ມີບົດວິໄຈໃນແວດວົງອຸດສາຫະກໍາ ໄດ້ເຮັດການວິໄຈຢ່າງເຈາະເລິກເຖິງ “ດ້ານມືດ” ຂອງຜູ້ບໍລິຫານ ຫຼື ຜູ້ນໍາທີ່ຈະເປັນຕົວທໍາລາຍອາຊີບຂອງພວກເຂົາ. ລວມທັງອາດຈະສ້າງຜົນກະທົບໃນທາງດ້ານລົບໃຫ້ກັບອົງກອນອີກດ້ວຍ.
ການວິໄຈກ່ຽວກັບພຶດຕິກໍາທີ່ທໍາລາຍນັກບໍລິຫານນີ້ໄດ້ເລີ່ມຕົ້ນ ສຶກສາໃຫ້ເຂົ້າໃຈ ກ່ຽວກັບໂຄງສ້າງບຸກຄະລິກກະພາບມະນຸດ. ຈຶ່ງເຮັດໃຫ້ເຮົາໄດ້ມິຕິໃໝ່ ສໍາລັບສຶກສາຖຶງຄວາມຜິດພາດຂອງຜູ້ນໍາ. ການສຶກສາ ເຮັດໃຫ້ເຫັນ ທິດສະດີຂອງຜູ້ນຳ ມາໃຊ້ໃນທາງປະຕິບັດ. ອີກທັງຍັງໄດ້ນໍາເອົາມາປັບໃຊ້ເປັນເຄື່ອງມື ເພື່ອການປະເມີນຄວາມເປັນຜູ້ບໍລິຫານ ຫຼື ຜູ້ນໍາ.
ນັກວາງກົນລະຍຸດທີ່ຊານສະຫຼາດ ກ່ຽວກັບຜູ້ນໍາຂອງຫຼາຍຄົນ ໄດ້ໃຫ້ຄວາມຮູ້ເລື່ອງກ່ຽວກັບຄວາມຜິດພາດຂອງຜູ້ນໍາ. ຊຶ່ງເປັນເຫດໄປສູ່ການບໍລິຫານທີ່ລົ້ມເຫຼວນັ້ນ ເປັນສິ່ງທີ່ມີປະໂຫຍດຢ່າງຫຼວງຫຼາຍຕໍ່ສັງຄົມ. ສືບເນື່ອງມາຈາກເລື່ອງລາວຂອງ ບົດຮຽນການນຳ ທີ່ເຫັນຕົວຈິງໃນຫຼາຍໆຍຸກ ກໍ່ໃຫ້ເກີດແຮງຈູງໃຈ ໄດ້ເວົ້າເຖິງສາເຫດແຫ່ງຄວາມລົ້ມເຫຼວຂອງຜູ້ນໍາທີ່ເປັນນັກບໍລິຫານ ແລະ ລະບຸວ່າຊີອີໂອທັງຫຼາຍລົ້ມເຫຼວ ເພາະພວກເຂົາບໍ່ສາມາດທີ່ຈະຮັກສາສໍາພັນທະພາບທີ່ດີກັບຜູ້ອື່ນ. ບໍ່ສາມາດເຂົ້າໃຈໃນຄວາມຕ້ອການຂອງຜູ້ຖືຮຸ້ນ ແລະ ດໍາເນີນວຽກໃນສິ່ງທີ່ຈໍາເປັນເພື່ອເຮັດວຽກໃຫ້ປະສົບຜົນສໍາເລັດ.
ຄົນເຮົາຈຶ່ງຕ້ອງວົນວຽນຖາມຄໍາຖາມວ່າ ເປັນຫຍັງ? ເຊັ່ນ: ເປັນຫຍັງຜູ້ບໍລິຫານທີ່ຊານສະຫຼາດລະດັບຊີອີໂອ ຈຶ່ງບໍ່ສາມາດທີ່ຈະເຮັດຖືກຕ້ອງໃນສິ່ງຖືກຕ້ອງ? ຈຶ່ງຈົບລົງດ້ວຍການເຮັດໃນສິ່ງທີ່ຜິດ? ນັກວິຊາການສຶກສາດ້ານ ການນຳພາ ແລະ ລວມໄປເຖິງລູກຄ້າຂອງບໍລິສັດ, ຫຼາຍໆທ່ານຕ່າງກໍ່ເຫັນພ້ອງຕ້ອງກັນກັບຜົນການປະເມີນຂອງເຮົາທີ່ວ່າ: ຕົ້ນຕໍຂອງບັນຫານັ້ນມັນຢັ່ງຮາກເລິກເສຍຈົນເຮົາເບິ່ງບໍ່ເຫັນ ນັ້ນກໍ່ຄື ຜູ້ບໍລິຫານທັງຫຼາຍໄດ້ທໍາລາຍສັກກະຍາພາບໃນການບໍລິຫານຂອຕົນເອງໂດຍທີ່ພວກເຂົາບໍ່ຮູ້ຕົວ.
