ຫາກປ່ອຍໄປໃນຈັງຫວະທີ່ຄວນປ່ອຍ, ກະເປັນການຈາກລາຂອງສິ່ງນັ້ນໆ. ຈະບໍ່ນຳພາໃຫ້ໃຈຮູ້ສຶກວ່າເສຍດາຍ ເພາະມັນເປັນເຫດຜົນຂອງປັນຍາທີ່ບອກວ່າຄວນປ່ອຍມັນໄປ. ແຕ່ຫາກບໍ່ຮູ້ວ່າຢັບຢັ້ງໄວ້ເພື່ອຫຍັງ ການຄອບຄອງສິ່ງທີ່ບໍ່ຮູ້ຈັກປ່ອຍໃຫ້ມັນຜ່ານໄປຈາກຊີວິດ ກໍຈະເປັນສິ່ງທີ່ກັບມາທຳຮ້າຍຕົວເຮົາໃຫ້ເຈັບຊ້ຳໄດ້ໃນພາຍຫລັງ.
ການປ່ອຍວາງ ແລະ ການເກັບໄວ້, ໃນຄວາມເຂົ້າໃຈຂອງຫລາຍຄົນ ຈະມີຄວາມແຕກຕ່າງກັນອອກໄປ. ຫລາຍຄົນຈະມີຄວາມຄິດແຕກຕ່າງກັນອອກໄປ. ເມື່ອມາພິຈາລະນາລາຍລະອຽດຂອງ ຄວາມຮູ້ສຶກເຂົ້າມາກ່ຽວຂ້ອງ ແລະ ຈ້ອງຈັບ ດ້ວຍຄວາມຄິດທີ່ມີການພິຈາລະນາ ເຮົາຈະເຫັນວ່າ, ການເກັບກັກຄວາມຮູ້ສຶກ ເປັນການຈອງຈຳ. ເພາະບາງຄັ້ງມຸມມອງທີ່ບໍ່ແມ່ນການເຫັນດ້ວຍຄວາມເຂົ້າໃຈ ແຕ່ເຫັນແລ້ວຕັດໃຈຈາກ, ຄວາມຄິດຂອງຕົນແຫ່ງການເບິ່ງເຫັນໃຫ້ເປັນມຸມມອງງຂອງການເຈັບປວດແທນ.
ຫລາຍຄັ້ງທີ່ເຮົາເປັນທຸກ ແລະ ປ່ອຍສິ່ງຕ່າງໄປໃຫ້ຫລຸດລອຍໄປຢ່າງບໍ່ມີເຍື້ອໃຍຄວາມສຸກທີ່ຄວນຈະເຂົ້າມາຊິດໃກ້ ຈຶ່ງລ່ອງລອຍອອກໄປ. ຫາກປ່ອຍໄປໃນຈັງຫວະທີ່ຄວນປ່ອຍການຈາກລາຂອງສິ່ງນັ້ນໆ ຈະບໍ່ນຳພາໃຫ້ໃຈຮູ້ສຶກວ່າເສຍດາຍເພາະມັນເປັນເຫດຜົນຂອງປັນຍາທີ່ບອກວ່າ ການປ່ອຍມັນໄປ. ແຕ່ຫາກຍັງຝືນໂດຍບໍ່ຮູ້ວ່າ ຢັບຢັ້ງໄວ້ເພື່ອຫຍັງ, ການຄອບຄອງສິ່ງທີ່ບໍ່ຮູ້ຈັກປ່ອຍໃຫ້ມັນຜ່ານເລີຍໄປ ກໍ່ຈະເປັນສິ່ງທີ່ກັບມາທຳຮ້າຍຕົວເຮົາໃຫ້ເຈັບຊ້ຳໃນພາຍຫລັງ.
ຖ້າໃຈທີ່ບໍ່ຮູ້ຈັກປ່ອຍວາງເພື່ອເປັນການຖ່າຍເທ ແລ້ວໃຫ້ສິ່ງໃຫ່ມທີ່ດີກວ່າເຂົ້າມາແທນສິ່ງເກົ່າ ທີ່ບໍ່ມີຄ່າພໍອີກຕໍ່ໄປ. ການປ່ອຍວາງດ້ວຍປັນຍາ ຈຶ່ງບໍ່ໄດ້ເປັນການບໍ່ໃສ່ໃຈ. ກັບເປັນການຮູ້ຈັກຜ່ອນຫນັກ ໃຫ້ກາຍເປັນເບົາອີກຫລາຍເທົ່າຕົວ ແລະ ເຮັດໃຫ້ສິ່ງດີທີ່ຄວນເກີດຂຶ້ນມາ ໄດ້ມີໂອກາດເຕີບໂຕຫລາຍກວ່າທີ່ຈະເປັນການຊ້ຳເຕີມ. ຄູບາຫຼາຍອົງ, ໄດ້ປະຕິບັດທຳມານານພໍສົມຄວນ, ເມື່ອເຖິງຈຸດຫນຶ່ງທີ່ຕ້ອງການພິສູດຄວາມກ້າຂອງຕົວເອງ ຈຶ່ງກ້າທີ່ຈະປຸກຄວາມຢ້ານທີ່ເຊື່ອງຢູ່ໃນໃຈໃຫ້ປາກົດຕົວ ແລະ ຫາທາງສະລາຍຄວາມຮູ້ສຶກນັ້ນໃຫ້ຫມົດໄປໃຫ້ໄດ້ ດ້ວຍການໄປກຳມະຖານ ເປັນຕົ້ນ. ເຖິງໃຫ່ມໆໃຈຈະບອກວ່າ ບໍ່ຢ້ານ ແຕ່ໃນໃຈເລິກໆກໍ່ບອກວ່າ ບໍ່ແນ່ທີ່ຈະແກ້ໄຂໃຫ້ມັນຫາຍໄປໄດ້ຫມົດ. ແຕ່ພະຫຼາຍອົງຜູ້ຕ້ອງການກວດສອບທຳມະທີ່ໄດ້ສຶກສາມາ ກໍໃຫ້ສັນຍາກັບຕົວເອງວ່າ ເຮົາຕ້ອງຜ່ານຄວາມຮູ້ສຶກຢ້ານນີ້ໄປໃນໄວໆນີ້.
