


ການເຄື່ອນໄຫວສູ່ຄວາມເຂົ້າໃຈຕ້ອງເລີ່ມຈາກການເຂົ້າໃຈພາຍໃນຕົນເອງ. ການຕາຍໃຈກັບສິ່ງທີ່ຄິດວ່າສາມາດ ຄຸມ ສະຖານະການທີ່ເຄີຍເຝົ້າເບິ່ງ ກາຍເປັນຄວາມນິ້ງເສີຍ ແລະ ປ່ອຍປະລະເລີຍຈາກສິ່ງທີ່ເຄີຍຄິດວ່າ ບໍ່ຫນ້າຈະເຮັດໃຫ້ຊີວິດປ່ຽນໄປ ກໍ່ຕ້ອງກັບມາເສຍໃຈ. ເພາະເຮົາປະມາດເອງ.
ຄວາມທຸກທີ່ບໍ່ເຄີຍຄິດວ່າ ຈະເກີດກໍ່ຈະເຂົ້າມາທັບຖົມຢ່າງເຕັມທີ່ ຈົນເຮົາອາດຕັ້ງຮັບບໍ່ທັນ. ຄວາມສຸກທີ່ເຄີຍຄິດວ່າຈະຢູ່ກັບເຮົາດົນໆ ກໍກາຍເປັນຄວາມທຸກທີ່ມີກຳລັງທີ່ຫລາຍກວ່າສະເຫມີ. ມັກພົບເຫັນ ຄວາມຮັກບ່າວສາວ ທີ່ຕົນຮັກມາເປັນເວລາຫຼາຍປີ. ຫຼາຍຄູ່ຄິດວ່າ ຈະຝາກຊີວິດນຳກັນໄດ້ ແລະ ຄົງຈະເຮັດໃຫ້ຊີວິດຂອງທັງຄູ່ມີຄວາມສຸກແນ່ນອນ. ແຕ່ຊີວິດກໍມີຄວາມບໍ່ແນ່ນອນມາເປັນຕົວປ່ຽນ ເຮັດໃຫ້ເກີດຄວາມແຕກຕ່າງສະເຫມີ. ການປ່ຽນໃຈ ໃນສິ່ງທີ່ທັງຄູ່ ຫລົງໄວ້ໃຈຍິ່ງ ກັບມາເຮັດໃຫ້ຫຼາຍຄູ່ຕ້ອງບອບຊ້ຳຮັກຢ່າງແສນສາຫັດ ດ້ວຍການຕີຈາກໄປມີຄົນຮັກໃຫ່ມ.
ຊາຍ ຫຼື ຍິງ ທີ່ເຄີຍມີຄວາມຝັນອັນງົດງາມຕ້ອງເຈັບປວດດວງໃຈ. ສະພາບເສຍໃຈ, ຕ້ອງນອນຮ້ອງໃຫ້ໃຈຈະຂາດຢູ່ທຸກຄະນະວິນາທີ ເພາະບໍ່ສາມາດຍອມຮັບໄດ້ຕໍ່ເຫດການທີ່ຜ່ານເຂົ້າມາ ແລະ ບໍ່ຄິດວ່າມັນຈະເກີດຂຶ້ນກັບຕົວເອງ. ທີ່ຕ່າງປະເທດ, ບາງຄົນກາຍເປັນຄົນຂ້າງຖະໜົນ. ເພາະໃຈບໍ່ຢາກເຮັດຫຍັງ. ບາງຄົນລາອອກຈາກວຽກທີ່ລາວເຮັດແລ້ວມາຈົມຢູ່ກັບຄວາມທຸກເປັນເວລາດົນ. ກາຍເປັນຄົນຈອນຈັດ, ນອນທົນໜາວນຳທາງ, ມີສະພາບໂຣກ ຈິດອ່ອນໆ. ເພາະບໍ່ມີຜູ້ທີ່ຄອຍຫ່ວງໃຍ. ໄພຈາກຄວາມຮັກເຮັດໃຫ້ຄົນປ່ຽນໄປເປັນຄົນຂ້າງຖະໜົນໄດ້. ການທຳ ຈິດໃຈໃຫ້ສະຫງົບ ບໍ່ວ່າຈະເປັນການເຂົ້າຫາສິນທຳ, ຫຼື ອອກສັງຄົມ ຈຳເປັນຫຼາຍ. ເພື່ອບໍ່ໃຫ້ຈົດຈໍ່ກັບຄວາມທຸກທໍລະມານ. ຍອມຮັບທີ່ຈະແກ້ໄຂຊີວິດຈິດໃຈຂອງຕົວເອງໃຫ້ດີຂຶ້ນ ກັບການເວລາທີ່ປ່ຽນໄປ.
