ນັບແຕ່ລົງຍົນ ເປັນຊ່ວງເວລາທີ່ເມື່ອຍຫຼາຍ ຍ້ອນການເດີນທາງທີ່ໃຊ້ເວລານັບສິບຊົວໂມງ ແຕ່ບໍ່ຢາກພັບສາຍຕາເພາະຢ້ານຈະພາດໂອກາດເຫັນຄວາມງົດງາມ, ມີລະບຽບ ແລະ ຫົນທາງການຮຽນຮູ້ສິ່ງຕ່າງໆຈາກສັງຄົມຄົນຍີ່ປຸ່ນ ທີ່ຖືວ່າຈະເລີນທີ່ສຸດໃນຍຸກປະຈຸບັນ.
ບໍ່ວ່າຈະໄປໃສລະກໍ່ບໍ່ລືມຄວາມເປັນຄົນລາວ ແລະ ກໍ່ມັກໃນວັດຖະນະທຳດີໆຫຼາຍໆຢ່າງຂອງຄົນລາວ ແຕ່ກໍ່ຈະເປີດຕົວເອງອອກໃຫ້ກ້ວາງ ເພື່ອໃຫ້ເຫັນຄວາມແຕ່ຕ່າງດີໆທີ່ເຮົາສາມາດນຳໃຊ້ໄດ້. ເວລາໄປຕ່າງແດນແລ້ວລະນຶກຫາ ຄຳວ່າ “ບ້ານນອກເຂົ້າເມືອງ” ເພາະມີຫຼາຍໆອັນທີ່ເຮົາບໍ່ຈັກ. ບໍ່ຮູ້ຫົນທາງ , ບໍ່ຮູ້ລະບົບການສັນຈອນ ບໍ່ຮູ້ລາຄາ ແລະ ຫຼາຍໆຢ່າງ. ເທື່ອນີ້ຂ້າພະເຈົ້າ ເປັນບ້ານນອກເຂົ້າ ເມືອງຫຼວງ ຍີ່ປຸ່ນ-ໂຕກ່ຽວ.
ພາສາເປັນ ສິ່ງໜື່ງທີ່ເຮັດໃຫ້ການເດີນທາງ ມາໃນໄລຍະສັ້ນໆນີ້ ມີສິ່ງທ້າທາຍຫຼາຍຂື້ນ. ຂ້າພະເຈົ້າຮູ້ດີວ່າ ຄົນຍີ່ປຸ່ນ ບໍ່ຄ່ອຍມັກໃຊ້ພາສາອັງກິດຫຼາຍເທົ່າໃດ. ແລະ ກໍ່ຈະເປັນ ການຍາກຫຼາຍໃນການສື່ສານໃນຍາມຈຳເປັນ ເຊັ່ນການຖາມຫາທາງໄປທີ່ໃດໜຶ່ງ ຫຼື ການສັ່ງຊື້ອາຫານ. ແນວໃດກໍ່ຕາມ ກໍ່ໄດ້ມີຫຼາຍອັນໄດ້ຮຽນຮູ້ ຈາກການດຳລົງຊີວິດ ແລະ ສັງເກດຈາກການ ຮ່ວມເຮັດວຽກນຳກັນ. ສິ່ງທີ່ໄດ້ເຫັນຕະຫຼອດເວລາ ແລະ ຢາກໃຫ້ບັນດາທ່ານໄດ້ສຶກສາເພື່ອໃຊ້ໃນເວລາເຮັດວຽກຕົວຈິງກັບຄົນຍີ່ປຸ່ນ. ເວລາໄປຕ່າງປະເທດ ແນ່ນອນເຮົາກໍ່ມັກຈະຄິດຫາຂອງຕ້ອນ ແລະ ຂ້າພະເຈົ້າບໍ່ຈັກຈະຊື້ຫຍັງຈາກ “ຍີ່ປຸ່ນ” ມາຝາກທ່ານ ນອກຈາກປະສົບການດີໆທີ່ໄດ້ເຈີ້ ແລະ ຢາກໃຫ້ທ່ານລອງພິຈາລະນານຳໃຊ້ເບິງ:
- ລະບົບການເຮັດວຽກ
ເຖິງວ່າເຂົາເຈົ້າຈະເວົ້າພາສາອັງກິດບໍ່ໄດ້ ຫຼື ບໍ່ຢາກເວົ້າກໍ່ຕາມ, ທຸກໆວຽກງານຖືກສ້າງໃຫ້ເປັນລະບົບຊັດເຈນ. ແລະ ມີການຈັດສັນຢ່າງເປັນລະບຽບຈົນເຮັດໃຫ້ສາມາດສື່ສານກັບຄົນທີ່ອາດປາກເວົ້າໄດ້ຫຼາຍໆພາສາ. ນັບແຕ່ວຽກງານນ້ອຍໆຈົນໃຫຍ່ຈະມີການວາງແຜນ ແລະ ປະຕິບັດ. ເຊັ່ນ ນັບແຕ່ບ່ອນຂາຍປີ້ລົດ, ບ່ອນຖ້າລົດ, ຄົນຂົນກະເປົາ, ສາຍລົດຈະໄປ ແລະ ການລົງລົດ. ແຕ່ລະຄົນຈະມີໜ້າທີ່ທີ່ລະອຽດ ແລະ ມີລະບົບການເຮັດວຽກທີ່ຖືກກຳນົດໄວ້ແລ້ວ. ສິ່ງນີ້ ເຮັດໃຫ້ໂອກາດທີ່ຈະຂື້ນລົດຜິດນັ້ນມີໜ້ອຍຫຼາຍ. ແນ່ນອນລະບົບການເຮັດວຽກໃນຂະແໜງການອື່ນກໍ່ເປັນເຊັ່ນດຽວກັນ.
