ຄົນສູງອາຍຸໃນບາງປະເທດໃຊ້ເວລາຊ່ວງສຸດທ້າຍ ໃນການທ່ອງທ່ຽວ, ພັກຜ່ອນ ແລະ ເບິ່ງແຍງຫຼານ. ແຕ່ຍັງມີຄົນແກ່ທີ່ຫຼາຍໆມູມໂລກ ເຮັດວຽກຄືກັບໄວໜຸ່ມ. ຫຼາຍໆຄົນເຮັດເພື່ອລ້ຽງຊີບ, ແຕ່ກໍ່ມີຫຼາຍຄົນເຮັດເພາະບໍ່ຢາກຢູ່ບ້ານລ້າໆ.
ປະເທດ ທີ່ມີສະຫວັດດີການດີທີ່ສຸດ ກໍ່ແມ່ນນອນໃນແຖບ ປະເທດ ສະເກນດີນາເວຍ ເຊິ່ງປະກອບມີ ສະວີເດັນ, ເດັນມາກ, ຟີນແລນ, ນໍເວ ແລະ ແຖບປະເທດ ຢູໂຫຼບເໜືອ. ການຈັດສັນງົບປະມານເພື່ອສະຫວັດ ດີການສັງຄົມກວມເອົາຫຼາຍໆຂົງເຂດ ນັບແຕ່ໂຮງຮຽນ, ໂຮງໜໍ, ເງິນອຸດໜູນ, ເງິນອຸບັດຕິເຫດ, ເງິນໄພຫວ່າງງານ, ເງິນຄົນພິການ ແລະ ອື່ນໆ.
ມີຫຼາຍຫາງສຽງຈາກກຸມຄົນທີ່ຮັ່ງມີວ່າ ສິ່ງດັ່ງກ່າວນັ້ນບໍ່ເໜາະສົມ ເພາະເງິນທີ່ຄົນຮັ່ງມີຫາມາໄດ້ນັ້ນ ເປັນເງິນທີ່ທຸລະກິດຕ້ອງໄດ້ອອກເຮື່ອເທແຮງຫາມາດ້ວຍຄວາມຊື່ສັດ ແລະ ທຸກຍາກລຳບາກ ແຕ່ກັບຕ້ອງໄປຈ່າຍໃຫ້ກັບຄົນອີກກຸ່ມໜຶ່ງ ທີ່ຄົນຮັ່ງມີບາງກຸ່ມຄິດວ່າ ຖ້າຢາກມີຕ້ອງໄດ້ເຮັດວຽກຫຼາຍຂື້ນ. ລະບົບສະຫວັດດີການມີຄວາມຈຳເປັນເພາະຄົນທີ່ມີລາຍຮັບໜ້ອຍນັ້ນ ບໍ່ໄດ້ໝາຍຄວາມວ່າເຂົາເຈົ້າເປັນຄົນຂີ້ຄ້ານ. ລາຍຮັບຂື້ນກັບອາຊີບເປັນປັດໃຈໜຶ່ງ. ເຊັ່ນອາຊີບຄູສອນ ໃນຫຼາຍໆປະເທດນັ້ນໄດ້ເງິນໜ້ອຍຫຼາຍ ຖ້າທຽບໃສ່ອາຊີບໃນຂົງເຂດ ການຊື້ຂາຍຫຸ້ນ, ທຸລະກິດ ແລະ ຄອບພິວເຕີ. ຄົນທີ່ມີລາຍຮັບໜ້ອຍ ຈະຕ້ອງໃຊ້ຈ່າຍເງິນສ່ວນໃຫຍ່ໃນການກິນຢູ່ແຕ່ລະວັນ ແລະ ມີໜ້ອຍຫຼາຍໃນການເກັບ ແລະ ອົດອອມເພື່ອອານາຄົດ.
ລະບົບສະຫວັດດີການ ເປັນການສ້າງຄວາມສົມດູນທາງສັງຄົມ. ຄົນຮັ່ງມີຈະບໍ່ສາມາດຢູ່ເປັນສຸກ ໄດ້ໃນສັງຄົມທີ່ມີຄົນທຸກຍາກຫຼາຍ. ເພາະຈະຕ້ອງມີການຈໍລະຈົນ ແລະ ຍາດຊິງຈາກຄົນຮັ່ງມີຕາມມາແນ່ນອນ. ດັ່ງນັ້ນ, ລະບົບສະຫວັດດີການຈິ່ງເປັນສິ່ງທີ່ຖືກນຳສະເໜີເພື່ອເຮັດໃຫ້ສັງຄົມມີຄວາມສົມດູນ ແລະ ສະຫງົບສຸກໃນຫຼາຍໆປະເທດ.
