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂື້ນ.
ທາງພາກໃຕ້ຂອງລາວກາຍເປັນນະຄອນຫຼວງກາເຟແຫ່ງ ສ ປ ປ ລາວ ແລະ ໃນຕໍ່ໜ້າ ສ ປ ປ ລາວ ອາດກາຍເປັນ ນະຄອນຫຼວງກາເຟແຫ່ງອາຊຽນ ຄືກັນກັບແນວທາງຂອງພັກລັດໃນການຫັນປະເທດລາວ ໃຫ້ກາຍເປັນໜໍ້ໄຟ ຂອງອາຊຽນໃນອານາຄົດ. ວິໃສທັດດັ່ງກ່າວ ຕ້ອງການການເຮັດວຽກຢ່າງຈິງຈັ່ງ ຈາກພາກລັດ ໃນການສະໜັບສະໜູນນະໂຍບາຍການຜະລິດ, ຜູ້ຜະລິດທີ່ຕ້ອງໄດ້ພັດທະນາ ຕົນເອງໃນການສ້າງສິນຄ້າທີ່ມີຄຸນນະພາບ ເພື່ອສ້າງຄຸນຄ່າກາເຟໃຫ້ຄົນຊົມໃຊ້ມີຄວາມພໍໃຈ.
ໃນວັນທີ່ 1 ເດືອນ ຕຸລາຂອງແຕ່ລະປີ, ເປັນວັນກາເຟໂລກ. ຫຼາຍປະເທດໄດ້ເອົາໂອກາດວັນນີ້ເປັນການສະໜັບສະໜູນການຜະລິດກາເຟ ແລະ ຊົມເຊີຍການຜະລິດຂອງບັນດາປະເທດຜູ້ຜະລິດທົ່ວໂລກ. ເຮົາອາດບໍ່ມີການສະຫຼອງທີ່ຍິງໃຫຍ່ຄືກັບປະເທດອື່ນເທື່ອ. ຢ່າງໜ້ອຍຂ້າພະເຈົ້າກໍ່ຫວັງວ່າ ໃນວັນນີ້ອາດຈະເປັນວັນໜຶ່ງທີ່ຄົນລາວເຮົາຄວນພາກພູມໃຈກັບສິ່ງທີ່ເຮົາມີ ແລະ ເລີ່ມຄົ້ນຄິດສ້າງກາເຟລາວໃຫ້ມີຊື່ສຽງຫຼາຍກວ່າວັນນີ້. ຖ້າບໍ່ແນ່ໃຈວ່າຈະເລີ່ມວັນໃດ, ເຮົາອາດມາເລີ່ມກັນໃນວັນນີ້- 1 ຕຸລາ, ວັນກາເຟສາກົນ #InternationalCoffeeDay2016.