ຄຳສັ່ງສອນໂບຮານທີ່ວ່າ: ໄມ້ລຳດຽວລ້ອມຮົ້ວບໍ່ຂວາຍ, ໄພບໍ່ພ້ອມແປງບ້ານບໍ່ເຮືອງ. ເປັນການບອກໃຫ້ ຄົນຮ່ວມເຮັດຮ່ວມສ້າງສາ.
ແນວໃດກໍ່ຕາມ, ເຖິງວ່ຈະມີຄົນຫຼາຍຄົນຊຳໃດໃນກຸ່ມກ້ອນ ແຕ່ຫາກບໍ່ຄິດພັດທະນາ, ບໍ່ມີຄວາມສາມາດ ແລະ ຂາດສິນທຳແລ້ວ, ຄົນເຫຼົ່ານັ້ນກໍ່ຈະບໍ່ສ້າງຜົນປະໂຫຍດຫຍັງໃຫ້ແກ່ສັງຄົມ. ກັງກັນຂ້າມແຮງຈະນຳຜົນເສຍອັນມະຫາສານມາສູ່ສັງຄົມຢ່າງບໍ່ຕ້ອງສົງໃສ.
ໃນປະຫວັດສາດກູ້ຊາດຫຼາຍສະໄໝ, ເຮົາມັກຈະໄດ້ຍິນວິລະຊົນ, ຜູ້ນຳທີ່ເກັ່ງກ້າ ຫຼື ຫຼາຍໆນາມມະຍົດ. ແຕ່ໃນເບື້ອງຫຼັງຂອງບຸກຄົນດັງດັ່ງກ່າວນັ້ນ ກໍ່ຈະເຕັມໄປດ້ວຍທີມງານທີ່ມີຄວາມສະຫຼຽວສະຫຼາດ ແລະ ໃຫ້ການຮ່ວມມືໃນຊ່ວງການສ້າງສັນ. ເຊັ່ນດຽວກັບການປະຕິຫວັດຂອງລາວ, ການສ້າງຕັ້ງບໍລິສັດດັງໆ ແລະ ເບື້ອງຫຼັງຂອງນັກສະແດງ ຫຼື ສິນລະປິນ. ຄົນທີ່ວ່າເຂົາເຈົ້າປະສົບຜົນສຳເລັດດ້ວຍຕົນເອງ ອາດຈະ ແມ່ນພວກລືມບຸນຄຸນຄົນ ເພາະຢ່າງນ້ອຍຈະມີຄອບຄົວ, ເພື່ອນສະໜິດ ຫຼື ຄົນຮັກຊ່ວຍໃຫ້ກຳລັງໃຈໃນ ຍາມຍາກ. ສຳລັບການພັດທະນາໃນຍຸກໃໝ່ນີ້ ຕ້ອງການບຸກຂະລາກອນທີ່ມີໃນລາວກາຍເປັນຄົນທີ່ມີຄຸນນະພາບເພື່ອເຮັດ ວຽກງານຂັບເຄື່ອນກົນໄກການພັດທະນາ.
ກ້າວເຂົ້າປີ 2016 ເປັນປີທີ່ຈະເລີ່ມມີປະກົດການປ່ຽນແປງທີ່ດີກັບລາວ. ຫຼາຍໆປະເທດ ກຳລັງໃຫ້ ຄວາມສຳຄັນກັບຂົງເຂດ ອາຊຽນ ແລະ ລາວເປັນຈຸດໃຈກາງຂອງຫ້າປະເທດ. ຈິ່ງຮຽກຮ້ອງເຖິງຄວາມ ສາມາດ ຂອງຄົນລາວທີ່ຈະຕ້ອງໄດ້ມີການຍົກລະດັບໃນທຸກໆຂົງເຂດວຽກງານ ບໍ່ວ່າຈະເປັນພາກລັດ ແລະ ເອກະຊົນ.
