


ສິ່ງຫນຶ່ງທີ່ຄົນເຮົາຄວນເຝົ້າຖາມມາຕະຫລອດ ຕັ້ງແຕ່ເລີ່ມຈື່ຄວາມໄດ້ໃນຊີວິດຂອງແຕ່ລະຄົນນັ້ນກໍຄື ຄວາມສຸກແລະຄວາມສຳເລັດ. ແຕ່ຖ້າຖາມເຖິງຊີວິດທີ່ໃຊ້ໃນແຕ່ລະວັນເຮົາສົມຫວັງໄດ້ຄົບສົມບູນໃນທຸກໆເລື່ອງຫລືບໍ່?
ຄຳຕອບຂອງຄົນທີ່ເຝົ້າຖາມຕົວເອງໃນເລື່ອງນີ້ ກໍມັກຈະຈົບລົງທີ່ຫລຸມແຫ່ງຄຳຕອບທີ່ເບິ່ງຄືຕື້ນໆງ່າຍຕໍ່ການຕອບ ແຕ່ເລິກເກີນກວ່າໃຜຈະເຂົ້າໃຈນັ້ນຄື ເຮົາບໍ່ຄ່ອຍຈະສົມຫວັງໃນສິ່ງທີ່ຊີວິດລົງທຶນໄຂວຄວ້າເທົ່າໃດ.
ການສະແຫວງຫາຕາມນິຍາມຄວາມຄິດຂອງຕົວເອງ ທຸກຄົນຕ່າງມີຄວາມຫວັງວ່າ ສິ່ງທີ່ຫວັງໄວ້ຈະສຳເລັດແນ່ນອນ. ແຕ່ເມື່ອສະແຫວງຫາໄປເລື່ອຍໆດ້ວຍກຳລັງກາຍແລະໃຈທີ່ທຸ່ມເທເຕັມຮ້ອຍ ກັບຮູ້ສຶກວ່າສິ່ງທີ່ຮ້ອງຫານັ້ນກັບບໍ່ເຄີຍຢຸດນິ້ງໃຫ້ໄດ້ເຊີຍຊົມຈັກຄັ້ງ. ກັບປະກົດເປັນເງົາຂອງຄວາມຕ້ອງການທີ່ເພີ່ມຂຶ້ນຢູ່ເລື່ອຍໆ ເພາະເມື່ອຈົບເລື່ອງຫນຶ່ງທີ່ເຄີຍຄິດວ່າແມ່ນກໍ່ມີເລື່ອງໃຫ່ມທີ່ທ້າທາຍຫລາຍກວ່າມາຖ້າຄົ້ນຫາ. ຈຶ່ງເຮັດໃຫ້ເຮົາຕ້ອງອອກຕິດຕາມຄວາມຮູ້ສຶກໃຫ່ມທີ່ເກີດຂຶ້ນມາໃນໃຈນັ້ນຢູ່ຕະຫລອດເວລາ. ຈົນບາງຄັ້ງເຮົາເອງກໍງົງວ່າ ແທ້ຈິງແລ້ວສິ່ງທີ່ກຳລັງຕາມຫານັ້ນຄືຫຍັງ? ດ້ວຍເຫດນີ້ຜົນທີ່ກັບຄືນມາຫາຄວາມຈິງ ທີ່ບໍ່ຄ່ອຍເຮັດໃຫ້ໃຈເຮົາມີຄວາມສຸກປານໃດ.
ຫາກສັງເກດວິຖີຊີວິດຂອງຄົນເຮົາ ຈຸດເລີ່ມຕົ້ນຂອງການຕາມຫາຄວາມຝັນທີ່ເກີດຂຶ້ນໃນໃຈເຮົາ ມັກຈະມີຄຳຕອບຢູ່ທີ່ວ່າ ຈັກມື້ເຮົາຈະຢູ່ກັບຄວາມພໍດີຂອງໃຈໄດ້ແນ່ນອນ. ເມື່ອໄດ້ສິ່ງທີ່ຕົວເອງຫມາຍປອງແລ້ວຄຳຕອບທີ່ເຄີຍຮູ້ສຶກດີກັບສິ່ງທີ່ໄດ້ມາກັບຖືກລົບບໍ່ເຫລືອເຍື້ອໃຍ. ຊ້ຳຮ້າຍກັບເປັນການຖິ້ມຄວາມຮູ້ສຶກນັ້ນໄປໂດຍທີ່ບໍ່ເຄີຍໄດ້ປັນຍາໃຫ່ມໄປຈັກເທື່ອ.
