ເມື່ອຄວາມໃຈເຢັນເຂົ້າໄປແຊກຊ້ອນໃນຈິດໃຈໄດ້ແລ້ວ, ຄວາມຮູ້ສຶກທີ່ເກີດຂຶ້ນກໍ່ພ້ອມ ທີ່ຈະເອື້ອເຟື້ອຕໍ່ທຸກຊີວິດຜ່ານເຂົ້າມາໃນຊີວິດ. ເຮົາກໍ່ຈະໄດ້ສຳພັດຊື່ອມໂຍງຄວາມຮູ້ສຶກຕ່າງໆຢ່າງເປັນມິດ ແລະ ພ້ອມຈະເຊີນຊວນສິ່ງຊົ່ວຮ້າຍທີ່ມີໃຫ້ກາຍເປັນສິ່ງທີ່ດີ, ມີມິດຕະພາບມອບໃຫ້ແທນ ເຮັດໃຫ້ສິ່ງດີໄດ້ມີໂອກາດເຕີບໂຕດ້ວຍຄວາມເອື້ອອາທອນຕໍ່ກັນ.
ສາຍລົມພັດໄຫວໃບຫຍ້າ ທີ່ພັດໄປຕາມລົມສາຍຝົນທີ່ຕົກມາ ໃຫ້ຄວາມຊຸ່ມເຢັນຕໍ່ຊັບພະສິ່ງ, ລ້ວນແຕ່ເປັນເຄື່ອງຫມາຍບົ່ງບອກວ່າໂລກນີ້ຍັງມີຄວາມຫນ້າຮັກ ມອບໃຫ້ເຮົາສຳຜັດຢູ່ສະເຫມີ. ເປັນສິ່ງພັກດັນບອກໃຫ້ເຮົາເຂົ້າໄປໃກ້ໆ ເພື່ອສຳຜັດກັບຄວາມຮູ້ສຶກດີດີທີ່ທຳມະຊາດມອບໃຫ້ ແລະ ເພື່ອໃຫ້ເຮົາຮຽນຮູ້ທີ່ຈະຢູ່ກັບຊີວິດທີ່ແສນສຸກ ຢ່າງທຳມະດາໄດ້. ເຖິງບາງສິ່ງທີ່ຜ່ານເຂົ້າມາອາດຈະເຮັດໃຫ້ເຮົາຮູ້ສຶກສະດຸດໄປບາງຄັ້ງກໍຕາມ.
ສິ່ງເກີດຂຶ້ນອ້ອມຂ້າງຕົວເຮົາເປັນເຄື່ອງຫມາຍຊີ້ວັດຊີວິດ ແລະ ຄວາມຮູ້ສຶກທີ່ເກີດຂຶ້ນໃນໃຈຂອງເຮົາວ່າ ມື້ນີ້ເຮົາມີຄວາມສຸກຫລືບໍ່? ໃຈ ແລະ ກາຍເຮົາມີຄວາມຮົ່ມເຢັນຫລາຍບໍ່ທີ່ຈະໃຊ້ເປັນທີ່ພັກເຊົາເມື່ອຍໃຫ້ກັບຊີວິດໄດ້ຫລືບໍ່?
ເຮົາເຄີຍສັງເກດຄວາມຮູ້ສຶກຂອງຕົວເອງບໍ່ວ່າ ການທີ່ເຮົາເກີດມາກໍ່ເພື່ອທີ່ຈະໃຫ້ຊີວິດນີ້ໃຫ້ມີຄວາມສຸກຫລາຍກ່ວາຄວາມທຸກ. ມື້ຫນຶ່ງຄວາມສຸກທີ່ລໍຖ້າຕ້ອງມານອນຫມູນຕັກຂອງເຮົາແນ່ນອນ. ຫາກເຮົາຮູ້ຈັກຄົ້ນຫາຈາກຕົນເອງສາ ກ່ອນ. ໃນຊີວິດຕົວຈິງ, ຄວາມສຸກທີ່ຄິດວ່າຕ້ອງຄອບຄອງໃຫ້ໄດ້ ກັບເປັນຄວາມຮູ້ສຶກທີ່ແສນງ່າຍ ເຂົ້າມາຄຸ້ມຄອງ ຈິດໃຈ. ຄວາມສຸກທີ່ເຄີຍຄິດຫາ ແລະ ຄາດຫວັງວ່າຈະເດີນຄຽງຂ້າງໄປນຳກັນ ຈຶ່ງຫລຸດລອຍໄປ. ແຖມເຮັດໃຫ້ເຮົາຍ່າງໄປຕາມຫົນທາງຊີວິດທີ່ຫງອມເຫົງາ ທີ່ບໍ່ມີເຍື້ອໃຍ.