ກ່ອນໜ້ານີ້ ຂ້າພະເຈົ້າໄດ້ຕັ້ງຄຳຖາມກັບບັນດາທ່ານວ່າ: ຄົນລາວຍຸກໃໝ່, ຍຸກທັນສະໃໝ ຫຼື ຍຸກເອອີຊີ ຄວນເປັນແນວໃດ? ໃນຄວາມໝາຍວ່າ “ຄົນລາວຍຸກໃໝ່” ໄດ້ກວມເອົາໝົດທຸກເພດທຸກໄວ ທີ່ມີຄວາມ ພ້ອມໃນການສ້າງໃຫ້ຕົນເອງເປັນຄົນມີ ຄວາມຄິດການພັດທະນາ. ບໍ່ວ່າທ່ານຈະອາຍຸ 13, 30, 70 ຫຼື 90 ປີ ຫາກ ທ່ານເປັນຄົນຄິດການພັດທະນາ, ທ່ານກໍ່ຖືກຈັດເປັນກຸ່ມ “ຄົນລາວຍຸກໃໝ່”.
ມີຫຼາຍຄົນໄດ້ໃຫ້ຄຳເຫັນ ແລະ ສົ່ງຂໍ້ຄວາມເຂົ້າມາຫາໂດຍກົງ. ໂດຍລວມແລ້ວ ໄດ້ຄຳເຫັນທີ່ແປກ ໃໝ່ຫຼາຍ. ຈາກຄວາມຄິດເຫັນຂອງບັນດາທ່ານ ຂ້າພະເຈົ້າສາມາດສັງລວມລັກສະນະ ຂອງຄົນລາວຍຸກໃໝ່ໄດ້ດັ່ງນີ້:
1. ມີຄວາມຫ້າວຫັນ
ມາເບິ່ງປະເທດເຮົາແລ້ວ ຍັງມີຫຼາຍໆອັນກຳລັງມີການສ້າງສາ. ໃນໄລຍະນີ້ ຈິ່ງຕ້ອງການການຄົ້ນຄິດທາງ ສະຕິປັນຍາ ແລະ ການທຸ້ມເຫື່ອເທແຮງເພື່ອສ້າງສັນວຽກງານໃຫ້ປະສົບຜົນສຳເລັດ. ການຕັດ ສິນໃຈບຸກ ບືນຂອງແຕ່ລະຄົນໃນສັງຄົມນັ້ນ ເປັນສິ່ງຕັດສິນຂອງວຽກງານທີ່ນອນໃນບໍລິສັດ, ອົງກອນ ຫຼື ສັງຄົມ. ແນ່ນອນການເຮັດວຽກງານສ້າງສັນນັ້ນບໍ່ແມ່ນເລື່ອງງ່າຍ ສະນັ້ນ ຄົນລາວເຮົາຕ້ອງມີຄວາມບຸກບືນ, ຜ່ານຜ່າຄວາມຫຸ້ຍງຍາກ ເພື່ອການພັດທະນາທີ່ດີຂື້ນກວ່າເກົ່າ.
2. ມີສິນທຳ
ຈົ່ງຢ່າສ້າງການມີຂອງວັດຖຸດ້ວຍການບຽດບຽນ. ຄວາມສຳເລັດທາງດ້ານວັດຖຸໃນລັກສະນະດັ່ງກ່າວນັ້ນ ບໍ່ມີຄວາມຍືນຍົງ. ການຄ້າຂາຍແບບຍຸດຕິທຳ ໂດຍການສະໜອງສິ່ງທີ່ດີທີ່ສຸດ ໃຫ້ແກ່ລູກຄ້າເປັນຫົນ ທາງສ້າງໃຫ້ ສັງຄົມ ແລະ ລູກຄ້າມີຄວາມເຊື່ອໜັ້ນໃນໄລຍະຍາວ. ການໄດ້ ໂດຍທີ່ຕ້ອງໄດ້ຕົ້ວ ຫຼື ຫຼອກລວງເປັນການ ສ້າງພາບພົດທີ່ບໍ່ດີໃນຕໍ່ໜ້າແກ່ປະເທດ. ເນື່ອງຈາກວ່າຈະມີການຮ່ວມມື ດ້ານການລົງທຶນ, ການຄ້າ, ແລະ ການພັດທະນາ ດັ່ງນັ້ນ ການສະແດງຄວາມຈິງໃຈ ໃນການເຮັດວຽກ ແບບຖືກຕ້ອງຕາມລະບຽບ ແລະ ຜົນປະໂຫຍດຂອງສ່ວນລວມຈະເຮັດໃຫ້ຕ່າງປະເທດໄວ້ເນື້ອເຊື່ອໃຈ ປະເທດລາວ ແລະ ພວກນັກລົງທຶນເຫຼົ່ານັ້ນຍິງຈະໄປຂົນຂວາຍເພື່ອນຝູງມາໃນລາວອີກ.
