ເມື່ອຕ້ອງແຂ່ງຂັນກັບຈິດໃຈຂອງຕົວເອງ ແທນວິຖີຊີວິດໃນວົງສັງຄົມ. ເຮົາກໍ່ຈະບໍ່ເປັນຜູ້ແຂ່ງ ທີ່ເຕັມໄປດ້ວຍອາລົມຝ່າຍລົບ ເພື່ອໃຫ້ຕົນເອງແລ່ນເຂົ້າສູ່ເສັ້ນໄຊຝ່າຍດຽວ. ແຕ່ຄວນຮຽນຮູ້ວິທີແຂ່ງເພື່ອຊະນະທັງອຸປະສັກນານາປະການ ແລະ ເພື່ອຊະນະໃຈຂອງຕົວເອງ ຜູ້ທີ່ອ້ອນວອນຕາມຄວາມຕ້ອງການຢ່າງບໍ່ຮູ້ຈົບ.
ຊີວິດຂອງຄົນເຮົາປຽບຄືກັບເກມກິລາຢ່າງຫນຶ່ງ ທີ່ຕ້ອງລົງແຂ່ງຂັນເພື່ອນຳໄຊຊະນະມາຄອບຄອງໃຫ້ໄດ້ ຢ່າງນ້ອຍກໍເປັນການສ້າງການຍອມຮັບໃຫ້ແກ່ຕົວເອງ ແລະ ເພື່ອໃຫ້ຜູ້ອື່ນເຄົາລົບເປັນບາງເວລາ.
ບັນຫາຫານແຂ່ງຂັນຂອງຊີວິດບໍ່ແມ່ນວ່າຢູ່ທີ່ເຮົາຕ້ອງເຮັດຫນ້າທີ່ຕໍ່ສູ້ພຽງຢ່າງດຽວ. ເທັກນິກໃນການແຂ່ງຂັນກໍເປັນສິ່ງສຳຄັນທີ່ເຮົາຄວນມີ. ບໍ່ແມ່ນຈະແຂ່ງໄປໃຫ້ລອດໄປວັນວັນ ໂດຍທີ່ບໍ່ມີສິ່ງໃດທີ່ຈະປະດັບໄວ້ໃນໂລກ. ເພາະຊີສິດເປັນສິ່ງທີ່ຫນ້າອັດສະຈັນ ຖ້າເຮົາເຂົ້າເຖິງຄຸນຄ່າຂອງມັນ. ຍິ່ງຊີວິດທີ່ຕ້ອງສູ້ກັບການແຂ່ງຂັນຫລາຍໆສິ່ງທີ່ເຂົ້າມາກ່ຽວພັນເຮົາຍິ່ງຄວນເອົາໃຈໃສ່. ທ່ານຕ້ອງກຽມຄວາມພ້ອມທີ່ຈະແຂ່ງຂັນກັບກາຍພາຍນອກ ແລະ ຈິດໃຈພາຍໃນ.
ຄູ່ແຂ່ງຂອງກາຍເຮົາກໍນິຍາມວ່າຊີວິດນີ້ຕ້ອງການການຮຽນຮູ້ທີ່ຈະຢູ່ໃຫ້ໄດ້ໃນທຸກໆວິທີ. ເພາະເມື່ອໃດທີ່ຈິດໃຈຍັງຮ້ອງຫາຄວາມສຳເລັດ, ທ້ອງຍັງໂຫຍຫາອາຫານມາລ້ຽງເພື່ອໃຫ້ຫາຍຫິວ ເຮົາຕ້ອງຮັກສາໃຫ້ຈິດໃຈເຕີມເຕັມດ້ວຍ ຄວາມຝັນ ແລະ ລ້ຽງຮ່າງກາຍບໍ່ໃຫ້ທ້ອງຫີວດ້ວຍການຫາສິ່ງຕ່າງໆມາບຳລຸງ.
ໃນສ່ວນທີ່ໃຊ້ບຳລຸງຈິດໃຈ ກໍບໍ່ແມ່ນວ່າຈະໃຊ້ແຕ່ອາລົມ ທີ່ພັດເຂົ້າມາສູ່ຈິດໃຈໃຫ້ຕື່ນເຕັ້ນ ແລ້ວຈາກໄປລ້າໆ. ແຕ່ຕ້ອງເປັນຈິດໃຈທີ່ເບີກບານດ້ວຍຄວາມຮູ້ສຶກຕົວ ທີ່ເກີດຈາກການຮູ້ເທົ່າກັນໂດຍມີສະຕິຊ່ວຍປະຄອງການເດີນທາງໄກເພື່ອໄປຄວາມມຸ້ງຫມາຍຢ່າງຜູ້ມີສະຕິ.