ຊີວິດທີ່ຢຸດນິ້ງກໍ່ຄືກັນຊີວິດທີ່ຕາຍແລ້ວ. ຫາກຕ້ອງການປ່ຽນຊີວິດທີ່ຈົມຢູ່ກັບຄວາມທຸກໃຫ້ກັບກາຍເປັນຄວາມສຸກເຮົາກໍຕ້ອງຮູ້ຈັກ ເຄື່ອນໄຫວຕົວເອງໃຫ້ອອກຈາກມັນໃຫ້ໄດ້. ເພາະເມື່ອຍັງມີຊີວິດຢູ່ເຮົາກໍຕ້ອງສູ້ຕໍ່ໄປ ແລະ ຕ້ອງເຮັດໃຫ້ດີກວ່າເກົ່າ. ບໍ່ແມ່ນຊ້ຳເຕີມໃຫ້ຕົວເອງຕ້ອງຈົມຢູ່ກັບຄວາມຫນ້າສົງສານຕະຫລອດໄປ. ຄຳວ່າເຄື່ອນທີ່ອອກຈາກຄວາມທຸກ ຄວນຖືກນຳເຂົ້າໄປປຸກໃຈຂອງທຸກໆຊີວິດທີ່ອາດມີປັນຫາ. ເຮັກໃຫ້ຕື່ນຕົວຂຶ້ນມາ ພ້ອມທີ່ຈະເຄື່ອນໄຫວຊີວິດໃຫ້ຕື່ນຕົວ ແລະ ພ້ອມຈະຫລຸດພົ້ນອອກຈາກຄວາມທຸກທີ່ມີ. ເມື່ອເວົ້າເຖິງວິທີທີ່ຈະເຄື່ອນໄຫວອອກໄປຈາກຄວາມທຸກຈົນ ພວກເຮົາສາມາດຈັບໃຈຄວາມຂອງຄຳຕອບທີ່ພໍຈະນຳໄປໃຊ້ເປັນແນວທາງໄດ້. ຈຶ່ງກັບໄປປັບພ້ອມຕັ້ງໃຈໃຫ່ມທີ່ຈະແກ້ໄຂຊີວິດຈິດໃຈໃຫ້ດີກວ່າເກົ່າ. ຈົ່ງພ້ອມປ່ອຍຖິ້ມສິ່ງທີ່ເຮັດໃຫ້ຈິດໃຈຮົກເຮື້ອ ໃຫ້ກັບມາເປັນຫ້ອງຫວ່າງເປົ່າ ແລະ ສະອາດສະອ້ານຄືເກົ່າ. ເພື່ອສິ່ງດີໆຈະໄດ້ເຂົ້າມາ.
ເບິ່ງແຍງຮ່າງກາຍຂອງຕົນເອງໃຫ້ດູດີຂຶ້ນ. ແທນທີ່ຈະຢຸດຢູ່ກັບຄວາມຫມອງເສົ້າທີ່ມາກ່ຽວພັນ ຈົນເບິ່ງວ່າຂາດຄວາມໃສ່ໃຈທີ່ຈະຖະນຸຖະຫນອມຊີວິດທີ່ໄດ້ມາ. ການເຄື່ອນໄຫວທີ່ຈະໄປເຮັດວຽກອີກຄັ້ງ ແທນທີ່ຈະຢຸດດ້ວຍການນອນໂຊມຢູ່ກັບບ້ານເຊັ່ນເຄີຍ. ໃຫ້ກັບມາເປັນທີ່ພຶ່ງທີ່ພຽງພໍສຳລັບຕົວເອງອີກຄັ້ງ. ທີ່ສຳຄັນຄົນເຮົາຄວນ ທີ່ຈະໃຫ້ໃຈຂອງຕົວເອງຍ່າງອອກຈາກກອບຂອງຄວາມທຸກ ທີ່ຕົນເອງເຄີຍຢຸດ ແລະ ຈົມຢູ່ກັບມັນມາດົນ. ດ້ວຍການຮູ້ຈັກຍອມຮັບ ແລະ ປັບໃຈໃຫ້ດີຂຶ້ນກວ່າເກົ່າ. ແລະໃນວັນນີ້ລາວສາມາດຍິ້ມຮັບກັບບັນຫານັ້ນໄດ້ ແລະ ເບິ່ງຊີວິດທີ່ ເຄື່ອນໄຫວໄປຂ້າງຫນ້າຢ່າງລະວັງຕົວຫລາຍຂຶ້ນ. ແຕ່ເລື່ອງລາວໃນອາດີດທີ່ຜ່ານມາ ຈະຍັງຊືມໃນຄວາມຊົງຈຳຢູ່ບາງຄັ້ງກໍຕາມ. ຊີວິດຂອງຄົນເຮົາກໍເຊັ່ນດຽວກັນ ບາງຄັ້ງທີ່ເຮົາຄາດຫວັງກັບຕົວເອງຫລາຍເປັນພິເສດ ບໍ່ວ່າຈະເປັນຄວາມຝັນທີ່ເຄີຍຫມາຍປອງ ຫລື ສີ່ງທີ່ຕ້ອງການມາຄອງໃນທຸກຢ່າງ.