3. ມີຄວາມຖອມຕົນ ແລະ ຈິນຕະນາການສູງ
ຄົນລາວມັກຖອມຕົວ ແຕ່ເຫັນຫຼາຍໆຄົນ ທັງຖອມຕົວ ແລະ ມີຄວາມນ້ອຍໃຈ ຈົນກໍ່ສ້າງໃຫ້ກາຍ ເປັນປົມດ້ອຍນ້ອຍໜ້າ ແລະ ຄິດວ່າບໍ່ມີຄວາມສາມາດທີ່ຈະແຂ່ງຂັນ. ຄົນລາວຍຸກໃໝ່ ຄວນມີຈິນຕະນາ ການສູງ ໃນນີ້ໝາຍເຖິງ ຄິດເຮັດ ແລະ ນໍາໃຊ້ສິ່ງໃໝ່ທີ່ບໍ່ເຄີຍມີ ແລ້ວພະຍາຍາມສ້າງຂື້ນມາໃນປະເທດລາວ. ຫຼາຍໆຄົນທີ່ເຂດຊົນນະບົດກໍ່ຕັ້ງໜ້າທຳມາຫາກິນ ຈາກແຫຼ່ງທຳມະຊາດທີ່ສະໜອງໃຫ້ໃນຊີວິດປະຈຳວັນ. ເລາະຕາມແຄມທາງ ມັກຈະເຫັນຜະລິດຕະພັນຈາກສວນ ຫຼື ທີ່ເກັບມາຈາກປ່າເພື່ອຂາຍໃຫ້ແກ່ຄົນຜ່ານທາງ. ເຖິງຈະບໍ່ຫຼາຍ ແຕ່ຫຼາຍໆຄອບຄົວກໍ່ປະຄັງຊີວິດ ແລະ ໄດ້ສົ່ງລູກຮຽນທີ່ໃນເມືອງ. ມີຫຼາຍໆຄອບຄົວ ທີ່ຫັນປ່ຽນຈາກກະສິກຳຫຼ້າຫຼັງ ກາຍເປັນຄອບຄົວກະສິກຳທີ່ກ້າວໜ້າ ແລະ ພົ້ນຈາກຄວາມທຸກຈົນ. ຈາກຊີວິດຂອງຊາວນາທີ່ມີສິ່ງຈຳກັດຫຼາຍ ສຳລັບຊີວິດເດັກນ້ອຍໃນເມືອງແລ້ວ ຍິງຕ້ອງໄດ້ມີການກ້າວກະໂດດຂື້ນຫຼາຍເທົ່າເພື່ອໃຫ້ທັນກັບຊາດອື່ນໆ.
4. ມີການພັດທະນາຕົນເອງ
ການສຶກສາເປັນປະຕູສູ່ຄວາມສຳເລັດ. ຄຳວ່າ: ຮຽນ, ຮຽນ, ຮຽນ ຈົນຮອດມື້ຕາຍ. ຄວາມເວົ້າດັ່ງກ່າວນັ້ນ ເມື່ອປະສົບປະສານກັບ ໃບປະກາດການສຶກສາສາມັນ ຈະຍິງເຮັດໃຫ້ຄົນລາວເຮົາ ມີຄວາມສາມາດພົ້ນ ເດັ່ນຂື້ນໃນເວທີສາກົນ. ສິ່ງທີ່ທ່ານໄດ້ຮຽນມາ ຈາກໂຮງຮຽນເປັນທິດສະດີ ຂອງການເຮັດວຽກຂອງຄົນອື່ນ. ດັ່ງນັ້ນ, ພາຍຫຼັງການສຶກສາ ຍັງມີຫຼາຍປະສົບການທີ່ທ່ານຈະຕ້ອງໄດ້ຄົ້ນຫາ ແລະ ຈະເຫັນວ່າ ທິດສະດີທີ່ ເຄີຍຮຽນໃນຫ້ອງຮຽນນັ້ນ ອາດບໍ່ສາມາດໃຊ້ໄດ້ກັບຊີວິດການເຮັດວຽກຕົວຈິງ. ທ່ານຕ້ອງໄດ້ມີ ໃຫວພິກ ໃນການສຶກສາຫາປະສົບການໃໝ່ໆ, ຮຽນຮູ້ ແລະ ດັດປັບເຂົ້າໃນວຽກງານຕົວຈິງ.