ມີນັກວິໄຈ ໄດ້ເຈາະເລິກກ່ຽວກັບຄວາມສາມາດການບໍລິຫານອາຣົມ. ຊຶ່ງໄດ້ຊ່ວຍຕອກຍໍ້າທິດສະດີຂອງເຮົາທີ່ວ່າ: ຄວາມລົ້ມເຫຼວນັ້ນເກີດມາຈາກຕົວບຸກຄົນ ຫຼາຍກວ່າຄວາມສະຫຼາດຂອງບຸກຄົນ. ຜົນການວິໄຈນີ້, ຕິດພັນກັບບັນຫາການຈັດການກັບ ແຮງກະຕຸ້ນໃນທາງລົບນັ້ນ ເປັນກະແຈດອກສໍາຄັນທີ່ຊ່ວຍສະໜັບສະໜູນຜົນການສຶກສາຂອງເຮົາທີ່ວ່າ: ຜູ້ບໍລິຫານທີ່ປະສົບຜົນຄວາມສໍາເລັດຫຼາຍທີ່ສຸດ ກໍ່ຄືຜູ້ທີ່ຮຽນຮູ້ທີ່ຈະຈັດການກັບຂໍ້ບົກພ່ອງຂອງຕົນເອງ.
ເຮົາຄວນເນັ້ນເຖິງຄວາມສໍາເລັດຂອງຜູ້ບໍລິຫານໄປໃນແງ່ທີ່ກ່ຽວຂ້ອງກັບຄົນ ແລະ ນັບແຕ່ໃດໆມາ, ເຮົາຄວນກໍ່ໄດ້ອົບຮົມ ແລະ ແນະນຳໃຫ້ຄໍາປຶກສາກັບຜູ້ບໍລິຫານອາວຸໂສ ຈາກຫຼາກຫຼາຍໜ້າທີ່ຮັບຜິດຊອບ ຫຼາກຫຼາຍວົງການ ຫຼາກຫຼາຍປະເທດ ແລະ ຫຼາກຫຼາຍວັດທະນາທໍາ ໃຫ້ມາເຫັນຄວາມສຳຄັນຂອງບຸກຄະລາກອນ. ຄວາມເຊື່ອຂອງເຮົາຈາກມື້ນັ້ນຈົນຮອດມື້ນີ້ຍັງຄືເກົ່າ, ແລະ ບໍ່ປ່ຽນແປງ. ນັ້ນກໍ່ຄື ຜູ້ບໍລິຫານສ່ວນໃຫຍ່ຈະປະສົບຄວາມສໍາເລັດ ຫຼື ລົ້ມເຫຼວນັ້ນຂຶ້ນຢູ່ກັບວ່າ ພວກເຂົາຈະເຮັດວຽກຮ່ວມກັບຜູ້ອື່ນໄດ້ດີປານໃດ? ລວມທັງມີຄວາມເຂົ້າໃຈຕົນເອງໄດ້ດີພຽງໃດ? ແຕ່ວ່າການນໍາເອົາຄວາມຄິດນີ້ມາປະຕິບັດນັ້ນ ນັບວ່າເປັນເລື່ອງທີ່ທ້າທາຍ. ແຕ່ຢ່າງໜ້ອຍ ການສຶກສາໃນຂົງເຂດນີ້, ໄດ້ຊ່ວຍເນັ້ນຢໍ້າຄວາມຄິດເຫັນຂອງເຮົາ ໃຫ້ໜັກແໜານຂຶ້ນ. ເມື່ອສັງເກດເບິ່ງຜູ້ນຳປະສົບຜົນສຳເລັດ, ເຮົາຈະເຫັນຮູບແບບການນຳພາ ທີ່ສົ່ງເສີ່ມຄວາມສຳເລັດຂອງ ບຸກຄົນໃນທີມງານ, ຈົນໄປຮອດ ການປັບປຸງວິທີການຂອງເຮົາ, ໃນຈຸດທີ່ວ່າເຮົາສາມາດຊ່ວຍໃຫ້ຜູ້ບໍລິຫານທີ່ມາຮັບຄໍາປຶກສາໄດ້. ເຫັນໄດ້ຖຶງຈຸດທີ່ອ່ອນໄຫວຂອງພວກພະນັກງານ ແລະ ສິ່ງຄາດຫັວງວ່າມັນເກີດຂຶ້ນໄດ້ໃນສະຖານະການໃດແດ່?
ໃນບາງກໍລະນີ ເຮົາສາມາດທີ່ຈະຊ່ວຍໃຫ້ຜູ້ບໍລິຫານເຫຼົ່ານັ້ນກອບກູ້ ຄວາມມີປະສິດທິພາບຂອງພວກເຂົາກັບຄືນມາ ຫຼັງການສູນເສຍການບັນລຸເປົ້າໝາຍໃຫຍ່. ພວກເຮົາກໍ່ໄດ້ຄົ້ນພົບວ່າ: ສ່ວນໃຫຍ່ແລ້ວ ຜູ້ບໍລິຫານມັກບໍ່ໄດ້ຮັບການຕອບສະໜອງ ຫຼື ການປະເຊີນໜ້າໃນຮູບແບບທີ່ຈະເຮັດໃຫ້ພວກເຂົາເຂົ້າໃຈເຖິງບຸກຄະລິກຂອງຕົນເອງໄດ້ດີຂຶ້ນ. ແຕ່ເມື່ອໃດກໍ່ຕາມທີ່ພວກເຂົາມີຄວາມເຂົ້າໃຈແລ້ວ ພວກເຂົາກໍ່ສາມາດທີ່ຈະປັບພຶດຕິກໍາຂອງຕົນເອງ ເຊັ່ນກັນ. ຫາກທ່ານຮູ້ຈັກຕົນເອງດີພໍ ແລະ ມີເຄື່ອງມືງ່າຍໆໃນການທີ່ຈະຊ່ວຍເຫຼືອທີມງານ, ທ່ານຈະສາມາດບັນລຸກວຽກງານໃຫຍ່ໆໄດ້.