ທ່ານເຄີຍສັງເກດແດ່ບໍ່ວ່າ, ບໍ່ວ່າຈະເປັນເກມຊະນິດໃດທີ່ຜູ້ແຂ່ງຂັນຖືກຄວາມໂກດແຄ້ນຄອບງຳ ເຂົາມັກຈະພ່າຍແພ້ຕໍ່ຄູ່ແຂ່ງສະເຫມີ. ໃນຂະນະດຽວກັນຫາກໃຜລົງແຂ່ງຂັນປະຊັນເພາະຫວັງໄຊຊະນະ ໂດຍເຮັດທຸກຢ່າງທີ່ບໍ່ເປັນ ທຳ, ເປັນຕົ້ນໂກງກະຕິກາການແຂ່ງຂັນ, ເຖິງເຂົາຈະໄດ້ປຽບຄູ່ຕໍ່ສູ້ພຽງໃດ ສຸດທ້າຍກໍຈະຈົບລົງດ້ວຍການພ່າຍແພ້ເພາະໃຈທີ່ຢາກ ໄດ້ຈົນເກີນເຫດ, ເຖິງວ່າຈະໄດ້ແຊ້ມມາຄອງແຕ່ກໍ່ປຽບຄືຄວາມພ່າຍແພ້ຕໍ່ກະຕິກາຂອງເກມເພາະການເອົາປຽບຕໍ່ຄູ່ແຂ່ງທີ່ໄດ້ສະແດງອອກໄປ. ໃນຂະນະທີ່ເຮົາໃຊ້ຊີວິດແລະຮຽນຮູ້ທຸກບົດບາດທີ່ກຳລັງກ້າວໄປ, ຖືວ່າເປັນເກມຢ່າງຫນຶ່ງທີ່ເຮົາຕ້ອງທຳການສຶກສາບໍ່ວ່າຈະເປັນແຂ່ງກັບໃຈຂອງຕົວເອງ ຫລື ການກ້າວໄປໃຫ້ຮອດເສັ້ນໄຊຢ່າງທີ່ມຸ້ງຫວັງ.
ຫາກເກມຊີວິດທີ່ເຕັມໄປດ້ວຍອາລົມທີ່ຢາກໄດ້ຫລາຍຈົນເກີນງາມຮູ້ສຶກກຽດຊັງທີ່ບໍ່ໄດ້ດັ່ງຫວັງແລະລຸ່ມຫລົງໃນໄຊຊະນະຢ່າງອອກນອກຫນ້າ ເກມຊີວິດທີ່ກຳລັງແຂ່ງປະຊັນ ຢອມປະຈານວິຖີທີ່ເປັນໄປຂອງເຮົາຢູ່ໃນຕົວ. ຊ້ຳບໍ່ໜໍາ, ໃຈທີ່ຖືກອາລົມຄອບງຳ ກໍມັກສະແດງອອກຕໍ່ຄູ່ແຂ່ງອີກວິຖີ ທີ່ບໍ່ມີຄວາມເປັນມິດ ຈຶ່ງເຮັດໃຫ້ເຮົາຄ້ວາດຶງສິ່ງທີ່ຫມາຍປອງມາຄອງຢ່າງບໍ່ມີເຫດຜົນ ແທນທີ່ຈະໄດ້ຮັບຮູ້ລົດຊາດຂອງຄວາມສຸກ ເພາະໄດ້ຮັບໄຊຊະນະກັບກາຍເປັນການເປີດທາງໃຫ້ທຸກເຂົ້າມາກົດດັນແລ້ວເຮັດໃຫ້ເຮົາເປັນຜູ້ພ່າຍແພ້ແທນ.
