“ໃນທາມກາງຊີວິດອັນມືດມິດ, ຈະມີແສງສະຫວ່າງ” ແຕ່ກໍລະນີການຖືພາແບບບໍ່ໄດ້ຕັ້ງໃຈນັ້ນ ເປັນຄວາມມືດມົນທີ່ສຸດອັນໜຶ່ງ. ທຸກໆການຕັດສິນໃຈ ຊີ້ບອກອານາຄົດຂອງຄົນທີ່ມີບັນຫາ ແລະ ຕັດສິນຊີວິດຂອງຄົນທີ່ຍັງບໍ່ທັນເຫັນໂລກ.
ຂ້າພະເຈົ້າກໍ່ບໍ່ເຄີຍຄິດວ່າຈະມີໃຜມາຂໍຄຳປຶກສາໃນເລື່ອງແບບນີ້. ແຕ່ກໍ່ມີຈົນໄດ້ ແລະ ກໍ່ຖືວ່າເປັນການໃຫ້ຄຳປຶກສາທີ່ເສົ້າໃຈຫຼາຍທີ່ສຸດທີ່ເຄີຍມີມາ. ເພາະຮູ້ດີວ່າເຮົາກຳລັງຊ່ວຍໃຜຄົນໜຶ່ງ ແຕ່ອາດຈະຂ້າອີກຄົນໜຶ່ງ. ຮູ້ດີວ່າຕົນເອງບໍ່ແມ່ນຄົນຕັດສິນໃຜຄວນຢູ່ຫຼືໄປ. ຖ້າເລືອກອີກທາງໜຶ່ງ ກະບໍ່ແນ່ໃຈວ່າ ກັບຄົນທີ່ຈະມີຊີວິດ ຈະໃຊ້ຊີວິດທີ່ເຫຼືອນັ້ນແນວໃດ? ການເອົາລູກອອກໃນລາວນັ້ນ ບໍ່ໄດ້ຖືກຮັບຮອງທາງກົດໝາຍ. ແຕ່ການມີລູກທີ່ບໍ່ມີຄົນຮັບຜິດຊອບ ສັງຄົມກໍ່ຈະມີການວິຈານ ແລະ ເວົ້າຂວັນບໍ່ແລ້ວ ເຊັ່ນ “ລູກບໍ່ມີພໍ່” ເປັນເລື່ອງທີ່ຫຼາຍໆຄົນມັກເກັບມາເວົ້າກັນ ແລະ ທີ່ແນ່ນອນຍິງຄົນນັ້ນຈະຕ້ອງແບກໜ້າຕາຂອງພໍ່ແມ່ ແລະ ຕະກູນ. ທີ່ແນ່ນອນ ໃນເວລາເດັກໃຫຍ່ຂື້ນມາກໍ່ອາດເປັນຈຸດດ້ອຍ.
ບັນຫາການມີລູກຂອງໄວໝຸ່ມກ່ອນເວລາອັນຄວນນັ້ນ ເປັນສິ່ງທີ່ພໍ່ແມ່ຫຼາຍຄົນເປັນກັງວົນ. ໂດຍສະເພາະແມ່ນລູກຍິງ ເພາະໃນສັງຄົມລາວ ຫຼື ຫຼາຍປະເທດທົ່ວໂລກ ຕ່າງກໍ່ຖືວ່າເປັນສິ່ງທີ່ອັບອາຍ. ບາງປະເພນີແມ່ຍິງອາດຖືກລົງໂທດ, ຕັດຂາດຈາກສັງຄົມ ຫຼື ຖືກປະນາມເພາະຖືວ່າທຳຮ້າຍຮີດຄອງປະເພນີ.
ໃນຫຼາຍໆປະເພນີ ຈະສາມາດມີສຳພັນທາງຮ່າງກາຍກໍ່ຕໍ່ເມື່ອໄດ້ເຂົ້າພິທີສູ່ຂັວນ ຫຼື ພິທີທາງສາດສະໜາ. ເມື່ອເບິ່ງຄວາມຕ້ອງການທາງຮ່າງກາຍຂອງຄົນເຮົານັ້ນ ເປັນສິ່ງທີ່ສາດສະໜາ, ຄວາມເຊື່ອ ແລະ ຮີດຄອງປະເພນີກໍ່ຫ້າມບໍ່ຢູ່. ການມີປະຕິກິລິຍາທາງຮ່າງກາຍຂອງຄົນເຮົາທີ່ມາຈາກຄວາມສົນໃຈທາງຮ່າງກາຍ ເປັນສິ່ງທີ່ຫ້າມກັນໄດ້ຍາກຫຼາຍ. ຖ້າຫາກການມີເພດສຳພັນກັນກ່ອນແຕ່ງ ຈົນຖືພາ, ກໍ່ເປັນໂອກາດໃຫ້ຄົນໃນສັງຄົມມີເລື່ອງເວົ້າຂັວນກັນຫຼາຍຂື້ນ. ໂດຍສະເພາະຄົນທີ່ມີໜ້າຕາໃນສັງຄົມແລ້ວ ຍິ່ງເປັນເລື່ອງທີ່ກະຈາຍໄວຫຼາຍ.
