“ເດັກດີໃນວັນນີ້ ຄືຜູ້ໃຫຍ່ໃນວັນໜ້າ” ຫຼາຍທ່ານມັກໄດ້ຍິນຄຳນີ້ເປັນປະຈຳ. ການສ້າງຜູ້ໃຫຍ່ໃຫ້ມີຄວາມສາມາດ, ສິນທຳ, ລະບຽບ ແລະ ການປະພຶດທີ່ດີ ກໍ່ມາຈາກໃນໄວເດັກ. ຄອບຄົວ ແລະ ຜູ້ປົກຄອງເດັກໃນເປັນບຸກຄົນສຳຄັນ.
ສຳລັບເດັກຍິງລາວ, ຍິ່ງເປັນສິ່ງທີ່ຄອບຄົວໄດ້ເອົາໃຈໃສ່ ໂດຍສະເພາະໃນການສອນຮີດຄອງການນຸ່ງຖື, ການປະພຶດ ແລະ ຫຼາຍໆຂໍ້ຕ້ອງຫ້າມ. ຜູ້ເຖົ້າແກ່ມັກເວົ້າວ່າ “ເບິ່ງຊ້າງໃຫ້ເບິ່ງຫາງ ເບິ່ງນາງໃຫ້ເບິ່ງແມ່” ເດັກຍິງ ກາຍເປັນໜາກຜົນ ການສິດສອນຂອງຜູ້ເປັນແມ່ ແລະ ຄອບຄົວ.
ບັນຫາສັງຄົມທີ່ເກີດຂື້ນ ກໍ່ແມ່ນຄົນເປັນຄົນສ້າງ. ເຊັ່ນ: ບັນຫາຢາເສບຕິດ, ການໜີໂຮງຮຽນ, ການປຸ້ນຈີ້ ແລະ ອື່ນໆ. ຕໍ່ກັບການປະພຶດທີ່ບໍ່ດີ ເປັນໜາກຜົນຂອງການຂາດສ້າງຈິດສຳນຶກທີ່ດີ ໃຫ້ແກ່ເດັກ. ຈະເວົ້າໄດ້ວ່າທຸກໆຄົນນັ້ນເກີດມາ ບໍ່ໄດ້ເປັນຄົນຊົວຫຼືດີ. ການບົ່ມສອນ ແລະ ການໃກ້ຊິດຂອງພໍ່ແມ່ໃນແຕ່ລະວັນນັ້ນເປັນສິ່ງຕ້ອງການທີ່ສຸດໃນຍາມເດັກ. ນັບແຕ່ອາຍຸມື້ທຳອິດ ຫາ 10 ປີ, ທຸກໆມື້ໃນໄວເດັກ ເຂົາເຈົ້າຈະຮຽກຮ້ອງການເອົາໃຈໃສ່ຈາກພໍ່ແມ່ເປັນທີ່ສຸດ.
ແຕ່ສະພາບສັງຄົມກໍ່ມີຫຼາຍອັນເຮັດໃຫ້ຄອບຄົວຜູ້ທີ່ເປັນພໍ່ແມ່ບໍ່ສາມາດໃຫ້ຄວາມໃກ້ຊິດ ແລະ ສ້າງເດັກໃຫ້ມີຄວາມຄິດ ໃນການສ້າງສັນສັງຄົມໄດ້. ບັນຫາຫຼັກໆແມ່ນການຢ່າຮ້າງ ເຊິ່ງເຮັດໃຫ້ເດັກນ້ອຍຕ້ອງໄປຢູ່ນຳພໍ່ແມ່ທີ່ບໍ່ແມ່ນຜູ້ໃຫ້ກຳເນີດຕົນເອງ. ແນ່ນອນກໍ່ມັກມີການລຳອຽງຈາກຜູ້ປົກຄອງເຊິ່ງອາດມີຄວາມລຳອຽງໃນການເອົາໃຈໃສ່ ຫຼື ສະໜອງດ້ານວັດຖຸໃຫ້ແກ່ລູກທີ່ບໍ່ໄດ້ມາຈາກເລືອດເນື້ອຂອງຕົນເອງ. ອາດມີການປ້ອຍດ່າ ແລະ ທຸບຕີເດັກ.