ສິ່ງທີ່ເປັນພຽງຄວາມຫລົງທາງຄວາມຄິດທີ່ເຮົາສ້າງຂຶ້ນ ຈຶ່ງເພີ່ມເປັນຜົງຂື້ເຫຍື້ອທີ່ໜາກວ່າເກົ່າແລ້ວເພີ່ມເນື້ອທີ່ຂອງຄວາມຫນາແຫນ້ນໃນໃຈຈົນເກີດປະກົດການທີ່ເອີ້ນວ່າ “ຄວາມຢືດຖືຕົວຕົນ” ຂຶ້ນມາ.
ການສະແຫວງຫາສິ່ງຕ່າງໆໃຫ້ແກ່ຊີວິດ ແບບສະແຫວງຫາແລ້ວບໍ່ຮູ້ຈັກພໍຕ່າງຫາກເປັນຄວາມບົກພ່ອງຂອງຕົວເຮົາ.ສິ່ງທີ່ຄວນຈະຈົບລົງຂອງແຕ່ລະເລື່ອງຈຶ່ງເປັນໄດ້ແຕ່ການຈົບເລື່ອງເກົ່າເພື່ອເຊື່ອມຕໍ່ໃຫ້ເລື່ອງໃຫ່ມລຸກລາມຕາມມາ. ເພາະຂຶ້ນປ້າຍວ່າມີຄວາມຫລົງຄອບງຳ ແມ່ນຕ້ອງການຈະໄປໃຫ້ເຖິງຈຸດຫມາຍພຽງໄດ້ສິ່ງທີ່ເອີ້ນຫາ ກໍເປັນໄດ້ແຕ່ຄວາມຫວັງທີ່ພ້ອມຈະພັງທະລາຍຄືນລົງມາທັບຕົວເຮົາໃຫ້ບອບຊ້ຳສະເຫມີ.
ແຕ່ຫາກມີສະຕິຢັ້ງຊັ່ງໃຈ ແລ້ວຮູ້ຈັກຖາມຄົນທີ່ຮູ້ມາກ່ອນ ແຕ່ບາງຄັ້ງອາດຈະເບິ່ງເຮົາ ອ່ອນແອທາງສະຕິປັນຍາ ແຕ່ຢ່າງນ້ອຍມີຄວາມຫນ້າຮັກທີ່ເກີດຂຶ້ນຈາກຄວາມບໍ່ຮູ້ນັ້ນຄື: ເຮັດໃຫ້ເຮົາຮູ້ຈັກຍອມຮັບຄວາມຈິງໃນຄວາມບໍ່ຮູ້ຂອງຕົວເອງ. ເຮັດໃຫ້ໂອກາດທີ່ຈະຄົ້ນຫາຄວາມຖືກຕ້ອງເປີດຊ່ອງແກ່ເຮົາໄດ້ ແຕ່ຫາກຈົມຢູ່ກັບຄວາມຍິ່ງທະນົງໃນຄວາມຄິດທີ່ຈະບໍ່ມີຫລັກ ສິ່ງທີ່ເກາະແຫນ້ນຈົນກາຍເປັນທິດທິສ່ວນຕົວ ກໍ່ຈະເລີ່ມບີບຕົວເຮົາໃຫ້ນ້ອຍລົງ. ເຮັດໃຫ້ຈິດໃຈຄັບແຄບເກີນກວ່າທີ່ຈະເປີດໃຫ້ກວ້າງ ເພື່ອຮັບຮູ້ຄວາມຈິງທີ່ຖືກຕ້ອງຕາມຄວາມຄິດທີ່ເປັນຈິງ; ເປັນການຈະເລີ່ມ ອັດຕົວເຮົາຮັບຮູ້ສິ່ງທີ່ເກີດຂື້ນຕາມຄວາມຈິງ.
