ເຮົາໄດ້ຫຍັງຈາກຊີວິດ ແລະ ໂລກໃບນີ້. ຄົນມັກວ່າ: ຕາຍໄປກະເອົາຫຍັງໄປບໍ່ໄດ້. ແລ້ວສິ່ງໃດຕິດຕົວເຮົາໄປຫຼັງ ການສີ້ນສຸດຊີວິດ? ຄຳຖາມທີ່ຄວນຈະຖາມໃຫ້ຊີວິດເຮົາເອງເກີດມີຄຸນຄ່າຈາງຫາຍໄປ ກັບແນວຄິດເຫັນແກ່ໄດ້ເຂົ້າມາສິງສະຖິດຢູ່ໃນໃຈ. ເຊິ່ງເປັນສັນຍາລັກບອກໃຫ້ຮູ້ວ່າ ເຮົາກຳລັງເລີ່ມຕົ້ນທີ່ຈະທຳລາຍໂລກແຫ່ງຄວສມສະຫງົບສຸກຮ່ວມກັນ.
ພາບຂອງຜືນແຜ່ນດິນຈະເຮັດໃຫ້ເຮົາເຫັນວ່າໂລກຍັງກວ້າງຢູ່ຄືເກົ່າ ແຕ່ຄວາມຫນ້າຮັກຂອງຄົນເຮົາກໍຈະເລີ່ມໜ້ອຍ ລົງ. ໂລກທີ່ວ່າກ້ວາງໃຫຍ່ ບິ່ງຄືຈະຫນ້າຢູ່, ແຕ່ຄວາມຈິງກັບກາຍເປັນສິ່ງທີ່ເປັນຕາຢ້ານຫລາຍ. ທຸກບາດກ້າວແລະຄວາມຮູ້ສຶກທີ່ດຳເນີນໄປກັບກາຍເປັນບາດກ້າວແຫ່ງຄວາມຢ້ານກົວ ເຊິ່ງເຕັມໄປດ້ວຍຄວາມບໍ່ຫມັ້ນໃຈທີ່ຈະຢູ່ຢ່າງມີຄວາມສຸກ ແລະ ບໍ່ຮູ້ວ່າຊີວິດຕໍ່ຈາກນີ້ຈະເປັນຢ່າງໃດ.
ເຖິງວ່າຜູ້ຄົນໃນໂລກຈະພະຍາຍາມສອນໃຫ້ຄົນມີຄວາມຮູ້ ຫລື ສົ່ງເສີມໃຫ້ໄດ້ຮຽນຮູ້ສິ່ງຕ່າງໆຫລາກຫລາຍເພື່ອເຮັດໃຫ້ຕົນເອງແລະຄົນອ້ອມຂ້າງໄດ້ມີຄວາມຮູ້ທີ່ຫລາຍກວ່າເກົ່າ ເຊິ່ງປຽບຄືສິ່ງທີ່ບອກເຮົາວ່າ ຜູ້ຄົນໃນໂລກນີ້ມີການພັດທະນາດີກວ່າຄົນໃນຍຸກກ່ອນໆ.
ແຕ່ໃນຄວາມຈະເລີນທີ່ເຮົາເຂົ້າໃຈ ແລະ ກໍເຊື່ອງອາວຸດລັບຮ້າຍແຮງໄດ້ເພື່ອໃຫ້ຄົນໃນໂລກນີ້ທຳຮ້າຍກັນເອງໂດຍມີຄວາມໄດ້ປຽບ ເພາະວ່າການຮູ້ການສຶກສາຮູ້ມາຫລາຍຄອຍຂວາງກັ້ນບໍ່ໃຫ້ມີຄຸນຄ່າທີ່ແທ້ຈິງໄດ້ເຕີບໂຕ. ໂລກແຫ່ງຄວາມເມດຕາອາລີ ກໍເລີ່ມຈະຫາຍໄປ ເພາະການຊິງດີຊິງເດັ່ນໄດ້ກັດແຫ້ນຄວາມສົງສານຄົນ ຈົນບໍ່ສີ້ນເຫຼືອ. ເຊັ່ນດຽວກັນ, ໂລກແຫ່ງການໃຫ້ອະໄພກໍ່ຈະຄ່ອຍເລີ່ມຫາຍໄປເພາະຄວາມມີນ້ຳໃຈຂອງເພື່ອນຮ່ວມໂລກຈືດຈາງລົງ. ເພາະຕ່າງຄົນກໍຕ່າງເບິ່ງວ່າ ເມື່ອຄົນເຮັດໃຫ້ເຂົາເຈັບໃຈຄຽດແຄ້ນແລ້ວ ເຮົາຕ້ອງລືມສິ່ງທີ່ເຂົາກະທຳ ກັບເຮົາ. ເມື່ອວິທີຄິດຊອກຫາຂໍ້ມູນທີ່ຜິດພາດໃນດ້ານສິນທຳຈິດໃຈທີ່ເຄີຍດີງາມຂອງຜູ້ຄົນ ກໍ່ຈະເລີ່ມສັບສົນເພາະຄວາມດີນັ້ນອ່ອນກຳລັງ.
ໂລກທີ່ມີເນື້ອທີ່ເຫມືອນເດີມຈະກາຍເປັນພື້ນທີ່ແຫ່ງການແຂ່ງຂັນແຍ່ງຊິງ ເພື່ອໃຫ້ຕົນເອງຢູ່ລອດຝ່າຍດຽວ ແລະເພື່ອຈະໃຫ້ໂຕເອງໄດ້ຂຶ້ນໄປຢູ່ເຫນືອຄົນອື່ນ ໂດຍທີ່ໄດ້ປະຕິບັດຕາມຂັ້ນຕອນໃນການກ້າວຂຶ້ນໄປ. ຈາກໂລກທີ່ມີເນື້ອທີ່ຊຳເກົ່າ ແຕ່ຄວາມສູກໃຈຢູ່ໃນໃຈຂອງເຮົາ ແລະ ເພື່ອນຮ່ວມໂລກກໍຈະເລີ່ມຈືດຈາງຫາຍໄປສະຖານທີ່ ເປັນຕາໜ້າຢູ່ ແລະ ຜູ້ຄົນຄາດຫວັງໄວ້ກໍຈະເປັນພຽງຄວາມຝັນຄ້າງໃນຕອນກາງວັນທີ່ບໍ່ມີຈິງ.
ຄວາມສຸກທີ່ຄວນຈະໄດ້ສຳຜັດຮ່ວມກັນ ກໍກາຍເປັນພຽງຫມອກຄັວນທີ່ບໍ່ມີຢູ່ຈິງ ແຕ່ສຸດທ້າຍກໍສະຫລາຍໄປໃນອາກາດໂດຍຈົ່ງໄວ້ໃນຄວາມຊົງຈຳວ່າເຄີຍມີ. ດັ່ງນັ້ນ ໃນຊີວິດຫນຶ່ງທີ່ໄດ້ເກີດຂຶ້ນມາເຮົາຈຶ່ງຄວນກັບມາທົບທວນຊີວິດຂອງເຮົາ ແລະ ໂລກນີ້ຮ່ວມກັນວ່າ ເຮົາເລືອກຍ່າງຖືກທາງຫລືບໍ່? ຫລືວ່າເຮົາຢູ່ເທິງໂລກນີ້ ໂດຍການໃຫ້ຄວາມສຸກທີ່ຄວນຈະເພື່ອແຜ່ໃຫ້ກັນນັ້ນລົດຫນ້ອຍລົງ.