ໃນຫຼາຍໆປະເທດ, ວິຊາເພດສຶກສາ ໄດ້ຖືກສິດສອນກັນ. ອັນຫຼັກໆແມ່ນສອນໃຫ້ທັງຍິງ ແລະ ຊາຍ ຮູ້ຈັກຄວາມຕ້ອງ ການຂອງມະນຸດ, ພະຍາດ, ວິທີປ້ອງກັນ, ການເລືອກຄູ່ຄອງ ແລະ ຖ້າຫາກຈະຕັດສິນໃຈມີເພດສຳພັນກ່ອນການແຕ່ງງານ, ຕ້ອງໄດ້ປ້ອງກັນ.
ໃນຄວາມເຊື່ອຂອງປະເພນີລາວເຮົາແລ້ວ, ເປັນສິ່ງທີ່ບໍ່ສົ່ງເສີມໃຫ້ມີສາຍພົວພັນດັ່ງກ່າວກ່ອນພິທີແຕ່ງງານ ເພາະຖືວ່າຜິດປະເພນີ. ເພື່ອປ້ອງກັນໃຫ້ລູກສາວບໍ່ເຈີ້ບັນຫາດັ່ງກ່າວ, ລູກຍິງຫຼາຍໆຄົນຈິ່ງຖືກສອນໃຫ້ເປັນຄົນສຸຂຸມ, ຖະໜອມຖອມຕົນ, ຢູ່ໃນບ້ານ ແລະ ສາຍຕາຂອງຜູ້ເປັນພໍ່ ແລະ ແມ່, ຫຼືເບິ່ງແຍງບໍ່ໃຫ້ຂາດສາຍຕາ. ບັນຫາດັ່ງກ່າວນັ້ນຫຸຍ້ງຍາກຈົນເຮັດໃຫ້ຫຼາຍໆຄົນທີ່ຈະມີລູກ ແມ່ນບໍ່ຢາກມີລູກຍິງ ເພາະຕົນເອງຈະບໍ່ໄດ້ລໍາໄລເລື່ອງແນວນີ້. ມີແມ່ຍິງບາງຄົນທີ່ເກັ່ງໆເສັງໄດ້ທຶນ ກໍ່ບໍ່ໄດ້ໄປຮຽນຕ່າງປະເທດນຳໜູ່. ນອກສະຈາກວ່າ ທີ່ປະເທດນັ້ນຈະມີພີ່ນ້ອງ, ຫຼື ຄົນໄວ້ໃຈຊ່ວຍເບິ່ງແດ່ ຫຼື ວ່າອາດໄປນໍາເພື່ອນທີ່ພໍ່ແມ່ໄວ້ໃຈ.
ໃນດ້ານຄວາມຕ້ອງການທາງຮ່າງກາຍແລ້ວ, ບໍ່ວ່າຍິງຫຼືຊາຍ ຕ່າງກໍ່ມີຄວາມສົນໃຈໃນການມີປະສົບການກັບຄົນທີ່ຕົນເອງອາດມັກໃນທ່າທາງ, ຮູບຊົງ, ແລະ ທັດສະນະແນວຄວາມຄິດ. ເປັນໄປໄດ້ຍາກຫຼາຍທີ່ຈະຫ້າມບໍ່ໃຫ້ມີສາຍສຳພັນທາງເພດກ່ອນການແຕ່ງງານ, ໂດຍສະເພາະໃນສັງຄົມທີ່ມີການເຄື່ອນຍ້າຍທີ່ຢູ່ຈາກບ້ານນອກສູ່ໃນເມືອງແລະ ເຮັດໃຫ້ໄກຈາກສາຍຕາພໍ່ແມ່. ແທ່ນທີ່ເຮົາຈະປົກປ້ອງແມ່ຍິງໃຫ້ໄກຈາກບັນຫາດັ່ງກ່າວ, ເຮົາຄວນມາເປີດໂອກາດໃຫ້ເຂົາເຈົ້າເຫັນບັນຫາຫຼາຍຂື້ນ, ເລີ່ມຮຽນຮູ້ ແລະ ເລືອກປະຕິບັດຢ່າງລະມັດລະວັງທີ່ສຸດ.