5. ມີຄວາມສາມາດພາສາຕ່າງປະເທດ
ພາສາມີຄວາມສຳຄັນຫຼາຍ. ເພາະຄວາມຮູ້ວິຊາການທີ່ເປັນພາສາລາວຍັງມີຈຳກັດ. ປື້ມດັງໆ ໄດ້ແປເປັນພາສາຫຼັກໆຂອງໂລກເຊັ່ນ: ອັງກິດ, ຈີນ, ສະເປນ, ຝຣັງ, ລັດເຊຍ ແລະ ອາລັບ. ພາສາທາງການທີ່ຄົນນິຍົມໃຊ້ທີ່ສຸດໃນເວທີສາກົນ ກໍ່ແມ່ນພາສາອັງກິດ. ບັນດາປະເທດອາຊຽນ ກໍ່ເລືອກເອົາພາສາອັງກິດເປັນພາສາສື່ສານ. ບໍ່ວ່າແນວໃດກໍ່ຕາມ ຖ້າຫາກທ່ານບໍ່ສາມາດຮຽນພາສາອັງກິດ ກໍ່ຕ້ອງມີຄວາມ ສາມາດພາສາໃດໜຶ່ງ ທີ່ແນ່ນອນເພື່ອໄວ້ໃຊ້ງານ ແລະສື່ສານກັບຕ່າງປະເທດໄດ້ຢ່າງຄ່ອງແຄ້ວ. ສະພາບ ການກືກໜັງສື ກີດກັ້ນຄວາມສາມາດໃນການເຂົ້າໃຈ ສະພາບສັງຄົມ, ບັນທອນການສຶກສາພາກສາມັນ ແລະ ການພັດທະນາຕົນເອງ, ແລະ ຍັງອາດຖືກຕົ້ວຕົ້ມໄດ້ງ່າຍ ຖ້າຫາກຕ້ອງໄດ້ເຊັ່ນສັນຍາໃດໜຶ່ງ. ດັ່ງນັ້ນ, ພັກ ແລະ ລັດຖະບານຈິ່ງສົ່ງເສີມໃຫ້ຄົນລາວ ຮູ້ຈັກອ່ານ ແລະ ຂຽນພາສາລາວເປັນຢ່າງຕໍ່າ. ແຕ່ເພື່ອເຮັດໃຫ້ ຄົນລາວສາມາດຍາດແຍ່ງຜົນປະໂຫຍດຈາກສາກົນໄດ້ດີຂື້ນ ທ່ານຕ້ອງຮູ້ ຂີດຂຽນພາສາຕ່າງປະເທດທີ່ທ່ານມັກ ເພື່ອໄວ້ເຮັດວຽກກັບຄົນຕ່າງປະເທດທີ່ຈະມີການຮ່ວມມື, ຈ້າງງານ ຫຼື ການສື່ສານໃນຕໍ່ໜ້າ.
6. ມີລະບຽບ
ລະບົບການເຮັດວຽກແບບພາກພື້ນ ແລະ ສາກົນ ຈະມີສ່ວນເຮັດໃຫ້ຄົນລາວກ້າວເຂົ້າສູ່ລະບົບການເຮັດ ວຽກຫຼາຍຂື້ນ. ການຈັດສັນໜ້າວຽກ, ການແບ່ງໜ້າທີ່ຮັບຜິດຊອບທີ່ຊັດເຈນ ແລະ ລະບົບການດ້ານນິຕິກຳ ກໍ່ຈະມີການດັດປັບໃຫ້ມີຄວາມສອດຄ່ອງ ແລະ ເປັນໄປຕາມ ກົນໄກສາກົນຫຼາຍຂື້ນ. ທີ່ແນ່ນອນ ຖ້າຫາກຄົນລາວຍັງບໍ່ສາມາດດັດ ປັບຕົນເອງໄປຕາມກົດລະບຽບ ໃໝ່ນັ້ນແລ້ວ ກໍ່ຈະເຮັດໃຫ້ເປັນການ ສ້າງ ສິ່ງກີດຂວາງການພັດທະນາ ແລະ ສ້າງຄວາມບໍ່ໄວ້ວາງໃຈ. ເຊັ່ນ: ພຶດຕິກຳການບໍ່ປະຕິບັດໂມງເວລາ ອາດຈະຕ້ອງໄດ້ຫັນສູ່ເວລາຫຼາຍຂື້ນ. ການນັດພົບທີ່ບໍ່ຕົງເວລາ ອາດເປັນການສະແດງໃຫ້ເຫັນວ່າບໍ່ໃຫ້ ຄວາມສຳຄັນກັບການພົບປະ.
