ຫຼັງອອກພັນສາ. ຫຼາຍຄູ່ຮັກກໍ່ບໍ່ສາມາດຢູ່ໂດດດ່ຽວຈົນຕ້ອງໄດ້ຕັດສິນໃຈແຈກຊອງຫາເພື່ອນມິດເພື່ອຈັດງານສະຫຼອງ ວັນວິວາ. ພໍວັນແຕ່ງ ກໍ່ມັກໄດ້ຍິນຄຳອວຍພອນເກົ່າໆດີໆເປັນຕົ້ນແມ່ນ: ຂໍໃຫ້ມີລູກເຕັມບ້ານຫຼານເຕັມເມືອງ.
ໃນທາມກາງເດືອນ ກັນຍາ ກໍ່ເປັນເດືອນທີ່ມີເດັກນ້ອຍເຂົ້າໂຮງຮຽນ. ແຕ່ເຊົ້າ ຈະເຫັນພໍ່ແມ່ພາລູກໄປໂຮງຮຽນ. ຄົນທີ່ມີລົດເກັງຄັນງາມ, ລົດຈັກອີຮ້າງ, ລົດຖີບ ຕ່າງກໍ່ພາກັນໄປສົ່ງລູກຫຼານໃຫ້ທັນກັບເວລາ. ບາງຄົນໄປເຊົ້າຫຼາຍ ກໍ່ແວະຊື້ຂອງກິນຕາມທາງ, ຫຼື ເຫັນຈົກເງິນໃຫ້ຊື້ເຂົ້າໝົມໃນໂມງຮຽນ. ການເອົາໃຈໃສ່ຂອງຜູ້ປົກຄອງທີ່ເປັນພໍ່ແມ່, ພີ່ນ້ອງ ແກ່ເດັກນ້ອຍ ຕ່າງເຮັດໃຫ້ຄົນເຮົາທີ່ໃຫຍ່ຂື້ນມາຖືກສອນໃຫ້ຮູ້ບຸນຄຸນ. ຕົວຈິງກໍ່ແມ່ນແນວນັ້ນ ເພາະຍ້ອນການລ້ຽງດູ, ເອົາໃຈໃສ່, ການອົດອອມສັບສິນເພື່ອໃຫ້ໄດ້ມາສິ່ງຂອງ, ອາຫານ, ຢາຮັກສາໂລກໄພຕ່າງໆ ເຮັດໃຫ້ເດັກນ້ອຍກາຍເປັນຄົນທີ່ແຂງແຮງ ແລະ ມີສະຕິປັນຍາ. ພໍ່ແມ່ຕ່າງກໍ່ຝັນໃຫ້ລູກໆຕົນເອງມີອານາຄົດທີ່ດີ ຈິ່ງພະຍາຍາມຊອກຫາສິ່ງອຳນວຍຄວາມສະດວກ ເພື່ອໃຫ້ເດັກຕົນເອງໄດ້ມີໂອກາດ. ພໍ່ແມ່ນັບລ້ານໆຄົນເຮັດວຽກຢ່າງໜັກ. ອັນນີ້ເປັນສິ່ງຢັ້ງຢືນວ່າ ເດັກເປັນໜີ້ບຸນຄຸນພໍ່ແມ່.
ສິ່ງໜຶ່ງທີ່ຂ້າພະເຈົ້າເຫັນທາງສື່ອອນໄລ ໃນເວລາທີ່ເກີດລູກໃໝ່, ມັກຈະເຫັນຄົນສະແດງຄວາມດີໃຈກັບຊີວິດໃໝ່. ພໍ່ແມ່ແລະຍາດຕິພີ່ນ້ອງຕ່າງພາກັນດີໃຈ. ມີການສະຫຼອງ, ກິນລ້ຽງ ແລະ ຢ້ຽມຢາມກັນເປັນພິເສດ. ຖ້າໃຜເອົາຮູບລູກເກີດໃໝ່ອອກສູ່ທາງອອນໄລຈະມັກເປັນທີ່ສົນໃຈ ແລະ ຄົນກົດມັກຫຼາຍເປັນພິເສດ. ພາບແມ່ລອດຕາຍ, ຜົວທີ່ຄອຍເຊຍທາງນອກ, ໜ້າຕາຕື່ນເຕັ້ນຂອງພໍ່ເຖົ້າແມ່ຍາ ແລະ ພີ່ນ້ອງ ຈັ່ງແມ່ນເປັນເຫດການທີ່ມີຄວາມສຸກແທ້ໆ. ເຫດການນັ້ນ, ກັບເຮັດໃຫ້ຂ້າພະເຈົ້າມາຕັ້ງຄຳຖາມວ່າ: ຕົວເດັກນ້ອຍຈັ່ງແມ່ນມີຄຸນຄ່າຈົນເຮັດໃຫ້ຄົນໝົດບ້ານດີໃຈເອົາແທ້ເອົາວ່າ. ກັບມາຖາມຕໍ່ໄປອີກ: ຄົນທີ່ຢາກໃຫ້ເຂົາເຈົ້າເກີດແມ່ນຄວາມຕ້ອງການຂອງຄູ່ຜົວເມຍ ທີ່ຢາກໃຫ້ມາສືບທອດຕະກູນ ແລະ ມາດໍາລົງຊີວິດຮ່ວມນຳກັນ. ຈຸດນີ້ ບໍ່ແນ່ໃຈວ່າ ຄວາມສຸກທີ່ເດັກມອບໃຫ້ຄູ່ຜົວເມຍ, ປູ່ຍາ, ພີ່ນ້ອງ ແລະ ໜູ່ເພື່ອນນັ້ນມີຫຼາຍຊຳໃດ? ຖ້າຫາກຈະຖາມວ່າ: ເຮົາເປັນໜີ້ບຸນຄຸນເດັກນ້ອຍຫຼາຍຊຳໃດ ທີ່ເຮັດໃຫ້ເຮົາມີຄວາມສຸກ ນັບຈາກຮອຍຍີ້ມ, ສຽງໃຫ້, ສຽງຫົວ, ສຽງຂັດກິນນົມແມ່ຄັ້ງທຳອິດ, ວັນເຂົາເຈົ້າເຂົ້າໂຮງຮຽນ, ວັນຈົບການສຶກສາ ແລະຕ່າງໆນາໆ. ສິ່ງນີ້ ເຮັດໃຫ້ຊີວິດຄູ່ຜົວເມຍມີສີສັນ ແລະ ເຕີມເຕັມ.
