ໃນຊີວິດມະນຸດຄົນເຮົາ, ຄວາມຮັກເປັນສິ່ງສຳຄັນຫຼາຍ. ຄ້າຍໆກັບວ່າເປັນຈິດວິນຍານອັນໜຶ່ງທີ່ຄົນເຮົາຕ່າງຊອກຫາ. ຫາກເມື່ອເວົ້າເຖິງຮັກລະຫວ່າງບາວ-ສາວ, ສາຍພົວພັນທາງກາຍເປັນສິ່ງທີ່ຫຼີກລ່ຽງໄດ້ຍາກ.
ສະເພາະຄູບາ, ຈົວ ແລະ ແມ່ຊີ ທີ່ນອນໃນກຸ່ມຮັກສາການປະຕິບັດທາງສາດສະໜາ, ການມີຮັກແບບຄົນທົ່ວໆໄປຖືເປັນການສ້າງບາບຮ້າຍແຮງທີ່ສຸດ. ບໍ່ມີວັດໃດຢາກໃຫ້ເກີດບັນຫາດັ່ງກ່າວຂື້ນກັບສະຖານທີ່ທຳຂອງຕົນເອງ. ເພາະຈະເຮັດໃຫ້ສັງຄົມເຊື່ອມສັດທາ. ເຈົ້າອາວາດ ແລະ ພະສົງທີ່ບວດຕ່າງກໍ່ຕ້ອງໄດ້ເປັນຫູເປັນຕານຳກັນເພື່ອປົກປ້ອງສະຖາບັນພຸດທະສາດສະໜາຂອງຕົນເອງ. ແນວໃດກໍ່ຕາມ, ກໍ່ມັກມີເລື່ອງແນວນີ້ເກີດຂື້ນມາ ໃນບາງຄັ້ງຄາວ. ເມື່ອທ່ຽບໃສ່ອັດຕາຂອງພະສົງທີ່ບວດ ກໍ່ຍັງຖືກວ່າມີປະລິມານທີ່ນ້ອຍຫຼາຍ. ພະຫຼາຍໆອົງຕ່າງຮູ້ບາບກຳຫາກບໍ່ສາມາດປະຕິບັດໃດ. ໃນຫຼາຍໆກໍລະນີແມ່ນຕ້ອງໄດ້ສິກຈາກການເປັນພະສົງ.
ຄົນເຮົາມັກຖືຮັກເປັນໃຫຍ່, ແລ້ວອັນໃດທີ່ເຮັດໃຫ້ຈົວທີ່ບວດນ້ອຍໆຫຼາຍອົງ ບໍ່ຍອມສິກ ແລະ ບວດທັງຊີວິດເປັນຄູບາ. ໂດຍບໍ່ມີປະສົບການສ້າງຄອບຄົວ ຫຼື ມີລູກເມຍ. ຈາກປະສົບການສ່ວນຕົວທີ່ເຫັນແມ່ນວ່າ ຄູບາທີ່ຖືສິນໄດ້ດີນັ້ນ ກໍ່ແມ່ນຍ້ອນການຮັກໃນພະພຸດທະສາດສະໜາ. ຫຼາຍອົງເຊື່ອໃນແນວທາງຂອງພະພຸດທະເຈົ້າ ແລະ ຈິ່ງຢາກເດີນຕາມຮອຍ ແລະ ປະຕິບັດຕົນເອງໃຫ້ກາຍເປັນພະຜູ້ມີສິນອັນເຄັ່ງຄັດ. ພົບວ່າສິນ (ກົດ) ຫຼາຍ100ປະການໃຫ້ພະສົງປະຕິບັດ. ຫາກບໍ່ມີຄວາມຮັກແລະສັດທາໃນພະພຸດທະເຈົ້າ, ພະທຳ ແລະ ພະສົງ ຄົງຈະເຮັດບໍ່ໄດ້.