ຫາກບໍ່ມີການຢ່າຮ້າງ ແຕ່ສາຍສຳພັນອັນລະກຳ ຂອງຄູ່ຜົວເມຍເຊິ່ງມັກມີການຜິດຖຽງ ກໍ່ຈະເປັນຜົນທີ່ເຮັດໃຫ້ຄອບຄົວບໍ່ມີຄວາມສະຫງົບ ແລະ ເຮັດໃຫ້ເດັກບໍ່ມີຄວາມສຸກ. ທຸກໆສາຍສໍາພັນພໍ່ແມ່ ໃນໄວເດັກ ເປັນຜົນກະທົບໃນການສ້າງວິວັດທະນາການທາງດ້ານຈິດໃຈ ແລະ ການສະແດງອອກຂອງເດັກໃນເວລາໃຫຍ່ມາ. ພໍ່ແມ່ຫຼາຍໆຄົນຄິດວ່າເດັກນ້ອຍບໍ່ຮູ້ຫຍັງດອກ ແຕ່ຕົວຈິງແລ້ວ, ເດັກນ້ອຍມີໂອກາດໄດ້ຮັບຜົນທາງອາລົມຈິດຂອງຜູ້ເປັນພໍ່ ແລະ ແມ່ຂອງລາວນັບແຕ່ໃນຕອນທີ່ຢູ່ໃນທ້ອງ.
ສະພາບເສດຖະກິດກໍ່ເປັນປັດໃຈໜຶ່ງທີ່ເຮັດໃຫ້ຄູ່ຜົວເມຍຕ້ອງຫ່າງເຫີນຈາກລູກໆ ເພື່ອໄປຫາເງິນມາສ້າງບ້ານ, ຈ່າຍຄ່າໂຮງຮຽນ ແລະ ສ້າງຊີວິດທີ່ດີດ້ານວັດຖຸໃຫ້ແກ່ເດັກ. ຫຼາຍໆຄູ່ປະລູກນ້ອຍໄວ້ກັບຜູ້ເປັນປູ່ຍ່າຕານາຍໃນການເບິ່ງແຍງທາງດ້ານຮ່າງກາຍ ແຕ່ໃນດ້ານຈິດໃຈແລ້ວອາດຈະຍັງບໍ່ດີຄືພໍ່ແມ່. ເມື່ອເດັກໃຫຍ່ຂື້ນມາ ເຖິງຈະຮູ້ບຸນຄຸນ ແລະ ຄວາມລຳບາກໃນການຫາເງິນຂອງພໍ່ແມ່ມາລ້ຽງຕົນເອງ ແຕ່ເຫັນຫຼາຍໆຄົນບໍ່ໄດ້ສຳພັດຄວາມຮູ້ສຶກທາງຈິດໃຈຂອງຜູ້ເປັນພໍ່ແລະແມ່. ມັກຈະມີການປະພຶດຄືໜູ່ເພື່ອນ ເຊິ່ງຖ້າຫາກຕົກໜູ່ເພື່ອນທີ່ເຮັດບໍ່ດີແລ້ວ ກໍ່ສ້າງໄພສັງຄົມຕາມມາ.
ການມີລູກສືບສະກຸນເປັນປະເພນີຂອງຄົນກໍ່ວ່າໄດ້. ລູກສ້າງຄວາມສຸກ ແລະ ທຸກໃຫ້ພໍ່ແລະແມ່. ການສ້າງຊີວິດໃໝ່ຫຼາຍໆຄົນເຮັດໄດ້ພາຍໃນ 9 ເດືອນ ແຕ່ການລ້ຽງດູທາງຮ່າງກາຍໃຫ້ເຕີບໃຫຍ່ເປັນຄົນດີທີ່ມີຄຸນນະພາບ ເພື່ອສ້າງສັງຄົມລາວໃຫ້ຮັ່ງມີເຂັ້ມແຂງເປັນໜ້າທີ່ຂອງພໍ່ແລະແມ່ທຸກໆຄອບຄົວຕ້ອງໄດ້ເອົາໃຈໃສ ແລະ ຕ້ອງໃຊ້ເວລານັບເປັນສິບໆປີ. ສັງຄົມຕ້ອງການຜູ້ໃຫຍ່ທີ່ມີຄຸນນະພາບ ເຊິ່ງບໍ່ແມ່ນແຕ່ການສິດສອນຂອງລະບົບການສຶກສາພຽງແຕ່ຢ່າງດຽວ. ຄູ່ບ່າວ-ສາວໃໝ່ ແລະ ຄອບຄົວໃໝ່ ໜ້າຈະເລັ່ງເຫັນບົດບາດຂອງຕົນເອງໃນຈຸດນີ້ ໂດຍເຂົ້າໃຈວ່າ “ລູກຂອງເຮົາ ຈະກາຍເປັນຄົນສ້າງຜົນປະໂຫຍດແກ່ສັງຄົມ ຫຼື ທຳຮ້າຍສັງຄົມ ກໍ່ແມ່ນຈາກການສິດສອນຂອງຜູ້ເປັນພໍ່ແມ່ ແລະ ຄອບຄົວ”