- ຍົກສູງກຽດ
ການກົ້ມຫົວນອກຈາກຈະເປັນການສະແດງຄວາມເຄົາລົບແຂກແລ້ວ ຍັງເປັນການສະແດງທັດສະນະຂອງການເປັນຄົນມີວັດຖະນະທຳດີອີກ ແລະ ຄວາມອ່ອນນ້ອມ. ການກົ້ມຫົວເພື່ອຄຳນັບໃນເວລາພົບປະ ຫຼື ລາຈາກກັນ ຫຼື ຂອບໃຈ ຈະເປັນສິ່ງທີ່ເຫັນກັນທົ່ວໆໄປ. ເຄີຍເຫັນແຕ່ໃນໜັງທໍລະທັດ ກໍ່ຄິດວ່າ ເຮັດແນວໃດຫົວບໍ່ຕຳກັນບໍ່ຈັກບາດ. ບາດເວລາພົບຕົວຈິງແລ້ວ ກໍ່ພໍຫຼົບໄດ້ຢູ່. ເຂົາເຈົ້າຈະໃຫ້ຄວາມສົນໃຈກັບຄົນທີ່ກຳລັງສົນທະນາ ເຖິ່ງວ່າຈະເວົ້າເລື່ອງທີ່ອາດບໍ່ໜ້າສົນໃຈ ສຳລັບເຂົາເຈົ້າຫຼາຍປານໃດ (ຕາມການສັງການຈາກພາສາກາຍ) ເຂົາເຈົ້າກໍ່ຈະພະຍາຍາມເຂົ້າໃຈເລື່ອງທີ່ເຮົາເວົ້າ ແລະສ້າງການສົນທະນາ ແລະ ພະຍາຍາມປ່ຽນເລື່ອງລົມເອງ ໂດຍບໍ່ເຮັດໃຫ້ເຮົາຂາຍໜ້າຫຼາຍປານໃດ.
- ເວລາ
ເຂົາເຈົ້າໃຫ້ຄວາມສຳຄັນກັບເວລາຫຼາຍ ເພາະເວລາເປັນສິ່ງທີ່ຈຳກັດທີ່ສຸດ. ທຸກໆຄົນມີເວລາຊຳກັນໝົດ ແລະ ການບໍລິຫານເວລາ ຂອງແຕ່ລະບຸກຄົນຖືກສອນມາກັບພະນັກງານ ແລະ ຄົນແຕ່ລະຄົນ. ຖ້າຫາກໃຜບໍ່ປະຕິບັດແລ້ວກໍ່ອາດຈະບໍ່ທັນກັບລົດໄຟສາຍສຳຄັນ ແລະ ແນ່ນອນການພົບປະທີ່ສຳຄັນ. ສິ່ງເລັກໆນ້ອຍໆນີ້ແຫຼ້ເບິ່ງຄືວ່າ: ບໍ່ເປັນຫຍັງ ສຳລັບຄົນລາວ ແຕ່ຄົນຍີ່ປຸ່ນແລ້ວເປັນເລື່ອງໃຫຍ່ ເພາະອາດພາດໂອກາດກັບບ້ານໃນຖ້ຽວລົດສຸດທ້າຍ. ແຕ່ເຂົາເຈົ້າກໍ່ມີການໃຫ້ອະໄພກັນຢູ່ໃນຍາມຈຳເປັນ. ເຊັ່ນ ສະຖານທີ່ທີ່ໄປນັ້ນອາດເປັນສະຖານທີ່ທີ່ບໍ່ຄ່ອຍເປັນທີ່ຮູ້ຈັກ ແລະ ແນ່ນອນຕ້ອງໃຊ້ເວລາ. ແຕ່ກໍ່ເຫັນຫຼາຍໆຄົນສຶກສາແຜນຜັງທີ່ຈະໄປ ແລະ ຕັ້ງໃຈວ່າເຮັດແນວໃດຈະໄປໃຫ້ຕົງໂມງ. ນີ້ເປັນນິດໃສທີ່ປູກຝັງມາແຕ່ນ້ອຍໆ.
