ໂຄສະນາລັກສະນະເດັ່ນຂອງສິນຄ້າ

ສິ່ງສຳຄັນອັນໜຶ່ງຂອງການກຳນົດທີ່ຕັ້ງຂອງຍີ່ຫໍ້ສິນຄ້າ ໃນຕະຫຼາດແມ່ນຕ້ອງມີຄວາມເຂົ້າໃຈ ໜ້າທີ່ ແລະ ຜົນປະໂຫຍດຂອງການໃຊ້ງານຂອງສິນຄ້າຂອງທ່ານ ທີ່ກຳລັງສະໜອງໃຫ້ແກ່ລູກຄ້າ.​ ທ່ານເຮັດສິ່ງໃດເພື່ອກຸ່ມລູກຄ້າເປົ້າໝາຍ? ສິ່ງທີ່ທ່ານເວົ້າ ກ່ຽວກັບຜະລິດຕະພັນຂອງທ່ານ ເປັນການສະແດງຈຸດຢືນ ກ່ຽວກັບການໃຫ້ບໍລິການລູກຄ້າ.

ເບິ່ງຄືວ່າງ່າຍ, ແຕ່ຄວາມຍາກມັນມີຢູ່ບ່ອນວ່າການເຮັດວຽກແບບມີຈຸດສຸມ ແລະ ການຕັດສິນໃຈຢ່າງໜັກແໜ້ນ ໃນການສ້າງສິນຄ້າ ແລະ ການບໍລິການທີ່ທ່ານຫວັງ ຈະສະໜອງໃຫ້ແກ່ ຜູ້ຊົມໃຊ້ ຕາມທີ່ທ່ານໄດ້ກ່າວໃນສັງຄົມ. ຂ້າພະເຈົ້າເຊື່ອວ່າທ່ານຈະຕ້ອງໄດ້ເຮັດຫຼາຍ ສິ່ງຫຼາຍຢ່າງ ແຕ່ວ່າສິ່ງໃດເປັນສິ່ງທີ່ ສຳຄັນທີ່ສຸດສຳລັບການສ້າງ ຈຸດຢືນໃຫ້ແກ່ຜະລິດຕະພັນຂອງທ່ານ?

ໃນກໍລະນີທີ່ທ່ານ ກຳລັງສ້າງຈຸດຢືນໃຫ້ແກ່ຍີ່ຫໍ້ສິນຄ້າຂອງທ່ານ, ທ່ານຈະຕ້ອງໄດ້ ເບິ່ງອົງປະກອບ ທີ່ມີຄວາມສຳຄັນ ທີ່ສຸດໃນຍີ່ຫໍ້ຂອງທ່ານ, ແລ້ວບັນຈຸສິ່ງເຫຼົ່ານັ້ນເຂົ້າໃນ ຂໍ້ຄວາມຫຼັກ ແລະ ນຳອອກໂຄສະນາ.

ຄຳແນະນຳໃນການຊອກຫາລັກສະນະເດັ່ນ ສຳລັບສິນຄ້າ ແລະ ການບໍລິການ: ລັກສະນະພິເສດຂອງສິນຄ້າທ່ານແມ່ນຫຍັງ? ຖ້າຫາກທ່ານບໍ່ສາມາດຊອກຫາຄວາມແຕກຕ່າງໃນການນຳສະເໜີສິນຄ້າຂອງທ່ານ ທ່ານກໍ່ອາດບໍ່ສາມາດ ສ້າງຜົນປະໂຫຍດໃດໆໃຫ້ແກ່ລູກຄ້າຂອງທ່ານເລີຍ. ຍິ່ງທ່ານມີຄວາມແຕກຕ່າງ ຫຼາຍຊຳໃດ ມັນຍິ່ງເຮັດໃຫ້ ທ່ານມີຄວາມໂດດເດັ່ນຫຼາຍຂຶ້ນໃນສາຍຕາຂອງຜູ້ຊົມໃຊ້ ໃນທ່າມກາງຕະຫຼາດ ທີ່ມີການແຂ່ງຂັນສູງ.