7. ມີຄວາມຮັກວັດຖະນະທຳ
ສິ່ງນີ້ສຳຄັນຫຼາຍ ເພາະຈະມີຫຼາຍວັດຖະນະທຳເຂົ້າມາ. ຄົນລາວເຮົາຕ້ອງຮູ້ຈັກປະຍຸກ, ດັດແປງ ແລະ ເລືອກສິ່ງທີ່ດີ ທີ່ຈະພັກດັນວັດຖະນະທຳລາວໃຫ້ມີຄວາມກ້າວໜ້າ ແລະ ໂດດເດັ່ນໃນເວທີສາກົນ. ຄຳວ່າວັດຖະນະທຳນັ້ນ ກໍ່ກວມເອົາຫຼາຍໆຂົງເຂດ. ສິ່ງທີ່ຈະຍົກມາ ກໍ່ມີພາສາລາວ. ຄົນລາວຍຸກໃໝ່ນອກຈາກຈະເກັ່ງພາສາ ຕ່າງປະເທດໃດໜຶ່ງ ຍັງຕ້ອງໄດ້ສົ່ງເສີມ ແລະ ພັກດັນພາສາລາວໃຫ້ອອກສູ່ສັງຄົມ. ວັດຖະນະທຳອື່ນໆກໍ່ສຳຄັນ ເຊັ່ນ: ການຮັກສາຮູບແບບການນຸ່ງຖືຂອງແມ່ຍິງລາວ. ສິ່ງນີ້ບໍ່ພຽງແຕ່ ເປັນເອກະລັກສະເພາະຊາດ ແຕ່ຍັງມີຫຼາຍໆຄອບຄົວທີ່ມີອາຊີບໃນການຜະລິດແຜ່ນແພເພື່ອແມ່ຍິລາວ ການຕັດຂາດວັດຖະນະທຳດັ່ງກ່າວເປັນຕົ້ນ ກໍ່ບໍ່ຕ່າງຫຍັງກັບການສູນເສຍຄວາມເປັນຊາດລາວ ທີ່ບໍ່ອາດມີວັນຮຽກຄືນກັບມາໄດ້.
ບໍ່ວ່າທ່ານຈະເປັນແນວໃດໃນປະຈຸບັນ, ການພັດທະນາຕົນເອງ ບໍ່ຄວນໃຫ້ມີສິ່ງໃດມາເປັນຄຳວ່າອຸປະສັກ. ການຕັດສິນໃຈສ້າງຕົນເອງດັ່ງສິ່ງທີ່ກ່າວມາ ຫຼື ສິ່ງດີໆທີ່ນອກເໜື່ອກວ່ານີ້ ໃນທາງທີ່ທ່ານຄິດວ່າຄວນເຮັດ ເປັນສິ່ງທີ່ບໍ່ຄວນມີຄຳວ່າມື້ອື່ນ. ເມື່ອຄົນໆໜຶ່ງພັດທະນາ, ຫຼາຍໆຄົນໃນຄອບຄົວພັດທະນາ, ປະເທດຊາດກໍ່ຈະມີການພັດທະນາແນ່ນອນ. ແທນທີ່ຈະຕັ້ງຄຳຖາມວ່າ ຄົນອື່ນຕ້ອງເຮັດຫຍັງແດ່ເພື່ອ ກໍ່ໃຫ້ ເກີດມີການພັດທະນາ ທ່ານຄວນຕັ້ງຄຳຖາມຄືນວ່າ: ທ່ານໄດ້ຕັດສິນໃຈພັດທະນາ ຕົນເອງດ້ານໃດແດ່ ໃນວັນນີ້ເພື່ອໃຫ້ດີກວ່າວັນວານ ແລະ ຕະຫຼອດການມີຊີວິດເປັນມະນຸດ?