ເບິ່ງນັກກິລາລາ ສຳລັບຄົນພິການ ແລ້ວມີແຮ່ງບັນດານໃຈຫຼາຍ. ເພາະເຫັນເຂົາເຈົ້າໄດ້ສະແດງ ຄວາມສາມາດໃນກິລາຕ່າງໆ ເຖິງວ່າຈະມີຮ່າງກາຍບໍ່ສົມບູນແບບ.
ໄດ້ມີເວລາຊ່ວງໜຶ່ງໄປ ເຮັດວຽກນຳຄົນພິການມາກ່ອນ. ຄົນເຫຼົ່ານັ້ນ ເຂົາເຈົ້າບໍ່ໄດ້ເຫັນຄວາມພິການຮ່າງກາຍເປັນສິ່ງກີດຂວງສິ່ງທີ່ເຂົາເຈົ້າຢາກຈະເຮັດ. ໂດຍສະເພາະ ຄົນທີ່ພິການມາແຕ່ເກີດ ຈະມີຄວາມເປັນທຳມະຊາດກັບຮ່າງກາຍຂອງເຂົາເຈົ້າຫຼາຍທີ່ສຸດ ເມື່ອທຽບ ກັບຄົນພິການຈາກອຸບັດຕິເຫດ ຫຼື ການເຈັບເປັນ.
ບໍ່ຢາກເຊື່ອກໍ່ຕ້ອງເຊື່ອ ພໍ່ແມ່ ຫຼື ພີ່ນ້ອງແທ້ໆ ບາງຄອບຄົວ ບໍ່ໄດ້ໃຫ້ການສະໜັບສະໜູນ, ບໍ່ໃຫ້ຄວາມສຳຄັນ ແລະ ຍັງນະອາຍທີ່ມີລູກບໍ່ຄືໜູ່. ມີຫຼາຍຄົນຖືກປະຖີ້ມ ນຳຮົ້ວນຳສວນ ຫຼື ບໍ່ໄດ້ອອກສູ່ສັງຄົມ. ແຕ່ກົງກັນຂ້າມ, ບາງຄອບຄົວ ພັດຮັກ ແລະ ເອົາໃຈໃສ່ເປັນພິເສດ ເພາະເຫັນວ່າເຂົາເຈົ້າຂາດໂອກາດ.
ໄດ້ມີໂອກາດພົບກັບສາວນ້ອຍໜຶ່ງ ໃນເວລາເຮັດວຽກກັບອົງການຄົນພິການລາວ. ແຂນຂາຂອງນາງ ຫົດສັ້ນເຂົ້າໃນຕົວ ແລະ ຕົວຕົນຂອງລາວກໍ່ນ້ອຍຫຼາຍ ຄືກັບຫວດເຂົ້າ. ໄດ້ແຕ່ຄານໄປກັບດິນ. ແຕ່ລາວກໍ່ບໍ່ຍອມຢູ່ລ້າໆ. ລາວໄດ້ສານຕິບເຂົ້າ, ແລະ ເຄື່ອງຈັກສານອື່ນໆຂາຍເປັນລາຍຮັບ ແລະ ຍັງມີລວດລາຍທີ່ສວຍງາມແທ້ໆ ທັງຍັງເຮັດໄດ້ໄວຄືຄົນທຳມະດາ. ແນ່ນອນລາວມີຄວາມຫຍຸ້ງຍາກໃນການເຄື່ອນໃຫວ ແຕ່ກໍ່ບໍ່ໄດ້ກັງວົນຫຍັງຫຼາຍ ແຕ່ເຮັດໃນສິ່ງທີ່ມີໃຫ້ເປັນປະໂຫຍດ.
ທີ່ປະເທດພັດທະນາ, ບ້ານເຮືອນ ແລະ ສະຖານທີ່ຕ່າງໆ ໄດ້ອອກແບບໃຫ້ຄົນພິການສາມາດນຳໃຊ້ໄດ້. ເຊັ່ນ: ສະໜາມກິລາ ແລະ ສະຖານທີ່ສາທາລະນະຕ່າງໆ. ສິ່ງນີ້ເປັນການເປີດໂອກາດໃຫ້ຄົນພິການໄດ້ສາມາດ ເຂົ້າມີສ່ວນຮ່ວມກັບກິດຈະກຳທາງສັງຄົມຫຼາຍຂື້ນ ຄືກັບຄົນປົກກະຕິ. ວິວັດທະນາການທາງວິທະຍາສາດກໍ່ມີສ່ວນຮ່ວມໃນການພັດທະນາ ເຄື່ອງມືໃຫ້ຄົນຕາບອດໄດ້ອ່ານໜັງສືໄດ້, ໃຫ້ຄົນແຂງກຸດສາມາດແລ່ນ ແລະ ໃຫ້ຄົນຫູນວກສາມາດໄດ້ຍິນ.
ການແຂ່ງຂັນກິລາລະດັບໃຫຍ່ໆ ບໍ່ວ່າຈະເປັນລະດັບປະເທດ, ພາກພື້ນ ແລະ ທະວີບ ຕ່າງກໍ່ ມີການແຂ່ງຂັນຂອງກິລາຄົນພິການ. ເຖິງວ່າ ອັດຕາຄົນເຂົ້າເບິ່ງຈະບໍ່ສູງ ແຕ່ກໍ່ເປັນການ ຮັບຮູ້ ແລະ ດຶງເອົາຄົນພິການທີ່ຮັກການຫຼີ້ນກິລາມາມີສ່ວນຮ່ວມ.
ຫຼາຍໆຄົນພິການກໍ່ມີຄວາມຄິດທໍ້ແທ້ຄືກັນຕໍ່ກັບສິ່ງທີ່ເຂົາເຈົ້າບໍ່ມີຄືໜູ່. ມີຫຼາຍຄົນນ້ອຍໃຈ ແລະ ບໍ່ກ້າໄປໂຮງຮຽນເພາະຈະມີແຕ່ຄົນລໍ້ລຽງ. ແຕ່ນໍ້າສຽງຄົນຄົນພິການເຫຼົ່ານັ້ນ ມັກຈະສື່ຄວາມໝາຍດຽວກັນວ່າ: ຢ່າມົວເສຍເວລາກັບສິ່ງທີ່ບໍ່ມີ, ຈົ່ງສ້າງສິ່ງທີ່ເຮົາຢາກໃຫ້ເກີດເປັນຈິງ ດ້ວຍການນຳໃຊ້ສິ່ງທີ່ມີໃນປະຈຸບັນ. ຫຼາຍຄົນເວົ້າວ່າ ເຖິງຈະພາວະນາຫຼາຍປານໃດ ແຂນຂາກໍ່ບໍ່ປົ່ງຂື້ນມາຄືຄົນອື່ນ. ຄົນບໍ່ສາມາດເລືອກເກີດ ແຕ່ເລືອກປະຕິບັດໄດ້.