“ການທີ່ທ່ານສ້າງສິນຄ້າທີ່ດີເລີດ, ກໍ່ບໍ່ໄດ້ໝາຍຄວາມວ່າ ມັນຈະກາຍເປັນສິນຄ້າທີ່ສາມາດຂາຍ ຕົວມັນເອງໄດ້. ທ່ານຕ້ອງ ໄດ້ຊອກຫາລັກສະນະເດັ່ນໃຫ້ແກ່ສິນຄ້າຂອງທ່ານ.”

ມັນມີຄວາມສຳຄັນແນວໃດຕໍ່ກັບລູກຄ້າ? ລູກຄ້າມັກຈະມີຫຼາຍທາງເລືອກສະເໝີ. ທ່ານຈະສະເໜີໃຫ້ລູກຄ້າໄດ້ສິ່ງທີ່ຄຸ້ມຄ່າກວ່າແນວໃດ? ທ່ານສາມາດສະເໜີສິນຄ້າໃຫ້ແກ່ລູກຄ້າ ແລະ ຊີ້ແຈງໃຫ້ເຫັນລັກສະນະພິເສດຫຼາຍໆຢ່າງທີ່ສິນຄ້າອື່ນໆໃນຕະຫຼາດບໍ່ມີ. ຖ້າຫາກ ສິ່ງທີ່ທ່ານສະເໜີນັ້ນ ເປັນສິ່ງທີ່ລູກຄ້າກຳລັງຊອກຫາ ແລະ ຕ້ອງການ ເພື່ອແກ້ໄຂບັນຫາທີ່ກຳລັງມີ.

ສິ່ງນັ້ນຍາກບໍ່ສຳລັບຄູ່ແຂ່ງຂັນທີ່ຈະຮຽນແບບ? ຖ້າຫາກສິນຄ້າຂອງທ່ານມີລັກສະນະແຕກຕ່າງ ໃນກຸ່ມອຸດສາຫະກຳດຽວກັນ, ແຕ່ວ່າມັນເປັນ ສິ່ງທີ່ຄູ່ແຂ່ງຂັນ ສາມາດ ຮຽນແບບໄດ້ງ່າຍໆນັ້ນ, ທ່ານກໍ່ຈະບໍ່ສາມາດເປັນຜູ້ຊະນະ ໃນຕະຫຼາດໃນໄລຍະຍາວໄດ້. ການເປັນຜູ້ທີ່ ແຕກຕ່າງ, ເປັນການສ້າງລັກສະນະສະເພາະ ທີ່ຄົນອື່ນບໍ່ສາມາດກາຍເປັນຜູ້ແຂ່ງຂັນຂອງທ່ານໄດ້ ໃນໄລຍະ ເວລາສັ້ນໆ.

ການຊອກຫາລັກສະນະພິເສດສະເພາະຕົວ ມັນອາດຈະມີຫຼາຍໆອັນທີ່ຄູ່ແຂ່ງຂັນເຮັດໄດ້ດີກວ່າ, ເຊິ່ງອາດຈະ ດີກວ່າ, ໃຫຍ່ກວ່າ ຫຼື ໜ້ອຍກວ່າ ເລັກໆນ້ອຍໆ. ດັ່ງນັ້ນ ທ່ານຈະຕ້ອງໄດ້ເລືອກສິ່ງທີ່ມີຄວາມແຕກຕ່າງທີ່ສຸດ ລະຫວ່າງຍີ່ຫໍ້ຂອງທ່ານ ແລະ ຍີ່ຫໍ້ອື່ນໆ.

ສິ່ງໃດທີ່ທ່ານເຮັດໄດ້ດີທີ່ສຸດ? ວິທີການເລືອກລັກສະນະເດັ່ນຂອງຍີ່ຫໍ້ຂອງທ່ານນັ້ນ ຕ້ອງບໍ່ກ່າວສິ່ງທີ່ມີລັກສະນະທົ່ວໆໄປ ແຕ່ຕ້ອງເປັນສິ່ງທີ່ສຳຄັນ ທີ່ສຸດ ສຳລັບລູກຄ້າຂອງທ່ານ, ຖ້າຫາກທ່ານເລືອກໂຕທີ່ມີລັກສະນະລວມໆ ມັນຈະເປັນການ ກ່າວເຖິງສິນຄ້າຕົວອື່ນໆ.