ເຄີຍຖາມບໍ່ວ່າ: ເປັນຫຍັງຄວາມສຸກທີ່ຄວນຈະປະທັບຮອຍຂອງຄວາມຮູ້ສຶກດີ ໃນຊີວິດນີ້ຈຶ່ງຫລົນຫາຍໄປຈາກໃຈຂອງເຮົາ? ຄຳຕອບຄື “ເພາະເຮົານຳສິ່ງເນົ່າເຫມັນຄືອາລົມທີ່ຊົ່ວຮ້າຍມາບັນຈຸໄວ້ໃນໃຈ ຫລາຍເກີນໄປ. ເນື້ອທີ່ໃນການຮັບຮອງຄວາມສຸກຈຶ່ງຫນ້ອຍລົງ” ຫາກສັງເກດຊີວິດຈິດໃຈຂອງເຮົາ ກຳລັງຢຽບຍ່າງໄປທຸກການເຄື່ອນໄຫວບົນຄວາມຄາດຫວັງວ່າ: ຈະນຳຄວາມສຸກມາໃຫ້ແທນທີ່ຈະຮູ້ຈັກນຳສິ່ງດີມາໃຫ້ຊີວິດໄດ້ຮຽນຮູ້ ແລະ ເຮັດໃຫ້ຈິດໃຈຊຶມຊັບຄວາມຮູ້ສຶກດີນັ້ນໄວ້.
ເຮົາມັກທີ່ຈະເກັບເອົາຄວາມຮູ້ສຶກທີ່ເປັນລົບ ເຂົ້າມາກົບຈິດໃຈໃຫ້ເສົ້າແທນ ບໍ່ວ່າຈະເປັນຄວາມຮູ້ສຶກຢາກໄດ້ຈົນເກີນຄວາມກຽດຊັງ ເມື່ອບໍ່ໄດ້ດັ່ງຫວັງ. ຕະຫລອດເຖິງຄວາມຫລຸ່ມຫລົງອາລົມທີ່ຮຸກຮານຂຶ້ນມາໃນໃຈ. ສິ່ງເຫລົ່ານີ້ລ້ວນເປັນຄວາມຮູ້ສຶກທີ່ເຮົາຄິດວ່າ ດີທີ່ມີການເລີມຕົ້ນ. ແຕ່ທ້າຍທີ່ສຸດກັບເປັນສິ່ງທີ່ໂນ້ມມາເພື່ອ “ເປັນສິ່ງຫມົ່ນຫມອງໃນໃຈຂອງເຮົາ” ຈຶ່ງເຮັດໃຫ້ເນື້ອທີ່ຂອງຄວາມສຸກອັນເກີດຈາກ ຄວາມສະຫງົບງຽບຮົ່ມເຢັນໃນເຮືອນໃຈ ຫາຍວັບໄປກັບຕາ.