ເຖິງຈະມີສິລະປະເອົາຊະນະຜູ້ຕໍ່ສູ້ໄດ້ດ້ວຍກົນອຸບາຍສະເພາະ, ສິ່ງທີ່ໄດ້ມາມັກຈະຕັ້ງຢູ່ຈຸດທີ່ບໍ່ຫນ້າຊື່ນຊົມເຮັດໃຫ້ຊີວິດຄວນຈະໄດ້ຄຳນິຍົມກັບກາຍເປັນຄວາມຂົມຂື່ນແທນ. ຄຳສຸພາສິດຈີນໜຶ່ງໄດ້ກ່າວວ່າ:
“ບັນດິດຜູ້ຜ່ານການເຝິກຝົນຂັດເກົາດ້ານຄຸນນະທຳແລ້ວນັ້ນ ຄວາມຄິດຈິດໃຈຂອງເຂົາຈະໃສສະຫວ່າງດັ່ງຟາກຟ້າທີ່ບໍ່ມີເມກຫມອກ ບໍ່ມີສິ່ງໃດທີ່ຕ້ອງປົກປິດເພື່ອຊ້ອນສິ່ງໃດສິ່ງຫນຶ່ງຕໍ່ຜູ້ອື່ນ ແຕ່ຄົນເຫຼົ່ານັ້ນມັກປົກປິດຄວາມສາມາດຂອງເຂົາໄວ້ໃຫ້ມິດຊິດບໍ່ໃຫ້ຜູ້ໃດພົບເຫັນໄດ້ໂດຍງ່າຍ” ໝາຍວ່າ: ບໍ່ທະນົງຕົວ.
ຊີວິດຂອງເຮົາກໍເຊັ່ນດຽວກັນ. ເມື່ອຕ້ອງແຂ່ງຂັນກັບຊີວິດຈິດໃຈຂອງຕົວເອງ ແລະ ວິຖີຊີວິດໃນວົງສັງຄົມ, ເຮົາບໍ່ຄວນເປັນຜູ້ແຂ່ງຂັນທີ່ເຕັມໄປດ້ວຍອາລົມຝ່າຍລົບ ເພື່ອໃຫ້ຕົວເອງໄດ້ກ້າວເຂົ້າສູ່ເສັ້ນໄຊຝ່າຍດຽວ ແຕ່ຄວນຮຽນຮູ້ວິທີແຂ່ງເພື່ອຊະນະທັງອຸປະສັກນານາ ແລະ ເພື່ອຊະນະໃຈຕົວເອງທີ່ວິງວອນຕາມຄວາມຕ້ອງການຢ່າງບໍ່ຮູ້ຈົບດ້ວຍ. ຄວນເປັນຊີວິດທີ່ຮູ້ຈັກສ້າງກາຍ ແລະ ໃຈໃຫ້ສອດຄ່ອງຕໍ່ກັນໂດຍມີສະຕິປັນຍາຄອຍສອນໃຈຂອງເຮົາໃຫ້ຮູ້ຈັກເຕີບໃຫ່ຍ.
ຖ້າເຮົາໄດ້ຮັບລາງວັນທີ່ມາຈາກການແຂ່ງຂັນແບບເປັນທຳ, ເຮົາຍ່ອມພາກພູມໃຈກວ່າ ການເອົາປຽບໃນການແຂ່ງ ຂັນແບບບໍ່ເປັນທຳ. ເພາະເປັນລາງວັນທີ່ເກີດຂຶ້ນຈາກຄວາມພາກພຽນທີ່ມີຄຸນນະທຳຊ່ວຍສົ່ງຕໍ່ໃຫ້ເຖິງເປົ້າຫມາຍ. ເຮັດໃຫ້ໃຈຂອງເຮົາໄດ້ຮຽນຮູ້ທີ່ຈະຢູ່ຢ່າງຜູ້ຊະນະ ແລະ ເຮັດຄວາມຮູ້ຈັກຄວາມປາລາໄຊດ້ວຍຄວາມເຂົ້າໃຈໃນແກ່ນແທ້ຂອງເກມເມື່ອວັນຫນຶ່ງຊີວິດທີ່ບໍ່ເປັນໄປດັ່ງທີ່ໃຈຕ້ອງການ. ດັ່ງນັ້ນເກມຊີວິດຈຶ່ງເປັນເກມທີ່ຕ້ອງລະວັງທຸກບາດກ້າວຕ້ອງຮູ້ຈັກລະວັງທັງກາຍທີ່ທີ່ເຄື່ອນໄຫວ ແລ ະໃຈທີ່ຄິດນຶກ. ເພາະເມື່ອໃດເຮົາເຮັດໄດ້ ບໍ່ວ່າຈະລົງແຂ່ງຄັ້ງໃດຫລຽນທອງແຫ່ງໄຊຊະນະທີ່ມີຄ່າຕໍ່ການອວດໂຊ.