ການເກີດບໍ່ແມ່ນແຕ່ສຳຄັນສຳລັບພໍ່ແມ່ ຫາກຍັງເປັນສິ່ງສຳຄັນສຳລັບປະເທດຊາດ. ໃນປະເທດຮັ່ງມີ ອັດຕາການເກີດ ຕໍ່າກວ່າການຕາຍ. ນັ້ນໝາຍວ່າ ຫາກຍັງແກ່ຍາວໄປຫຼາຍໆປີ, ປະຊາກອນຈະຫຼຸດລົງ ຈົນເຮັດໃຫ້ຂາດແຮງງານທີ່ຈະມາເຮັດວຽກ ແລະ ສືບສານປະເພນີຕ່າງໆຂອງປະເທດ. ຍີ່ປຸ່ນ ເປັນປະເທດໜຶ່ງທີ່ປະສົບພົບພໍ້ກັບບັນຫາທີ່ຂາດເດັກນ້ອຍເກີດໃໝ່. ຫຼາຍໂຮງຮຽນອະນຸບານ, ປະຖົມ ແລະ ມັດຖະຍົມ ໄດ້ໂຮມຕົວກັນ ເພາະບໍ່ມີເດັກນ້ອຍເຂົ້າຮຽນ. ເປັນທີ່ຄາດກະກັນວ່າ ຫາກຍັງມີອັດຕາການເກີດຕໍ່າຄືແນວນີ້, ອາດເຮັດໃຫ້ຄົນຍີ່ປຸ່ນຕ້ອງຫຼຸດລົງປະມານເຄິງໜຶ່ງຂອງປະຊາກອນທີ່ມີຢູ່ປະຈຸບັນ. ທາງການກໍ່ບໍ່ຢາກນຳຄົນຕ່າງຊາດເຂົ້າມາເພາະມີວັດທະນະທຳ, ຄວາມເຊື່ອສາດສະໜາ ແລະ ຫຼາຍໆຢ່າງທີ່ອາດເຮັດໃຫ້ວັດຖະນະທຳຂອງຍີ່ປຸ່ນບໍ່ສາມາດຄົງຕົວໄດ້.
ໂຊກດີອັນໜຶ່ງຂອງ ສ ປ ປ ລາວກໍ່ຄືຍັງມີຄົນມັກສ້າງຄອບຄົວ ແລະ ມີເດັກໄວ້ສືບສະກຸນ. ເຮົາອາດມີວັນພໍ່ແມ່ເພື່ອໃຫ້ເດັກນ້ອຍໄດ້ກາບໃຫວ້ ເພື່ອລະລຶກບຸນຄຸນການລ້ຽງດູ. ໃນທາງກັບກັນ, ຄົງຈະບໍ່ມີວັນໃດທີ່ພໍ່ແມ່ຈະໄດ້ກາບໃຫວ້ລູກຫຼານ ເພື່ອສະແດງຄວາມຮູ້ບຸນຄຸນທີ່ເຂົາເຈົ້າມອບໃຫ້ເຮົາ. ເພາະວ່າຄຸນຄ່າທີ່ແມ່ໄດ້ຖືພາ, ແລະ ພໍ່ແມ່ລ້ຽງດູໃນແຕ່ລະວັນຈົນໃຫຍ່ກ້າໜ້າບານ ອາດມີຫຼາຍກວ່າຄວາມສຸກທີ່ໄດ້ຮັບຈາກລູກໆທີ່ມອບໃຫ້ໃນແຕ່ລະວັນ.
ຫົວຂໍ້ນີ້ບໍ່ໄດ້ໃຫ້ເນລະຄຸນພໍ່ແມ່ ແຕ່ເປັນການປຽບທຽບໃຫ້ເຫັນຄຸນຄ່າຂອງເດັກ ແລະ ສິ່ງທີ່ເຂົາເຈົ້າມອບໃຫ້ສັງຄົມ. ແນ່ນອນເຮົາຕ້ອງໄດ້ປົກປັກຮັກສາ ເພາະນັ້ນເປັນສິ່ງທີ່ມີຄ່າທີ່ສຸດຈາກຮ່າງກາຍ ກໍ່ຄືຊີວິດຈິດໃຈ. ທີ່ແນ່ນອນເຂົາເຈົ້າຈະເປັນເປັນຄົນສານຕໍ່ສິ່ງດີໆໃນສັງຄົມໃນຍາມທີ່ເຮົາຈາກໄປ.
Viengsombath Bangonesengdet Editor in chief
ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.