ຕາມຖະໜົນຫົນທາງທົ່ວທຸກແຂວງ ແລະ ໃນບາງເຂດຂອງນະຄອນຫຼວງວຽງຈັນ ກໍ່ມັກຈະພົບເຫັນ ທົ່ງນາປູກເຂົ້າ. ຖ້າຈະທຽບຄວາມງາມແລ້ວ ກໍ່ບໍ່ຕ່າງຫຍັງກັບສວນດອກໄມ້ ທີ່ມີການເຕີບໃຫຍ່ຂະຫຍາຍຕົວແຕ່ກ້າເຂົ້າ ຈົນຮອດກາຍເປັນຮວງທີ່ຫອມຫວນ ພ້ອມເກັບກ່ຽວ. ຈື່ໄດ້ໃນຍາມຍັງນ້ອຍ, ທົ່ງນາ ມັກຈະເປັນບ່ອນທີ່ເດັກນ້ອຍຫຼາຍກຸ່ມ ໃຊ້ເວລາຫວ່າງ ໃນການຫາກະປູ, ປານ້ອຍ ແລະ ເປັນບ່ອນຍາງຫຼີ້ນ. ເຂົ້າມີຄວາມໝາຍໃຫ້ແກ່ ສ ປ ປ ລາວ ນອກຈາກເຂົ້າຈະເປັນອາຫານ ແລະ ວັດຖະນະທຳສ້າງຊື່ສຽງໃຫ້ແກ່ລາວ ເຂົ້າຍັງເປັນສິນຄ້າລັກໃຫ້ແກ່ຊາວນາລາວ.
ເຂົ້າເປັນອາຫານ
ສານອາຫານຈາກເຂົ້າລາວ ໄດ້ລໍ່ລ້ຽງຄົນລາວນັບລ້ານໆ ແລະ ຊາວຕ່າງຊາດທີ່ເຂົ້າມາຢ້ຽມຢາມລາວໃນແຕ່ລະປີ. ເຂົ້າໜຽວ ເປັນປະເພດເຂົ້າທີ່ມີການຜະລິດຫຼາຍທີ່ສຸດນັບແຕ່ເໜືອຮອດໃຕ້. ຫຼາຍຊົນຊາດ ຊົນເຜົ່າເຮັດການຜະລິດເຂົ້າຢ່າງແຜ່ຫຼາຍ ເພື່ອເປັນອາຫານຫຼັກ. ເວົ້າໄດ້ວ່າ ຄົນລາວມີຄວາມຜູກພັນກັບເຂົ້າມານັບເປັນພັນໆປີ. ເຖິ່ງວ່າຄ່ານິຍົມຂອງຄົນລາວຍຸກໄໝ່ອາດຈະມີວິທີການກິນທີ່ໄດ້ຮັບຈາກອິດທິພົນຕາເວັນຕົກ ແຕ່ການບໍລິໂພກເຂົ້າຍັງບໍ່ມີທ່າວ່າຈະໝົດຫາຍໄປຈາກລາວ, ໂດຍສະເພາະເຂົ້າໜຽວ. ນອກນັ້ນເຂົ້າລາວ ຍັງຖືກແປຮູບໄປເປັນລັກສະນະການກິນຫຼາກຫຼາຍ ເຊັ່ນ: ເຂົ້າປຸ້ນ, ເຂົ້າໝົມລາວ, ເຂົ້າໂຄບ, ແລະ ອື່ນ. ເຂົ້າໜຽວຍັງສິ່ງທີ່ຂາດບໍ່ໄດ້ໃນພາເຂົ້າ ຫຼື ປະສົມປະສານກັບອານຫານຈານເດັດຂອງລາວ ເຊັ່ນ: ລາບ, ປີ້ງປາດຸກ, ແຈ່ວປາແດກ ແລະ ອື່ນໆ.