ຫາກຮູ້ຈັກຍອມຮັບວ່າ “ບໍ່ຮູ້” ເພື່ອທີ່ຈະໃຫ້ “ຄວາມຮູ້” ເຂົ້າມາແທນທີ່ ເຮົາຍ່ອມມີໂອກາດໄດ້ຮຽນຮູ້ສິ່ງທີ່ສະຫລາດຂຶ້ນແລະຮູ້ຈັກທີ່ຈະຄົ້ນຫາຄຳຕອບຈາກຄຳຖາມທີ່ເຄີຍສົງໃສໄດ້. ຖ້າຫາກຍັງຫລົງ, ຍັງດື້ດຶງໃນຄວາມຄິດຂອງຕົວເອງ, ເຖິງຕ້ອງການຈະໃຫ້ຊີວິດເດີນໄປສູ່ຈຸດຫມາຍທີ່ແສນໄກ ກໍປຽບເຫມືອນການຍ່າງເຂົ້າໄປໃນປ່າແຫ່ງຄວາມຫລົງເຊັ່ນເຄີຍ. ເຖິງຈະເຮັດໃຫ້ເຮົາເບິ່ງຄືເປັນຄົນສະຫລາດ ແຕ່ເປັນການອວດສະຫລາດຄວາມໂງ່ເຂົາທີ່ຄອຍປະຈານຕົວເຮົາໃຫ້ອັບອາຍແທນ.
ຖ້າຫາກຮູ້ຈັກຍອມຮັບໃນຄວາມບໍ່ຮູ້ຂອງຕົວເອງ ສິ່ງທີ່ບີບຄັ້ນເຮົາໃຫ້ອຶກອັດກໍ່ຈະກາຍເປັນຄວາມຜ່ອນຄາຍ ທີ່ມາຊ່ວຍແກ້ປົມທີ່ຜູກແຫນ້ນໃນໃຈ ໃຫ້ສະຫລາຍຕົວລົງ. ສິ່ງທີ່ເຄີຍເຮັດຕົວເຮົາໃຫ້ບອບຊ້ຳກໍຈະກັບມາເປັນຄູສອນໃຫ້ຊີວິດໄດ້ຮູ້ຈັກສິ່ງສອນໃຫ້ສະຫລາດຂຶ້ນຈາກສິ່ງນັ້ນໆສະເຫມີ.
ປັນຫາທີ່ເຄີຍຫຍຸ້ງຍາກໃນເບື້ອງຕົ້ນ ກໍ່ຈະກາຍເປັນສິນລະແຫລ່ງໃຫ່ມທີ່ເກີດຈາກການຮູ້ຈັກກາຍ-ໃຈ, ຈົນກະທັ້ງຮູ້ຈັກວິທີໄຂນ້ອດແຫ່ງປັນຫານັ້ນ ໃຫ້ຢູ່ໃນກອບທີ່ຄວນຢູ່ຢ່າງຮູ້ເທົ່າທັນ. ຫາກຮູ້ວ່າຕົວເອງຫລົງທາງ ແຕ່ບໍ່ຍອມແກ້ໄຂໃຫ້ດີຂຶ້ນ ການຮູ້ນັ້ນກໍ່ຊື່ວ່າເປັນພຽງແຕ່ການຕຽມພ້ອມທີ່ຈະຫລົງທາງໃຫ່ມ ໃນຄັ້ງຕໍ່ໄປເຊັ່ນເດີມ. ຖ້າຫາກຮູ້ວ່າຫລົງແລ້ວຮູ້ຈັກພິກປີ້ນຊີວິດໃຫ້ກັບມາຮຽນຮູ້ ທ່ານຈະສະຫລາດຂຶ້ນ. ເຮົາຍ່ອມບໍ່ອ້າງວ້າງຈາກເປົ້າຫມາຍທີ່ຕ້ອງການແນ່ນອນ.