ດັ່ງທີ່ໄດ້ກ່າວມາແລ້ວວ່າ ການກຳນົດລັກສະນະເດັ່ນຂອງຍີ່ຫໍ້ມັນເປັນເລື່ອງຍາກຫຼາຍ. ຕົວຢ່າງ ຢານວດຫຼຸດຜ່ອນກ້າມເນື້ອເຄັ່ງຕຶງ, ມັນບໍ່ແມ່ນເລື່ອງງ່າຍທີ່ຈະສ້າງສິ່ງແຕກຕ່າງ ຂຶ້ນມາອີກ ຫຼື ບັນຍາຍຈຸດ ແຕກຕ່າງຂອງສິນຄ້າ. ຢາປະເພດຫຼຸດຜ່ອນຄວາມເຈັບກ້າມເນື້ອ, ດີຫວັດ, ໄອ ຕ່າງກໍ່ມີຄຸນຄ່າຄ້າຍໆຄືກັນ. ຈະເຮັດ ແນວໃດໃຫ້ມັນມີຄວາມແຕກຕ່າງກັນ ຫຼື ບັນຍາຍ ສິ່ງທີ່ແຕກຕ່າງໃຫ້ເຫັນ.

ຫຼື ອາດຈະກ່ຽວກັບການບໍລິການຕັດຜົມ. ທ່ານຈະເຮັດແນວໃດໃຫ້ບໍລິສັດທ່ານມີຄວາມແຕກ ຕ່າງຈາກຮ້ານຕັດຜົມທົ່ວໆໄປ.

ສິ່ງທີ່ຄວນເຮັດຄື: ໃຫ້ເບິ່ງຈຸດປະສົງຫຼັກຂອງສິນຄ້າຂອງທ່ານ ແລະ ເລືອກເອົາໜຶ່ງອົງປະກອບທີ່ສາມາດເປັນຕົວແທນ ໃຫ້ແກ່ລັກສະນະສິນຄ້າຂອງທ່ານ. ການເວົ້າລວມໆ ຫຼື ຫຼາກຫຼາຍ ເປັນການເວົ້າທີ່ຂາດຈຸດສຸມ.

ການທີ່ທ່ານສ້າງສິນຄ້າທີ່ດີເລີດ, ກໍ່ບໍ່ໄດ້ໝາຍຄວາມວ່າ ມັນຈະກາຍເປັນສິນຄ້າທີ່ສາມາດຂາຍ ຕົວມັນເອງໄດ້. ທ່ານຕ້ອງ ໄດ້ຊອກຫາລັກສະນະເດັ່ນໃຫ້ແກ່ສິນຄ້າຂອງທ່ານ. ຖ້າທ່ານມີຫຼາຍສິນຄ້າ ຫຼື ຫຼາຍບໍລິການ ໃຫ້ເລືອກເອົາອັນດຽວ ທີ່ສາມາດເປັນຈຸດຂາຍຫຼັກ ແລະ ສາມາດຊ່ວຍໃຫ້ການບໍລິການ ອື່ນໆໄດ້ຮັບຜົນກຳໄລໄປນຳກັນ. ໃຫ້ທ່ານໃສ່ໃຈກັບລັກສະນະດັ່ງກ່າວ ແລະ ໃຫ້ຄວາມສຳຄັນ ກັບສິ່ງດັ່ງກ່າວນັ້ນ ໂດຍໃຫ້ລູກຄ້າຮູ້ວ່າ ເປັນຫຍັງເຂົາເຈົ້າຈຶ່ງຕ້ອງການສິນຄ້າຂອງທ່ານ.

ສຳລັບທຸລະກິດຂອງທ່ານແລ້ວ, ຄິດວ່າ “ຈຸດເດັ່ນ” ຫຼື ລັກສະນະພິເສດອັນໃດທີ່ລູກຄ້າມັກທີ່ສຸດ? ມາແບ່ງປັນກັນໄດ້ເດີ້! 👇

Related posts

ຄວາມ​ຮັກ​ໃນ​ຜ້າ​ເຫຼືອງ

ຕ້ອງມີຄວາມເຊື່ອໝັ້ນໃນຕົນເອງ

ປັບປຸງແຜນການຕະຫຼາດ ໃຫ້ດີຂຶ້ນ