ຕົ້ນໄມ້ເຖິງວ່າຈະພົ່ນ ກາສຄາບອນໄດອອອກໄສ ແລ້ວເຮັດໃຫ້ເຮົາຮູ້ສຶກອຶດອັດ ໃນເວລາກາງຄືນ, ແຕ່ຕອນກາງເວັນວຽນມາຮອດ, ຕົ້ນໄມ້ຕົ້ນດຽວກັນພັດ ປັບປຸງບັນຍາກາດດ້ວຍກາສອອກຊີເຈນ ເພື່ອໃຫທຳມະຊາດຮອບຂ້າງໄດ້ມີສິ່ງດີດີຮ່ວມກັນໄດ້. ແຕ່ບາງຄົນກັບບໍ່ຮູ້ຈັກໃຫ້ແຕ່ຄວາມທຸກຄາຍຕົວ ຫລື ວາງຄວາມຮູ້ສຶກທີ່ມາທຳຮ້າຍໃຈໃຫ້ຜ່ອນຄາຍ. ກັບມີແຕ່ດຶງສິ່ງທີ່ເຮັດໃຫ້ເກີດແຕ່ຄວາມຫມອງເສົ້າມາເກັບໄວ້ເຮັກໃຫ້ຮູ້ສຶກອຶດອັດຈົນບໍ່ສາມາດຕອບໄດ້ວ່າ “ຄວາມສຸກນັ້ນມີຫນ້າຕາເປັນແບບໃດ” ຊີວິດເປັນສິ່ງທີ່ລະອຽດອ່ອນ ແລະ ມີຄວາມຊັບຊ້ອນຢູ່ຕັ້ງແຕ່ຕອນເກີດ. ເຖິງວ່າອາດຈະບອບບາງ ແລະ ຕ້ອງລະວັງຮັກສາ ແຕ່ເຮົາກໍບໍ່ຄວນໃຫ້ຄວາມບອບບາງນັ້ນຕ້ອງຫມູນໄປສູ່ສິ່ງທີ່ເຮັດໃຫ້ຊີວິດຊົ່ວຮ້າຍຝ່າຍດຽວ.
ເຮົາຄວນຮູ້ຈັກທີ່ຈະດູແລຄວາມບອບບາງໂດຍມີຈິດໃຈທີ່ມີຄວາມຮົ່ມເຢັນຄອຍເປັນມິດ ແລະ ຄອຍໃຫ້ກຳລັງໃຈຢ່າງໃກ້ຊິດເພື່ອການເດີນທາງໄປສູ່ວັນຂ້າງຫນ້າທີ່ແສນສຸກ. ພ້ອມກັບໃຫ້ເຮົາກ້າທີ່ຈະເຕີບໃຫ່ຍໃນທຸກວິທີ. ການຮູ້ຈັກທະນຸທະຫນອມດ້ວຍຄວາມໃສ່ໃຈ, ຄວາມສຸກທີ່ເກີດຂຶ້ນກໍພ້ອມຈະເຂົ້າໄປຢືນຢູ່ໃນໃຈຂອງເຮົາ. ກໍໃຫ້ເກີດຄວາມໃກ້ຊິດທີ່ຈະຄຽງຄູ່ ເຖິງຈະຕ້ອງພົບບັນຫາຫລາກຫລາຍພຽງໃດ ເຮົາກໍສາມາດທີ່ຈະເລືອກຄວາມສຸກໄດ້.
ເມື່ອຄວາມງຽບເຫງົາເຂົ້າໄປແນບຊິດຈິດໃຈ, ຄວາມຮູ້ສຶກທີ່ເກີດຂຶ້ນກໍພ້ອມທີ່ຈະເອື້ອເຟື້ອຕໍ່ທຸກຊີວິດ. ການຮູ້ຈັກເຊື່ອມໂຍງຄວາມຮູ້ສຶກຕ່າງໆຢ່າງເປັນມິດ ແລະ ພ້ອມທີ່ຈະເຊີນຊວນສິ່ງທີ່ຊົ່ວຮ້າຍທີ່ເຄີຍມີ ໃຫ້ກາຍເປັນສິ່ງທີ່ມີມິດຕະພາບມອບແທນ, ເຮັດໃຫ້ສິ່ງທີ່ດີທີ່ເຄີຍເຮັດເລັກນ້ອຍໄດ້ມີໂອກາດເຕີບໃຫ່ຍ ດ້ວຍຄວາມເອື້ອອາທອນຕໍ່ກັນ ແລ້ວໃຈທີ່ເຄີຍຖາມຫາຄວາມສຸກ ເມື່ອຄັ້ງຍັງນ້ອຍ ແລະ ເອີ້ນຫາຄວາມຢູ່ເຢັນເປັນສຸກໃນວັນທີ່ຊີວິດເຕີບໃຫຍ່ກໍພ້ອມຈະມອບເນື້ອທີ່ຂອງຄວາມສຸກ ທີ່ມີຄວາມສະອາດ ແລະ ສະຫວ່າງ ເປັນລາງວັນຕອບແທນແກ່ຊີວິດ.