ຄົນທີ່ເປັນພໍ່ແລະແມ່ ອາດຈະຕ້ອງໄດ້ເປີດກ້ວາງ, ໃຫ້ຄວາມໃກ້ຊິດ ແລະ ກ້າທີ່ຈະສົນທະນາແບບກົງໄປກົງມາ. ຄວນຊີ້ໃຫ້ເຫັນວ່າຄວາມສຸກທາງກາຍ ແລະ ຄວາມສຸກທາງໃຈ ເປັນສິ່ງທີ່ແຕກຕ່າງກັນ. ການທີ່ຈະມີສາຍສຳພັນທາງຮ່າງ ກາຍຢ່າງດຽວນັ້ນ ອາດບໍ່ເໜາະສົມ ເພາະມະນຸດມີຈຸດໜຶ່ງທີ່ແຕກຕ່າງຈາກສັດຫຼາຍ ອັນໜຶ່ງກໍ່ແມ່ນຄວາມຕ້ອງການສາຍພົວພັນທີ່ເອີ້ນວ່າ “ເປັນຄອບຄົວ” ແລະ ການຢູ່ເປັນກຸ່ມກ້ອນໃນເວລາດົນໆເພື່ອເບິ່ງແຍງກັນແລະກັນ.
ສຳລັບຄົນທີ່ພາດໄປແລ້ວ, ຂ້າພະເຈົ້າກໍ່ບໍ່ຢາກໃຫ້ຖືເປັນຈຸດທີ່ຊີວິດຕົນເອງຈະຢຸດຢູ່ທີ່ນັ້ນ. ເຖິງຫຼາຍຄົນອາດຈະບໍ່ມີປະສົບການດັ່ງກ່າວ, ແຕ່ເມື່ອເກີດມາເປັນຄົນແລ້ວໃຜໆກໍ່ມີບັນຫາມາສະເໜີ. ແນວໃດກໍ່ຫວັງວ່າຄອບຄົວທີ່ເປັນພໍ່ແມ່ພີ່ນ້ອງຈະເຂົ້າໃຈ, ໃຫ້ກຳລັງໃຈ, ພ້ອມກັນພັກດັນອຸດົມການອື່ນໆຂອງເຂົາເຈົ້າ ເຊິ່ງອາດລວມທັງຊີວິດທີ່ຈະເກີດເຊິ່ງລາວອາດກາຍເປັນນັກປະດິດ ຫຼື ເພີ່ມຄົນພັດທະນາສັງຄົມ ກໍ່ຄືຂອງແມ່ຜູ້ໃຫ້ກຳເນີດ ແລະ ໃຫ້ອະໄພກັບສິ່ງທີ່ເກີດຂື້ນ ບໍ່ວ່າການຕັດສິນໃຈສຸດທ້າຍນັ້ນຈະເປັນແນວໃດກໍ່ຕາມ. ໃຫ້ເຮົາຮູ້ວ່າຕ່າງຄົນກໍ່ຕ່າງມີຊີວິດເພື່ອຮຽນຮູ້ ແລະ ຜ່ານຜ່າປະສົບ ການຮ່ວມກັນເທິງໜ້າໂລກ.
ຂໍຝາກເພັງຂອງ ນາງ ເດວຕ໋າ ໂກເດັມ (Delta Goodrem) ເປັນນັກຮ້ອງ ຄົນໂອດສະຕາລີ, ຮ້ອງເພັງ Born to try (ເກີດມາເພື່ອບຸກບືນພະຍາຍາມ). ເນື້ອໃນຂອງເພັງສະແດງໃຫ້ເຫັນວ່າ ຫຼາຍໆຊີວິດຕ່າງເກີດຂື້ນມາແລ້ວ ກໍ່ຕ້ອງໄດ້ຮຽນ, ໄດ້ລອງ ແລະ ພະຍາຍາມເຮັດໃນສິ່ງທີ່ມັກ. ສິ່ງທີ່ຮຽນແມ່ນຄວາມຮັກ, ຮຽນຮູ້ຄວາມພະຍາຍາມ, ຮຽນຮູ້ເພື່ອເຂົ້າໃຈໂລກ ແລະ ຮຽນຮູ້ເລືອກທາງເດີນ. ແຕ່ເມື່ອໃດຈຸດທີ່ຕົນເອງຢາກໄປຍັງໄປບໍ່ເຖິງ ຫຼື ສິ່ງບໍ່ຄາດຝັນເກີດຂື້ນກີດຂວາງກາງທາງແລ້ວ ກໍ່ຈົ່ງບຸກບືນຕໍ່ໄປ.