- ເທິງໂຕະອາຫານ
ຖ້າຫາກອາຫານຈານເດັດຂອງທ່ານຖືກເສີບກ່ອນຄົນອື່ນກໍ່ຢ່າຝ້າວກິນກ່ອນ ບໍ່ວ່າທ່ານຈະຫິວຂະໜາດໃດກໍ່ຕາມ, ຖ້າຫາກໄປກັບໝູ່ຄົນອື່ນໆ. ຄວນຖ້າໃຫ້ອາຫານຄົນອື່ນໆເສີບເຊັ່ນດຽວກັນ. ບາງຄັ້ງ ໃນກໍລະນີທາງການ ອາດຈະມີຜູ້ອາວຸໂສປະກອບຄຳເຫັນກ່ອນທີ່ຈະມີການຮັບປະທານ ຫຼື ຕຳຈອກເຫຼົ້າກັນ.
- ເທິງໂຕະເຮັດວຽກ
ວັດຖະນະທຳອັນໜຶ່ງທີ່ເຂົາເຈົ້າບໍ່ມັກແທ້ໆແມ່ນການລົມກັນ ໃນລະຫວ່າງກອງປະຊຸມທີ່ມີຄົນອື່ນເວົ້າຢູ່. ເພາະນອກຈາກຈະບໍ່ເປັນການໃຫ້ກຽດແກ່ຄົນອື່ນແລ້ວ, ຍັງເປັນການສະແດງ ການລົບກວນຕໍ່ກັບຄົນອື່ນໆທີ່ຕັ້ງໃຈຝັງ. ເຂົາເຈົ້າຈະເປີດໂອກາດໃຫ້ຝັງ ແລະ ເວົ້າສະເໜີ. ເຫັນຫຼາຍໆຄັ້ງ ມັກມີຄົນລົມກັນຊຸບຊິບ ຫຼື ເລື່ອງບໍ່ເປັນເລື່ອງ ແຕ່ບາດຍາມໃຫ້ເວົ້າລະບໍ່ມີຄຳເຫັນ.
ການລົມກັນເປັນມາລະຍາດທີ່ຍີ່ປຸ່ນບໍ່ມັກແທ້ໆໃນກອງປະຊຸມ. ບໍ່ວ່າລະດັບຊຳໃດເຂົາເຈົ້າກໍ່ບໍ່ມັກ. ແລະ ຂ້າພະເຈົ້າຈະເຫັນຄົນຍີ່ປຸ່ນອົດກັ້ນຄວາມໃຈຮ້າຍໄວ້ໃນໃຈໄດ້ດີ ແຕ່ຖ້າມີຄົນລົມກັນ ຈະເຫັນຫຼາຍໆຄົນມີທ່າທີ່ດ້ວຍສາຍຕາ ແລະ ຫຼາຍໆພຶດຕິກຳເພື່ອເຕື່ອນວ່າໃຫ້ເຊົາສາ ຫຼື ວ່າສະແດງໃຫ້ຮູ້ວ່າບໍ່ມັກສິ່ງທີ່ກຳລັງລົມຢູ່. ທີ່ຕໍ່ມາແມ່ນເວລາ. ຖ້າຫາກໃຜໄປຍີ່ປຸ່ນ ຫຼື ເຮັດວຽກກັບຄົນຍີ່ປຸ່ນລະໃຫ້ລະວັງສິ່ງນີ້ເດີທ່ານ. ຂໍສອງຢ່າງ: ຢ່າລົມກັນໃນກອງປະຊຸມ ແລະ ໄປໃຫ້ຕົງເວລາ. ຫຼື ຖ້າເຮັດໄດ້ດີກວ່ານີ້ ອາດໄດ້ຄູ່ຄອງ ຫຼື ເປັນທີ່ຮັກຂອງນາຍເປັນຍີ່ປຸ່ນເລີຍກໍ່ວ່າໄດ້.