ເມື່ອເຖິງເວລາທີ່ພໍເຫມາະ ພະຫຼາຍອົງຈຶ່ງໄດ້ກາບລາເຈົ້າອາວາດເພື່ອເດີນທຸດົງ ແລະ ພັກແຮມໃນທີ່ຕ່າງໆ ແລະ ເພື່ອທົດສອບໃຈຂອງຕົວເອງເບິ່ງວ່າ ການປ່ອຍວາງຄວາມຢ້ານທີ່ມີ ຈະເກີດຜົນເປັນເຊັ່ນໃດ. ຢູ່ການເຂົ້າປ່າ, ໃກ້ສະນ້ຳ, ຢູ່ກັບຊາວບ້ານ ແລະ ເດັກໆຊົນນະບົດ, ພະຜູ້ຕ້ອງການລະຄວາມຢ້ານ ຕ້ອງໄດ້ຕັດສິນໃຈປັບຕົວໃຫ້ເຂົ້າກັບຫຼາຍໆສະຖານທີ່ ເປັນຕົ້ນ ຢູ່ໃກ້ສານເຈົ້າຮ້າງທີ່ເຮັດດ້ວຍໄມ້, ເພື່ອທົດສອບໃຈຂອງຕົວເອງວ່າ ປ່ອຍວາງໄດ້ຫລືຍັງ, ຢູ່ຖໍ້າ, ປາຊ້າ, ຄັ້ນ ຄວາມຮູ້ສຶກກ້າທີ່ເຄີຍມີເມື່ອຕອນກາງເວັນ ກໍເລີ່ມຖືກຄວາມຮູ້ສຶກຢ້ານເຂົ້າມາແທນທີ່ ໃຈທີ່ເຄີຍຫນັກແຫນ້ນແລະຄິດວ່າຕົວເອງບໍ່ຢ້ານຫຍັງ ກໍກາຍເປັນໃຈທີ່ຄືລູກນ້ອຍທີ່ຄອຍເອີ້ນຫາພໍ່ແມ່ຕະຫລອດ. ການລະລຶກກົດສິນທຳເພື່ອລົດຄວາມຢ້ານທີ່ເກີດຂຶ້ນມາແລ້ວ ເຮັດທຳທ່າວ່າຈະພາໃຈໄປໄກ ແລະ ພະຍາຍາມທີ່ຈະຮຽນຮູ້ວ່າຄວາມຢ້ານນັ້ນເກີດມາໄດ້ແນວໃດ? ດ້ວຍການປະຄອງສະຕິໃຫ້ຄອຍກຳນົດຮູ້ຕາມ.
ພະຜູ້ຕ້ອງການຫລຸດພົ້ນອອກຈາກຄວາມຮູ້ສຶກຢ້ານ ຕ້ອງໄດ້ເຝິກໃຈຕົນເອງໃຫ້ທ່ຽງ ໃນຂະນະເຂົ້າປ່າກຳມະຖານ. ພ້ອມກັບປ່ອຍໃຫ້ຄວາມຢ້ານທີ່ເຄີຍມີລ່ອງລອຍອອກໄປຈາກໃຈໃນທັນທີ. ເຮັດໃຫ້ໃຈທີ່ເຄີຍຢ້ານປ່ຽນແນວຄິດເປັນໃຈທີ່ມີສຸກແທນ. ເພາະວາງຄວາມທຸກຄືຄວາມຢ້ານລົງໄດ້ ແລະ ນ້ອມຮັບຄວາມຮູ້ສຶກທີ່ເຄີຍຄອບງຳໃຈຕົນ ໃຫ້ກັບມາເປັນຄູສອນໃຈຕົວເອງໃຫ້ຮູ້ວ່າ ພຽງຮູ້ຈັກປ່ອຍວາງ ທຸກກໍຫວ່າງເອງ.