


ກາເຟມີຄວາມສຳຄັນຫຼາຍກັບການເປັນຢູ່ຂອງປະຊາຊົນລາວ ແລະ ເສດຖະກິດຂອງຊາດ. ປະມານ 300,000 ຄົນມີລາຍຮັບທາງກົງ ແລະ ທາງອ້ອມ ຈາກອາຊີບກາເຟ. ຄາດວ່າມີປະມານ 20,000 ຄອບຄົວຜະລິດກາເຟເປັນລາຍຮັບ. ຕະຫຼາດຂອງກາເຟລາວແມ່ນຂື້ນກັບຄວາມຕ້ອງການຂ້ອງຕ່າງປະເທດ. ສະນັ້ນ, ການເຂົ້າໃຈຕະຫຼາດແລະຜູ້ຊົມໃຊ້ກາເຟລາວ ຈິ່ງເປັນວຽກງານທີ່ຄວນໃສ່ໃຈ. ຄາດຄະເນກາເຟສົ່ງອອກຂອງລາວ ມີປະມານ 25,000-30,000 ໂຕນຕໍ່ປີ. ໃນລະດັບຊາດ, ກາເຟສ້າງລາຍຮັບປະມານ 70-90 ລ້ານ ດອນລາ.
ການເຂົ້າໃຈຄວາມຕ້ອງການຂອງຜູ້ບໍລິໂພກ ເປັນບາດກ້າວທີ່ສ້າງຄວາມສຳເລັດໃນການຜະລິດສູ່ຕະຫຼາດສາກົນ. ຂໍ້ມູນຕະຫຼາດ ຈະເຮັດໃຫ້ຜູ້ຜະລິດສາມາດ ດັດປັບຂະບວນການຜະລິດໃຫ້ຕິດແທດກັບຄວາມຕ້ອງການຫຼາຍຂື້ນ. ເພື່ອເຮັດໃຫ້ການສົ່ງເສີມກາເຟລາວມີຄຸນນະພາບ, ສາມາດເຂົ້າຫາຕະຫຼາດ ແລະ ແຂ່ງຂັນກັບບັນດາປະເທດຜູ້ຜະລິດກາເຟອື່ນໆທົ່ວໂລກ, ຈຳເປັນຕ້ອງໄດ້ສ້າງແຫຼ່ງຂ່າວສານຕະຫຼາດກາເຟຂື້ນ. ໃນທຸກໆຂໍ້ມູນທີ່ຈະເຜີຍແຜ່ແມ່ນມາຈາກສະພາບຄວາມຕ້ອງການຕົວຈິງຂອງຕະຫຼາດຍີ່ປຸ່ນ. ທາງທີມງານພາກລັດ ຫຼື ກຸ່ມສະໜັບສະໜູນກາເຟໃນບັນດາປະເທດຜູ້ຜະລິດກາເຟ ໄດ້ພະຍາຍາມ ສ້າງຂໍ້ມູນຂ່າວສານ ແລະ ນຳສະເໜີຫຼາຍໆບັນຫາທີ່ຕິດພັນກັບຕະຫຼາດກາເຟຍີ່ປຸ່ນ ໃຫ້ແກ່ບັນດາ ຜູ້ຜະລິດກາເຟໄດ້ຮັບຊາບ. ເພື່ອນຳໃຊ້ເຂົ້າໃນການຜະລິດ ແລະ ການຕັດສິນໃຈທາງທຸລະກິດການຄ້າຂາຍກາເຟ.
