


ຂ້າພະເຈົ້າຊື່ແທ້ແມ່ນ: ທ. ວຽງສົມບັດ ບັງອອນແສງເດດ. ໜູ່ຫຼາຍໆຄົນເອີ້ນຊື່ຫຍໍ້ວ່າ “ວຽງ”. ແຕ່ ໃນຕົວແລ້ວ ຂ້າພະ ເຈົ້າບໍ່ມັກຊື່ຫຍໍ້ນີ້ປານໃດ ເພາະມີຫຼາຍຄົນໃຊ້ຊື່ນີ້ຫຼາຍແລ້ວ. ຮູ້ສຶກບໍ່ແມ່ນຕົວຕົນເອງ.
ທີ່ຄອບຄົວ ມີຊື່ຫຼີ້ນສະ ເພາະຄື “ນໍ ຫຼື ນໍຄຳ”. ໃຊ້ເອີ້ນໃນສະເພາະຄອບຄົວ ແລະ ທີ່ຜ່ານມາບໍ່ໄດ້ບອກໃຫ້ຄົນນອກ ຄອບ ຄົວເອີ້ນຊື່ນີ້.
ເມື່ອສ້າງວຽກງານສື່ທາງສັງຄົມ, ກໍ່ຄິດວ່າຈະເອົາຊື່ໃດດີ? ເພາະຊື່ແທ້ກໍ່ຍາວຫຼາຍ. ກະເລີຍໃຊ້ຊື່ “ນໍຄຳ ຫຼື NorKhame” ເພາະ ອັນໜຶ່ງລະແມ່ນຢາກສ້າງຄວາມຄຸ້ນ ເຄີຍຄືຄອບຄົວດຽວກັບບັນດາທ່ານ. ຊື່ນີ້ກໍ່ມີຄວາມໝາຍດີ ເຊິ່ງສະແດງໃຫ້ເຫັນຂອງຈຸດກຳເນີດຂອງສິ່ງມີຄ່າ. ຫວັງ ວ່າທ່ານຈະໄດ້ຄົ້ນພົບສິ່ງທີ່ມີຄ່າພາຍຫຼັງການເຂົ້າມາເບິ່ງເວັບໄຊ ແລະ ສື່ຕ່າງໆທີ່ຂ້າພະເຈົ້າ ໄດ້ສ້າງຂື້ນມາ.