ຈົວ ແລະ ພະສົງກໍ່ແມ່ນຄົນທຳມະດາ ແຕ່ຢູ່ໃນສິນ (ກົດ) ຂອງພະພຸດທະເຈົ້າ. ສຳລັບຈົວນ້ອຍ ເວລາມີອາຍຸໃຫຍ່ຂື້ນມາ ກໍ່ມີວິວັດທະນາການທາງກາຍຄ້າຍໆຜູ້ຊາຍທົ່ວໆໄປ. ຄວາມຮັກໃນຕົວຜູ້ສາວກໍ່ມັກຈະເກີດຂື້ນເຊັ່ນດຽວກັນ. ມີຫຼາຍອົງ ເຖິງຈະມັກສາວໆຫຼາຍປານໃດ, ແຕ່ຫຼາຍອົງທີ່ສັດທາກັບພະພຸດທະເຈົ້າແມ່ນບໍ່ຢາກສິກຈາກຜ້າເຫຼືອງ. ເຫັນຈົວແລະພະຫຼາຍອົງຖືເອົາໂອກາດນີ້ເປັນການສ້າງຈິດໃຈຕົນເອງໃຫ້ແຂ່ງແກ່ນ ແລະ ໃນທາງພຸດທະສາດສະໜາ ເຂົາເຈົ້າຖືວ່າ ເປັນຊ່ວງທີ່ຈິດໃຈຍັງຍຶດຕິດກັບຮູບ-ນາມ-ສັງຂານ. ຫາກຢາກຕັດອອກຈາກກິເລດ, ການຜ່ານຜ່າຄວາມຮັກໃນແຕ່ລະຄັ້ງຈະເຮັດໃຫ້ເຂົາເຈົ້າເຫັນທຳມະຫຼາຍຂື້ນ.
ບັນດາຄູບາມັກຈະມີຄຳແນະນຳໃຫ້ແກ່ຈົວ ແລະ ຄູບາດັ່ງກ່າວ, ເພື່ອໃຫ້ສາມາດເຫັນຊ່ອງທາງທີ່ດີທີ່ສຸດແກ່ເຂົາເຈົ້າ. ນັບແຕ່ອາຫານ, ການສວດມົນ, ແລະ ການປະຕິບັດທາງທຳທີ່ເຄັ່ງຄັດ ເພື່ອໃຫ້ເຫັນຕົວກິເຣດທີ່ຕິດໃນໃຈ. ເມື່ອໃດຫາກຄູບາ ຫຼື ຈົວສາມາດເລືອກທາງທີ່ ເໜາະກັບຕົນເອງໄດ້ແລ້ວ ເຂົາເຈົ້າກໍ່ຈະມັກໄດ້ຮັບການສະໜັບສະໜູນຈາກສະຖາບັນສາດສະໜາສະເໜີ. ຫຼາຍອົງຕັດສິນໃຈຢູ່ຕໍ່ສ້າງບຸນກຸສົນນຳວັດແລະສາດສະໜາ, ບາງອົງກໍ່ຕັດສິນສ້າງຄອບຄົວ ຫາກເຫັນວ່າຕົນເອງມີຄວາມຮັກໃນສາດສະໜານ້ອຍກວ່າການຮັກໃນຮູບໃນນາມ. ທັງສອງກໍລະນີເປັນສິ່ງທີ່ເໜາະສົມຂອງແຕ່ລະຄົນທີ່ແຕກຕ່າງກັນ. ກໍລະນີສິກ, ກໍ່ຈະບໍ່ເປັນການສ້າງບາບພາຍໃຕ້ຜ້າເຫຼືອງ ແລະ ທັງຍັງເປັນການຮັກສາດສະໜາ ເພາະຕົນເອງບໍ່ໄດ້ເຮັດຫຍັງເສື່ອມເສຍ. ຄອບຄົວໃດໄດ້ອາດີດທີ່ບວດເປັນຄູບາຫຼືຈົວ, ກໍ່ອາດໄດ້ເຂີຍທີ່ມີສິນທຳ ແລະ ດຸໜັ່ນຫາກິນ.
ບໍ່ວ່າຈະຮັກຫຍັງ, ກໍ່ເຫັນໄດ້ວ່າຄວາມຮັກສຳລັບມະນຸດມີຄວາມສຳຄັນຫຼາຍ. ຄວາມຮັກພັກດັນໃຫ້ເກີດມີການກະທຳ. ຮັກໃນແນວດີຄົນມັກຈະເຮັດດີ. ກົງກັນຂ້າມຫາກເກີດມີຄວາມຮັກໃນການປະພຶດບໍ່ດີ, ຄົນເຮົາກໍ່ຈະສ້າງແຕ່ສິ່ງອັບປະໂຫຍດຂື້ນມາ. ຄວາມຮັກຂອງພະສົງໃນພຸດທະສາດສະໜາ ເປັນຕົວຢ່າງທີ່ເດັ່ນຊັດຊີ້ໃຫ້ເຫັນວ່າ ຮັກຂອງຄົນເຮົາຕ່າງມີອິດທິພົນກັບຄົນໃນສັງຄົມ ແລະ ຄົນທີ່ນອນໃນສາຍພົວພັນ.