ໃນທາງກັບກັນ, ຫຼາຍໆຄົນຖືວ່າ ສະຫວັດດີການເປັນການສ້າງໃຫ້ຄົນຂີ້ຄ້ານເພາະບໍ່ເຮັດຫຍັງ ກໍ່ມີເງິນຈ່າຍ. ເຖິງຈະບໍ່ຫຼາຍ ແຕ່ກໍ່ມີຄົນໃນບັນດາປະເທດພັດທະນາທີ່ພ້ອມຈະຍອມຢູ່ກັບວົງເງິນນ້ອຍໆເຫຼົ່ານັ້ນ ເພື່ອລ້ຽງຊີບ. ແນ່ນອນເຮັດໃຫ້ຂາດແຮງງານສຳລັບບາງຂະແໜງການ ເຊັ່ນ: ວຽກງານທີ່ໃຊ້ແຮງງານຄົນ ເປັນຫຼັກຈະບໍ່ຄ່ອຍມີຄົນມັກເຮັດ ແຕ່ກັບນັ່ງຖ້າເອົາເງິນສະຫວັດດີການ. ມີຫຼາຍໆລະບົບສະຫວັດດີການສ້າງໃຫ້ມີການປະກອບສ່ວນ. ເຊັ່ນ: ກ່ອນໄດ້ເງິນໄພຫວ່າງງານ, ກໍ່ຕ້ອງມີການປະກອບສ່ວນທາງກິດຈະກຳສັງຄົມ ຫຼື ເຂົ້າຮ່ວມການເຝິກອົບຮົມເພີ່ມຄວາມສາມາດເພື່ອໃຫ້ສາມາດຫາວຽກໄດ້.
ລະບົບ ສະຫວັດດີການ ໄດ້ມີການດັດແກ້ໃນຫຼາຍໆຂົງເຂດເພື່ອສ້າງໃຫ້ຄົນພົ້ນຈາກຂີດຄວາມທຸກຈົນ ແລະ ທີ່ແນ່ນອນກໍ່ບໍ່ເຮັດໃຫ້ຄົນນັ້ນເກີດຄວາມຂີ້ຄ້ານອອກຫາວຽກເຮັດ. ແຕ່ຈະໃຫ້ມີຄວາມສົມດູນ ທັງສອງຢ່າງນັ້ນ ເປັນຈຸດທີ່ຫາຍາກ. ເພາະຈຶກສຳນຶກ ແລະ ຄວາມຢາກໄດ້ຂອງຄົນນັ້ນ ວັດແທກບໍ່ໄດ້. ຂົງເຂດສະຫວັດດີການທີ່ຫຼາຍໆປະເທດພັດທະນາກໍາລັງເລັ່ງໃສ່ມີຄື: ແມ່ຍິງທີ່ໃຫ້ກຳເນີດລູກໃໝ່, ການພັດທະນາເດັກນ້ອຍ ແລະ ຄົນຊະລາ. ມີຫຼາຍໆສະຖາບັນການສຶກສາ, ໂຮງພະຍາບານ ແລະ ການບໍລິການທາງສັງຄົມໄດ້ສ້າງຂື້ນມາຮັບໃຊ້ກຸ່ມຄົນດັ່ງກ່າວ. ລະບົບສະຫວັດດີການ ຈະຊ່ວຍພັດທະນາບຸກຄະລາກອນ ແລະ ເສດຖະກິດໃນໄລຍະຍາວ.
ຕາມການສັງເກດແລ້ວ, ບາງຄັ້ງເຫັນຄົນແກ່ເຮັດວຽກຕາມທາງ, ຫຼື ຫຼາຍສະຖານທີ່ ກໍ່ອົດທີ່ຈະອີ່ຕົນບໍ່ໄດ້. ແຕ່ໃນໃຈເຂົາເຈົ້າອາດຄິດວ່າຢາກເຮັດສິງໃດໜຶ່ງ. ທີ່ປະເທດຍີ່ປຸ່ນ, ຈະມີຄົນແກ່ຫຼາຍກວ່າປະເທດລາວ ຍັງເຮັດວຽກທີ່ບໍ່ໄດ້ໃຊ້ແຮງຫຼາຍ. ແຕ່ຈະເປັນການໃຫ້ຂ່າວສານ ແລະບໍລິການ. ທີ່ປະເທດ ໂອດສະຕາລີ ກໍ່ມັກຈະເຫັນສາວລຸ້ນແມ່ ມາເວົ້າສຽງດີໆໃຫ້ຝັງ ເພື່ອຢາກໃຫ້ເຮົາທີ່ນັ່ງລໍຖ້າ ປະກອບຄຳເຫັນໃສ່ກ່ຽວກັບການນຳໃຊ້ບໍລິການສະໜາມບິນ ຂອງປະເທດເພີ່ນ.
ເວົ້າລວມແລ້ວ, ມວນມະນຸດຕ່າງກໍ່ຢາກມີການເໜັງຕີງ. ຫຼາຍໆຄັ້ງຄົນເຖົ້າອາດຈະບໍ່ ໄດ້ຂາດເຂີນຄືທີ່ ເຮົາຄິດ ແຕ່ມັນເປັນຄວາມຮູ້ສຶກຢາກປະກອບສ່ວນແນວທີ່ເປັນປະໂຫຍດກ່ອນສີ້ນໂລກ. ແນວໃດກໍ່ຕາມ, ໃນສວນລວມແລ້ວ, ລະບົບສະຫວັດດີການເປັນສິ່ງທີ່ຮັບຮອງ ທີ່ຈຳເປັນແກ່ສັງຄົມ. ສ່ວນໜຶ່ງທີ່ສຳຄັນກ່ອນອື່ນໝົດກໍ່ຄວນເລີ່ມທີ່ບຸກຄົນທີ່ຈະຕ້ອງໄດ້ມີການວາງແຜນ ແລະ ສ່ວນໜຶ່ງກໍ່ຈາກສັງຄົມ.