ວັດຖະນະທຳ
ຄວາມຜູ້ພັນຂອງຄົນລາວ ກັບການຜະລິດເຂົ້າໄດ້ກໍ່ໃຫ້ເກີດມີຫຼາຍຮີດຄອງປະເພນີ ຕິດພັນກັບການຜະລິດເຂົ້າ ເຊັ່ນ: ບຸນບັ້ງໄຟ ເປັນການຂໍຝົນຈາກເທວະດາຟ້າແຖນ ເພື່ອເຮັດໃຫ້ຊາວນາສາມາດເລີ່ມການຜະລິດເຂົ້າ. ບຸນຊວງເຮືອ ເປັນກນຂອບໃຈເທວະດາຟ້າແຖນ, ພະຍານາກ ແລະ ເບື້ອງບົນ ທີ່ປະທານປັດໃຈໃນການຜະລິດ ແລະ ສ້າງຄວາມມ່ວນຊື່ນໃນການສະເຫຼີມສະຫຼອງ ລະດູການເກັບກ່ຽວທີ່ຫາກໍ່ສຳເລັດ. ຍັງມີຫຼາຍໆປະເພນີ ເຊັ່ນ ບຸນເຂົ້າປະດັບດິນ ແລະ ເທດສະການອື່ນໆຕິດພັນກັບເຂົ້າລາວ. ກິດຈະກຳດັ່ງກ່າວ ເປັນການສະແດງຄວາມສາມັກຄີ, ຮີດຄອງ ແລະ ລະດົມໃຫ້ນັກທ່ອງທ່ຽວເຂົ້າມາໃນລາວ ເປັນການສ້າງລາຍຮັບໃນແກ່ທຸລະກິດການທ່ອງທ່ຽວລາວ. ຍັງມີຫຼາຍໆບົດກອນ ແລະ ສຽງເພັງແຕ່ງກ່ຽວກັບເຂົ້າ. ສຽງເພັງໜຶ່ງທີ່ຈົດຈຳກໍ່ຄື: ເຢັນສະບາຍຊາວນາ.ທີ່ຮ້ອງໂດຍ ນັກສິນລະປິນດັງລາວ, ທ່ານ ບົວເງິນ ຊາວພູວົງ. ເນື້ອເພັງ ສະແດງການດຳລົງຊີວິດຂອງຊາວນາ ແລະ ສ່ອງແສງວັດຖະນະທຳລາວໄດ້ເປັນຢ່າງດີ.
ການສົ່ງອອກ
ຖ້າຫາກການຜະລິດເຂົ້າລາວມີຫຼາຍ, ການສົ່ງເຂົ້າຄຸນນະພາບອອກສູ່ຕ່າງປະເທດ ເປັນຫົນທາງເພີ່ມລາຍຮັບໃຫ້ແກ່ຊາວນາ. ປັດໃຈພື້ນຖານທີ່ສຳຄັນໃນການຜະລິດເຂົ້າແບບດັ່ງເດີມກໍ່ມີແຮງງານຄົນ, ແຮງງານຄວາຍ, ທີ່ດິນ, ນ້ຳ ແລະ ແນວພັນເຂົ້າ. ການພັກດັນປັດໃຈດັ່ງກ່າວ ແລະ ສົ່ງເສີມການຜະລິດທີ່ມີປະສິດທິຜົນ ບວກກັບການຕະຫຼາດ ຈະເປັນການເຜີຍແຜ່ເຂົ້າລາວ ແລະ ຮີດຄອງຄົນລາວໃນຕ່າງແດນໄປພ້ອມໆກັນ.
ການຜະລິດເຂົ້າແບບຍືນຍົງ ຄວນໄປພ້ອມໆກັນກັບການລະດົມໃຫ້ປະຊາຊົນຍັງສືບຕໍ່ເຮັດການຜະລິດ. ການຜະລິດເຂົ້າບໍ່ແມ່ນແຕ່ປັນຫາປາກທ້ອງ ແລະ ລາຍຮັບ ແນ່ນອນເປັນການຮັກສາຮີດຄອງປະເພນີຂອງຊາດ. ຖ້າຫາກມື້ໃດບໍ່ມີຄົນລາວຜະລິດເຂົ້າ, ອາດເວົ້າໄດ້ວ່າ ວັດຖະນະທຳຂອງລາວຫຼາຍສ່ວນອາດສູນຫາຍໄປເທື່ອລະເລັກນ້ອຍ ຈົນບໍ່ຫຼົງເຫຼືອໃຫ້ຄົນລຸ້ນຫຼັງ. ທ່ານເດ່ ປຽບທຽບເຂົ້າຄືກັບຫຍັງ?