ທຸກຄົນມີຄວາມຢາກ. ຢາກໄດ້ນັ້ນນີ້. ຢາກເປັນນັ້ນເປັນນີ້. ບາງອັນກະເປັນຄວາມຕ້ອງການອັນໃໝ່ ແລະ ບາງຢ່າງກະເປັນຄວາມຕ້ອງການເກົ່າທີ່ຝັນມາຫຼາຍປີ. ມີຫຼາຍຄົນຝັນຢາກຖືກຫວຍມາຫຼາຍປີ, ແຕ່ຍັງບໍ່ທັນສຳພັດເທື່ອ. ໃນມູມມອງໜຶ່ງ, ຄວາມຕ້ອງການ ແບ່ງໄດ້ເປັນ 2 ແບບ. ແບບທໍາອິດແມ່ນ ຄວາມຕ້ອງສໍາຜັດປະສົບການໃນອະດີດ ທີ່ເຄີຍເຮັດໃຫ້ຮູ້ສຶກອີ່ມ, ໜ້າພຶງພໍໃຈທີ່ຢາກພົບອີກຄັ້ງ ແລະ ອີກແບບໜຶ່ງຄືຄວາມຕ້ອງການທົດລອງປະສົບການໃໝ່ໆທີ່ຍັງບໍ່ເຄີຍພົບເຈີຫຼືສໍາພັດ. ຄົນທີ່ຍັງບໍ່ທັນມີແຟນ, ເປັນຕົ້ນໄວໜຸ່ມ ຂື້ນໃໝ່ ກໍ່ຢາກທີ່ຈະຫາຄູ່ຄົນຮູ້ໃຈທີ່ຫຼາຍກວ່າເພື່ອນ.
ການຕອບສະໝອງມີແນວໂນ້ມທີ່ຈະເສາະສະແຫວງຫາຄວາມລື່ນລົມທາງໃຈຫຼືກາຍ ແລະ ເມື່ອໃດໄດ້ຄວາມລື່ນລົມນນັ້ນໆ ມັນຈະຖືກສະຫຼັກລົງໃນຄວາມຊົງຈໍາ ຂອງສະໝອງ. ເຊິ່ງມັກອາດຈະຄາດຫວັງວ່າ “ຢາກດື່ມດໍ່າຄວາມພຶງພໍໃຈຄືກັບປະສົບການໃນເທື່ອທີ່ແລ້ວ” ແຕ່ວ່າໃນເວລາດຽວກັນກໍ່ປາຖະໜາວ່າ “ຢາກໄດ້ແຮງກະຕຸ້ນໃໝ່ໆລອງເບິ່ງ”
ສາເຫດທີ່ເປັນແບບນີ້ກໍ່ເພາະ ຕໍ່ໃຫ້ເປັນສິ່ງທີ່ເຮັດໃຫ້ພຶງພໍໃຈຫຼືສຸກຫຼາຍປານໃດ ແຕ່ຫາກໄດ້ສໍາພັດຕະຫຼອດ ເຂົ້າຈົນກາຍເປັນຄວາມຄຸ້ນເຄີຍ ມະນຸດກໍ່ຈະເລີ່ມຄົ້ນຫາແຮງກະຕຸ້ນໃໝ່ໆໃຫ້ຕົນເອງ ທີ່ສໍາຄັນຄືຄວາມຕ້ອງການທັງສອງປະເພດນີ້ໃຫ້ແຮງກະຕຸ້ນຕໍ່ສະໝອງໃນລັກສະນະແຕກຕ່າງກັນ.
ໃນກໍລະນີທີ່ເປັນຄວາມຕ້ອງການ”ຢາກທົດລອງເຮັດສິ່ງໃໝ່ໆ” ສະໝອງຈະຖືກກະຕຸ້ນໃຫ້ສະຫຼັກສິ່ງທີ່ໄດ້ລົງມືປະຕິບັດ ຫຼື ສໍາຜັດເອົາໄວ້ໃນຄວາມຊົງຈໍາຢ່າງໜຽວແໜ້ນ ສ່ວນໃນກໍລະນີຄວາມຕ້ອງການ”ຢາກເຮັດສິ່ງນັ້ນອີກເທື່ອ”ສະໝອງຈະຖືກກະຕຸ້ນໃຫ້ຄົ້ນຫາປະສົບການໃນອະດີດທີ່ຢາກເຮັດຈັກເທື່ອໜຶ່ງອອກຈາກຖານຂໍ້ມູນທີ່ເກັບໃນສະໜອງ.
ສະຫຼຸບກໍ່ຄື ຈຸດທີ່ກະຕຸ້ນຂອງສະໝອງຈະແຕກຕ່າງກັນ ຂຶ້ນຢູ່ກັບວ່າຄວາມຕ້ອງການນັ້ນເປັນຄວາມຕ້ອງການເຮັດໃນສິ່ງໃໝ່ໆ ຫຼືຄວາມຕ້ອງການສໍາຜັດປະສົບການທີ່ເຄີຍຜ່ານມາແລ້ວໃນອະດີດອີກເທື່່ອໜຶ່ງ. ແນວໃດກໍ່ຕາມ, ຂ້າພະເຈົ້າຫວັງວ່າ ການຕຸນໃຫ້ມີຄວາມຕ້ອງການເຮັດອັນເກົ່າອີກ ຫຼື ເຮັດອັນໃໝ່ໆ ຄວນເປັນສິ່ງສ້າງສັນ ແລະ ສ້າງຜົນປະໂຫຍດແກ່ສັງຄົມ.