ເມື່ອຄິດວ່າຈະສົມຫວັງໃນສິ່ງທີ່ວາດພາບໄວ້, ເຮົາຈົ່ງທຸ່ມເທດ້ວຍພະລັງເກີນຮ້ອຍ. ແຕ່ເມື່ອໃດໄດ້ຄອບຄອງສິ່ງທີ່ຄາດຫວັງ, ບາງຄັ້ງເຮົາກັບຕາຍໃຈວ່າມັນຈະຢູ່ກັບເຮົາແທ້ໆ ຕະຫຼອດໄປ. ໂດຍລືມເພື່ອໃຈເຈັບວ່າທຸກຢ່າງໃນໂລກນີ້ບໍ່ມີຫຍັງທ່ຽງແທ່ຈັກຢ່າງດຽວ. ຄວາມຄິດນິ້ງເສີຍ ແລະ ປ່ອຍປະລະເລີຍຈາກສິ່ງທີ່ເຄີຍຄິດວ່າບໍ່ ຫນ້າຈະເຮັດໃຫ້ຊີວິດປ່ຽນໄປ ກໍຕ້ອງມາເສຍໃຈເພາະເຮົາປະມາດເອງ.
ຄວາມທຸກທີ່ບໍ່ເຄີຍຄິດວ່າຈະເກີດ ອາດເຂົ້າມາທັບຖົມຢ່າງເຕັມທີ່ ຈົນເຮົາເກືອບຈະຕັ້ງຮັບບໍ່ທັນ. ຄວາມທຸກທີ່ເຄີຍຄິດວ່າຈະຢູ່ກັບເຮົາດົນໆກໍກາຍເປັນຄວາມທຸກ ທີ່ມີກຳລັງຫລາຍກວ່າເຮົາຈະຢັບຢັ້ງ. ຫາກຊີວິດຍອມຮັບວ່າ ເຮົາສາມາດເລືອກທີ່ຈະບໍ່ຈົມທຸກຢູ່ກັບຄວາມນ້ອຍໃຈ ໃນໂຊກຊະຕາ ເປັນວິທີຢຽວຢາຮັກສາໃຫ້ໂຊກຮ້າຍ ກະເຮັດ ໃຫ້ໃຈສຸກສະບາຍໄດ້. ເມື່ອຮູ້ຈັກສະພາບການ, ການເຄື່ອນໄຫວຕົວເອງຈະພາອອກຈາກກອບຂອງຄວາມທຸກທີ່ມີ. ເຮົາກໍ່ປຽບເຊັ່ນກັບຄົນໄຂ້ ທີ່ຍອມຮັບການຮັກສາຈາກໝໍຜູ້ຊ່ຽວຊານ. ເຮັດໃຫ້ໂອກາດທີ່ຈະຫາຍປ່ວຍເປີດຊ່ອງທາງໃຫ້ເດີນ ໄປເປັນການເຄື່ອນໄຫວເພື່ອຈະແກ້ໄຂສິ່ງຮ້າຍ ໃຫ້ກາຍເປັນດີ ແລະ ເພື່ອໃຫ້ຕົວເອງຮູ້ຈັກຕື່ນຕົວທີ່ຈະເດີນອອກໄປຈາກຄວາມທຸກອັນເປັນຄວາມເຈັບປ່ວຍນັ້ນ. ຈຶ່ງຈະເຮັດໃຫ້ເຮົາມີໂອກາດຟື້ນໄຂ້ໄດ້ໄວ ແລະ ຮູ້ຈັກຮຽນຮູ້ທີ່ຈະກ່ຽວຂ້ອງກັບບັນຫາໃນຄັ້ງໃຫ່ມ ດ້ວຍໃຈທີ່ຮູ້ຈັກປະຄອງເລື່ອງທີ່ເຄີຍຫນັກໃຫ້ມີຈຸດພັກຫລາຍຂຶ້ນກວ່າເກົ່າ.
ດັ່ງນັ້ນ, ຄົນເຮົາຈຶ່ງຄວນຮູ້ຈັກ ພາຕົວເອງເຂົ້າໃກ້ວິທີເພື່ອພັດທະນາຕົວເຮົາ ໃຫ້ເຕີບໂຕຢ່າງຜູ້ເຂົ້າໃຈ. ໃນຂະນະດຽວກັນ ກໍ່ຄວນຮູ້ຈັກທີ່ຈະອອກຈາກຄວາມທຸກທີ່ພັດເຂົ້າມາໃນຊີວິດຂອງຕົນຢ່າງມີສະຕິ ໃນທຸກກໍລະນີ. ແລ້ວເຮົາເຊື່ອວ່າ ມີວິທີຂັບເຄື່ອນຊີວິດຕົວເອງໃຫ້ເປັນໄປໃນທຸກທິດທາງ ທີ່ນຳໄປສູ່ຄວາມສະຫງົບເຢັນ ແລະ ກໍພ້ອມຈະຍອມຮັບ ເມື່ອທຸກຢ່າງບໍ່ເປັນໄປດັ່ງໃຈຫວັງ ດ້ວຍກຳລັງຂອງຄວາມເຂົ້າໃຈທີ່ຫລາຍກວ່າເກົ່າ.