ຄວາມປອດໄພອາຫານ ແລະ ເຄື່ອງດື່ມເປັນປັດໃຈທີ່ຂາດບໍ່ໄດ້. ກະສິກຳໃນບັນດາປະເທດດ້ອຍພັດທະນາ ຍັງມີຫຼາຍອັນຕ້ອງໄດ້ໃສ່ໃຈ. ເປັນຕົ້ນແມ່ນຄວາມສະອາດຂອງອາຫານ, ເຊື້ອໂລກຕ່າງໆ ແລະ ສານພິດເພື່ອປາບສັດຕູພືດ. ຫາກບໍ່ສາມາດຄຸ້ມຄອງບັນຫາດັ່ງກ່າວ, ກໍ່ຈະເຮັດໃຫ້ຜູ້ດື່ມກາເຟໄດ້ຮັບສານພິດ. ສະພາບການຜະລິດທີ່ໄດ້ມາດຖານຫຼັກອານາໄມ, ມີສານປົນເຄມີທີ່ຈຳກັດ ແລະ ບໍ່ເປັນອັນຕະລາຍ ຈະສ້າງໃຫ້ກາເຟລາວເປັນທີ່ໜ້າເຊື່ອຖືຫຼາຍຂື້ນ. ເນື່ອງຈາກກາເຟເປັນສິ່ງໜຶ່ງທີ່ຂ້າພະເຈົ້າສົນໃຈ ແລະ ຢາກລົງເລິກຮູບແບບການພັດທະນາ, ຈິ່ງຈະໄດ້ນຳເອົາຫຼາຍໆຂໍ້ມູນມານຳສະເໜີແກ່ທ່ານ. ໃນຕໍ່ໜ້າຈະມີ ຫຼາກຫຼາຍໆແຫຼ່ງຂ່າວສານການຜະລິດທີ່ເນັ້ນໃສ່ຄວາມປອດໄພອາຫານ ແລະ ຂໍ້ມູນສິ່ງຕ້ອງຫ້າມຕ່າງໆທີ່ອາດເປັນພິດຕໍ່ຄົນດື່ມ.
ທັງນີ້ຈະເຮັດໃຫ້ທຸກໆກຸ່ມຜູ້ຜະລິດກາເຟແຕ່ລະລະດັບໄດ້ຮັບຜົນປະໂຫຍດ, ໃນແຫຼ່ງຂ່າວສານກາເຟຕະຫຼາດຍີ່ປຸ່ນ ຈະເກາະຕິດກັບຂ່າວສານ, ຂໍ້ມູນ ແລະ ລັກສະນະຂອງຜູ້ດື່ມກາເຟໃນແຕ່ລະລະດັບ ເຊິ່ງລວມມີກາເຟຄຸນນະພາບສູງ, ກາງ ແລະ ພໍໃຊ້. ເພື່ອເປັນການພັກດັນ ບັນດາກຸ່ມທີ່ຕ້ອງການຍົກລະດັບການຜະລິດກາເຟໃຫ້ມີຄຸນນະພາບສູງຂື້ນ. ໂດຍຈະໄດ້ຍົກເອົາຫຼາຍປັດໃຈເພື່ອໃຫ້ທ່ານສາມາດນຳໃຊ້ເຂົ້າໃນຂະບວນການຜະລິດກາເຟທີ່ໄດ້ຕາມຄວາມຕ້ອງການ, ເປັນມິດກັບສິ່ງແວດລ້ອມ ແລະ ສ້າງລາຍຮັບທີ່ແນ່ນອນໃຫ້ແກ່ຜູ້ຜະລິດ.
ເປົ້າໝາຍອັນສຳຄັນຂອງວຽກງານເຜີຍແຜ່ຂ່າວສານກາເຟທີ່ຕະຫຼາຍີ່ປຸ່ນ ກໍ່ຄືການສົ່ງເສີມມູນເຊື້ອການຜະລິດກະສິກຳສູ່ຕະຫຼາດສາກົນ. ເປັນການສ້າງຊື່ສຽງໃຫ້ກາເຟລາວເປັນທີ່ຕ້ອງການຫຼາຍຂື້ນໃນຕະຫຼາດສາກົນ ໂດຍການເຊື່ອມໂຍງຄົນດື່ມແລະຜູ້ຜະລິດເຂົ້າຫາກັນ ດ້ວຍຂໍ້ມູນຂ່າວສານ. ນອກຈາກທ່ານຈະເປັນຝ່າຍຮັບຂ່າວສານ, ທ່ານຍັງສາມາດ ສົ່ງຂໍ້ຄວາມຫາທີມງານເພື່ອແຈ້ງຂ່າວສານກາເຟທີ່ຕະຫຼາດຍີ່ປຸ່ນ ແລະ ໃນຕະຫຼາດໂລກ ທີ່ທ່ານຕ້ອງການຮັບຊາບເພີ່ມເຕີມ. ທີມງານຈະພະຍາຍາມຈົນສຸດຄວາມສາມາດໃນການຊອກຫາຂໍ້ມູນ ແລະ ຂ່າວສານທີ່ທ່ານຕ້ອງການຮັບຊາບເພື່ອນຳໄປໃຊ້ໃນການດຳເນີນທຸລະກິດຂອງທ່ານ.